Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເປັນຫຍັງລູກຕຳຫລວດຈີ່ງເອົາປືນພໍ່ມາຂ້າຄົນອື່ນ ແລ້ວຈະເອົາຜິດກັບມັນແນວໃດດີ?
Anonymous

Date:
ເປັນຫຍັງລູກຕຳຫລວດຈີ່ງເອົາປືນພໍ່ມາຂ້າຄົນອື່ນ ແລ້ວຈະເອົາຜິດກັບມັນແນວໃດດີ?

ເລື່ອງ​ມັນ​ມີ​ຢູ່​ວ່າ​ໃນ​ຄຳ່​ຄືນ​ຂອງ ວັນ​ທີ່ 17 ຕຸລາ 2013 ຜ່ານ​ມາ​ນີ້​ໄດ້​ມີ ສິບ​ໂທ ທອງ​ສາ ປານ​ໄຊ​ຍະ​ວົງ ນັກຮຽນ​ຕຳຫລວດ​ເວີນ​ຄຳ ​ໄດ້​ເອົາ​ປື້ນ​ຂອງ​ພໍ່​ຊື່ ພັນ​ໂທ​ ຄຳ​ລຽນ ປານ​ໄຊ​ຍະ​ວົງ​ ມາກໍ່​ເຫດ​ຍິງ​ນັກຮຽນ ມ7 ຕາຍ ຂໍ​ຄຳປຶກສາ​ກັບ​ບັນດາ​ທ່ານຜູ້​ມີ​ປະສົບ​ການ​ວ່າ​ເຮົາ​ຈະ​ຕໍ່ສູ້​ກັບ​ອຳນາດ ​ແລະ ​ເສັ້ນສາຍ​ຂອງ​ຄາດ​ຕະກອນ​ຄົນ​ນີ້​ແນວ​ໃດ​ດີ​ຈີ່​ງຈະ​ຊະນະ ​ແລະ ​ໃຫ້​ຜູ້​ກະທຳ​ຜິດ​ໄດ້​ຖືກ​ລົງ​ໂທດ​ຢ່າງ​ສະ​ສົມ ​ໃນ​ຂໍ້​ຫາ​ຂ້າ​ຜູ້​ອື່ນ​ໂດຍ​ເຈດ​ຕະນາ ​ແລະ ວາງ​ແວນ​ໄວ​ລ່ວງ​ໜ້າ ຖ້າ​ຄອບຄົວ​ຜູ້​ເສຍ​ຫາຍ​ບໍ່​ໄດ້​ຮັບ​ຄວາມ​ຍຸດຕິ​ທຳ​ເຮົາ​ຄວນ​ຈະ​ເຮັດ​ແນວ​ໃດ

__________________
Anonymous

Date:
RE: ເປັນຫຍັງລູກຕຳຫລວດຈີ່ງເອົາປືນພໍ່ມາຂ້າຄົນອື່ນ ແລ້ວຈະເອົາຜິດກັບມັນແນວໃດດີ?

ຂໍສະແດງຄວາມເສັຽໃຈນໍາຄອບຄົວແລະຍາດມິດຜູ່ທີ່ເຄາະຮ້າຍ

ສິບໂທ ທອງສາ ຄວນຖືກສານຕັດສິນລົງໂທດຈໍາຄຸກຢ່າງນ້ອຍ

250 ປີ ຖ້າລາວຂ້ານັກຮຽນຄົນນັ້ນດ້ວຍເຈະຕະນາ. ສ່ວນພັນ

ໂທ ຄໍາລຽນ ຕ້ອງຖືກລົງໂທດໃນຖານສົມຮູ້ຮ່ວມຄິດ ຖ້າລາວ

ເອົາປືນໃຫ້ລູກຊາຍຂອງລາວຢືມໄປຍິງເຂົາ.

__________________
Anonymous

Date:

ຄໍີມາຖາມແບບປໍິກໆເເທ້?!
ຜູ້ໃດເປັນຜູ້ຍິງກະເເມ່ນຜູ້ກຽ່ວເປັນຜູ້ຮັບຜິດຊອບຊັ້ນຕົ່ວວ່າ!!!ຄັນບໍ່ຊັ້ນໃຜໆກະໄປລັກເອົາປໍີນເອົາມີດຂອງຜູ້ອໍີ່ນໄປ
ຂ້າຄົນເພໍີ່ອໃຫ້ພົ້ນຈາກໂທດຊັ້ນລະບໍ້!!!biggrinbiggrinbiggrin

__________________
Anonymous

Date:

ຍາພ້າວຕີຕົວໄປກ່ອນໄຂ້ ປ່ອຍໃຫ້ຈົ້າໜ້າທີ່ເພິ່ນແກ້ໄຂໄປກ່ອນຖ້າບໍ່ສົມເຫດສົມຜົນຫຼືບໍ່ໄດ້ຮັບຄວາມຍຸດຕິທຳຄ່ອຍວ່າກັນ!

__________________
Anonymous

Date:

ຢາກທີ່ຈະເອົາຄວາມຜິດນໍາພວກທີ່ມີອໍານາດຢູ່ເມືອງລາວໄດ້ ຖືງຈະເອົາໄດ້ກໍບໍ່ມີຄວາມເປັນທໍາ ເພາະກົດຫມາຍລາວກໍບໍ່ມີຄວາມເປັນທໍາຢູ່ແລ້ວສົງສານເດ້!

__________________
Anonymous

Date:

Anonymous wrote:

ເລື່ອງ​ມັນ​ມີ​ຢູ່​ວ່າ​ໃນ​ຄຳ່​ຄືນ​ຂອງ ວັນ​ທີ່ 17 ຕຸລາ 2013 ຜ່ານ​ມາ​ນີ້​ໄດ້​ມີ ສິບ​ໂທ ທອງ​ສາ ປານ​ໄຊ​ຍະ​ວົງ ນັກຮຽນ​ຕຳຫລວດ​ເວີນ​ຄຳ ​ໄດ້​ເອົາ​ປື້ນ​ຂອງ​ພໍ່​ຊື່ ພັນ​ໂທ​ ຄຳ​ລຽນ ປານ​ໄຊ​ຍະ​ວົງ​ ມາກໍ່​ເຫດ​ຍິງ​ນັກຮຽນ ມ7 ຕາຍ ຂໍ​ຄຳປຶກສາ​ກັບ​ບັນດາ​ທ່ານຜູ້​ມີ​ປະສົບ​ການ​ວ່າ​ເຮົາ​ຈະ​ຕໍ່ສູ້​ກັບ​ອຳນາດ ​ແລະ ​ເສັ້ນສາຍ​ຂອງ​ຄາດ​ຕະກອນ​ຄົນ​ນີ້​ແນວ​ໃດ​ດີ​ຈີ່​ງຈະ​ຊະນະ ​ແລະ ​ໃຫ້​ຜູ້​ກະທຳ​ຜິດ​ໄດ້​ຖືກ​ລົງ​ໂທດ​ຢ່າງ​ສະ​ສົມ ​ໃນ​ຂໍ້​ຫາ​ຂ້າ​ຜູ້​ອື່ນ​ໂດຍ​ເຈດ​ຕະນາ ​ແລະ ວາງ​ແວນ​ໄວ​ລ່ວງ​ໜ້າ ຖ້າ​ຄອບຄົວ​ຜູ້​ເສຍ​ຫາຍ​ບໍ່​ໄດ້​ຮັບ​ຄວາມ​ຍຸດຕິ​ທຳ​ເຮົາ​ຄວນ​ຈະ​ເຮັດ​ແນວ​ໃດ

 ເວຣກັມມີຈິງ ເຂົາຕ້ອງໄດ້ຮັບກັມທີ່ເຂົາກໍ່ແນ່ນອນ ເຖິງແມ່ນກົດຫມາຍເຮັດຫຍັງເຂົາບໍ່ໄດ້ກະຕາມ ຄວາມມີອຳນາດຈະຄຸ້ມຄອງລາວໄດ້ແຕ່ຕອນຍັງມີຊີວິດເທົ່ານັ້ນລະ

__________________
Anonymous

Date:

Anonymous wrote:

ເລື່ອງ​ມັນ​ມີ​ຢູ່​ວ່າ​ໃນ​ຄ່ຳ​ຄືນ​ຂອງ ວັນ​ທີ່ 17 ຕຸລາ 2013 ຜ່ານ​ມາ​ນີ້​ໄດ້​ມີ ສິບ​ໂທ ທອງ​ສາ ປານ​ໄຊ​ຍະ​ວົງ ນັກຮຽນ​ຕຳຫລວດ​ເວີນ​ຄຳ ​ໄດ້​ເອົາ​ປື້ນ​ຂອງ​ພໍ່​ຊື່ ພັນ​ໂທ​ ຄຳ​ລຽນ ປານ​ໄຊ​ຍະ​ວົງ​ ມາກໍ່​ເຫດ​ຍິງ​ນັກຮຽນ ມ7 ຕາຍ ຂໍ​ຄຳປຶກສາ​ກັບ​ບັນດາ​ທ່ານຜູ້​ມີ​ປະສົບ​ການ​ວ່າ​ເຮົາ​ຈະ​ຕໍ່ສູ້​ກັບ​ອຳນາດ ​ແລະ ​ເສັ້ນສາຍ​ຂອງ​ຄາດ​ຕະກອນ​ຄົນ​ນີ້​ແນວ​ໃດ​ດີ​ຈີ່​ງຈະ​ຊະນະ ​ແລະ ​ໃຫ້​ຜູ້​ກະທຳ​ຜິດ​ໄດ້​ຖືກ​ລົງ​ໂທດ​ຢ່າງ​ສະ​ສົມ ​ໃນ​ຂໍ້​ຫາ​ຂ້າ​ຜູ້​ອື່ນ​ໂດຍ​ເຈດ​ຕະນາ ​ແລະ ວາງ​ແຜນ​ໄວ້ລ່ວງ​ໜ້າ ຖ້າ​ຄອບຄົວ​ຜູ້​ເສຍ​ຫາຍ​ບໍ່​ໄດ້​ຮັບ​ຄວາມ​ຍຸດຕິ​ທຳ​ເຮົາ​ຄວນ​ຈະ​ເຮັດ​ແນວ​ໃດ

        ເປັນໄປໄດ້ຍາກ ທີ່ວ່າຈະຊະນະຄົນມີອຳນາດໄດ້

__________________
Anonymous

Date:

ຈ້າງທະນາຍຄວາມດີໆ

ຄະດີນີ້ຊະນະແບບບໍ່ຕອ້ງສົງໃສ

ຂ່າຄົນຕາຍຕອ້ງຮັບໂທດຕາມກົດໝາຍ.

ກົງກັນຂ້າມລູກນາຍພົນ ນາຍພັນຈຳຕອ້ງຮັບໂທດໜັກກວ່າເກົ່າ.

 ແມ່ນຄວາມເຈົ້າເວົ້າອີຫຼີ ພໍ່ອາວ

__________________
Anonymous

Date:

ຖ້າ​ລູກ​ຜູ້​ມີ​ນຳ​ນາດ​ເຮັດ​ຜິດ​ແລ້ວ​ບໍ່​ຖືກ​ລົງ​ໂທດ​ເຮົາ​ຈະ​ຢູ່​ຮ່ວມ​ໂລກ​ກັນ​ບໍ່​ໄດ້​ອີກ ແມ່ນ​ວ່າ​ໃຜ​ກໍ່​ຕາມ​ເມື່ອ​ເຮັດ​ຜິດ​ກໍ່​ຕ້ອງຍອມ​ຮັບ​ໃນ​ກະ​ຕິ​ກາ ຫລື ກົດ​ໝາຍ​ທີ່​ເທົ່າ​ທຽມ​ກັນ ຖ້າ​ກົດ​ໝາຍ​ມັນ​ບໍ່​ມີ​ຄ່າ​ເທົ່າ​ກັບ​ກົດ​ໝູ່​ ເປັນ​ຫ​ຍັງ​ຈີ່ງ​ຕ້ອງ​ມີ​ກົດ​ໝາຍ

__________________
Anonymous

Date:

ຖ້າ​ລູກ​ຜູ້​ມີ​ອຳ​ນາດ​ເຮັດ​ຜິດ​ແລ້ວ​ບໍ່​ຖືກ​ລົງ​ໂທດ​ເຮົາ​ຈະ​ຢູ່​ຮ່ວມ​ໂລກ​ກັນ​ບໍ່​ໄດ້​ອີກ ແມ່ນ​ວ່າ​ໃຜ​ກໍ່​ຕາມ​ເມື່ອ​ເຮັດ​ຜິດ​ກໍ່​ຕ້ອງຍອມ​ຮັບ​ໃນ​ກະ​ຕິ​ກາ ຫລື ກົດ​ໝາຍ​ທີ່​ເທົ່າ​ທຽມ​ກັນ ຖ້າ​ກົດ​ໝາຍ​ມັນ​ບໍ່​ມີ​ຄ່າ​ເທົ່າ​ກັບ​ກົດ​ໝູ່​ ເປັນ​ຫ​ຍັງ​ຈີ່ງ​ຕ້ອງ​ມີ​ກົດ​ໝາຍ

__________________
Anonymous

Date:

ໃຊ້ລະບົບໃກ່ເກັ່ຍ ຊຶ່ງກອ່ນອື່ນຕອ້ງໄດ້ເສັຍຄ່າຫົວ 

ຊອ່ຍມຽ້້ນສົບສົ່ງສະການ

ຖ້າອີກຝ່າຍຍິນຍອມທາງແພ່ງແລວ້ 

ສວ່ນທາງອາຍາແມ່ນເລື້ອງຂອງເຈົ້າຫນ້າທີ່ ແລະສານ

ສວ່ນທະນາຍຄວາມນັ້ນ ເຊົາຄິດ

__________________
Anonymous

Date:

ເມືອງໃຊທານີ ເປັນເມືອງແຫ່ງ

ຮ້ານກິນດື່ມແລະບັນເທິງຫລາຍທີ່ສຸດ ນັບແຕ່ສີເກີດຮອດ 450 ປີ  ຕາມທາງ 13 ໄຕ້ ຕາມທາງ ເລກ 10 

ດ້ານຫລັງດົງໂດກ ໄປຕາມທາງຕັດໃຫມ່ຮອດ ໂນນສະອາດ ອຸດົມຜົນ

ຕາມຮ້ານກິນດື່ມນັ້ນມີແຕ່ເດັກນັກຮຽນ ສາວໂຮງງານ 

ມີການປຸ້ນຈີ້ ຂີ້ລັກເປັນປະຈຳ ຢາບ້າແຜ່ ເປັນວົງກວ້າງທົ່ວໄປ

ໄດ້ຍິນເລື້ອງຄະດີຄາດຕະກຳໂຫດຕະຫລອດ 

ແລວ້ 

ສີປອ່ຍແບບນີ້ຕໍ່ໄປຫວາ

__________________
Anonymous

Date:

Anonymous wrote:

ຖ້າ​ລູກ​ຜູ້​ມີ​ອຳ​ນາດ​ເຮັດ​ຜິດ​ແລ້ວ​ບໍ່​ຖືກ​ລົງ​ໂທດ​ເຮົາ​ຈະ​ຢູ່​ຮ່ວມ​ໂລກ​ກັນ​ບໍ່​ໄດ້​ອີກ ແມ່ນ​ວ່າ​ໃຜ​ກໍ່​ຕາມ​ເມື່ອ​ເຮັດ​ຜິດ​ກໍ່​ຕ້ອງຍອມ​ຮັບ​ໃນ​ກະ​ຕິ​ກາ ຫລື ກົດ​ໝາຍ​ທີ່​ເທົ່າ​ທຽມ​ກັນ ຖ້າ​ກົດ​ໝາຍ​ມັນ​ບໍ່​ມີ​ຄ່າ​ເທົ່າ​ກັບ​ກົດ​ໝູ່​ ເປັນ​ຫ​ຍັງ​ຈີ່ງ​ຕ້ອງ​ມີ​ກົດ​ໝາຍ

 ມີກົດຫມາຍຢູ່ຈິງ ແຕ່ຄົນທຸກຈົນນຳໃຊ້ກົດຫມາຍໄດ້ຍາກ ເພາະວ່າມັນເວົ້າເຖິງເລື່ອງເງິນແລະເສັ້ນສາຍ ເຂົ້າເຖິງກົດຫມາຍໄດ້ຍາກທີ່ສຸດ ອຸກອັ່ງນຳຫລາຍໆ

 ນິ້ແມ່ນຄະດີຄາດຕະກຳ

ຖ້າມີພະຍານຫລັກຖານຄົບ ຊິແມ່ນລູກບັກໃດກໍບໍລອດ

ຄັນແມ່ນຄະດີອື່ນມັນສາມາດຜອ່ນຜັນຕາມອຳນາດແລະເງີນຕາ

ຖ້າຄະດີຂ່າຄັນຍັງຜອ່ນຜັນກັນຢູ່ ລາວຈະກາຍເປັນ ປ ທ ເຖື່່ອນໄປເລີຍ.

__________________
Anonymous

Date:

ມີ​ຫລັກ​ຖານ​ພະ​ຍານ​ຄົບ ບັກ​ຄາດ​ຕະ​ກອນ​ມັນ​ນຳ​ໃຊ້​ອາ​ວຸດ​ ຫລື ປືນ​ທີ່​ມັນ​ໃຊ້​ເປັນ​ລູກ​ປືນ​ເຄ​ມີ​ທີ່​ເຂົາ​ໃຫ້​ສຳ​ລັບ​ຂ້າ​ຜູ້​ກໍ່​ການ​ຮ້າຍ ແຕ່​ມັນ​ກັບ​ເອົາ​ມາ​ຂ້າ​ຄົນ​ດີ ຜ່າຍ​ຜູ້​ຕາຍ​ມີ​ພະ​ຍານ​ຫລາຍກວ່າ 5 ຄົນ ແຕ່​ຝ່າຍ​ຄາດ​ຕະ​ກອນ​ມີ​ພະ​ຍານ​ທີ່​ຮ່ວມ​ຂະ​ບວນ​ການ 1 ຄົນ ຊື່​ເປັນ​ຕຳ​ຫລວດ​ຄື​ກັນ ແລະ ຮຽນ​ຢູ່​ເວີນ​ຄຳ​ຄື​ກັນ ຖ້າ​ເບີ່ງວ່າ​ຕຳ​ຫລວດ​ທີ່​ສືບ​ສວນ​ສອບ​ສວນ​ມີ​ຄວາມ​ເປັນ​ກາງ​ຫລື​ບໍ ແລະ ຈະ​ສຳ​ຫລຸບ​ສຳ​ນວນ​ຄະ​ດີ​ຕໍ່​ໄອ​ຍະ​ການ​ ແລະ ສານ ແບບ​ໃດ ຈະ​ເຫັນ​ທາດ​ແທ້​ຂອງ​ຕຳ​ຫລວດ​ໃນ​ອີກ​ບໍ່​ດົນ​ນີ້ ຖ້າ​ບໍ່​ມີ​ຄວາມ​ເປັນ​ທຳ ແລະ ເປັນ​ກາງ​ເຮົາ​ຄ່ອຍ​ວ່າ​ກັນ​ໃໝ່

__________________
Anonymous

Date:

ພວກເຮົາເອີ້ ໃນກົດໝາຍບ້ານເຮົານິນາ ມີກົດໝາຍໝົດ ແຕ່ວ່າ ກົດໝາຍບ້ານເຮົາມັນບໍ່ສັກຊິດ

__________________
Anonymous

Date:

Anonymous wrote:

ຈ້າງທະນາຍຄວາມດີໆ

ຄະດີນີ້ຊະນະແບບບໍ່ຕອ້ງສົງໃສ

ຂ່າຄົນຕາຍຕອ້ງຮັບໂທດຕາມກົດໝາຍ.

ກົງກັນຂ້າມລູກນາຍພົນ ນາຍພັນຈຳຕອ້ງຮັບໂທດໜັກກວ່າເກົ່າ.

 ຖ້າເວົ້າຕາມແງ່ກົດໝາຍກໍ່ຖືກຄວາມເຈົ້າ, ແຕ່ການຈະນຳໃຊ້ກົດໝາຍເພື່ອປະຕິບັດ

ຄວາມຍຸຕິທຳໃຫ້ແກ່ຜູ້ເສຍຫາຍນັ້ນມັນບໍ່ງ່າຍ,​ດັ່ງທີ່ຮູ້ກັນແລ້ວກົດໝາຍລາວ ແມ່ນກົດໝາຍ

ເອົາໃຈ ມີໄວ້ປະຕິບັດກັບຜູ້ບໍ່ມີທາງສູ້ ລະບຽບ ກົດໝາຍສ່ວນໃຫຍ່ມີແຕ່ຢູ່ໃນເຈ້ຍ. ທະນາຍໃນ

ເມືອງລາວບໍ່ແມ່ນທະນາຍແບບອິດສະຫລະຄືປະເທດເສລີເຂົາ ຕ້ອງຢູ່ພາຍໃຕ້ການຊີ້ນຳຂອງ

ກະຊວງຍຸຕິທຳ.

ຖ້າເວົ້າຕາມກົດໝາຍເຈົ້າຂອງປືນກໍ່ຕ້ອງໄດ້ຮັບໂທດຄືກັນ ເພາະບໍ່ແມ່ນຖືກປຸ້ນ ຖືກຊີງເອົາ

 ຄັນໄດ້ຂໍ້ມູນຈະແຈ້ງແນວນີ້ແລ້ວ ບໍ່ຕ້ອງຢ້ານເຂົາດອກ

ຢູ່ລາວບໍ່ຈຳເປັນຈ້າງທະນາຍກໍໄດ້ເພາະທະນາຍກໍໃຊ້ເງິນ

ພໍ່ລາວກະຜິດຄືກັນ

ຖ້າກ່ອນໜ້ານີ້ພໍ່ຂອງລາວໄດ້ແຈ້ງປືນເສັຍຫາຍ ລາວກໍຈະໄດ້ຖືກວິໃນທາງພໍ່ລາວເອງ ວ່າຮັກສາປືນບໍ່ໄດ້

ແຕ່ຖ້າພໍ່ລາວບໍ່ແຈ້ງເສັຍຫາຍກ່ອນເກີດເຫດ ພໍ່ລາວກໍຕ້ອງໄດ້ເຂົ້າຄະດີສົມຮູ້ຮ່ວມຄິດ

ຖ້າເຮັດແລ້ວຕ້ອງເຮັດໃຫ້ມັນເຖີງ

ເຈົ້ານາຍລະບອບໃດກໍມີຄົນດີຄົນຊົ່ວປົນກັນໄປນັ້ນລະ

ເຈົ້ານາຍຜູ້ເພີ່ນດີເປັນທຳເພີ່ນກໍຈະຊ່ວຍເຮົາຢູ່ດອກ,ຖ້າຄະດີບໍ່ໄປບໍ່ມາແລ້ວ

ຖ້າເຈົ້າຍາກຫລາຍກໍ ໄປຂໍເຫລົ່າຄວາມຈີງສູ່ລູງທອງສິງ ນາຍຍົກນັ້ນຟັງໂລດ

ຂ້ອຍລັບລອງວ່າ ລູງທອງສິງ ເພີ່ນກໍເປັນທຳ ເພີ່ນຈະຊ່ວຍເຈົ້າແນ່ນອນ ຄະດີນີ້ຕ້ອງມູ່ນອຸ້ຍປຸ້ຍໂລດ

ມັນຂື້ນກັບເຈົ້າເອງວ່າຈະກ້າໄປເຫລົ່າສູ່ເພີ່ນຟັງໄດ້ບໍລະທໍນັ້ນລະ

__________________
Anonymous

Date:

ຕອນນີ້​​ເຮົາ​ຕ້ອງລໍ​ເບີ່ງ​ພຶດ​ຕິ​ກຳ​ຂອງ​ຕຳ​ຫລວດ​ຢູ່​ວ່າ​ເຂົາ​ຈະ​ມາ​ແບບ​ໃດ ເພາະ​ພໍ່​ຂອງ​ຄາດ​ຕະ​ກອນ​ກໍ່​ເປັນ​ເຖິງ​ນາຍ​ພັນ​ໂທ ຢາກ​ຮູ້​ຄື​ກັນ​​ວ່າຂະ​ບວນ​ການ​ສອບ​ສວນ​ຂອງ​ຕຳ​ຫລວດ​ຈະ​ອອກ​ມາ​ແບບ​ໃດ ​ເຂົາຈະ​​​ໃຊ້ກົດ​ໝູ່ຊ່ວຍ​ເຫລືອ​ຕຳ​ຫລວດ​ຄື​ກັນ ຫລື ​ເຂົາ​ຈະ​ໃຊ້​ກົດ​ໝາຍ​ເພື່ອ​ເອົາ​ຜິດ​ກັບ​ຄາດ​ຕະ​ກອນ​ເພື່ອ​ສ້າງ​ຄວາມ​ເປັນ​ທຳ​ໃນ​ສັງ​ຄົມ ເຮົາ​ກໍ່​ຄົງ​ໄດ້​ຮູ້​ກັນ

__________________
Anonymous

Date:

ຄວາມຄືບໜ້າຂອງຄະດີນີ້ໄປຮອດໃສແລ້ວ ມີໃຜຮູ້ແລະມີຂໍ້

ມູນເຜີ້ມເຕີມອີກບໍ່? ຫວັງວ່າຄົງຈະບໍ່ມີກົດໝູ່ມາຢຽບກົດ

ໝາຍໃຫ້ຈົມຂີ້ຕົມລົງໄປແບບຜູ້ທີ່ຖືກຍິງຕາຍກາງຖະໜົນ

ຂ້າງຕະຫລາດທົ່ງຂັນຄຳຜ່ານມານັ້ນ, ຍັດຂໍ້ຫາໃຫ້ຜູ້ຕາຍວ່າ

ເປັນຄົນພານຂາຍຢາເສບຕິດ. ຄົງຈະບໍ່ໃສ່ຂໍ້ຫາໃຫ້ຜູ້ຖືກຍິງ

ຕາຍດ້ວຍນ້ຳມືແລະອາວຸດຂອງສອງພໍ່ລູກຕຳຫລວດຄູ່ນີ້ ວ່າ

ຜູ້ຕາຍເປັນຄົນພານແລະຄ້າຢາເສບຄິດອີກລະ.

__________________
Anonymous

Date:

ຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າ​ຫ​ຍັງ​ເທື່ອ ​ທັງ​ທີ່​ເວ​ລາ​ຜ່ານ​ໄປ 2 ອາ​ທິດ​ແລ້ວ ເພາະ​ຕອນນີ້​ບໍ່​ຮູ້​ວ່າ​ຕຳ​ຫລວດ​ດ້ວຍ​ກັນ​ກຳ​ລັງ​ຄິດ​ຈະ​ຊ່ວຍ​ຄາດ​ຕະ​ກອນ ຫລື ຈະ​ສ້າງ​ຄວາມ​ເປັນ​ທຳ​ໃຫ້​ກັບ​ສັງ​ຄົມ ແລະ ບັກ ສິ​ບ​ໂທ ທອງ​ສາ ນອກ​ຈາກ​ມັນ​ຈະ​ຂ້າ​ຄົນ​ອື່ນ​ໂດຍ​ເຈດ​ຕະ​ນາ​ແລ້ວ ມັນ​ຍັງໃຫ້​ການ​ກັບ​ຕຳ​ຫລວດ​ວ່າ​ຜູ້​ຕ່າຍ​ລູມ​ຕີ​ມັນ​ກ່ອນ​ມັນ​ຈີ່ງ​ຍີງ ແຕ່​ມັນ​ສວນ​ທາງ​ກັບ​ພະ​ຍານ​ທີ່​ເຫັນ​ເຫດ​ການ ພະ​ຍານ​ຫລາຍ​ຄົນ​ເວົ້າ​ກົງ​ກັນ​ວ່າ ບໍ່​ໄດ້​ລູມ​ຕີ ບັກ​ທອງ​ສາ ຖ້າ​ເຂົາ​ໄດ້​ລູມ​ຕີ ບັກ​ທອງ​ສາ ກ່ອນ ມັນ​ຄົງ​ບໍ່​ມີ​ໂອ​ກາດ​ໄດ້​ເອົາ​ປືນ​ພໍ່​ມັນ​ມາ​ຍີງ​ຄົນ​ອື່ນດອກ ຄອບ​ຄົວ ພັນ​ໂທ ຄຳ​ລຽນ ໂຄດ​ຊົ່ວ​ເລີຍ ມັນ​ບໍ່​ເຄີຍ​ຕິດ​ຕໍ່​ກັບ​ຄອບ​ຄົວ​ຜູ້​ເສຍ​ຫາຍ​ເລີຍ​ວ່າ​ຈະ​ລົມ​ກັນ​ແນວ​ໃດ ຫລື ແບ່ງ​ເບົາ​ຄວາມ​ທຸກ​​ໂສກຈາກ​ຄວາມ​ຄົວ​ຜູ້​ເສຍ​ຫາຍ​ເລີຍ ມັນ​ໂຄດ​ຊົວ​ບໍ່​ສົມ​ເປັນ​ຕຳ​ຫລວດ ແລະ ການ​ດຳ​ເນີນ​ການ​ຂອງ​ຕຳ​ຫລວດ​ກາ​ໂຄດ​ຊ້າ​ເລີຍ​ເປັນ​ເພາະ​ຕຳ​ຫລວດ​ເຮັດ​ຜິດນິ້​ບໍ ມັນ​ຈີ່ງ​ໄດ້​ຊ້າ ຊ້າ​ແບບນີ້

__________________
Anonymous

Date:

Anonymous wrote:

ຍາພ້າວຕີຕົວໄປກ່ອນໄຂ້ ປ່ອຍໃຫ້ຈົ້າໜ້າທີ່ເພິ່ນແກ້ໄຂໄປກ່ອນຖ້າບໍ່ສົມເຫດສົມຜົນຫຼືບໍ່ໄດ້ຮັບຄວາມຍຸດຕິທຳຄ່ອຍວ່າກັນ!

ຕາຍ...ດຽວນີ້ຄົນລາວເຮົາເວົ້ານຳກັນບໍ່3ບໍ່4ໃຈຮ້ອນຈົກປໍີນມາຍິງກັນຕາຍໂລ້ດເນາະ!!!
ອັນໃດເເນວບໍ່ດີລະພາກັນຮຽນໄວໄດ້ດີຂະໜ້າດເນາະ!ຕາໜ່າຍ!!!!

__________________
Anonymous

Date:

Anonymous wrote:
Anonymous wrote:

ເລື່ອງ​ມັນ​ມີ​ຢູ່​ວ່າ​ໃນ​ຄ່ຳ​ຄືນ​ຂອງ ວັນ​ທີ່ 17 ຕຸລາ 2013 ຜ່ານ​ມາ​ນີ້​ໄດ້​ມີ ສິບ​ໂທ ທອງ​ສາ ປານ​ໄຊ​ຍະ​ວົງ ນັກຮຽນ​ຕຳຫລວດ​ເວີນ​ຄຳ ​ໄດ້​ເອົາ​ປື້ນ​ຂອງ​ພໍ່​ຊື່ ພັນ​ໂທ​ ຄຳ​ລຽນ ປານ​ໄຊ​ຍະ​ວົງ​ ມາກໍ່​ເຫດ​ຍິງ​ນັກຮຽນ ມ7 ຕາຍ ຂໍ​ຄຳປຶກສາ​ກັບ​ບັນດາ​ທ່ານຜູ້​ມີ​ປະສົບ​ການ​ວ່າ​ເຮົາ​ຈະ​ຕໍ່ສູ້​ກັບ​ອຳນາດ ​ແລະ ​ເສັ້ນສາຍ​ຂອງ​ຄາດ​ຕະກອນ​ຄົນ​ນີ້​ແນວ​ໃດ​ດີ​ຈີ່​ງຈະ​ຊະນະ ​ແລະ ​ໃຫ້​ຜູ້​ກະທຳ​ຜິດ​ໄດ້​ຖືກ​ລົງ​ໂທດ​ຢ່າງ​ສະ​ສົມ ​ໃນ​ຂໍ້​ຫາ​ຂ້າ​ຜູ້​ອື່ນ​ໂດຍ​ເຈດ​ຕະນາ ​ແລະ ວາງ​ແຜນ​ໄວ້ລ່ວງ​ໜ້າ ຖ້າ​ຄອບຄົວ​ຜູ້​ເສຍ​ຫາຍ​ບໍ່​ໄດ້​ຮັບ​ຄວາມ​ຍຸດຕິ​ທຳ​ເຮົາ​ຄວນ​ຈະ​ເຮັດ​ແນວ​ໃດ

        ເປັນໄປໄດ້ຍາກ ທີ່ວ່າຈະຊະນະຄົນມີອຳນາດໄດ້

 ຍາກຫັຍງ,ຄັນຕໍ່າຫຼ່ວດຕັດສິນບໍ່ຍຸດຕິທຳພວກເຈົ້າກະເກນເອົາພໍ່ເເມ່ພີ່ນັອງໝູ່ຄູ່ໄກ້ໃກພາກັນຄະບວນໄປເດີນປະທ້ວງ
ຢູະຕ່ອນໜ້າປົດຕໍ່າຫຼ້ວດຫັ້ນເບິ່ງດຸ

__________________
Anonymous

Date:

Anonymous wrote:

ເລື່ອງ​ມັນ​ມີ​ຢູ່​ວ່າ​ໃນ​ຄຳ່​ຄືນ​ຂອງ ວັນ​ທີ່ 17 ຕຸລາ 2013 ຜ່ານ​ມາ​ນີ້​ໄດ້​ມີ ສິບ​ໂທ ທອງ​ສາ ປານ​ໄຊ​ຍະ​ວົງ ນັກຮຽນ​ຕຳຫລວດ​ເວີນ​ຄຳ ​ໄດ້​ເອົາ​ປື້ນ​ຂອງ​ພໍ່​ຊື່ ພັນ​ໂທ​ ຄຳ​ລຽນ ປານ​ໄຊ​ຍະ​ວົງ​ ມາກໍ່​ເຫດ​ຍິງ​ນັກຮຽນ ມ7 ຕາຍ ຂໍ​ຄຳປຶກສາ​ກັບ​ບັນດາ​ທ່ານຜູ້​ມີ​ປະສົບ​ການ​ວ່າ​ເຮົາ​ຈະ​ຕໍ່ສູ້​ກັບ​ອຳນາດ ​ແລະ ​ເສັ້ນສາຍ​ຂອງ​ຄາດ​ຕະກອນ​ຄົນ​ນີ້​ແນວ​ໃດ​ດີ​ຈີ່​ງຈະ​ຊະນະ ​ແລະ ​ໃຫ້​ຜູ້​ກະທຳ​ຜິດ​ໄດ້​ຖືກ​ລົງ​ໂທດ​ຢ່າງ​ສະ​ສົມ ​ໃນ​ຂໍ້​ຫາ​ຂ້າ​ຜູ້​ອື່ນ​ໂດຍ​ເຈດ​ຕະນາ ​ແລະ ວາງ​ແວນ​ໄວ​ລ່ວງ​ໜ້າ ຖ້າ​ຄອບຄົວ​ຜູ້​ເສຍ​ຫາຍ​ບໍ່​ໄດ້​ຮັບ​ຄວາມ​ຍຸດຕິ​ທຳ​ເຮົາ​ຄວນ​ຈະ​ເຮັດ​ແນວ​ໃດ

 Same thing happened when Lao Royal Government were in the power, What is a different ?

__________________
Anonymous

Date:

ຄັນວ່າແມ່ນລູກປະຊາຊົນທຳມະດາສາມັນ ຫລືຜູ້ຕາຍ ເອົາປືນ

ພໍ່ (ພໍ່ເປັນກອງຫລອນຈຶ່ງມີປືນ ຕົວຢ່າງ) ມາຍິງທ້າວທອງສາ

ປານໄຊຍະວົງ ຕາຍ, ປານນ້ຜູ້ຕາຍນັ້ນຖືກພໍ່ທ້າວທອງສາຈັບ

ໄປຂັງຄຸກໄວ້ແລ້ວ, ກ່ອນສານຕັດສິນ, ແຕ່ຕອນຫລັງເກີດເຫດພຸ້ນ.

__________________
Anonymous

Date:

ຂ້ອຍເອົາຮູບພາບການສອບສອນຄະດີຂອງຕຳຫລວດລົງບໍ່ເປັນມີສອງຄະດີທີ່ຕຳຫລວດເມືອງໄຊທານີສອບສວນຄະດີບັກທອງສາຂ້າຄົນຕາຍຕຳຫລວດໃຫ້ມັນນັ່ງແບບສະບາຍມີນ້ຳາດື່ມກາຫົວເສືອໃຫ້ມັນດື່ມເປັນ​ຫ​ຍັງ​ຈີ່ງ​ບໍ່​ເອົາ​ເບຍ​ປອງ​ໃຫ້​ມັນ​ເລີຍ​ຈັກ​ປອງ ແຕ່​ອີກ​ຄະ​ດີ​ໜື່ງ​ຕຳ​ຫລວດ​ໃຫ້​ຜູ້​ຕ້ອງ​ຫາ​ນັ່ງ​ຕິດ​ກັບ​ພື້ນ​ຊີ​ມັງທັງໆ​ທີ່​ການ​ສອບ​ສວນ​ຢູ່​ຫ້ອງ​ດຽວ​ເວ​ລາ​ດຽວ​ກັນ​ແລະຂ້ອຍ​ຖາມ​ຕຳ​ຫລວດ​ວ່າ​ຕອນນີ້ເປັນ​   ຫ​ຍັງ​ຈີ່ງ​ບໍ່​ເອົາສິບ​ໂທທອງ​ສາໄປ​ຄັງ​ຄຸກ​ເໝືອນ​ກັບ​ຜູ້​ຕ້ອງ​ຫາ​ທົ່ວ​ໄປຕຳ​ຫລວດ​ຜູ້ນັ້ນ​ຕອບ​ຂ້ອຍວ່າລໍ​ຖ້າ​ສານ​ຕັນ​ສິນ​ກ່ອນ​ຈັ່ງ​ຊີ​ຍ້າຍ​ມັນ​ໄປ​ເຂົ້າ​ຄຸກຕອນນີ້​ເອົາ​ມັນ​ໄວ້​ຢູ່​ນະ​ຄອນ​ບານນີ້​ກ່ອນອີກ​ຄະ​ດີ​ນື່ງ​ເປັນ​ຄະ​ດີ​ອຸ​ປະ​ຕິ​ເຫດ​ລົດ​ຕຳ​ກັນ​ຕາຍ​ແຕ່​ຕຳ​ຫລວດ​ຊຳ​ພັດ​ເອົາ​ຈຳ​ເລີຍ​ຫລືຜູ້​ຕ້ອງ​ຫາໄປ​ຄັງ​ໄວ້​ກັບ​ນັກ​ໂທດ​ທົ່ວ​ໄປ​ຢູ່​ໃນ​ຄຸກ​ແຖວ​ໂພນ​ຕ້ອງ​​​ເປັນ​ຫ​ຍັງ​ຕຳ​ຫລວດ​ຈີ່ງ​ເຮັດ​ສອງ​ມາດ​ຕະ​ຖານ​ແບບນີ້ຫລືຄະ​ດີ​ຄາດ​ຕະ​ກຳ​ຜູ້​ອື່ນ​ໂດຍ​ເຈດ​ຕະ​ນາມັນ​ບໍ່​ໜັກ​ເທົ່າ​ຄະ​ດີ​ອຸ​ປະ​ຕິ​ເຫດ​ວາ

 ອັນນີ້ແລ້ວທີ່ໂລກເຂົາເອີ້ນວ່າ ກົດໝູ່ ຜູ້ໃຫຍ່ແລະລູກທີ່ມີອຳນາດແມ່ນກໍ່ເຫດ: ຂ້າຄົນຕາຍ ຂາຍຢາບ້າ

ຄ້າຜູ້ຍິງ ຊິງຂອງລັດ ອັດພາສີ ໜີທະຫານ ມານສັງຄົມ ແລະກະທຳສິ່ງທີ່ຜິດກົດໝາຍອື່ນໆແມ່ນບໍ່ມີກົດ

ມາຕາໃດສາມາດນຳມາດຳເນີນຄະດີຕາມຂະບວນການຍຸຕິທຳໄດ້ ເພາະພວກເຂົາມີເສັ້ນສາຍທີ່ມີອຳນາດ

ແລະຢູ່ພາຍໃຕ້ ກົດໝູ່ ແຕ່ຢູ່ເໜືອ ກົດໝາຍ, ເຫດການດັ່ງທີ່ກ່າວມານີ້ແມ່ນກາຍມາເປັນປະເພນີໃນ

ປະເທດຂອງພວກເຮົາແລ້ວ.

ສ່ວນຄະດີອຸບັດເຫດລົດຕຳກັນຕາຍນັ້ນ ຖ້າຄູ່ກໍລະນີຜູ້ບໍ່ຕາຍບໍ່ເມົາເຫຼົ້າຂັບລົດຈົນເປັນເຫດໃຫ້ເກີດອຸປະ

ຕິເຫດເຖິງແກ່ຊິວິດຄົນອື່ນກໍບໍ່ເຖິງຂັ້ນຈະໄດ້ຕິດຄຸກຖ້າວ່າຢູ່ປະເທດທີ່ມີກົດໝາຍສັກສິດ ເພາະເປັນເຫດ

ສຸດວິໄສທີ່ບໍ່ຄາດຄິດແລະບໍ່ມີເຈດຕະນາ, ຖ້າບໍ່ມີປະກັນໄພແມ່ນແນ່ນອນຕ້ອງຕິດຄຸກ.

__________________
Anonymous

Date:

Anonymous wrote:

ຈ້າງທະນາຍຄວາມດີໆ

ຄະດີນີ້ຊະນະແບບບໍ່ຕອ້ງສົງໃສ

ຂ່າຄົນຕາຍຕອ້ງຮັບໂທດຕາມກົດໝາຍ.

ກົງກັນຂ້າມລູກນາຍພົນ ນາຍພັນຈຳຕອ້ງຮັບໂທດໜັກກວ່າເກົ່າ.

 ຝັນໄປເຖີດ, ຢູ່ເມືອງໃດປະເທດໃດ? ລູກຫຼານຄົນມີອິດທິພົນມີອຳນາດເຮັດຜິດແລ້ວໄດ້ເຂົ້າຄູຸກໂດຍສະເພາະຢູ່ ສປປລາວ,ວຽດນາມ,ກຳປູເຈຍ,ໄທຍ,ພະມ້າ,ອິນໂດແລະຟີລິບປິນ?
ຢູ່ປະເທດເຫຼົ່ານີ້ລູກຫຼານຄົນມີອິດທິພົນມີອຳນາດເຮັດຜິດແລ້ວບໍ່ໄດ້ເຂົ້າຄູຸກດອກ ເພີໆຜູ້ຈັບຖືກ ເດັ້ງ ຈາກໜ້າທີສຳ

__________________
Anonymous

Date:

​ການ​ເຮັດ​ຊົ່ວ​ສ່ວນ​ໃຫ່​ຍ​ແມ່ນ​ລູກ​ຄົນ​ມີ​ເສັ້ນ​ໃຫ່​ຍ ຫລື ລູກ​ຄົນ​ມີ​ອິດ​ທິ​ພົນ ສ່ວນ​ລູກ​ປະ​ຊາ​ຊົນ​ທຳ​ມະ​ດາ​ເຂົາ​ກໍ່​ຍັງ​ມີ​ຄວາມ​ຢ້ານກວາ​ຕໍ່​ກົດ​ໝາຍ ແລະ ໂອ​ກາດທີ່​ຈະ​ເຮັດ​ຜິດ​ກໍ່​ມີ​ນ້ອຍ ຖ້າ​ລູກ​ປະ​ຊາ​ຊົນ​ທຳ​ມະ​ດາ​ເຮັດ​ຜິດ​ຄະ​ດີ​ເດີນ​ແມ່ນ​ແລ່ນ​ສະ​ດວກ​ປານ​ຕິດ​ຈະ​ລວດ ບ​າດ​ລູກ​ເຈົ້າ​ລູກ​ນາຍ​ເຮັດ​ຜິດ​ຄະ​ດີ​ເດີນ​ຊ້າ​ຍີ່ງກວ່າ​ເຕົ່າ ທຸກມື້ນີ້​ຜູ້​ທີ່​ທຳ​ລາຍ​ຂະ​ບວນ​ການ​ຍຸດ​ຕິ​ທຳ​ກໍ່​ລ້ວນ​ແຕ່​ແມ່ນຜູ້​ມີ​ອຳ​ນາດ ຫລື ອິດ​ທິ​ພົນ ຖ້າບ້ານ​ເຮົາ​ຍັງ​ຝືນ​ເປັນ​ແບບນິ້​ຕໍ​ໄປ​ເຮົາ​ຈະ​ຢູ່​ຮ່ວມ​ກັນ​ຢ່າງ​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ

        ເຈົ້ານາຍຂີ້ຫນ້າ ສັນດານຊົ່ວພາກຫມາໄປອີກ ບໍ່ມີດີຫຍັງດອກ ລູກປະຊາຊົນຄົນທຳມະດາ ບໍ່ມີເງິນ ຢ້ານເລີຍບໍ່ຄ່ອຍທຳຜິດ

__________________
Anonymous

Date:

ລູກນາຍຕຳຫລວດທີ່ເປັນຄາດຕະກອນຂ້າຄົນຕາຍດ້ວຍປືນຂອງພໍ່

ຕົນເອງຍັງລອຍນວນແລະສືບຕໍ່ໜ້າທີ່ຜູ້ຮັກສາກົດໝາຍຢູ່ເໝືອນ

ເດີມເໝືອນດັ່ງຜູ້ກ່ຽວບໍ່ໄດ້ກໍ່ຄະດີຂ້າຄົນຕາຍເລີຍ.

ບໍ່ໜ້າເຊື່ອວ່າກົດໝາຍຂອງ ສປປລ ຈະບໍ່ມີຄວາມສັກສິດແລະໃຊ້

ກັບຄົນທີ່ມີອຳນາດບໍ່ໄດ້ແບບນີ້. ບາດປະຊາຊົນຜູ້ບໍ່ມີອຳນາດແມ່ນ

ບໍ່ມີການຕັດສິນຈາກສານເລີຍ ຈັບໂຍນເຂົ້າຄຸກຫລືເອົາໄປເປັນກຳ

ມະກອນງົມຫອຍຢູ່ ບໍລິສັດຫອຍແກ້ງຍາງຈຳກັດ ທຸກລາຍ.

__________________
Anonymous

Date:

ຄາດ​ຕະ​ກອນ​ຄົນ​ນີ້​ມັນ​ເປັນ​ເຖິງ​ຕຳ​ຫລວດ ສິບ​ໂທ ທອງ​ສາ ພໍ່​ມັນ​ຊື່ ພັນ​ໂທ ຄຳ​ລຽນ ປານ​ໄຊ​ຍະ​ວົງ ບ້ານ​ມັນ​ຢູ່​ແຂວງວຽງ​ຈັນ ສິບ​ໂທ ສົ້ນ​ຕີນ ຄົນ​ນີ​ມັນ​ເປັນ​ນັກ​ຮຽນ​ຢູ່ ເວີນ​ຄຳ ມັນ​ໂຄດ​ຊົວ​ທີ່​ສຸດ​ ມັນ​ຫາ​ເລື່ອງ​ທະ​ເລາະ​ວິ​ວາດ ​ຂ້າ​ຄົນ​ອື່ນ​ໂດຍ​ເຈດ​ຕະ​ນາແລະ ​ມີ​ການວາງ​ແຜນ​​ໄວ້​ລ່ວງ​ໜ້າ ຕາມ​ປົກ​ກະ​ຕິ​ເປັນ​ນັກ​ຽນ​ໂຮງ​ຮຽນ​ເວີນ​ຄຳ ເຂົາ​ບໍ່​ໃຫ້​ຖື​ປືນ​ຢູ່​ແລ້ວ ​ດຽວນີ້​ທັງ​ໂຮງ​ຮຽນ ແລະ ຄອບ​ຄົວ​ຄາດ​ຕະ​ກອນ​ຍັງ​ບໍ່​ມີ​ທ່າ​ທີ​ວ່າ​ຈະ​ມາ​ສະ​ແດງ​ຄວາມ​ຮັບ​ຜິດ​ຊອບ​ໃດໆ​ເລີຍ

__________________
Anonymous

Date:

ຢູ່ໃສກົດໝາຍອັນທີ່ວ່າສັກສິດຂອງລາວນັ້ນ ຄືບໍ່ເຫັນນຳເອົາສອງ

ພໍ່ລູກນີ້ໄປດຳເນີນຄະດີ? ເຫັນສອງພໍ່ລູກນີ້ຢູ່ກິນກັນແບບປົກກະ

ຕິຄືບໍ່ໄດ້ໄປຂ້າໃຜຕາຍນີ້ລະ. ຖ້າກົດໝາຍບໍ່ເປັນກົດໝາຍ ຜູ້ທີ່ມີ

ອຳນາດກໍດູທ່າງຂ້າຄົນປະຊາຊົນສາມັນທຳມະດາຢ່າງບໍ່ມີຄວາມຜິດ

ຕົ້ວ ຫລືວ່າກົດໝາຍລາວເປັນກົດໝາຍຄຸ້ມກັນແຕ່ຜູ້ທີ່ມີອຳນາດ

ແລະອິດທິພົນເທົ່ານັ້ນເບາະ?

__________________
Anonymous

Date:

ການແບ່ງແຍກທາງຊົ້ນຊັ້ນຂອງລາວເຫັນໃດ້ຢ່າງຊັດເຈນຍີ່ງຂື້ນ ລະຫວ່າງປະຊາຊົນ ກັບຜູ້ກຳອຳນາດລັດ ໃນກໍລະນີດັ່ງກ່າວ ຕຳຫລວດແທນທີ່ຈະຊ່ວຍປະຊາຊົນຜູ້ເສຍຫາຍ ແຕ່ດັນໄປປົກປ້ອງຄົນກຳທຳຜິດ ຊອກຫາທຸກວິທີເພື່ອຊ່ວຍຄອບຄົວຕຳຫລວດຄືກັນຈາກໂທດນັກໃຫ້ເປັນເບົາ ທຸກມື້ນີຕຳຫລວດບໍ່ເປັນທີ່ເພີ່ງຂອງປະຊາຊົນໄດ້ອີກແລ້ວ ເພາະເຂົາເລືອກປະຕິບັດຢ່າງເຫັນໃດ້ຊັດເຈນ

__________________
Anonymous

Date:

Anonymous wrote:

ຂ້ອຍເອົາຮູບພາບການສອບສອນຄະດີຂອງຕຳຫລວດລົງບໍ່ເປັນມີສອງຄະດີທີ່ຕຳຫລວດເມືອງໄຊທານີສອບສວນຄະດີບັກທອງສາຂ້າຄົນຕາຍຕຳຫລວດໃຫ້ມັນນັ່ງແບບສະບາຍມີນ້ຳາດື່ມກາຫົວເສືອໃຫ້ມັນດື່ມເປັນ​ຫ​ຍັງ​ຈີ່ງ​ບໍ່​ເອົາ​ເບຍ​ປອງ​ໃຫ້​ມັນ​ເລີຍ​ຈັກ​ປອງ ແຕ່​ອີກ​ຄະ​ດີ​ໜື່ງ​ຕຳ​ຫລວດ​ໃຫ້​ຜູ້​ຕ້ອງ​ຫາ​ນັ່ງ​ຕິດ​ກັບ​ພື້ນ​ຊີ​ມັງທັງໆ​ທີ່​ການ​ສອບ​ສວນ​ຢູ່​ຫ້ອງ​ດຽວ​ເວ​ລາ​ດຽວ​ກັນ​ແລະຂ້ອຍ​ຖາມ​ຕຳ​ຫລວດ​ວ່າ​ຕອນນີ້ເປັນ​   ຫ​ຍັງ​ຈີ່ງ​ບໍ່​ເອົາສິບ​ໂທທອງ​ສາໄປ​ຄັງ​ຄຸກ​ເໝືອນ​ກັບ​ຜູ້​ຕ້ອງ​ຫາ​ທົ່ວ​ໄປຕຳ​ຫລວດ​ຜູ້ນັ້ນ​ຕອບ​ຂ້ອຍວ່າລໍ​ຖ້າ​ສານ​ຕັນ​ສິນ​ກ່ອນ​ຈັ່ງ​ຊີ​ຍ້າຍ​ມັນ​ໄປ​ເຂົ້າ​ຄຸກຕອນນີ້​ເອົາ​ມັນ​ໄວ້​ຢູ່​ນະ​ຄອນ​ບານນີ້​ກ່ອນອີກ​ຄະ​ດີ​ນື່ງ​ເປັນ​ຄະ​ດີ​ອຸ​ປະ​ຕິ​ເຫດ​ລົດ​ຕຳ​ກັນ​ຕາຍ​ແຕ່​ຕຳ​ຫລວດ​ຊຳ​ພັດ​ເອົາ​ຈຳ​ເລີຍ​ຫລືຜູ້​ຕ້ອງ​ຫາໄປ​ຄັງ​ໄວ້​ກັບ​ນັກ​ໂທດ​ທົ່ວ​ໄປ​ຢູ່​ໃນ​ຄຸກ​ແຖວ​ໂພນ​ຕ້ອງ​​​ເປັນ​ຫ​ຍັງ​ຕຳ​ຫລວດ​ຈີ່ງ​ເຮັດ​ສອງ​ມາດ​ຕະ​ຖານ​ແບບນີ້ຫລືຄະ​ດີ​ຄາດ​ຕະ​ກຳ​ຜູ້​ອື່ນ​ໂດຍ​ເຈດ​ຕະ​ນາມັນ​ບໍ່​ໜັກ​ເທົ່າ​ຄະ​ດີ​ອຸ​ປະ​ຕິ​ເຫດ​ວາ

 ຂໍອາໄລນຳຄອບຄົວຜູ່ປະສົບເຫດ ແລະຂໍໃຫ້ຄະດີເປັນໄປຕາມຂະບວນການຍຸດຕິທຳດ້ວຍ

__________________
Anonymous

Date:

ຄັນເຈົ້າໜ້າທີ່ບໍ່ດໍາເນີນຄະດີ...

ລອງຂຽນຄໍາຮ້ອງທຸກໄປຍັງສພາແຫ່ງຊາດເບີ່ງ ເພີ່ນມີໜ່ວຍງານຕິດຕາມກວດກາ.

__________________
Anonymous

Date:

ເປັນຄວາມຄິດເຫັນທີ່ດີຫລາຍ 

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard