Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເພງອອກໃໝ່ຂອງນັກຮ້ອງຊື່ດັງລາວ ພາສາໄທເຕັມພຽບ...
Anonymous

Date:
RE: ເພງອອກໃໝ່ຂອງນັກຮ້ອງຊື່ດັງລາວ ພາສາໄທເຕັມພຽບ...


ຕົວຢ່າງຄຳບູຮານ

ຜ່າວ " ປະກາດ                ຜູ້ສອນ " ຄູ                  ຜູ້ໃດ " ໃຜ               ພື້ນ " ປະຫວັດ

ພື້ນເມືອງ " ປະຫວັດສາດ     ພ້າ " ມີດ                    ຟິ່ງ " ວັດທະນະທຳ      ລິກ " ອັກສອນ

ວ່າອູ້ " ເວົ້າ                     ວ້າຍ " ກັບຄືນ              ຫຼວກ " ສະຫຼາດ         ໜອງໃຫຍ່ " ທະເລ

ໝັ້ນແກ່ນ " ສາມັກຄີ          ໝໍຂັບ " ນັກຮ້ອງ          ໝໍຄວາມ " ທະນາຍ     ໝໍຍາ " ໝໍ

ເກືອເຄັມ " ເກືອ               ເກືອຫວານ " ນ້ຳຕານ      ເຊົາ " ຢຸດ               ເດີ່ນ " ສະໜາມ

ເປົ່າ " ບໍ່                        ເພີງ " ໂຕະ                 ເມືອ " ກັບໄປ            ເມືອງຟ້າ " ສະຫວັນ

ເມືອງຫຼ້າ " ໂລກ                ເຫັນໃຈ " ສົງສານ         ເອິ່ງ " ເຂດ               ເອົາກັນ " ແຕ່ງງານ

ແຍງ " ພິຈາລະນາ              ແປງ " ສ້າງ               ແມງ " ສັດ               ໂຮງຍາ " ໂຮງໝໍ

 



__________________
Anonymous

Date:

Anonymous wrote:

ກະຈົກສະທ້ອນ >> ພາສາໄທ ແທ້ໆ hmm


 Pauk pee baa

mee tai tae si wao



__________________
Anonymous

Date:

Anonymous wrote:
Anonymous wrote:

ยอมรับเถอะ ว่านักร้องลาวส่วนมากร้องเพลงไทย ซะส่วนใหญ่ ในผับในเวียงจันทน์ ให้ร้องเพลงตัวเองมาก ๆๆ 

ลูกค้าก็ไม่ชอบ ผมเคยไปมาแล้ว ผับในเวียงจันทน์ เพลงไทยร้อยละ 90 เปอร์เซ็น และก็ สากล 9 เปอร์เซ็น และ เพลงลาว 1 เปอร์เซ็น

มีนักร้องลาวอีกหลายท่านที่ร้องคำไทยเป็น ส่วนใหญ่ ส่วย อลูนา นั้น ยังใช้คำลาวมากกว่า คนอื่นอีกนะ เพราะว่าเขาเป็นนักร้อง รุ่นแรกๆของลาว

ส่วนหลังๆๆ นักร้องลาว ร้องสำเนียงไทย ใช้คำไทย หาเอกลักษณ์แทบไม่ได้ แยกไม่ออก ว่านักร้องลาวหรือ นักร้องไทย มี คำเด่นในลาวที่แสดงว่า

เป็นเพลงลาว คือ ข่อย เจ้า บ่อ อัก  แต่เคยฟัง คำว่า เฮ็ด บางวงในลาว ใช้คำว่า ทำ ส่วนคำว่า ดล ที่แปลว่า นาน บางวงก็ใช้คำว่านาน ไปแทนเลย

นี้แค่สิ่งเล็กน้อย ของเพลงไทยที่กำลังกลืนกิน วัยรุ่นลาวในปัจจุบัน และนักร้องลาวด้วย


       ຂ້ອຍຮູ້ແຕ່ວ່າເວລາຄົນໄທຍເວົ້າພາສາໄທຍໃສ່ຄົນລາວ ແມ່ນບໍ່ຕ້ອງການນາຍແປ

ແຕ່ເວລາຂ້ອຍເວົ້າພາສາລາວໃສ່ຄືນ ພັດຫະ ຫະ ຢູ່ຫັ້ນແລະ, ຕ້ອງໄດ້ແປອີກຮອບຈື່ງເຂົ້າໃຈຂ້ອຍ

ສ່ວນທຳນອງຫັ້ນ, ໄທຍເຈົ້າ ໄປກອບປີ້ເກົາຫຼີ ອາເມລິກາ ຢີ່ປຸ່ນ ມາເກືອບໝົດ ຍັງບໍ່ແລ້ວ ຍັງມາລັກເພັງໝໍລຳຂອງລາວ

ທ່າຟ້ອນຂອງລາວໄປອີກ ຍັງມີໜ້າມາໂມ້ໃສ່ພວກຂ້ອຍອີກ.ຈັ່ງແມ່ນຊາດແນມບໍ່ເຫັນໂຕເອງເນາະຄົນເຮົາ.


 ຂຶ້ນຊື່ວ່່າເພງລູກທຸ່ງ(ທົ່ງ) ເປັນເພງລາວ ທີ່ຕິດພັນກັບຄົນອີສານ(ລາວຝັ່ງຂວາ), ກ່ອນຈະປະຕິວັດເປັນເພງໄທຍ໌ ສະໄໝສຸດຍອດ(ພຸ່ມພວງ ດວງຈັນ) ຂຶ້ນຊື່ວ່າໝໍລຳ ເປັນຂອງລາວໝົດບໍ່ວ່າລຳຈັ່ງໃດ (ຫຼັກຖານ ເອົາພາສາສຳນຽງກຸວເທບມາລຳ ແນ່ນອນກາຍເປັນເປັດກາຮ້ອງໂລດ ຕ້ອງໃຊ້ພາສາລາວຢ່າງດຽວ ຈຶ່ງຈະລຳຄ່ອງ) ໄທຍ ເພງຂອງເຂົາແມ່ນເພງອີແຊວ ລຳຕັດ(ແຕ່ລຳຕັດ ແລະເພງອິແຊວ ສຸພັນ ອ່າງທອງ ໂຄຣາດ ກັບໄປເໝືອນ ເພງສະຫລ່າງສາມສ້າວ ແລະເພງອ່ານໜັງສື ທາງເມືອງຫຼວງພຣະບາງອີກ) ສ່ວນເພງສາກົນ(ລູກກຸງໄທຍ) ເປັນເພງປະຍຸກເອົາດົນຕີສາກົນມາໃຊ້ ພັດຄືດຽວກັບເພງ ຄຳເຕີມ ຊານຸບານ, ຄຳຫຼ້າ ໜໍ່ແກ້ວ, ສຸບັນ ສຸວັນນະວົງຂອງລາວອີກ ເພາະເພງພວກນີ້ເກີດພ້ອມກັນ.

- ຫຼັກຖານໝໍລຳລາວມີທຸກແຂວງ ທີ່ດັງສຸດໃນໄທຍ ກໍແມ່ນລຳມະຫາໄຊ(ມາຈາກເມືອງມະຫາໄຊ) ລຳບ້ານຊອກ (ບ້ານຊອກ ສະຫວັນ), ຄອນສະຫວັນ(ມາຈາກສະຫວັນ), ຕັ່ງຫວາຍ (ມາຈາກບ້ານຕັ່ງຫວາຍ ສາລະວັນ) ລຳເຕີ້ຍ ມາຈາກແຂວງຄຳມ່ວນ ນະຄອນພະມົນ (ບ້ານດອນຕານ), ລຳນັ່ງ ສີພັນດອນ(ມາຈາກສີພັນດອນ) ຂັບໂສມ (ມາຈາກດອນສົມ ສີພັນດອນ) ລຳລ່ອງຂອງ (ມາຈາກເມືອງໂຂງ ແລະແຂວງຈຳປາສັກ) ສຳສາລະວັນ(ມາຈາກສາລະວັນ-ປາກຊ່ອງ) ນອກຈາກນີ້ຍັງມີລຳເລື່ອງຕໍ່ກອນອີກ ເຕັມຢູ່ເມືອງຕ່າງໆໃນເຂດພາກໃຕ້ຂອງລາວ, ສ່ວນລຳວຽງ (ມາຈາກວຽງຈັນ) ສ່ວນລຳເພີນ ຕິດພັນກັບລຳສີພັນດອນ ແລະລຳລ່ອງຂອງ ຫຼືລຳເດີນ ນອກຈາກນັ້ນຍັງມີຂັບທາງພາກເໜືຶອອີກນັບບໍ່ໄຂວ່ແລ ຂອງໄທຍ ແມ່ນດັງສຸກແມ່ນໜັງຕະລຸງ ແຕ່ຂອງລາວພັດມີຄືກັນຮຽກວ່າໜັງປລັດຕື້, ເປັນອັນວ່າ ຂອງໄທຍຍັງບໍ່ທັນປາກົດເຫັນລຳແລະເພງເປັນຂອງຕົນເອງເລີຍ ຂໍໃ້ຫ້ຕົນລາວ ຢ່າເອົາບັນຫານ້ອຍໆ ມາເປັນບັນຫາໃຫຍ່ເລີຍ ໃນສະໄໝຣັດຕະນະໂກສິນ ຣັດຖະບານເຂົາຍັງຫ້າມບໍ່ໃຫ້ຫຼິ້ນເພງແຄນລາວ ອັນນັ້ນຄືຫຼັກຖານສຳຄັນ ຢ່າເອົາເລື່ອງນ້ອຍມາສອຍເລື່ອງໃຫຍ່ເລີຍ ພີ່ນ້ອງລາວທົ່ວໂລກ ຈົ່ງຮຽນຮູ້ໄວ້ຫຼາຍບໍ່ເສັຍດອກ ຄັນເຮົາບໍ່ສຶກສາມັນ ມັນກໍເປັນດັ່ງເຈົ້າຂອງກະທູ້ຕັ້ງມານີ້ແລ້ວ



__________________
Anonymous

Date:

Anonymous wrote:

ຕົວຢ່າງຄຳບູຮານ

ຜ່າວ " ປະກາດ                ຜູ້ສອນ " ຄູ                  ຜູ້ໃດ " ໃຜ               ພື້ນ " ປະຫວັດ

ພື້ນເມືອງ " ປະຫວັດສາດ     ພ້າ " ມີດ                    ຟິ່ງ " ວັດທະນະທຳ      ລິກ " ອັກສອນ

ວ່າອູ້ " ເວົ້າ                     ວ້າຍ " ກັບຄືນ              ຫຼວກ " ສະຫຼາດ         ໜອງໃຫຍ່ " ທະເລ

ໝັ້ນແກ່ນ " ສາມັກຄີ          ໝໍຂັບ " ນັກຮ້ອງ          ໝໍຄວາມ " ທະນາຍ     ໝໍຍາ " ໝໍ

ເກືອເຄັມ " ເກືອ               ເກືອຫວານ " ນ້ຳຕານ      ເຊົາ " ຢຸດ               ເດີ່ນ " ສະໜາມ

ເປົ່າ " ບໍ່                        ເພີງ " ໂຕະ                 ເມືອ " ກັບໄປ            ເມືອງຟ້າ " ສະຫວັນ

ເມືອງຫຼ້າ " ໂລກ                ເຫັນໃຈ " ສົງສານ         ເອິ່ງ " ເຂດ               ເອົາກັນ " ແຕ່ງງານ

ແຍງ " ພິຈາລະນາ              ແປງ " ສ້າງ               ແມງ " ສັດ               ໂຮງຍາ " ໂຮງໝໍ

 


 ໂຣງພະບານບ້າບໍ່ມີໃນເມືອງລາວເດີ ຄັນໜັກກວ່ານີ້ ມີແຕ່ໄປສີທັນຍາ ສະແດງວ່າຄົນບ້າຢູ່ລາວມີນ້ອຍ ລັດຖະບານລາວຈຶ່ງບໍ່ສ້າງໂຮງພະຍາບ້າ



__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

 

ປຶ້ມພົດຈະນານຸກົມ ລາວ ເຫຼັມໃດ ມີຄໍາວ່າ ກະຈົກ ຊ່ອຍບອກໃຫ້ຂ້າພະເຈົ້າຮູ້ແດ່ເດີ້

ເປີດມາສາມເຫຼັ້ມແລ້ວ ຍັງບໍ່ເຫັນມີເຫຼັ້ມໃດ ຂຽນວ່າ ກະຈົກ ແປວ່າ ແວ່ນ no


ເຈົ້າຈະຊອກຮອດ 10 ຫົວກໍບໍ່ເຫັນດອກເພາະ ກະຈົກ ບໍ່ແມ່ນ 

ພາສາລາວ ເປັນ ພາສາບາລີ ແປເປັນພາສາລາວວ່າ ແວ່ນແຍງ,

ລາວ, ໄທ ແລະຂເມນ ໄດ້ເອົາມາໃຊ້ນຳກັນນານເຖິງ 2-3 ຮ້ອຍປີ

ຜ່ານມາແລ້ວ. ເຄີຍໄດ້ອ່ານວັນນະຄະດີລາວເລື່ອງກະຈົກວິເສດບໍ່

ຊື່ງເປັນວັນນະຄະດີຄົນລາວເຮົາແຕ່ງຂຶ້ນມາແຕ່ສະໄໝພັນປີຜ່ານ

ມາ, ບໍ່ເຫັນເພິ່ນປ່ຽນ ກະຈົກວິເສດ ມາເປັນ ແວ່ນແຍງວິເສດ ໄດ໊

ອັນວັນນະຄະດີລາວເຮົານັ້ນກະດາຍ.

ຢູ່ມະຫາໄລໄດ້ຮຽນ ຟີຊິກ ບໍ່ທີ່ກະຊວງ ສສ ໄດ້ພິມປື້ມອອກມາເປັນ

ພາສາລາວກ່ຽວກັບການໃຊ້ແສງສະທ້ອນຈາກ ກະຈົກ ໜ່ວຍນຶ່ງໄປ

ຫາອີກຈຸດນຶ່ງອີກຂອງໜ່ວຍຕໍ່ໄປ? ປື້ມ ຟີຊິກ ເຫຼັ້ມນັ້ນກໍຂຽນເປັນ

ອັກສອນລາວວ່າ  ກະຈົກ  ບໍ່ເຫັນເພິ່ນຂຽນ ແວ່ນ ຫຼືແວ່ນແຍງໄດ໊,

ແລະປື້ມເຫຼັ້ມນັ້ນກໍພິມໃນປີ 1982 ຜ່ານມານີ້ເອງ.

ອັນທີ່ຈິງແລ້ວ ກະຈົກ ບໍ່ແມ່ນພາສາໄທ ແລະກໍບໍ່ແມ່ນພາສາລາວ,

ມັນເປັນພາສາ ບາລີທີ່ລາວແລະໄທເອົາມາໃຊ້ນຳກັນ.


 คำศัพท์ไทยหลายคำมาจากภาษาบาลี-สันสกฤตจริงแต่เมื่อนำมาใช้ก็มีการดัดแปลงปรับเปลี่ยนไปเช่นอาจจะออกเสียงต่างไปจากเดิมตามสำเนียงของคนไทย หรืออาจจะไม่ใช่ความหมายเดิมแล้ว การเขียนก็แตกต่าง ซึ่งมันก็มีการเปลี่ยนไปเรื่อยๆเป็นวิวัฒนาการของภาษาของไทย จนกลายมาเป็นภาษาไทยในปัจจุบันซึ่งมีอิทธิพลต่อคนลาวอีกทีหนึ่ง ภาษาไทยที่เป็นคำไทยแท้ก็มี เช่น กิน นอน เดิน เป็นคำแสลงก็มีเช่น แอ๊บแบ๊ว ติงต๊อง ติดเรท เรยา หรือมาจากภาษาอื่นเช่นจีน ญี่ปุ่นก็มี 


 ຕອບໄດ້ຈະແຈ້ງແລ້ວ (ຜູ່ທີ່ຂຽນພາສາລາວເທິງນັ້ນ) ມັນແມ່ນພາສາປາລີ (ເຖິງແມ່ນວ່າເຮົາຈະເອົາມາໃຊ້ຈົນບໍຫຼົງເຫຼືອເຄົ້າແລ້ວກໍຕາມ ເຮົາບໍຄວນລືມກົກເຄົ້າທີ່ມັນກຳເນີດມາ)

ສຳລັບຜູ່ຖາມຫາ ພົດຈະນານຸກົມ ນັ້ນໃຫ້ລອງໄປຊອກຫາຫົວນີ້ລອງເບິ່ງ ວັຈນານຸກົມພາສາລາວ ໂດຍ: ມະຫາ ສິລາ ວິຣະວົງສ໌, ປັບປຸງໃໝ່ ພ.ສ. 2549 ໜ້າທີ່ 1 (ກະຈົກ ເປັນຄຳນາມມີຄວາມໝາຍວ່າແກ້ວເປັນແຜ່ນ ຫຼື ແວ່ນ ສຳລັບແຍງເບິ່ງເງົາ)

ຊອກຫາຊື້ໄດ້ ແຕ່ລາຄານີ້ແພງບໍໃຫ້ເວົ້າ...

ສ່ວນຄຳວ່າສະທ້ອນ ບໍມີວ່າດອກວ່າບໍແມ່ນພາສາລາວ ເຂົາໃຊ້ທົ່ວບ້ານທົ່ວເມືອງ... ສະເພາະ ສະທ້ອນ ມັນແມ່ນຄຳກຳມະ: ເວລາເຕະບານໃສ່ຝາມັນຈະສະທ້ອນ(ຝົ້ງ)ກັບຄືນມາ... ສຽງສະທ້ອນ, ແສງສະທ້ອນ ເຕັມອະຍະ...

ເອົາການມາວາງໄວ້ທາງໜ້າ ກໍກາຍເປັນຄຳນາມ ເປັນຕົ້ນວ່າ: ການຢູ່, ການກິນ... ການສະທ້ອນແສງ...



__________________
ລູກລາວ-ຫລານລາວ

Date:

OverSeas wrote:
Anonymous wrote:

ກະຈົກສະທ້ອນ >> ພາສາໄທ ແທ້ໆ hmm


 ກະຈົກ = ເເມ່ນພາສາໄທ
ສະທ້ອນ = ລາວ/ໄທ

ເພງນີ້ມ່ວນດີເເລະມີປະໂຍດໃນດ້ານພາສາຊໍິ່ງພາສາລາວ,ໄທ,ເເລະອັງກິດ. smile

Cheers for Aluna!!!!!smile


  ຫລານສາວຄົນນີ້ ລາວກໍຮ້ອງໃດ້ດີ-ປານນີ້ແລ້ວເດ

  ຟັງ... ກໍຮູ້ໂລດວ່າແມ່ນ-ລາວ ຮ້ອງເພັງນີ້ '' ອອກ ໂໜ້ງ-ໆ

  ມັນກໍທຳມະດາ ອີງຕາມຈັງຫວະດົນຕຣີ ກໍຕາມຍຸ໋ກຫັ້ນແຫລ໋ວ

  ເຫດໃດ ບາງຄົນວ່າເປັນພາສາໄທຍ໌ ລ້ວນ-ໆ..?

  ຊ່ວຍກັນສົ່ງເສີມລູກຫລານບ້ານເຮົາ ດີກວ່າໄປເປີດ ວີດິໂອ-ເພັງ

  ຂອງ... ເຣ່ດີ້-ກ໋ະກ໋ະ / ມະໂດ່ນ່າ ຮ໋ອຕ໌-ຮ໋ອຕ໌ ໃຫ້ເຂົາເບີ່ງແລະຟັງ

  * ກະຈົກ ຫຼີ ແວ່ນ : ກໍແມ່ນ ພາສາ-ລາວ ຫັ້ນລະ

    '' ຄວາມໝາຍດຽວ ກັບພາສາໄທຍ໌ '' ແຕ່ ຂຽນຕ່າງກັນ.



__________________
Anonymous

Date:

ລູກລາວ-ຫລານລາວ wrote:
OverSeas wrote:
Anonymous wrote:

ກະຈົກສະທ້ອນ >> ພາສາໄທ ແທ້ໆ hmm


 ກະຈົກ = ເເມ່ນພາສາໄທ
ສະທ້ອນ = ລາວ/ໄທ

ເພງນີ້ມ່ວນດີເເລະມີປະໂຍດໃນດ້ານພາສາຊໍິ່ງພາສາລາວ,ໄທ,ເເລະອັງກິດ. smile

Cheers for Aluna!!!!!smile


  ຫລານສາວຄົນນີ້ ລາວກໍຮ້ອງໃດ້ດີ-ປານນີ້ແລ້ວເດ

  ຟັງ... ກໍຮູ້ໂລດວ່າແມ່ນ-ລາວ ຮ້ອງເພັງນີ້ '' ອອກ ໂໜ້ງ-ໆ

  ມັນກໍທຳມະດາ ອີງຕາມຈັງຫວະດົນຕຣີ ກໍຕາມຍຸ໋ກຫັ້ນແຫລ໋ວ

  ເຫດໃດ ບາງຄົນວ່າເປັນພາສາໄທຍ໌ ລ້ວນ-ໆ..?

  ຊ່ວຍກັນສົ່ງເສີມລູກຫລານບ້ານເຮົາ ດີກວ່າໄປເປີດ ວີດິໂອ-ເພັງ

  ຂອງ... ເຣ່ດີ້-ກ໋ະກ໋ະ / ມະໂດ່ນ່າ ຮ໋ອຕ໌-ຮ໋ອຕ໌ ໃຫ້ເຂົາເບີ່ງແລະຟັງ

  * ກະຈົກ ຫຼີ ແວ່ນ : ກໍແມ່ນ ພາສາ-ລາວ ຫັ້ນລະ

    '' ຄວາມໝາຍດຽວ ກັບພາສາໄທຍ໌ '' ແຕ່ ຂຽນຕ່າງກັນ.


 ອ້າວ...ຂ້ອຍກະຍ້ອງວ່າເພງນີ້ມວ່ນດີທັງມີປະໂຍດໃນດ້ານພາສານຳອີກເເລ້ວຍັງຊິໃຫ້ຂ້ອຍວ່າຈັ່ງໃດອີກ?! confuse



__________________
Anonymous

Date:

OverSeas wrote:
Anonymous wrote:

ກະຈົກສະທ້ອນ >> ພາສາໄທ ແທ້ໆ hmm


 ກະຈົກ = ເເມ່ນພາສາໄທ
ສະທ້ອນ = ລາວ/ໄທ

ເພງນີ້ມ່ວນດີເເລະມີປະໂຍດໃນດ້ານພາສາຊໍິ່ງພາສາລາວ,ໄທ,ເເລະອັງກິດ. smile

Cheers for Aluna!!!!!smile


Type in this Lao dictionary the word "Mirror" and you will see ກະຈົກ

 http://203.110.66.39/LaoDictionaryOnline/index.aspx



__________________
Anonymous

Date:

Anonymous wrote:

ກະຈົກສະທ້ອນ >> ພາສາໄທ ແທ້ໆ hmm


You exaggerated big time. I have decided to listen to the song carefully. It's basically the accent that makes it sound like Thai song. The words in the lyrics are Lao.

ຄົນລາວໄຊ້ທັງກະຈົກແລະແວ່ນ
ໄທ (ບາງທີຂະເໝັນ?)ໄຊ້ກຣະຈົກ
ບາງຄັ້ງ ລາງເທື່ອ
ວັນນີ້ ມື້ນີ້



__________________
Anonymous

Date:

who say Aluna sing like Thai people when I listen to the song that all Lao Lan Xang language.  This person post this topic is ashamed due he or she want to promote Thai language and Thai song.



__________________
Anonymous

Date:

                 5058072122_71598b5b1e_z.jpg



__________________
Anonymous

Date:

ກູ ກັນ ເອັງ ມຶງ ແມ່ນໂຄດເຫງົ້າພາສາລາວມາເປັນພັນໆປີ ແລະໄທຍັງເອົາໃຊ້

ຢູ່ທຸກມື້ນີ້ ໃຫ້ພວກທ່ານຈົ່ງເຂົ້າໃຈໂລດວ່າ ກ່ອນຄວາມສີວິໄລຂອງກຸງສີອະຍຸທະ

ຍາ ລາວແລະໄທໄດ້ໃຊ້ພາສາແລະອັກສອນອັນດຽວກັນກໍຄືພາສາແລະອັກສອນ

ລາວທຸດມື້ນີ້ລະ. ມີແຕ່ຄົນລາວຍຸກນີ້ຂາດການຄົ້ນຄ້ວາທາງປະຫວັດສາດຂອງ

ພາສາຊາດຕົນເອງເທົ່ານັ້ນທີ່ບໍ່ຮູ້ຈັກວ່າອັນໃດເປັນອັນໃດ?

ສະຫຍາມມາປ່ຽນແປງຮູບແບບຂອງຕົວອັກສອນໃຫ້ແຕກຕ່າງກັບອັກສອນລາວ

ແລະຂະເໝນ, ປັ້ນແຕ່ງອັກສອນບາງຕົວເຜີ້ມຂຶ້ນ ດັ່ງຕົວຢ່າງ ໂຕ ນ ມີນໍໜູ ນໍ

ເນນ ໂຕ ຊ ກໍມີ ຊໍຊິ່ງ ຊໍຊ້າງ (ຂໍຍົກຕົວຢ່າງພຽວສອງໂຕນີ້) ແລະກໍຕັດເອົາໄມ້ກົງ

(ົ)ຖີ້ມບໍ່ໃຫ້ມີເລີຍ. ຫລັງຈາກນັ້ນກໍມາດັດແປງສຳນຽງຂອງການປາກເວົ້າໃຫ້ເປັນ

ສຳນຽງສະຫຍາມ ( ສຳນຽງໄທກາງທຸກວັນນີ້ ).

ແຕ່ລາວເຮົາສືບແລະຮັກສາພາສາແລະອັກສອນລາວມາຕະຫລອດຈົນເຖິງສັດຕະຫວັດ

ທີ 19 ໄດ້ມີການປ່ຽນແລະຕັດໂຕອັກສອນເຟື້ອງຖີ້ມ, ຕໍ່ມາກໍໄດ້ປຽນການສະກົດສັບລາວ

ອັນເກົ່າແກ່ຖິ້ມແລ້ວມາປະດິດຫລືຂຽນແບບໃໝ່ ເຊັ່ນຕົບຢ່່າງ:

-ເວີຍງຈັນທ໌ ມາຂຽນ ວຽງຈັນ.

-ສວຣຣ໌ ມາຂຽນ ສວັນ-ສະຫວັນ.

ການປ່ຽນການສະກົດແບບໃໝ່ນີ້ແມ່ນໃຫ້ແຕກຕ່າງກັບພາສາໄທ ຊຶ່ງໄທຍັງຍຶດຖືການ

ສະກົດແບບພາສາລາວແລະໄທແຕ່ບູຮານນະການທີ່ໃຊ້ຮ່ວມກັນມານັ້ນ.

ປະຫວັດສາດພາສາລາວ-ໄທແມ່ນມີມາແບບນີ້, ດັ່ງນັ້ນພາສາລາວແລະໄທຈຶ່ງຄືກັນເກືອບ

ຮ້ອຍເປີເຊັນ, ຫວັງວ່າຄົນລາວແລະໄທຄົງເຂົ້າໃຈແລະບໍ່ຕ້ອງເວົ້າວ່າພາສາຂອ້ຍພາສາເຈົ້າ.

ພາສາລາວແລະໄທແຍກອອກຈາກກັນບໍ່ໄດ້ ມີແຕ່ພາສາເຈັກແລະພາສາໄທ ຫລື ພາສາລາວ

ປລະພາສາແກວເທົ່ານັ້ນທີ່ແຍກກັນອອກໄດ້ ເພາະໄລ່ເຊື້ອບໍ່ເຖິງກັນ.



__________________
ລູກລາວ-ຫລານລາວ

Date:

Anonymous wrote:
ລູກລາວ-ຫລານລາວ wrote:
OverSeas wrote:
Anonymous wrote:

ກະຈົກສະທ້ອນ >> ພາສາໄທ ແທ້ໆ hmm


 ກະຈົກ = ເເມ່ນພາສາໄທ
ສະທ້ອນ = ລາວ/ໄທ

ເພງນີ້ມ່ວນດີເເລະມີປະໂຍດໃນດ້ານພາສາຊໍິ່ງພາສາລາວ,ໄທ,ເເລະອັງກິດ. smile

Cheers for Aluna!!!!!smile


  ຫລານສາວຄົນນີ້ ລາວກໍຮ້ອງໃດ້ດີ-ປານນີ້ແລ້ວເດ

  ຟັງ... ກໍຮູ້ໂລດວ່າແມ່ນ-ລາວ ຮ້ອງເພັງນີ້ '' ອອກ ໂໜ້ງ-ໆ

  ມັນກໍທຳມະດາ ອີງຕາມຈັງຫວະດົນຕຣີ ກໍຕາມຍຸ໋ກຫັ້ນແຫລ໋ວ

  ເຫດໃດ ບາງຄົນວ່າເປັນພາສາໄທຍ໌ ລ້ວນ-ໆ..?

  ຊ່ວຍກັນສົ່ງເສີມລູກຫລານບ້ານເຮົາ ດີກວ່າໄປເປີດ ວີດິໂອ-ເພັງ

  ຂອງ... ເຣ່ດີ້-ກ໋ະກ໋ະ / ມະໂດ່ນ່າ ຮ໋ອຕ໌-ຮ໋ອຕ໌ ໃຫ້ເຂົາເບີ່ງແລະຟັງ

  * ກະຈົກ ຫຼີ ແວ່ນ : ກໍແມ່ນ ພາສາ-ລາວ ຫັ້ນລະ

    '' ຄວາມໝາຍດຽວ ກັບພາສາໄທຍ໌ '' ແຕ່ ຂຽນຕ່າງກັນ.


 ອ້າວ...ຂ້ອຍກະຍ້ອງວ່າເພງນີ້ມວ່ນດີທັງມີປະໂຍດໃນດ້ານພາສານຳອີກເເລ້ວຍັງຊິໃຫ້ຂ້ອຍວ່າຈັ່ງໃດອີກ?! confuse


  ໂອ໋ະ..! ແມ່ນຫວ໋າ? ວາງຜິດບ່ອນ, ທີ່ເພີ່ນວ່າຟັງແລ້ວ

 ແມ່ນຮຽນແບບໄທຍ໌ ໃຊ້ພາສາໄທຍ໌ປົນ-ຫັ້ນເດ..?

 ເຜີ-ໆ ມາຖຽງ ມາຕິ ກັນຍ້ອນຂຽນແລະສະກົດບໍ່ຖືກ

 '' ອ່ານ-ເຂົ້າໃຈຄວາມໝາຍ ວ່າແມ່ນຫຍັງ-ເວົ້າຫຍັງ? ''

 ຍັງມາຕໍ່ວ່າກັນ ລະດັບນັ້ນ-ໆ ນີ້-ໆ ລຸງວ່າມັນນອກເລື້ອງແລ້ວລະ ແມ່ນບໍ່?

 ຂໍໃຫ້ລູກຫລານບ້ານເຮົາມີຄວາມສາມາດ-ກ້າ ສະແດງອອກກໍພໍເນາະ ຮ.ພ

 



__________________
Anonymous

Date:

konlaoderm wrote:


ໃຄ່ຮູ້ວ່າ ບໍ່ ກັບ ມິ ໃຊ້ຕ່າງກັນຢ່າງໃດ ເຊິ່ງທັ້ງສອງຄຳນີ້ແມ່ນມີຄວາມໝາຍຄືກັນ

 



__________________
Anonymous

Date:

Anonymous wrote:
OverSeas wrote:
Anonymous wrote:

ກະຈົກສະທ້ອນ >> ພາສາໄທ ແທ້ໆ hmm


 ກະຈົກ = ເເມ່ນພາສາໄທ
ສະທ້ອນ = ລາວ/ໄທ

ເພງນີ້ມ່ວນດີເເລະມີປະໂຍດໃນດ້ານພາສາຊໍິ່ງພາສາລາວ,ໄທ,ເເລະອັງກິດ. smile

Cheers for Aluna!!!!!smile


Type in this Lao dictionary the word "Mirror" and you will see ກະຈົກ

 http://203.110.66.39/LaoDictionaryOnline/index.aspx


 ໂທ້ດນຳເນີ້ທີ່ຜິດພາດ smile



__________________
Anonymous

Date:


ໃຄ່ຮູ້ວ່າ ບໍ່ ກັບ ມິ ໃຊ້ຕ່າງກັນຢ່າງໃດ ເຊິ່ງທັ້ງສອງຄຳນີ້ແມ່ນມີຄວາມໝາຍຄືກັນ

 


ບໍ່ ແລະ ມິ ມີຄວາມໝາຍຄືກັນ ແຕ່ເປັນຄົນລະພາສາດັ່ງນີ້:

ບໍ່ = ເປັນພາສາລາວ.

ມິ = ເປັນພາສາ ລາວ-ພວນ ແລະ ລາວ-ພູໄທ ຊຶ່ງເອົາມາຈາກພາສາບາລີ ມິສະ.

        ແລະລາວເຮົາກໍເອົາມາໃຊ້ຄືກັນ, ແຕ່ຕັດ ສະ ອອກ ເຫຼືອໄວ້ພຽວ ມິ

      ແຕ່ວ່າ ມິ ນີ້ ຄົນລາວບໍ່ມັກໃຊ້ ມີແຕ່ ໄທພວນ ແລະ ພູໄທ ໃຊ້ຫລາຍຈົນບໍ່ມີ

        ຄຳວ່າ ບໍ່ ຢູ່ໃນພາສາຂອງສອງຊົນເຜົ່າຂອງລາວເຮົານີ້. ສະເພາະພາສາລາວ

        ມິ ນີ້ເປັນພາສາຂຽນຊຶ່ງສ່ວນຫລາຍເປັນບົດເພງແລະລະຄອນຫລືນິຍາຍເທົ່ານັ້ນ,

        ບໍ່ເປັນພາສາເວົ້າ.

 

ມິສະ ຫລື ມິດສະ =  ເຫືອດຫາຍ-ໄຮ້ຮ່ອງຮອຍ-ເບິ່ງບໍ່ເຫັນ (Invisible)

 

 



__________________
«First  <  1 2 | Page of 2  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard