Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ບັນຫາພະນັກງານລັດ
Anonymous

Date:
ບັນຫາພະນັກງານລັດ


ສັງເກດເບິ່ງ ບັນດາພະນັກງານ ຖ້າເຂົ້າການແປດໂມງ ຕ້ອງມາເກົ້າໂມງ ເຮັດແນວໃດ ຊິຈະເລີນນໍ ປະເທດຊາດ ສັງເກດໃນຫ້ອງການຂອງຂ້າພະເຈົ້າ ແຕ່ລະມື້ ຂ້າພະເຈົ້າມາຮອດຫ້ອງການ ຕ້ອງແປດໂມງ ຖ້າຊ້າສຸດ ກະ 8:20 ເພາະບາງມື້ລົດຕິດຫຼາຍ ແຕ່ສັງເກດເບິ່ງບາງຈຳພວກ ເນັ່ນ ວ່າບາງຈຳພວກ ແຕ່ລະມື້ແມ່ນເກົ້າໂມງ ບໍ່ຮູ້ວ່າຖ້າເຮັດແບບນີ້ ຊິຕັ້ງກົດລະບຽບຂື້ນມາເຮັດຫຍັງເນາະ... 



__________________
Anonymous

Date:

ມັນເປັນທຳນຽມທີ່ປະຕິບັດກັນມາຫລາຍຟ້າຫລາຍປີແລ້ວເລື້ອງມາຊ້າເລີກໄວນີ້.

ຊິໄປພົວພັນວຽກນຳພາກລັດນີ້ຢ່າໄປຕາມໂມງເຂົ້າການ. ຕ້ອງໄປສວຍໆແດ່ປະມານ 9ໂມງຂື້ນໄປ.

ບາງເທື່ອ9ໂມງຍັງນັ່ງຢູ່ຮ້ານກາ່ເຟພຸ້ນ. ໂດຍສະເພາະບັນດາຫົວຫນ້າເພີ່ນ. ຊິໄປຂໍພົບໂຕແຕ່ລະເທື່ອຕ້ອງລໍແລ້ວລໍອີກ. ກວ່າເພີ່ນຈະເຂົ້າມາກະພໍດີຮອດເວລາກີນເຂົ້າທ່ຽງ.

ບາດນີ້ມາເວົ້າເລື້ອງ ອາລົມ ນິໃສຂອງພະນັກງານລັດ (ບາງຄົນ, ບາງອົງການ, ບາງກະຊວງ)

ໂດຍສະເພາະ ພະນັກງານພາສີອາກອນປະຈຳດານສາກົນ...ຫນ້າມັນໂຄດບູດ..ບໍ່ຮູ້ວ່າມັນໄປອາລົມເສຍມາແຕ່ທາງໃດ. ພະນັກງານກົມໂຍທາ (ເອີ້ນຖືກບໍ່ບຸລະນີ້) ບ່ອນໄປແລ່ນເອົາເອກະສານລົດຫັ້ນ ອັນນີ້ກະຫນ້າບູດເຫມັນຕົດ...ມື້ຫນ້າຊິໃດ້ສົ່ງຂ່າວຫາອ້າຍນວນໄຊຫົວຫນ້າເຂົາກ່ອນ ເພາະລື້ງລາວດີ ກີນກາເຟຮ້ານນາສາວຕະຫລອດ...

ແຕ່ຊັງຫລາຍແມ່ນພະນັກງານຢູ່ຂົວຫັ້ນ...ມັນເບີ່ງຫນ້າເປັນຕາຊັງຄືຫຍັງນີ້ ເວົ້າມາລະຢາກໂດດຖີບຫນ້າມັນຢູ່.

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard