Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຈະຕອ້ງໄດ້ເງິນເດືອນສ່ຳໃດຈຶ່ງພໍກິນ
Anonymous

Date:
ຈະຕອ້ງໄດ້ເງິນເດືອນສ່ຳໃດຈຶ່ງພໍກິນ

ພະນັກງານຄົນນຶ່ງ ຕອ້ງຈ່າຍຄ່າກິນຢູ່ຫລາຍປານໃດຈຶ່ງພໍກິນແຕ່ລະເດືອນ?

ສຳຫລັບ ຂ້ານອ້ຍ ມີເມັຍກັບລູກ 2 ຄົນ ຕອ້ງ

ຄ່າຊື້ເຂົ້າສານ  250 000 ຂອງກິນ ປະມານ 1 ລ້ານ ເງິນລູກໄປຮຽນ 500 000 ຄ່ານ້ຳ ຄ່າໄຟ 300 000

ນ້ຳມັນລົດຈັກ 300 000 ກີບ ອື່ນໆ ທີ່ຈຳເປັນແຕ່ລະເດືອນ ປະມານ 500 000 ກີບ

ລວມຄ່າໃຊ້ຈ່າຍຕ່ຳສຸດ ແມ່ນ 3 ລ້ານ ຢ່າງຕ່ຳ

ສວ່ນເງິນເດືອນຊັ້ນຜູ້ນອ້ຍ ຄືເຫັນຫັ້ນລະ ບໍ່ຮອດ 2 ລ້ານ ແຖມຍັງບໍ່ໄດ້ອີກຫລາຍເດືອນ

ໃຄແຕ່ແມ່ຢູ່ເຮືອນ ເຮັດເສດຖະກິດຄອບຄົວ ຕ່ຳຫູກ ປູກຜັກ ລຽ້ງເປັດໃກ່ 

__________________
Anonymous

Date:

ປະມານ 5 ລ້ານກີບ ຕໍ່ເດືອນ ໜ້າຈະພໍດີ biggrin

ແຕ່ຂ້ອນຂີ່ລົດໃຫ່ຍ ແລນລົດກັບໄປມາວຽກ ກໍ່ໜົດໄປຫຼາຍແສນກີບແລ້ວ 

__________________
Anonymous

Date:

ສຳຫລັບ ຂພຈ ຄ່າໄຟແພງຫລາຍຍອ້ນໃຊ້ແອນຳ 1 ລ້ານ

ນຳ້ມັນລົດໄຫຍ່ ເດືອນລະ 1.5 ລ້ານ 

ຄ່າກິນ ປະມານ 1.5 ລ້ານ

ອື່ນໆນຳ ຢ່າงຕຳ່ 1 ລ້ານ

ລວມຕຳ່ສຸດ 5 ລ້ານ  ບໍ່ລວມຄ່ານອກໃຈເມັຍ

__________________
Anonymous

Date:

ຊື້ຫມີ່ໄວໆມາເກັບໃວ້ກີນຕະຫລອດເດືອນແລະໃຂ່ພ້ອມ ຄິດວ່າຄົງກຸ້ມກີນຢູ່

__________________
Anonymous

Date:

ຊຳໃດກະບໍ່ພໍຖ້າບໍ່ໄລ່ລຽງຄ່າຄອງຊີບ

__________________
Anonymous

Date:

Anonymous wrote:

ປະມານ 5 ລ້ານກີບ ຕໍ່ເດືອນ ໜ້າຈະພໍດີ biggrin

ແຕ່ຂ້ອນຂີ່ລົດໃຫ່ຍ ແລນລົດກັບໄປມາວຽກ ກໍ່ໜົດໄປຫຼາຍແສນກີບແລ້ວ 

 ກໍ່ສົມເຫດສົມຜົນຄືວ່າຢູ່, ຖ້າຢູ່ໃນ ນຄ ວຽງຈັນ ຕ້ອງແມ່ນ 5,000,000ກ ຢ່າງຕ່ຳ

ຈີ່ງຈະຢູ່ໄດ້, ຖ້າຢູ່ຕ່າງແຂວງ 3,000,000 ກໍ່ຄົງຈະໄຫວຢູ່

__________________

Guru

Status: Offline
Posts: 1010
Date:

ຄັນຄົນມັກກິນເບຍອອກສັງຄົມແຮ່ງໝົດຫລາຍ ອອກເທື່ອ 1 ຢ່າງຕຳ່ 50,000-100,000

ພວກເຈົ້າແຕ່ລະຄົນໄປໃລ່ເອງເດີ

1.ຄ່ານ້ຳມັນລົດຈັກ-ໃຫຍ່

2.ຄ່າໄຟ-ນ້ຳ-ໂທລະສັບ-internet-ຂີ້ເຫຍື້ອ

3.ຄ່າເຂົ້າສານ

4.ອາຫານເຊົ້າ-ທ່ຽງ-ແລງ ທີ່ເຮັດກິນເອງ

5.ອາຫານທີ່ໄປກິນນອກບ້ານ

6.ງານອອກສັງຄົມ ກີນເບຍ ວັນເກີດ ວັນຕາຍ ວັນເຈັບ ເທດສະການ ໄປທ່ຽວ

7.ບັດເຊີນດອງ ບັດເລົ່າບຸນ

8.ຄ່າບໍາລຸງຮັກສາເຮືອນແລະລົດ

9.ເຄື່ອງໃຊ້ອຸປະໂພກ ສະບູ ແຟບ ຢາຖູແຂ້ວ ນ້ຳຢາລ້າງຈານ

10.ຄ່າໂຮງຮຽນລູກຫລານຂະຫນົມ

ກະມີເທົ່ານີ້ລະ

__________________
Anonymous

Date:

1.ຄ່ານ້ຳມັນລົດຈັກ-ໃຫຍ່ ມື້ລະ 5 ລິດ

1,500,000

2.ຄ່າໄຟ-ນ້ຳ-ໂທລະສັບ-internet-ຂີ້ເຫຍື້ອ ຖ່ານດັງໄຟ

 1,000,000

3.ຄ່າເຂົ້າສານ

 300,000

4.ອາຫານເຊົ້າ-ທ່ຽງ-ແລງ ທີ່ເຮັດກິນເອງ

 1,500,000

5.ອາຫານທີ່ໄປກິນນອກບ້ານ  

 1,000,000

6.ງານອອກສັງຄົມ ກີນເບຍ ວັນເກີດ ວັນຕາຍ ວັນເຈັບ ເທດສະການ ໄປທ່ຽວ

 1,000,000

7.ບັດເຊີນດອງ ບັດເລົ່າບຸນ

 200,000

8.ຄ່າບໍາລຸງຮັກສາເຮືອນແລະລົດ

 500.000

9.ເຄື່ອງໃຊ້ອຸປະໂພກ ສະບູ ແຟບ ຢາຖູແຂ້ວ ນ້ຳຢາລ້າງຈານ

 200.000

10.ຄ່າໂຮງຮຽນລູກຫລານຂະຫນົມ

 1,000,000

11.

ລວມ 

 8,000,000

__________________
Anonymous

Date:

ຖ້າພວກຜູ້ນຳຫຼາຍປານໃດກະບໍ່ພໍ!

__________________
Anonymous

Date:

Anonymous wrote:

ຊື້ຫມີ່ໄວໆມາເກັບໃວ້ກີນຕະຫລອດເດືອນແລະໃຂ່ພ້ອມ ຄິດວ່າຄົງກຸ້ມກີນຢູ່

 ອາດຈະກຸ້ມກິນຄືທ່ານວ່າ ແຕ່ ຄ່າໂຮງໝໍ ຄົງຈະບໍ່ພໍ ຮາໆໆໆໆ

__________________
Anonymous

Date:

ຄ່ານ້ຳ 30ພັນກີບ ຄ່າໄຟ 5 ແສນກີບ ຄ່າອິນເຕີເນັດ 250 ພັນກີບ ຄ່ານ້ຳມັນ ລົດຈັກ 5 ແສນກີບ ຄ່າ ບໍລິການອື່ນໆ 1​ແສນກີບ ເຄື່ອງໃຊ້ທົ່ວໄປ 5​ ແສນກີບ ໂທລະສັບ 3 ແສນກີບ ກິນຢູ່ເຮືອນ 1 ລ້ານເປັນຢ່າງຕ່ຳ ກິນເຂົ້າສວາຍ 1 ລ້ານ ເປັນຢ່າງຕ່ຳ ຄ່າເຊົ່າເຮືອນ 5​ ແສນກີບ ອັນນີ້ ເປັນເງິນທີ່ຕ້ອງຈ່າຍທຸກເດືອນ ສຳລັບຂ້າພະເຈົ້າຄົນດຽວ ເພາະຍັງໂສດ ບໍ່ໄລ່ລວມຄ່າເຄື່ອງນຸ່ງ ແລະ ງານຕ່າງໆທີ່ຕ້ອງຈ່າຍ ແຕ່ເງິນເດືອນ ພັດໄດ້ແຕ່ ລ້ານ ເຈັດແສນກີບ ບາດນີ້ຕັດລົງ ເຫຼືອຢູ່ລ້ານ ສາມແສນກີບ ສຳລັບທີ່ເພິ່ນຂື້ນແລ້ວ..... ຖ້າເງິນທີ່ແມ່ໃຫ້ມົດມື້ໃດ ແມ່ນຂໍລາຈາກ ການເປັນພະນັກງານ... ລັດ ໂລດລະນິ..... blankstareblankstareblankstareblankstareblankstareblankstare

__________________
Anonymous

Date:

ບໍມີໃຜເວົ້າເຖິງຄ່າເຈັບເປັນເລີຍເນາະ

ຍາມເຈັບເປັນມາຕອ້ງມີເງີນຕ່າງຫາກກຽມພອ້ມ ຖ້າບໍດັ່ງນັ້ນຕາຍຊື່ໆ

__________________
Anonymous

Date:

Anonymous wrote:

ຊື້ຫມີ່ໄວໆມາເກັບໃວ້ກີນຕະຫລອດເດືອນແລະໃຂ່ພ້ອມ ຄິດວ່າຄົງກຸ້ມກີນຢູ່

ໃຫ້ຊື້ໄປໄວ້ລ້ຽງແມ່ເຖົ້າເຈົ້າເດີ້  ແມ່ເຖົ້າຂ້ອຍລາວບໍ່ກິນ ລາວມັກກິນແຕ່ເຂົ້າກັບຊີ້ນ.

 ແມ່ເຖົ້າຂ້ອຍກິນໄຂ່ມາເກືອບ 3 ເດືອນແລ້ວ ຫນ້າລາວຮູ້ສຶກວ່າໄຄ່ອອກຫລາຍເຕີບ 

__________________
Anonymous

Date:

1.ຄ່ານ້ຳມັນລົດຈັກ-ໃຫຍ່ ແລະ ແກັດ ຫູງຕົ້ມ

2.ຄ່າໄຟ-ນ້ຳ-ໂທລະສັບ-internet-ຂີ້ເຫຍື້ອ

3.ຄ່າເຂົ້າສານ

4.ອາຫານເຊົ້າ-ທ່ຽງ-ແລງ

5.ອາຫານທີ່ໄປກິນນອກບ້ານ

6.ງານອອກສັງຄົມ ງານດອງ, ຜູກແຂນ ເສຽຊີວິດ,  ເທດສະການຕ່າງໆ ແລະ ໄປທ່ຽວ

7.ບັດເຊີນດອງ ບັດເລົ່າບຸນ

8.ຄ່າບໍາລຸງຮັກສາເຮືອນແລະລົດ

9.ເຄື່ອງໃຊ້ອຸປະໂພກ ສະບູ ແຟບ ຢາຖູແຂ້ວ ນ້ຳຢາລ້າງຈານ

10.ຄ່າໂຮງຮຽນລູກ

----------------------------------------------------------------------------------------------

ລວມທັງໝົດ ປະມານ 7ລ້ານກີບ

__________________
Anonymous

Date:

ໃຜກໍເວົ້າວ່າໄດ້ຈ່າຍເກີນ 2-3ລ້ານຂຶ້ນໄປ

ແຕ່ເງິນເດືອນພັດໄດ້ບໍ່ຮອດ ເຄິ່ງນຶ່ງຊຳ້

ແລວ້ເອົາເງິນແຕ່ໃສມາຈ່າຍ

ຫລືວ່າ ຢູ່ກັນແບບອຶດໆ ຢາກໆ

ແບບນີ້ ກໍຫມາຍຄວາມວ່າ ເປັນຄອບຄົວທຸກຍາກຊັ້ນຕວານີ້

__________________
Anonymous

Date:

Anonymous wrote:

ຄ່ານ້ຳ 30ພັນກີບ ຄ່າໄຟ 5 ແສນກີບ ຄ່າອິນເຕີເນັດ 250 ພັນກີບ ຄ່ານ້ຳມັນ ລົດຈັກ 5 ແສນກີບ ຄ່າ ບໍລິການອື່ນໆ 1​ແສນກີບ ເຄື່ອງໃຊ້ທົ່ວໄປ 5​ ແສນກີບ ໂທລະສັບ 3 ແສນກີບ ກິນຢູ່ເຮືອນ 1 ລ້ານເປັນຢ່າງຕ່ຳ ກິນເຂົ້າສວາຍ 1 ລ້ານ ເປັນຢ່າງຕ່ຳ ຄ່າເຊົ່າເຮືອນ 5​ ແສນກີບ ອັນນີ້ ເປັນເງິນທີ່ຕ້ອງຈ່າຍທຸກເດືອນ ສຳລັບຂ້າພະເຈົ້າຄົນດຽວ ເພາະຍັງໂສດ ບໍ່ໄລ່ລວມຄ່າເຄື່ອງນຸ່ງ ແລະ ງານຕ່າງໆທີ່ຕ້ອງຈ່າຍ ແຕ່ເງິນເດືອນ ພັດໄດ້ແຕ່ ລ້ານ ເຈັດແສນກີບ ບາດນີ້ຕັດລົງ ເຫຼືອຢູ່ລ້ານ ສາມແສນກີບ ສຳລັບທີ່ເພິ່ນຂື້ນແລ້ວ..... ຖ້າເງິນທີ່ແມ່ໃຫ້ມົດມື້ໃດ ແມ່ນຂໍລາຈາກ ການເປັນພະນັກງານ... ລັດ ໂລດລະນິ..... blankstareblankstareblankstareblankstareblankstareblankstare

 ເວົ້້າໄດ້ ຖືກຈຸດ ຕໍາຫຼາຍຄົນ, ດີທີ່ຫຼາຍຄົນຍັງມີ ກະຊວງມານດາ ສະໜັບສະໜູນ ຢູ່. 

ດຽວນີ້ ກະຕ້ອງໄດ້ ເອົາໃຈລັດຖະມົນຕີກະຊວງມານດາ ນີ້ ສຸດໆແລ

__________________
Anonymous

Date:

ເສຍໃຈ ! ກົມບິດາ ແລະກະຊວງມານດາຂອງຂ້າພະເຈົ້າຍຸບແລ້ວແຕ່ດົນ ສະນັ້ນ ຂ້າພະເຈົ້າເລີຍໄປຢູ່ພະແນກ ອສມ ເປັນຫຼັກ ຈົນກວ່າເຂົາຈະໄລ່ໜີພຸ້ນລະ !!!!

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard