Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ອີດູຕົນ ຄົນບໍ່ຮູ້ 2 ພະຍາງ!!!
Anonymous

Date:
ອີດູຕົນ ຄົນບໍ່ຮູ້ 2 ພະຍາງ!!!


ສອງມື້ຜ່ານມາ ຂ້າພະເຈົ້າໄດ້ອ່ານ ກະທູ້: "ຕັ້ງຊື່ລູກໃຫ້ແດ່ 2 ພະຍາງເດີ". ເຫັນດີນໍາເດີ ພໍ່ແມ່ຜູ້ທີ່ມັກຕັ້ງຊື່ລູກ ພຽງ 2 ພະຍາງ, ເພາະຈື່ງ່າຍ ແລະ ຈະມີຄົນເອີ້ນຊື່ແທ້ ທັງບໍ່ສິ້ນເປືອງບ່ອນຈ້ຳຊື່ ບາດລູກໄດ້ເປັນເຈົາເປັນນາຍ ເຮັດກາຈ້ຳຊື່ກໍ່ງ່າຍ. ແຕ່ວ່າ ບາງທ່ານ ຕອບກະທູ້ນີ້ໄປແລ້ວ ວ່າ ຄວນຕັ້ງຊື່ ຫວັງສີ້ເຈົ້າ ຫລື ເຈົ້າຢ່າຫວັງ, ໂອຍ!!! ໂອຍ!!! ຈັ່ງແມ່ນຊາດເນາະ ຖ້າບໍ່ຮູ້ກໍ່ຢ່າໄປແນະນໍາຊາ...ອັນນັ້ນ ເຂົາບໍ່ເອີ້ນ 2 ພະຍາງ, ມັນແມ່ນ 3 ພະຍາງພູ້ນນາເວີຍ!!!!

ຂໍຊົມເຊີຍທ່ານ ທີ່ຕັ້ງຊື່ 2 ພະຍາງໃຫ້ຫລານຊາຍ ວ່າ: ຈູມທອງ, ເຂົ້າໃຈນໍາເອົາຊື່ເຈົ້ານານໃຫຍ່ທີ່ສຸດມາປະດິດເປັນຊື່ໃໝ່ ແລະ ມີຄວາມໝາຍດີທີ່ສຸດ. ຄວາມໝາຍຂອງຄໍາວ່າ ຈູມ=ໂນນ, ໃຫຍ່, ຄວາມໝາຍຂອງຄໍາວ່າ ທອງ=ເງິນທອງ ຂອງມີຄ່າ. ເອີນໍ ສໍາລັບເດັກຊາຍໃສ່ຊື່ນີ້ກໍ່ເໝາະສົມໃດເນາະ......



__________________
Anonymous

Date:

ຂ້ອຍນີ້ແລ້ວເປັນຜູ້ຕັ້ງຊື່ນີ້ໃຫ້ ເພາະການທີ່ເຮົາເອົາຊື່ຜູ້ຫລັກຜູ້ໃຫຍ່ທັງສອງທ່ານທີ່ເປັນເຖິງ

ຜູ້ນຳປະເທດມາປະສົມເຂົ້າກັນເປັນອັນດຽວກໍໝາຍເຖິງສອງກຳລັງ ( Two Powers ). ອີກ

ປະການໜຶ່ງ ລຸງຈູມ ແລະ ລຸງທອງ ເພິ່ນທັງສອງຕ່າງກໍເປັນທີ່ຮັກຂອງປະຊາຊົນລາວທັງຊາດ

ເມື່ອເອົາຊື່ເພິ່ນມາປະສົມເຂົ້າກັນຕາມຜູ້ທີ່ເພິ່ນຢາກໄດ້ຊື່ລູກທີ່ມີ 2 ພະຍາງກໍເໝາະສົມທີ່ສຸດ

ເພື່ອວ່າໃນອານາຄົດພາຍໜ້າຄົນທັງຫລາຍເຫັນຊື່ ທ້າວ ຈູມທອງ ກໍຈະພາກັນຮູ້ທັນທີໂລດວ່າ

ເປັນຊື່ວິລະບຸລຸດຜູ້ນຳຂອງລາວເຮົາອະດີດຄັ້ງໜຶ່ງຜ່ານມາ.

ເສຍດາຍຂ້ອຍບໍ່ສາມາດມີລູກອີກ ຈະເອົາໄວ້ຕັ້ງຊື່ໃຫ້ຫລານເທົ່ານັ້ນແລ້ວ ຖ້າວ່າໄດ້ຫລານຊາຍ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard