Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄວາມເຫັນສ່ວນຕົວຂອງຂ້າພະເຈົ້າຕໍ່ກັບສະມາຊິກ ຫລື ຜູ້ທີ່ໂພສໃນເວັບພາສາລາວ
laoscience-it

Date:
ຄວາມເຫັນສ່ວນຕົວຂອງຂ້າພະເຈົ້າຕໍ່ກັບສະມາຊິກ ຫລື ຜູ້ທີ່ໂພສໃນເວັບພາສາລາວ


 

 
  1. ສະມາຊີກສ່ວນຫລາຍມັກເລື່ອງການເມືອງຫລາຍກວ່າເລື່ອງອື່ນ ແລະ ເນັ້ນເລື່ອງລັດຖະບານເປັນຫລັກ
  2. ມັກຊີ້ແຈງເລື່ອງການຂຽນພາສາລາວໃຫ້ຖືກຕ້ອງ(ເຊີ່ງເປັນເລື່ອງທີ່ດີຫລາຍເພາະນີ້ແມ່ນ"ເວັບພາສາລາວ")
  3. ຫລາຍທ່ານມັກລົງເລື່ອງການເມືອງ ແລະ ເວົ້າໃຫ້ລັດຖະບານ ໂດຍປາສະຈາກຫລັກຖານທີ່ຫນ້າເຊື່ອຖືໃດໆ ດັ່ງບາງທີ່ທ່ານເຫັນໃນບາງກະທູ້ (ເຊັ່ນກະທູ້ກ່ຽວກັບການທຸຈະລິດ ເປັນຕົ້ນ) ຕາມຄວາມຄິດສ່ວນ ຕົວເຖິງຂ້າພະເຈົ້າຄິດວ່າມັນຄືຊິເປັນແນວນັ້ນແທ້ ເພາະຖ້າບໍ່ມີມູນເຫດຫຍັງ ຄົງບໍ່ມີຄົນເວົ້າແຕ່ ! ຄວນມີ ຫລັກຖານທີ່ຫນ້າເຊື່ອຖືກວ່ານີ້
  4. ຂ້າພະເຈົ້າຊົມເຊີຍຫລາຍກະທູ້ໂດຍສະເພາະກະທູ້ທີ່ກ່ຽວກັບປະຫວັດສາດຂອງລາວ ທີ່ສະແດງໃຫ້ເຫັນອີກ ດ້ານຂອງປະຫວັດສາດ (ນອກຈາກທີ່ລັດຖະບານບານລາວຂຽນພຽງດ້ານດຽວໃຫ້ຄົນລາວອ່ານ) ເຮັດໃຫ້ມີຂ້າພະເຈົ້າມີທັດສະນະຄະຕິໃຫມ່. ເຖິງວ່າເລື່ອງແບບນີ້ຂ້າພະເຈົ້າສາມາດຄົ້ນໃນ google ໄດ້ເອງພຽງບໍ່ພໍເທົ່າໃດນາທີກໍ່ຕາມ, ແຕ່ນີ້ສະມັນກໍ່ສະແດງເຖິງທັດສະນະຄະຕິຂອງຊາວພາສາລາວ ແລະ ຍັງມີຄົນທີ່ຄິດເຖິງອີກດ້ານຂອງປະຫວັດສາດ
 
ປລ: ນີ້ເປັນ ຄວາມເຫັນສ່ວນຕົວທີ່ຂ້າພະເຈົ້າຢາກຂຽນໃຫ້ອ່ານບໍ່ໄດ້ມີເຈດຕະນາອື່ນໆໃດໆ ນອກຈາກແບ່ງປັນຄວາມຮູ້ສືກໃນເວັບນີ້ເທົ່ານັ້ນ ທ່ານໃດມີຄວາມຄິດດີໆ ສາມາດແບ່ງປັນກັນໄດ້ ແລະ ຖ້າກະທູ້ຂອງຂ້າພະເຈົ້າບໍ່ຖືກຕ້ອງຂໍໃຫ້ແລກປ່ຽນຄວາມເຫັນກັນແບບມີເຫດຜົນ(ຫ້າມໃຊ້ຄໍາບໍ່ສຸພາບ)
 
ຂອບໃຈ

 



__________________
Anonymous

Date:
RE: ຄວາມເຫັນສ່ວນຕົວຂອງຂ້າພະເຈົ້າຕໍ່ກັບສະມາຊິກ ຫລື ຜູ້ທີ່ໂພສໃນເວັບພາສາລາວ


ເຫັນດີນຳເຈົ້າຂອງກະທູ້ນີ້ທີ່ວ່າເວົ້າຫຍັງຕ້ອງມີຫລັກຖານອ້າງອີງໂດຍສະເພາະການເວົ້າເຖີງລັດຖະບານ.

ແຕ່ຂ້າພະເຈົ້າຄິດວ່າເຖີງມີຫລັກຖານກະເຮັດຫຍັງເພີ່ນບໍໃດ້ດອກ. ເພາະບໍ່ມີໃຜກ້າພໍ.

ສະນັ້ນຈື່ງໃດ້ແຕ່ມາລະບາຍແລະເລົ່າສູ່ກັນຟັງຊື່ນີ້ລະ. ມື້ຫນ້າຂ້າພະເຈົ້າຊີຖ່າຍຮູບເຮືອນແລະລົດປະຈຳຕຳແຫນ່ງຂອງບັນດາລັດຖະມົນຕີມາໃຫ້ເບີ່ງວ່າມີຈັກຄັນປ້າຍກະຊວງທັງນັ້ນ.

 



__________________
Anonymous

Date:

ຂໍສະເຫນີໃຫ້ບັນດາລັດຖະມົນຕີ, ຫົວຫນ້າກົມຕ່າງຫ້າມນຳລົດລັດກັບເມືອໃຊ້ຢູ່ບ້ານ, ໃຫ້ໃຊ້ສະເພາະວຽກທາງການເທົ່ານັ້ນ. ຢູ່ວຽດນາມລັດຖະມົນຕີບໍ່ເອົາລົດກັບບ້ານມີແຕ່ໃຫ້ໂຊເຟີ້ຂັບເມືອສົ່ງແລ້ວກະເອົາລົດກັບມາໃວ້ຫ້ອງການຄືເກົ່າ.

 



__________________
Anonymous

Date:

ຂໍສະເຫນີໃຫ້ທ່ານເອົາຮູບລົດລັດໄປຫລີ້ນສາວ ໄປນອນເຮືອນພັກ ໄປກີນເຫລັາເຂົ້າຮ້ານນອ້ຍ ໄປຫລິ້ນກອຟຍາມໂມງການ ໄປປິກນິກໃນຍາມພັກ ໄປຊອບທີ່ອຸດອນຫນອງຄາຍ 

ນຳແນ່

ພໍເປັນຂັວນຕາ 

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard