Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກະສິກຳກ້າວ ຫນ້າ
Anonymous

Date:
ກະສິກຳກ້າວ ຫນ້າ


1384318584.3573.iPicit.jpg



__________________
Anonymous

Date:

ເອົາມາດຕະຖານໄດວັດວ່າຊິເພີ່ມຂຶ້ນລົງໄປຄຸກຄີກັບຊາວບ້ານພຽງໄດສັງເກດເບິງຮູບ ໃສ່ຊຸດຈົບງາມຢາດຍ້ອຍ ເກີບຂັດມັນ ເບິ່ງພະນັກງານຫວ່ານເຂົ້າຢ້ານຂີ້ຕົມຕິດເຮັດຈັບພໍຄື ຄັນເຮັດແທ້ທຳຈິງເປັນຫຍັງບໍເຮັດເປັນແບບຢ່າງຫລື ລົງໄປຫວ່ານໃສ່ເກີບບູດຊູດແບບໄປໄຮ່ນາກະຍັງຄືກ່ອນ, ດິນດອນໄຮ່ນາຍາມແລ້ງ ສົມຄວນໃຊ້ປັນຍານັກບໍລິຫານມຫມູນໃຊ້ໃຫ້ເກີດຜົນດີກ່ອນນັງຢູ່ຫ້ອງການແລະອອກຂ່າວ ດີໆ ບາດການປະຕິບັດຕົວຈິງ ໃຫ້ເປັນຮູບປະທຳຍັງດີກ່ອນ



__________________
ແມ່ນາ

Date:

ບໍເປັນຫຍັງ ຍອ້ນວ່າ ຂ້ານອ້ຍ ຄິດບໍ່ເຖິງ ເລີຍບໍ່ໄດ້ກຽມຫຍັງໄວ້ຖ້າ

ສີໃຫ້ເພິ່ນ ລົງລົດແລນຄຣູເຊີມາ ແກ້ເກີບ ປັ້ນຂາສົງ ລົງຕົມກາບໍ່ຄື

ເພິ່ນ ມີຫນ້າມາສ່ຳນີ້ ຂ້ານອ້ຍກໍຍໍມືສາທຸແລວ້ ເພາະເປັນການນຳໂຊກລາບມາໃຫ້ພວກຂ້ານອ້ຍ

ຍາມລົງນາ ກາບໍ່ມີຫຍັງຕອ້ນແດ່

 

ຖ້າອີກ ສາມເດືອນ ບາດຍາມເກັບກຽ່ວພຸ້ນລະ ຈັ່ງສີກຽມລົດກຽ່ວເຂົ້າໄວ້ເຕັມສູບ

ແລວ້ຈັງສີເຊີນເພິ່ນ ນັ່ງລົດແທັກເຕີໂຊຜົນງານທີ່ອາດສາມາດຍາດມາໄດ້ ຮອດ ສາມ ຫາ ສີ່ສິບພັນໂຕນ

ແລວ້ ພວກເຮົາ ກາສີພໍໄດ້ເຂົ້າໃຫມ່ ໃສ່ຖົງຕອ້ນ

ແລະສີໄດ້ ຂາຍເຂົ້າຊຶ້ລົດ ວິໂກຂີ່

ສາທຸ  

 



__________________
Anonymous

Date:

ເບິ່ງຮູບພາບການເຮັດນາຂອງສັກດິນາປະຕິວັດແລ້ວເປັນຕາຊິໃສ້ແຫ້ງຢູ່.ເບິ່ງເພິ່ນຫວ່ານເມັດເຂົ້າກໍ່

ພໍຮູ້ແລ້ວວ່າຜົນຜລິດມັນຊິເປັນແນວໃດ.ເກືອບ 40 ປີມາແລ້ວທີ່ຈະກຸ້ມຕົນເອງທາງດ້ານສະບຽງອາ

ຫານ.ເວົ້າແລ້ວ,ເວົ້າອີກຈົນຟຸ່ມຟາວເຕັມປາກກະຍັງບໍ່ກຸ້ມກິນຄືນເກົ່າ.ມາດຽວນີ້ຝັນປານອາເປະເຫັນ

ແຮ້ງຈຳຫຼັງຄາວ່າຈະຜລິດເຂົ້າຈ້າວສົ່ງຂາຍປະເທດຂ້າງຄຽງ ແລະ ສາກົນ.ມັນຊິບໍ່ກົງກັນຂ້າມສະບໍນີ້?



__________________
Anonymous

Date:

ຕອນຕົ້ນປີນີ້ ຜູ້ຂ້າໄດ້ລົງທຶນຊື້ ເຄື່ອງຢອດເຂົ້າຢ່າງດີ ມາເຮັດນາຫຍອດ 

ຫລັງຍອດໄປ 3 ມື້ ຝົນນຳ່ລົງມາ ຖວ້ມ ເລີຍເຂົ້າບໍ່ອອກຊຳ້

ສຸດທ້າຍບໍ່ໄດ້ກຽ່ວຊຳ້

ນາແຊງຊຸດນີ້ ສີລອງອີກບາດນຶ່ງ ຈັກສີເປັນແນວໃດ

 

ສວ່ນນາຫວ່ານ ແມ່ນບໍ່ຄິດຢາກເຮັດແລວ້ ເຮັດເທື່ອໃດແມ່ນເຈັ້ງເທື່ອນັ້ນ ຢ່າໄປຕັ້ງຕໍ່ເລີຍ

ສະຫລຸບແລວ້ ຢ່າຢາກຄິດສີເຮັດນາແບບອື່ນເລີຍ ນອກຈາກເຮັດນາດຳ ມັນຝືນ ທຳມະຊາດ ທີ່ປະຂາຊົນເຄີຍທຳມາເປັນ ພັນໆປີແລວ້

ອັນເພິ່ນນຸ່ງສິ້ນໃຫມ ກັບໃສ່ເກີບຂັດມັນໄປທົດລອງຫວ່ານເຂົ້ານາຫວ່ານ ກໍເປັນຕາຄິດນຳຄືກັນ ຢາກຂໍໃຫ້ທົບທວນກັນໃຫມ່ ລວມທັງນັກຂ່າວ ຄວນບໍ່ທີ່ເອົາຮູບແບບນີ້ມາລົງ

ມັນເຂີນ!

ມັນສະທອ້ນຄວາມຮູ້ສຶກ!

 



__________________
Anonymous

Date:

ສິພັດທະນາໄດ້ແນວໄດ໋ຖ້າບໍ່ຮູ້ຈັກພາກັນພັດທະນາສາຍພັນ

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard