Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທ່ານຮູ້ຫລືບໍ ? ແຮງດຶງດູດຂອງໂລກແຕ່ລະບ່ອນໃນໂລກບໍ່ເທົ່າກັນ
Laoscience-it

Date:
ທ່ານຮູ້ຫລືບໍ ? ແຮງດຶງດູດຂອງໂລກແຕ່ລະບ່ອນໃນໂລກບໍ່ເທົ່າກັນ


01-300x225.jpg


ຫລາຍທ່ານອາດເຄີຍໄດ້ຮຽນວິຊາຟິຊິກແຕ່ມໍຕົ້ນກ່ຽວກັບແຮງດຶງດູດຂອງໂລກ ຕາມຫລັກການຂອງ ນິວເຕີນແຕ່ທ່ານອາດຍັງບໍ່ທັນຮູ້ວ່າ ແຮງດຶງດູດຂອງໂລກໃນແຕ່ລະພື້ນທີ່ນັ້ນບໍ່ເທົ່າກັນ (g ~ 9m/s)

ນັກວິໃຈຈາກອອ໊ດສະລີ ແລະ ເຢຍລະມັນໄດ້ສ້າງແຜນທີ່ສະແດງເຖິງແຮງດຶງດູດຂອງໂລກ ແລະ ຊີ້ໃຫ້ເຫັນວ່າຄວາມຜັນແປຂອງແຮງດຶງດູດ ຄາດເຄື່ອນໄປຈາກທີ່ຄາດໄວ້ເຖິງ 40​%

ໃນການສືກສາ ນັກວິໃຈໄດ້ໃຊ້ຂໍ້ມູນຈາກກະສວຍອາວະກາດຂອງສະຫະລັດອາເມລິກາໂດຍມີຜູ້ຊ່ຽວຊານຈາກມະຫາວິທະຍາໄລເຄີຕິນອົດສະຕາລີ

ແລະ ມະຫາວິທະຍາໄລ ມິວມິກ ນໍາໂດຍ ດຣ ຄຣິດຕຽນ ເຮີສ ມາຊ່ວຍປັບປຸງແຜນທີ່ໃຫ້ມີຄວາມລະອຽດຍິ່ງຂື້ນ


ggmplus_datacoverage_small.jpg

"ນີ້ເປັນຄວາມພະຍາມແຕ້ມແຜນທີ່ແຮງດຶງດູດທີ່ມີລາຍລະອຽດສູງຄັ້ງທຳອິດຂອງໂລກ ດຣ ເຮິສ ກ່າວ"

ງານວິໃຈຄັ້ງນີ້ໄດ້ທົດລອງໂດຍການປ່ອຍວັດຖຸຈາກທີ່ສູງ 200 ແມັດຈາກທັງຫມົດ 3​ ພັນລ້ານແຫ່ງທົ່ວໂລກເພື່ອທົດສອບແຮງດຶງດູດ ແລະ ສ້າງແຜນທີ່ໃຫ້ຄອບຄຸມ ທົ່ວໂລກ ເຊິ່ງສະແດງໃຫ້ເຫັນ ຄວາມແຕກຕ່າງຂອງການຕົກຂອງວັດຖຸໃນແຕ່ລະແຫ່ງ ໂດຍແຮງດຶງດູດຕໍ່າສຸດແມ່ນ ຢູ່ບໍລິເວນພູເຂາ Huascaran ທີ່ທະວິບອາເມລິ ກາໃຕ້ ແລະ ຄ່າສູງສຸດແມ່ນຢູ່ທີ່ຂົ້ວໂລກເຫນືອ

ຜົນຈາກການສຶກສານີ້ ຈະມິປະໂຫຍດຢ່າງມະຫາສານໃນການວິເຄາະທາງວິທະຍາສາດທີ່ກ່ຽວກັບແຮງດຶງດູດຂອງໂລກ ນັບແຕ່: ການເຄື່ອນທີ່, ພຶດຕິກຳຂອງພືດ, ສັດ, ມະນຸດໃນເຂດຕ່າງໆ ແລະ ອື່ນໆ

ອ່ານຂ່າວວິທະຍາສາດພາສາລາວໄດ້ທີ່ນີ້: http://laoscience-it.blogspot.com



ທີ່ມາ: Curtin University (2013, September 4). Gravity variations over Earth much bigger than previously thought. ScienceDaily. Retrieved September 8, 2013, from http://www.sciencedaily.com/releases/2013/09/130904105345.htm



__________________


Guru

Status: Offline
Posts: 1010
Date:
RE: ທ່ານຮູ້ຫລືບໍ ? ແຮງດຶງດູດຂອງໂລກແຕ່ລະບ່ອນໃນໂລກບໍ່ເທົ່າກັນ


ອາເມກາຄົນຄວ້າແຕ່ແນວຈະໃຊ້ປະໂຫຍດກັບໂຕເອງເພື່ອໂຕເອງ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard