Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເປັນຫຍັງຢູ່ລາວ ຄືບໍ່ພັດທະນາລະບົບການເດີນທາງໂດຍລົດເມ ຫລື ລົດປະຈໍາທາງ.
Anonymous

Date:
ເປັນຫຍັງຢູ່ລາວ ຄືບໍ່ພັດທະນາລະບົບການເດີນທາງໂດຍລົດເມ ຫລື ລົດປະຈໍາທາງ.


ຂໍແລກປ່ຽນຄໍາຄິດເຫັນວ່າ ຢູ່ລາວ ລະບົບລົດໂດຍສານປະຈໍາທາງ ຫລື ລົດເມ ບໍ່ຄ່ອຍໄດ້ຮັບການພັດທະນາ ຫລື ຍົກລະດັບການບໍລິການ.

 

ທຸກມື້ນີ້ການເດີນທາງໃນຕົວເມືອງວຽງຈັນແມ່ນຫຍຸ້ງຍາກຫລາຍ, ບໍ່ຄ່ອຍສະດວກ, ບໍ່ປອດໄພ. ສະນັ້ນ, ມີຫຼາຍໆຢ່າງທີ່ເປັນຈຸດດີໃນການໃຊ້ລົດໂດຍສານປະຈໍາທາງ ຫລື ລົດເມ

ທີ່ຫຼາຍປະເທດທີ່ຈະເລິນໄດ້ສ້າງຂື້ນມາ. ຕົວຢ່າງ,ຈຸດດີ.

1. ປະຫຍັດ

2. ສະດວກ.

3. ບໍ່ຕ້ອງຊື້ລົດສ່ວນຕົວ. ເກັບເງິນໄວ້ໃຊ້ແນວອື່ນ ເຊັ່ນ:​ ເຮັດເຮືອນຢູ່. 

4. ຮັກສາສີ່ງແວດລ້ອມ

5. ຫລຸດພຜ່ອນບັນຫາລົດຕິດ, ອຸບັດຕິເຫດ.

6. ຊ່ວຍເຫຼືອປະຊາຊົນທີ່ມີລາຍໄດ້ຕໍ່າ, ນັກຮຽນ, ນັກສຶກສາ, ຄູອາຈານ...

7. ປອດໄພ ກວ່າຂີ່ລົດຈັກ.

8. ສ້າງລາຍຮັບໃຫ້ລັດ ໄດ້ອີກສ່ວນໜື່ງ ຖ້າພັດທະນາໃຫ້ໄດ້ດີ.

ຖ້າມີໃຜເຮັດວຽກ ຢູ່ ກຊ ໂຍທາ ກະລຸນາຊ່ວຍຊີ້ແຈງດ້ວຍ ວ່າເປັນຫຍັງລັດຖະບານ ເພີ່ນຄືບໍ່ມີແຜນການໃນດ້ານນີ້.​

ຂໍຂອບໃຈ.



__________________
Anonymous

Date:
RE: ເປັນຫຍັງຢູ່ລາວ ຄືບໍ່ພັດທະນາລະບົບການເດີນທາງໂດຍລົດເມ ຫລື ລົດປະຈໍາທາງ.


ຂອ້ຍບໍ່ຢາກລໍຖ້າ

ຂ້ອຍບໍຢາກຍ່າງໃກ

ບໍ່ຢາກຕາກແດດຕາກລົມ

ຢາກຂຶ້ນລົດລົງລົດຢູ່ປາກປະຕູເຮືອນໂລດ

ຢາກເປັນສວ່ນຕົວ ຢາກໄປໃສ ມາໃສກໍໄດ້



__________________
Anonymous

Date:

ລັດຖະບານເພິ່ນກໍຢາກເຮັດເຕັມທີຢູ່ດອກ ແຕ່ຫົວໜ້າບໍລິສັດລົດເມບໍລິຫານແບບໃດຂ້າພະເຈົ້າບໍ່ຮູ້ນຳ ເພາະຕັ້ງແຕ່ມີບໍລິສັດລົດເມມານີ້ ກໍແມ່ນຫຼາຍປີພໍສົມຄວນ ແຕ່ ຕາມທີ່ຂ້າພະເຈົ້າ ຮູ້ນີ້ ແມ່ນບໍ່ເຄີຍເຫັນບໍລິສັດນີ້ ລົງທຶນຊື້ລົດເມເປັນຂອງຕົນເອງຈັກເທື່ອ ຍາມໃດກໍຕ້ອງລໍຖ້າການຊ່ວຍເຫຼືອຈາກ ຍີ່ປຸ່ນ ຫຼື ເກົາຫຼີ  ບໍ່ເຄີຍເປັນບໍໍລິສັດທີ່ກຸ້ມຕົນເອງຈັກເທື່ອ, ລົດກໍບໍ່ໄດ້ຊື້ ສະຖານີຈອດລົດກໍຍັງແມ່ນຍີ່ປຸ່ນມາເຮັດໃຫ້ ມີແຕ່ເກັບເງິນຢ່າງດຽວ  ແລ້ວຊິເອົາປັນຍາມາແຕ່ບ່ອນໃດມາຂະຫຍາຍ ຫຼື ພັດທະນາຕົນເອງໄດ້ ຈົນວ່າຍີ່ປຸ່ນມາຄຸມເອງ ເວົ້າແລ້ວ   no  !!!!ກະ ຢາກຖາມບໍໍລິສັດລົດເມວ່າ ສາມ ສີ່ສິບປີມານີ້ ຫາເງິນເຂົ້າຄັງຕົນເອງບໍ່ໄດ້ ແມ່ນແຕ່ກີບດຽວບໍ ຫຼື ແນວໃດ ???



__________________
Anonymous

Date:

ຂອບໃຈຜູ້ໂພສຕ ທີ່ຄິດໄດ້. ບໍ່ຮູ້ວ່າຈະມີຈັກຄົນຄິດໄດ້ຄືທ່ານຈັກຄົນ. ບໍ່ດັ່ງນັ້ນເຮົາຄົງບໍ່ພົບບັນຫາລົດແອອັດແບບນີ້ດອກ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard