Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂໍຮ້ອງຜູ້ໃຊ້ສື່ອອນລາຍຄວນນຳສະເຫນີໃນທາງສ້າງສັນ
ຊົນຊາວລາວ

Date:
ຂໍຮ້ອງຜູ້ໃຊ້ສື່ອອນລາຍຄວນນຳສະເຫນີໃນທາງສ້າງສັນ

ພາຍຫລັງເກີດໂສກນາດຕະກຳເຮືອບິນໂດຍສານລຸ້ນ ATR 72-600 ຖ້ຽວບິນ QV 301 ສາຍທາງວຽງຈັນ-ປາກເຊ ຂອງລັດວິສາຫະກິດການບິນລາວ ຕົກລົງແມ່ນ້ຳຂອງໃນວັນທີ 16 ຕຸລາຜ່ານມານີ້, ນັບວ່າເປັນເຫດການສູນເສຍຄັ້ງປະຫວັດສາດຕໍ່ຊີວິດ ແລະ ຊັບສິນ ທີ່ບໍ່ເຄີຍເກີດຂຶ້ນໃນ ສປປ ລາວ ຄື ມີຜູ້ເສຍຊີວິດທັງໝົດ 49 ຄົນ, ໃນນັ້ນຜູ້ໂດຍສານ 44 ຄົນ ແລະ ຈຸບິນອີກ 5 ຄົນ. ເຫດການດັ່ງກ່າວໄດ້ສ້າງຄວາມເສົ້າສະຫລົດໃຈໃຫ້ກັບຍາດພີ່ນ້ອງຂອງຜູ້ເຄາະຮ້າຍລວມເຖິງປະຊາຊົນໃນ ທົ່ວປະເທດ ແລະ ບັນດາປະເທດເພື່ອນມິດທີ່ໄດ້ຮັບຊາບຂ່າວອຸປະຕິເຫດດັ່ງກ່າວ ແລະ ມີຫລາຍປະເທດກໍໄດ້ໃຫ້ການຊ່ວຍເຫລືອໃນການເຂົ້າມາເກັບກູ້ຊາກຜູ້ເສຍຊີວິດ ແລະ ຊາກເຮືອບິນຈົນສາມາດຮູ້ໄດ້ເຖິງສາເຫດທີ່ແທ້ຈິງຂອງການເກີດອຸປະຕິເຫດຄັ້ງນີ້. ແນວໃດກໍຕາມໃນທ່າມກາງທີ່ທົ່ວສັງຄົມພວມຢູ່ໃນບັນຍາກາດແຫ່ງ ຄວາມໂສກເສົ້າສະຫລົດໃຈ ແລະ ພ້ອມກັນໄວ້ອາໄລໃຫ້ກັບຜູ້ເສຍຊີວິດໃນເຫດການຄັ້ງນີ້ ເຊິ່ງນອກຈາກສັງຄົມໄດ້ຮັບຊາບ ຄວາມຄືບໜ້າໃນການເກັບກູ້ຊາກສົບຜູ້ເສຍຊີວິດ ແລະ ຊາກເຮືອບິນຜ່ານທາງພາຫະນະສື່ມວນຊົນປະເພດຕ່າງໆທັງພາຍໃນ ແລະ ຕ່າງປະເທດແລ້ວນັ້ນເຟດບຸກ (Facebook) ກໍແມ່ນສື່ອອນລາຍໜຶ່ງທີ່ສັງຄົມມີການຊົມໃຊ້ກັນຢ່າງແຜ່ຫລາຍ ແລະ ສາມາດນຳສະເໜີຮູບພາບ ແລະ ເຫດການຕ່າງໆທີ່ເກີດຂຶ້ນໃນສັງຄົມໄດ້ຢ່າງວ່ອງໄວລວມເຖິງເຫດການເຮືອບິນຕົກຢູ່ແຂວງຈຳປາສັກ ກໍແມ່ນເຫດການໜຶ່ງທີ່ຜູ້ຊົມໃຊ້ສື່ອອນລາຍດັ່ງກ່າວໄດ້ມີການນຳຮູບພາບຕ່າງໆເຜີຍແຜ່ລົງຢ່າງແຜ່ຫລາຍເຊິ່ງບາງຮູບພາບກໍມີຄວາມຈິງ ແລະ ເໝາະສົມ, ແຕ່ສ່ວນໜຶ່ງແມ່ນບໍ່ມີຄວາມຈິງ ແລະ ບໍ່ເໝາະສົມ ໂດຍສະເພາະແມ່ນການເອົາຮູບພາບຊາກສົບທີ່ບໍ່ສົມບູນຕ່າງໆ.

     ຕໍ່ບັນຫາດັ່ງກ່າວ ໃນວັນທີ 18 ຕຸລານີ້, ຢູ່ຫ້ອງວ່າການລັດຖະບານ, ນະຄອນຫລວງວຽງຈັນ ທ່ານ ເພັດສາຄອນ ຫລວງອາໄພ ລັດຖະມົນຕີຊ່ວຍວ່າການຫ້ອງ ວ່າການລັດຖະບານໄດ້ຕາງໜ້າ ລັດຖະບານອອກມາຮຽກຮ້ອງ ຜ່ານສື່ມວນຊົນ ເພື່ອ ຊ່ວຍໃນການໂຄສະນາປຸກລະດົມໃຫ້ທົ່ວສັງຄົມ ກໍຄືຜູ້ທີ່ນຳໃຊ້ອຸປະກອນເຄື່ອງມືໄອທີທີ່ທັນສະໄໝຕ່າງໆ ບໍ່ວ່າຈະເປັນກ້ອງວີ ດີໂອ, ກ້ອງຖ່າຍຮູບ ຫລື ບັນດາສະມາດໂຟນທີ່ມີການຊົມໃຊ້ໃນສື່ອອນລາຍທີ່ໄດ້ເກັບກຳ ແລະ ຖ່າຍພາບກ່ຽວກັບເຫດການຂອງໂສກນາດຕະກຳຄັ້ງນີ້ຂໍໃຫ້ນຳໃຊ້ແຕ່ຮູບທີ່ມີຄຸນຄ່າ, ມີປະໂຫຍດຕໍ່ສິ່ງທີ່ດີງາມ, ຖ້າເຫັນວ່າຮູບໃດບໍ່ມີມູນຄວາມຈິງ ຫລື ເປັນອັນບໍ່ເໝາະສົມທີ່ຈະນຳສະເໜີຕໍ່ສັງຄົມກໍບໍ່ຄວນກະທຳເດັດຂາດໂດຍສະເພາະບັນດາຮູບພາບຂອງສາກສົບຜູ້ເສຍຊີວິດຈາກເຫດການຍົນຕົກນັ້ນ ຖ້າເຫັນວ່າບໍ່ເໝາະສົມກໍບໍ່ຄວນເຜີຍແຜ່ລົງສື່ອອນລາຍ ເພາະເປັນການຊ້ຳເຕີມຄວາມສູນເສຍ ແລະ ບໍ່ເຄົາລົບສົບຜູ້ເສຍຊີວິດ. ສະນັ້ນ, ຈຶ່ງຮຽກຮ້ອງທຸກຄົນ ທີ່ນຳໃຊ້ເຄື່ອງມືດັ່ງກ່າວໃຫ້ມີສະຕິ ແລະ ມີຄວາມຮັບຜິດຊອບສູງ.
 
ຂອບໃຈຂ່າວຄຸນນະພາບຈາກ ລາວພັດທະນາ http://laophatthananews.blogspot.com/2013/10/blog-post_9404.html#more
 
__________________
Anonymous

Date:
RE: ຂໍຮ້ອງຜູ້ໃຊ້ສື່ອອນລາຍຄວນນຳສະເຫນີໃນທາງສ້າງສັນ

ເຫັນດີນໍາທີ່ສຸດດດດດດດ no

__________________
Anonymous

Date:

ຈະວ່າຂ້ອຍຕ້ານກໍເຊີນວ່າໂລດເດີ້ ເພາະວ່າຂ້ອຍບໍ່ເຫັນແນວໃດທີ່ຄົນ Posted ຂ່າວແລະຮູບ

ຂອງຜູ້ເຄາະຮ້າຍລົງສື່ Online ວ່າເປັນການຊ້ຳເຕີມແລະບໍ່ໃຫ້ກຽດແກ່ຜູ້ທີ່ເສັຍຊີວິດ. ອັນນີ້

ແມ່ນຜູ້ທີ່ຕັ້ງກະທູ້ນີ້ອອກມາເພື່ອບໍ່ຢາກໃຫ້ສີກໜ້າຣັຖະບານລາວອີກໃນຂັ້ນຕໍ່ໄປຫລືວ່າອານາ

ຄົດຖ້າຫາກວ່າມີເຫດການເກີດຂຶ້ນແບບດຽວໃນກໍຣະນີຍົນຕົກນີ້. ເພາະຣັຖະບານລາວມີຄວາມ

ບົກຜ່ອງທາງດ້ານການກູ້ພັຍທີ່ບໍ່ທັນກັບສະພາບການເວລາ ພ້ອມທັງບໍ່ມີເຄື່ອງມືບໍ່ມີອຸປະກອນ

ແລະໜ່ວຍກູ້ພັຍກະກຽມໄວ້ເພື່ອຮັບມືກັບເຫດຮ້າຍຕ່າງໆທີ່ຈະເກີດຂຶ້ນ. ເບິ່ງເຈົ້າໜ້າທີ່ແລະປະ

ຊາຊົນທີ່ຢູ່ໃກ້ຄຽງທີ່ເກີດເຫດໄດ້ຊາກສົບສາວອາກາດ Air Host ຂຶ້ນມາຈາກນ້ຳທີ່ເຄືື່ອງນຸ່ງຂອງ

ຜູ້ກ່ຽວຫລຸດຫາຍໄປກັບກະແສນ້ຳຈົນເປືອຍໂຕລ້ອນຈ້ອນ ກໍຍັງບໍ່ມີໃຜສາມາດສະລະເອົາຜ້າແພ

ຫຼືເຄື່ອງນຸ່ງມາປົກປິດຮ່າງອັນໄຮ້ວິນຍານຂອງນາງອາກາດນັ້ນກ່ອນຈະຍົກຂຶ້ນບົກ, ຊ້ຳບໍ່ໜຳຍັງ

ເອົາສົບຂອງນາງປະໄວ້ລໍຖ້າໃຫ້ອຳນາດການປົກຄອງລົງມາສັລະສູດສົບ ແລະກ່ອນຈະມາເຖິງກໍໃຊ້

ເວລາເກືອບຊົ່ວໂມງ ແລ້ວຜູ້ເຫັນເຫດການເຂົາກໍຖ່າຍຮູບເອົາມາປະຈານ ມັນກໍສົມແລ້ວ. ບໍ່ແມ່ນ

ປະຈານຫລືຊ້ຳເຕີມຜູ້ເຄາະຮ້າຍ ແຕ່ປະຈານແລະຊ້ຳເຕີມຣັຖະບານລາວແລະເຈົ້າໜ້າທີ່ທ້ອງຖິ່ນ

ຕ່າງຫາກ. ອັນນີ້ເປັນຂໍ້ສັນນິຖານຂອງຂ້າພະເຈົ້າເອງ.

__________________
Anonymous

Date:

Anonymous wrote:

 ເຂົານຳສະເຫນີຄວາມຈິງ ພັດວ່າເຂົາບໍ່ສ້າງສັນ ຍອມຮັບຄວາມຈິງບໍ່ໄດ້ຕິ ເລື່ອງແບບນີ້ພັດມາອາຍ ຫນ້າບາງແທ້

__________________
Anonymous

Date:

 ເຂົານຳສະເຫນີຄວາມຈິງ ພັດວ່າເຂົາບໍ່ສ້າງສັນ ຍອມຮັບຄວາມຈິງບໍ່ໄດ້ຕິ ເລື່ອງແບບນີ້ພັດມາອາຍ ຫນ້າບາງແທ້

 ບາງຍ້ອນເພິ່ນເອົາສັງກະສີໄປຕາບເວລາໄປຍາດແຍ່ງການຊ່ອຍເຫລືອຈາກສາກົນ.

__________________
Anonymous

Date:

ເອົາແບບນີ້ລະ ລອງເບີ່ງລັດຖະບານລາວ ຈະຫາເລື້ອງມາຕົວະ ແລະແກ້ໂຕແບບໃດອີກ

__________________
Anonymous

Date:

ຖ້າພໍ່ແມ່ພວກສູຕາຍ ຫຼື ຍາດພີນ້ອງພວກສູຕາຍ ຫົວກຸດ, ຫົວຂາດ ແລ້ວມີຄົນຖ່າຍຮູບໄປລົງ ສື່ອອນໄລ ແລ້ວແຊຕໍ່ໆ ໄປພວກສູຄືຈະດີໃຈເນາະ

__________________

Veteran Member

Status: Offline
Posts: 41
Date:

 ອັນແນວຫັວຄຶດສູມໃສ່ມີຊຳນີ້ລະຫວາ ກໍ່ແມ່ນລັດຖະບານລາວເອີ໊ຍ???? ອອກມາແກ້ໜ້າໂຕເອງ ແມ່ນເປັນທີ່ 1

ພີ່ນ້ອງພໍ່ແມ່ປະຊາຊົນ ເຂົາເຈົ້າກະເຮັດດີຢູ່ແລ້ວຫັນ ແມ່ນເລື່ອງໃດເປັນຄວາມຈິງ ລັດຖະບານລາວຮັບບໍໄດ້

ອີກບໍດົນລະ ຂ້າພະເຈົ້າ ຄິດວ່າ ລັດຖະບານປະການປິດສືສານມູນຂ່າວຫັນ. ແມ່ນຫ້າມນຳສະເນີມູນຂ່າວກ່ອນອະນຸຍາດ 

 ອີກ ນ່າເບື່ອໜ່າຍ ພາກລັດ.ພາກັນຕີຕາມອງໂລກໃນແງ້ດີແດ່ຊູ ພາກລັດຖະບານ!!

ເຕັກໂນໂລຊີ ແມ່ນໄອທີເຂົາໄປກ້ວງກ້າວໄກແລ້ວ

 ປະຊາຊົນເຂົາເຈົ້າ ກໍຈິງໃຈນຳສະເນີມູນຂ່າວສານ ໃຫ້ພີ່ນ້ອງຮູ້ທັນຂ່າວສານໄວທັນໃຈກະດີຫຼາຍ ແມ່ນແຕ່ເລື່ອງຈິງ

ທັ້ງໝົດຫັນລະ  

ຫຼື ທາງພາກລັດຖະບານລາວ. ຍ້ອມຮັບຄວາມຈິງແມ່ນບໍໄດ້ຫວາຫັນ!!!! 

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard