Restraining Leviathan: the Case of Sombath Sompone
ວໍເດນ ເບລໂລ (Walden Bello)*
ລັດເປັນສິ່ງມີຊີວິດທີ່ມັກຕີສອງໜ້າ,ໃນດ້ານໜຶ່ງຄືສິ່ງທີ່ຮຽກວ່າ “ໜ້າອ່ອນ” ໝາຍເຖິງການລວມເປັນກຸ່ມຂອງສະຖາບັນທີ່ເປັນຕົວແທນບຸກຄົນ ແລະ ໃຫ້ຄວາມຍຸຕິທຳ, ແຕ່ໃນຂະນະດຽວກັນລັດກໍມີ “ໜ້າແຂັງ” ເຊິ່ງໝາຍເຖິງໜ່ວຍງານຕ່າງໆ ທີ່ສຳຄັນທີ່ສຸດ ແລະ ເຮັດໜ້າທີ່ບໍລິຫານ, ຄວບຄຸມຄວາມໝັ້ນຄົງພາຍໃນ ແລະ ໝາຍເຖິງກອງທັບ.
“ລັດຊ້ອນລັດ” (deep state) ເປັນໂຄງສ້າງໜ່ວຍງານທີ່ມີຄວາມຂັດແຍ່ງກັນຫຼາຍທີ່ສຸດ ໃນດ້ານໜຶ່ງ ອຳນາດລັດແບບນີ້ເຮັດໜ້າທີ່ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ. ແຕ່ໃນອີກດ້ານໜຶ່ງກໍອາດຈະເປັນໄພຄຸກຄາມຫຼາຍທີ່ສຸດຕໍ່ສິດທິມະນຸດ, ສິດທິທາງການເມືອງ, ແລະ ສິທິຂອງພົນລະເມືອງ. ບໍ່ແມ່ນເລື່ອງຍາກທີ່ລັດຊ້ອນລັດຈະກ້າວຂ້າມເສັ້ນແບ່ງບາງໆ ລະຫວ່າງການເຮັດໜ້າທີ່ຮັກສາຄວາມເປັນລະບຽບຮຽບຮ້ອຍ ກັບການລະເມີດສິດທິຂອງປະຊາຊົນ.
ດັ່ງນັ້ນຈຶ່ງມີຄວາມຈຳເປັນທີ່ຈະຕ້ອງໂອບອ້ອມໜ່ວຍງານຮັກສາຄວາມສະຫງົບໃຫ້ຢູ່ໃນກອບຂອງລະບຽບ ແລະ ກົດໝາຍ ເພື່ອຈຳກັດ ຫຼື ປ້ອງກັນຢ່າງເຂັ້ມງວດບໍ່ໃຫ້ມີການໃຊ້ກຳລັງກັບປະຊາຊົນຂອງຕົນເອງ. ນີ້ແມ່ນເຫດຜົນທີ່ກົດໝາຍເຊັ່ນ Republic Act 10353 ເຊິ່ງເປັນກົດໝາຍປີ 2012 ວ່າດ້ວຍການຕໍ່ຕ້ານການບັງຄັບບຸກຄົນໃຫ້ສູນຫາຍໂດຍບໍ່ໃຈສະໝັກໃຈ (Anti-Enforced or Involuntary Disappearance Act) ຈຶ່ງຖືວ່າມີຄວາມສຳຄັນທີ່ສຸດ ເນື່ອງຈາກວ່າເປັນກອບໃນການຄວບຄຸມບໍ່ໃຫ້ລັດຜະເດັດການຂ້າມເສັ້ນແບ່ງລະຫວ່າງການປະຕິບັດຕາມກົດໝາຍໃນການປ້ອງກັນຄວາມສະຫງົບ ແລະ ການໃຊ້ອຳນາດລັດເພື່ອປາບປາມປະຊາຊົນ. ກົດໝາຍ Republic Act 10353 ເປັນໜຶ່ງໃນສາມກົດໝາຍປະຫວັດສາດສາມທີ່ຄອບຄຸມດ້ານສິດທິມະນຸດ ທີ່ໄດ້ຜ່ານການຕົກລົງເຫັນດີໃນສະໄໝປະຊຸມສະພາຄັ້ງທີ 15. ສ່ວນກົດໝາຍອີກສອງສະບັບ ກໍຄື ຮ່າງກົດໝາຍວ່າດ້ວຍການຈ່າຍຄ່າຊົດເຊີຍໃຫ້ຜູ້ຖືກເຄາະຮ້າຍຂອງລັດຖະບານມາກອດສ (Marcos Compensation Law) ແລະ ຮ່າງກົດໝາຍວ່າດ້ວຍສິດຂອງຊຸມຊົນອົບພະຍົບໃນປະເທດ (Bill on the Rights of Internally Displaced Communities). ໂຊກຮ້າຍທີ່ຮ່າງກົດໝາຍສອງສະບັບໄດ້ຖືກຍົກເລີກໂດຍປະທານປະເທດ ໂດຍໃຊ້ເຫດຜົນຫຼອກລວງ.
ໄພຄຸກຄາມຈາກລັດຊ້ອນລັດເປັນໄພຄຸກຄາມຖາວອນ ແລະ ບໍ່ໄດ້ເກີດຂື້ນສະເພາະລັດໃນປະເທດທີ່ກຳລັງພັດທະນາ ແຕ່ຍັງເກີດຂື້ນກັບປະເທດທີ່ຖືຕົນເອງວ່າເປັນລັດປະຊາທິປະໄຕທີ່ເຂັ້ມແຂັງ ຢ່າງເຊັ່ນ ປະເທດສະຫະລັດອາເມລິກາ. ລອງພິຈາລະນາກ່ຽວກັບວິທີການຂອງລັດຖະບານສະຫະລັດທີ່ເປັນຢູ່ໃນຂະນະນີ້, ເປັນການລະເມີດສິດຄວາມເປັນສ່ວນຕົວຂອງພົນລະເມືອງຕາມລັດຖະທຳມະນູນຂອງປະຊາຊົນ ແບບບໍ່ຕ້ອງມີຄວາມຮັບຜິດຊອບກໍຄືການສອດແນມທາງເອເລັກໂຕຣນິກຂອງສຳນັກງານຄວາມໝັ້ນຄົງແຫ່ງຊາດ (National Security Agency – NSA) ທີ່ພວກເຂົາອ້າງວ່າ ການລະເມີດຄວາມສ່ວນຕົວຢ່າງໂຈ່ງແຈ້ງນີ້ແມ່ນເປັນສິ່ງທີ່ຖືກຕ້ອງເມື່ອຄຳນຶງເຖິງ “ຄວາມໝັ້ນຄົງຂອງປະເທດ.”
ໃນມຸມນີ້ຂອງໂລກ, ໄພຄຸກຄາມຈາກລັດຊ້ອນລັດບໍ່ພຽງເຫັນໄດ້ຈາກກໍລະນີການສູນຫາຍຂອງບຸກຄົນຈຳນວນຫຼາຍ ເຊິ່ງເກີດຂື້ນໃນປະເທດຟິລິບປິນ ແລະ ໃນປະເທດໃກ້ຄຽງ. ເຊັ່ນດຽວກັນກັບກໍລະນີການຫາຍຕົວໄປຂອງສົມບັດ ສົມພອນ ຜູ້ທີ່ໄດ້ຮັບລາງວັນຣາມອນ ແມັກໄຊໄຊ ຈາກປະເທດ ສປປ ລາວ ທີ່ປັດຈຸບັນເຮັດໃຫ້ປະຊາຄົມໂລກຫັນມາສົນໃຈກັບບັນຫານີ້ຫຼາຍຂື້ນ.
ເມື່ອວັນທີ 15 ທັນວາ 2012 ລະຫວ່າງການເດີນທາງກັບເມືອເຮືອນ ສົມບັດໄດ້ຖືກເຈົ້າໜ້າທີ່ຕຳຫຼວດເອີ້ນໃຫ້ຈອດລົດຢູ່ທີ່ປ້ອມຕຳຫຼວດ ແລ້ວຫຼັງຈາກນັ້ນກໍບໍ່ມີໃຜໄດ້ພົບເຫັນຜູ້ກ່ຽວອີກເລີຍ. ໂຊກດີທີ່ຢູ່ປ້ອມຕຳຫຼວດມີກ້ອງວົງຈອນປິດຕິດຕັ້ງໄວ້ຢູ່ ແລະ ໃນພາບບັນທຶກຂອງກ້ອງວົງຈອນປິດໄດ້ສະແດງໃຫ້ເຫັນໄລຍະເວລາທີ່ສົມບັດລົງຈາກລົດ ຈາກນັ້ນໄດ້ມີຄົນຂື້ນໄປນັ່ງໃນລົດແທນແລ້ວຂັບເອົາລົດໄປ. ຫຼັງຈາກນັ້ນບໍ່ດົນກໍໄດ້ມີລົດກະບະຄັນໜຶ່ງຂັບອອກໄປຈາກປ້ອມຕຳຫຼວດ.
ສົມບັດ ສົມພອນແມ່ນນັກພັດທະນາຜູ້ທີ່ໄດ້ອຸທິດຕົນເຮັດວຽກຢ່າງໜັກໜ່ວງເພື່ອເປັນຂົວເຊື່ອມຕໍ່ລະຫວ່າງລັດລາວກັບພາກປະຊາສັງຄົມໃນລາວ ເຮັດໃຫ້ຜູ້ກ່ຽວໄດ້ມີຊື່ສຽງ ໄດ້ຮັບການຍ້ອງຍໍສັນລະເສີນຈາກຄົນຈຳນວນຫຼາຍ ທີ່ລວມທັງພະນັກງານລັດຖະບານ. ຜູ້ກ່ຽວບໍ່ເຄີຍປະພຶດຕົວໃນທາງທີ່ເປັນໄພຄຸກຄາມຕໍ່ບຸກຄົນໃດໆ ຫຼື ຕໍ່ຄວາມສະຫງົບຮຽບຮ້ອຍຂອງສັງຄົມ. ເມື່ອກາງເດືອນຕຸລາປີທີ່ຜ່ານມາ ທີ່ນະຄອນຫຼວງໄດ້ມີການຈັດກອງປະຊຸມພາກປະຊາຊົນອາຊີ-ເອີຣົບ (Asia-Europe People’s Forum – AEPF) ເຊິ່ງຈັດຕັ້ງໂດຍພາກປະຊາສັງຄົມ ເປັນເວທີຄູ່ຂະໜານກັບກອງປະຊຸມສຸດຍອດອາຊີ-ເອີຣົບ (Asia Europe Summit – ASEM). ສົມບັດ ມີບົດບາດເປັນປະທານຮ່ວມຂອງກອງປະຊຸມພາກປະຊາຊົນ AEPF ໃນລາວ. ກອງປະຊຸມດັ່ງກ່າວເປັນເວທີໃນນະຄອນຫຼວງວຽງຈັນ ສຳລັບສະແດງຄວາມຄິດເຫັນສຳລັບພາກປະຊາສັງຄົມ ເຊິ່ງເປັນໂອກາດໃຫ້ປະຊາຊົນຊາວລາວຈາກເຂດຊົນນະບົດໄດ້ສະແດງຄວາມເປັນຫ່ວງເປັນໄຍກ່ຽວກັບບັນຫາການກອບໂກຍຊື້ ແລະ ເວນຄືນເອົາທີ່ດິນທີ່ກຳລັງແພ່ລະບາດໃນຊົນນະບົດຫຼາຍພື້ນທີ່ ໃນຫຼາຍກໍລະນີເປັນຄວາມຮ່ວມມືລະຫວ່າງເຈົ້າໜ້າທີ່ລັດກັບນາຍທຶນຕ່າງຊາດ. ມີລາຍງານວ່າລັດຖະບານບໍ່ພໍໃຈກັບການສະແດງຄວາມຄິດເຫັນຢ່າງເສລີເພື່ອລະບາຍເຖິງຄວາມທຸກຍາກທີ່ເກີດຂື້ນ. ມີຫຼາຍພາກສ່ວນເຫັນວ່າໜ່ວຍງານຂອງລັດຫຼາຍແຫ່ງຮູ້ສຶກຖືກຄຸກຄາມຈາກການສະແດງຄວາມຄິດເຫັນຢ່າງເສລີຈົນເຖິງຂັ້ນມີການຈັບຕົວສົມບັດ ສົມພອນໄປເພື່ອເປັນການສັ່ງສອນປະຊາຊົນ.
ຂ້າພະເຈົ້າເປັນສ່ວນໜຶ່ງຂອງຕົວແທນສະມາຊິກສະພາອາຊຽນ ເຊິ່ງເດີນທາງໄປປະເທດລາວເພື່ອສອບສວນກໍລະນີການສູນຫາຍຂອງສົມບັດໃນຊ່ວງໜຶ່ງເດືອນຫຼັງຈາກເກີດເຫດການດັ່ງກ່າວຂື້ນ. ສະມາຊິກສະພາຄົນອື່ນທີ່ຮ່ວມຄະນະໃນຄັ້ງນັ້ນມີທ່ານ ຊາວສ໌ ແຊນຕິອາໂກ (Charles Santiago) ຈາກປະເທດມາເລເຊຍ ແລະ ທ່ານນາງ ລິລີ່ ວາຫິດ (Lily Wahid) ຈາກປະເທດອິນໂດເນເຊຍ. ພວກເຮົາໄດ້ເຂົ້າພົບກັບເຈົ້າໜ້າທີ່ລະດັບສູງຂອງລັດຖະບານລາວ ເຊິ່ງທຸກທ່ານຕ່າງປະຕິເສດບໍ່ຮູ້ວ່າເກີດຫຍັງຂື້ນກັບສົມບັດ, ບໍ່ຮູ້ວ່າຜູ້ກ່ຽວຢູ່ໃສ. ເຈົ້າໜ້າທີ່ທຸກຄົນເວົ້າຄືກັນວ່າ ການສືບສວນ-ສອບສວນທີ່ດຳເນີນຢູ່ສະແດງໃຫ້ເຫັນວ່າຕຳຫຼວດບໍ່ມີສ່ວນກ່ຽວຂ້ອງກັບການຫາຍຕົວໄປຄັ້ງນີ້.
ຫຼັງການເດີນທາງໄປຢ້ຽມຢາມຂອງພວກເຮົາໃນຄັ້ງນັ້ນ, ມີຄະນະສະມາຊິກສະພາອີກສອງຄະນະທີ່ເດີນທາງໄປຢາມປະເທດລາວ ແລະ ໄດ້ຮັບຂໍ້ມູນແບບດຽວກັນ ຄື ເຈົ້າໜ້າທີ່ລາວອ້າງວ່າບໍ່ຮູ້ວ່າເກີດຫຍັງຂື້ນກັບສົມບັດ ແລະ ກຳລັງກວດສອບເລື່ອງນີ້ຢູ່. ແຕ່ຜົນທີ່ໄດ້ຈາກການສືບສວນ-ສອບສວນມີພຽງວ່າ ຕຳຫຼວດ ແລະ ລັດຖະບານບໍ່ມີສ່ວນກ່ຽວຂ້ອງ.
ບັນຫາຂອງເຈົ້າໜ້າທີ່ລາວກໍຄື ເລື່ອງທີ່ພວກເຂົາບອກເລົ່າບໍ່ເປັນຕາໜ້າເຊື່ອຖື ເມື່ອພິຈາລະນາຈາກພາບບັນທຶກຈາກກ້ອງວົງຈອນປິດທີ່ ອຶງ ຊຸຍມິງ ຜູ້ເປັນພັນລະຍາຂອງສົມບັດໄດ້ມມຈາກການຮວບຮວມສະຕິເຂົ້າໄປຫາຫ້ອງການຕຳຫຼວດ ໃນເວລາບໍ່ເທົ່າໃດຊົ່ວໂມງຫຼັງຈາກທີ່ສົມບັດໄດ້ຫາຍຕົວໄປ ແລະ ຍັງສາມາດຮ້ອງຂໍໃຫ້ຕຳຫຼວດອະນຸຍາດຖ່າຍສຳເນົາພາບບັນທຶກວິດີໂອນັ້ນມາໄດ້. ມີຄວາມຊັດເຈນວ່າເຈົ້າໜ້າທີ່ລາວລືມໄປວ່າໃນບໍລິເວນດັ່ງກ່າວມີການຕິດຕັ້ງກ້ອງວົງຈອນປິດ ເຮັດໃຫ້ບໍ່ສາມາດສົ່ງສັນຍານເຕືອນເຈົ້າໜ້າທີ່ຕຳຫຼວດຢູ່ປ້ອມບໍ່ໃຫ້ເປີດເຜີຍພາບບັນທຶກວີດີໂອດັ່ງກ່າວໄດ້ທັນ ອີກທັງມີຄວາມຊັດເຈນວ່າ ເຈົ້າໜ້າທີ່ຕຳຫຼວດມີສ່ວນກ່ຽວຂ້ອງກັບກໍລະນີນີ້
ເຈົ້າໜ້າທີ່ລັດທີ່ພວກເຮົາໄດ້ເຂົ້າພົບໃນລະຫ່າງການຢ້ຽມຢາມປະເທດລາວໜ້າຈະກຳລັງບອກເລົ່າຄວາມຈິງຕອນທີ່ພວກເຂົາກ່າວວ່າ ໂດຍສ່ວນຕົວແລ້ວບໍ່ຮູ້ວ່າເກີດຫຍັງຂື້ນກັບສົມບັດ. ເຈົ້າໜ້າທີ່ເຫຼົ່ານີ້ເປັນໜ້າຕາຂອງລັດຖະບານ ສປປ ລາວ ຕໍ່ສາຍຕາໂລກພາຍນອກ ໜ້າທີ່ຂອງພວກເຂົາກໍຄືການປົກປ້ອງພາບລັກຂອງລັດລາວທີ່ຈະມຸ່ງໄປສູ່ຄວາມທັນສະໄໝ ແລະ ເສລີນິຍົມ. ໃບໜ້າທີ່ເປັນເສລີມີຄວາມສຳຄັນ ເນື່ອງຈາກລາວໄດ້ເຂົ້າຮ່ວມ ຫຼື ກຳລັງຫາທາງເຂົ້າຮ່ວມກັບສະຖາບັນລະຫວ່າງປະເທດ ຢ່າງເຊັ່ນ ອົງການການຄ້າໂລກ ເພາະເຫັນວ່າການເຂົ້າເປັນສະມາຊິກໜ່ວຍງານເຫຼົ່ານີ້ເປັນກຸນແຈສຳຄັນນຳໄປສູ່ການຂະຫຍາຍການຄ້າ ແລະ ການລົງທຶນຈາກຕ່າງຊາດ ພວກເຂົາອາດຈະຮູ້ສຶກອັບອາຍກັບກໍລະນີການຫາຍຕົວໄປຂອງສົມບັດ ແຕ່ພວກເຂົາກໍຍັງຕ້ອງສະແດງຈຸດຢືນໃນທຳນອງດຽວກັນໃນເລື່ອງນີ້ ເນື່ອງຈາກກຸ່ມຄົນທີ່ລັກພາຕົວສົມບັດໄປນັ້ນ ມີອິດທິພົນຫຼາຍກວ່າພວກເຂົາຫຼາຍ. ໃນຄວາມເຫັນຂອງຂ້າພະເຈົ້າ ກຸ່ມບຸກຄົນເຫຼົ່ານີ້ ຈັດເຂົ້າຢູ່ໃນລັດແບບ ລັດຊ້ອນລັດເຊິ່ງໃນລາວແມ່ນຄຸມຄອງ ແລະ ຜູກຂາດໂດຍພັກຄອມມູນິດ.
ລາວກໍມີກົດໝາຍຄຸ້ມຄອງສິດທິມະນຸດ ອີກທັງປະເທດລາວໄດ້ເຊັນລົງນາມໃນສົນທິສັນຍາວ່າດ້ວຍສິດທິຂອງບຸກຄົນຜູ້ສູນຫາຍ (Convention on the Rights of Disappeared Persons) ເປັນທີ່ຮຽບຮ້ອຍແລ້ວ. ອາດຈະມີຄົນເວົ້າວ່າກົດໝາຍເຫຼົ່ານີ້ຈະມີປະໂຫຍດຫຍັງຫາກຖືກລະເມີດຢູ່ຕະຫຼອດເວລາ? ເຖິງຢ່າງໃດກໍຕາມ ກົດໝາຍເຫຼົ່ານີ້ເປັນຄັນບັງຄັບ ແລະ ເປັນຕົວຊີ້ວັດທີ່ສຳຄັນທີ່ໃຊ້ຄວບຄຸມໃຫ້ລັດຖະບານຕ້ອງຮັບຜິດຊອບຕໍ່ປະຊາຊົນ ໂດຍເປົ້າໝາຍໃນທາງຍຸດທະສາດກໍຄື ການຄວບຄຸມໃຫ້ພຶດຕິກຳຂອງລັດເປັນໄປຢ່າງສອດຄ່ອງກັບຕົວກົດໝາຍ ເຊິ່ງອາດຈະເປັນການຕໍ່ສູ້ທີ່ຍາວນານ ແລະ ການລົ້ມລຸກຄຸກຄານປີນຂື້ນພູເຂົາ ທີ່ມີທັງທາງທີ່ລຽບ ແລະເປັນຂຸມ ແຕ່ກົດໝາຍ ແລະ ສົນທິສັນຍາສິດທິມະນຸດຕ່າງກໍເປັນອາວຸດອັນສຳຄັນໃນການຄວບຄຸມລັດຜະເດັດການ.
ຂ້າພະເຈົ້າຂໍຈົບດ້ວຍການຮ້ອງຂໍຕໍ່ລັດຖະບານ ສປປ ລາວ ເນື່ອງໃນໂອກາດວັນລຳລຶກເຖິງເຫຍື່ອຂອງການບັງຄັບບຸກຄົນໃຫ້ສູນຫາຍສາກົນ, ວັນທີ 30 ສິງຫາ 2013, ຮ້ອງຂໍໃຫ້ມີການປ່ອຍຕົວສົມບັດ ສົມພອນກັບຄືນມາ ແລະ ພວກເຮົາຈະບໍ່ຢຸດການເຄື່ອນໄຫວຈົນກວ່າທ່ານຈະໄດ້ເຮັດຕຳຄຳຮຽກຮ້ອງດັ່ງກ່າວ.
*ວຳເດນ ເບລໂລ ເປັນຫົວໜ້າຄະນະສະມາຊິກສະພາແຫ່ງອາຊຽນ ເຊິ່ງໄດ້ເດີນທາງໄປລາວເມື່ອເດືອນມັງກອນ 2013 ເພື່ອສອບສວນກໍລະນີການຫາຍຕົວໄປຂອງສົມບັດ ສົມພອນ.