Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ບໍ່ຮູ້ວ່າພໍ່ແມ່ພີ່ນ້ອງແຖວທາດຫຼວງ ໂພນທັນ ຫົວຂົວ ວັງຊາຍໄດ້ກິ່ນຄວັນພິດໃນຍາມກາງຄືນຫຼືບໍ່
Anonymous

Date:
ບໍ່ຮູ້ວ່າພໍ່ແມ່ພີ່ນ້ອງແຖວທາດຫຼວງ ໂພນທັນ ຫົວຂົວ ວັງຊາຍໄດ້ກິ່ນຄວັນພິດໃນຍາມກາງຄືນຫຼືບໍ່

ເພາະຂ້າພະເຈົ້າກັບບ້ານຕອນມືດຄຳທຸກຄືນ ຈະໄດ້ກິ່ນຄັວນ ທີ່ເໝືອນກິ່ນອາຍຂອງສານເຄມີຊະນິດໜຶ່ງ ເຊິ່ງບໍ່ຮູ້ວ່າກິ່ນດັ່ງກ່າວມນຈາກໃສ ບາງຄືນນອນຈົນບໍ່ໄດ້ເພາະກິ່ນມັນຂິວແຮງໂພດ ແລະ ຢ້ານເປັນອັນຕະລາຍຕໍ່ສຸຂະພາບຂອງຕົນເອງ ແລະ ພໍ່ແມ່ພີ່ນ້ອງ. ບາງຄົນອາດຈະໄດ້ກິ່ນທຸກມື້ຈົນຮູ້ສຶກທຳມະດາໄປເລີຍ ຈົນບໍ່ຮູ້ສຶກວ່າມີກິ່ນຂິວ

__________________
Anonymous

Date:

Anonymous wrote:

 Carbon Di oxide from the cars.

__________________
Anonymous

Date:

ໂທລະສັບ ແຈ້ງໄປຫາ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ເພິ່ນມາກວດເລຍ

ເພິ່ນມີເງິນຕິດຕາມກວດກາ ສິ່ງແວດລ້ອມ ບັກຫຼາຍ ໆ

ແຕ່ບໍ່ເຫັນເພິ່ນເອົາເງິນໄປໃຊ້ຈັກເທື່ອ

ນອກຈາກວ່າ ເພິ່ນ ມັກຈົກເງິນ ບິນໄປທ່ຽວແຂວງນັ້ນ ແຂວງນີ້ ປະເທດນັ້ນ ປະເທດນີ້

__________________
Anonymous

Date:

ພວກຂ້ອຍພະນັກງານກອງຫລອນບ້ານທາດຫລວງ ພວກຂ້ອຍ ເລາະຊອດແຈ້ງໃນແຕ່ລະຄືນ ກະບໍ່ເຫັນມີກີ່ນຫຍັງຜິດປົກກະຕິໃດລະ....

ມັນຂີວຢູ່ເຂດໃດ ຊ່ວຍບອກແດ່ ພວກຂ້ອຍກໍ່ຢາກຮູ້ຄືກັນ ຖ້າສະດວກ ຂໍໃຫ້ຕອບແດ່ເດີ

ເພື່ອຈະໄດ້ປ້ອງກັນແຕ່ເບື້ອງຕົ້ນ....ຂໍຂອບໃຈ ທີເອົາມາເວົ້້າສູ່ຟັງ

__________________

Guru

Status: Offline
Posts: 1010
Date:

ເວົ້າຄືໂພນທັນມັນບ້ານນ້ອຍນີ້ລະ ຂ້ອຍກະເຮັດການຢູ່ຫັ້ນ ຄືບໍ່ໄດ້ກິ່ນ

ບອກສະຖານທີ່ລະອຽດພ້ອມເວລາແມ້

__________________
Anonymous

Date:

ກິ່ນມາຈາກ ບຶງທາດຫຼວງ ?? (ຄືນມື້ໃດ ມີອາກາດ ກົດຕ່ຳ)

ບຶງທາດຫຼວງ is the (natural) sewer plant or waste water treatment plant of Vientiane bleh

     2193959839_8a74434fbc_o.jpg

2193954149_bb2ca97886_o.jpg

__________________
Anonymous

Date:

     2194038983_faafe82cb9_o.jpg

__________________
Anonymous

Date:

Anonymous wrote:

ພວກຂ້ອຍພະນັກງານກອງຫລອນບ້ານທາດຫລວງ ພວກຂ້ອຍ ເລາະຊອດແຈ້ງໃນແຕ່ລະຄືນ ກະບໍ່ເຫັນມີກີ່ນຫຍັງຜິດປົກກະຕິໃດລະ....

ມັນຂີວຢູ່ເຂດໃດ ຊ່ວຍບອກແດ່ ພວກຂ້ອຍກໍ່ຢາກຮູ້ຄືກັນ ຖ້າສະດວກ ຂໍໃຫ້ຕອບແດ່ເດີ

ເພື່ອຈະໄດ້ປ້ອງກັນແຕ່ເບື້ອງຕົ້ນ....ຂໍຂອບໃຈ ທີເອົາມາເວົ້້າສູ່ຟັງ

ເປັນກອຫລອນທາດຫລວງ ຮູ້ຈັກ ບັກແສງສຸວັນ ກັບບັກຊຽນບໍ?

ສອງຄົນນີ້ເປັນກອງຫລອນຈອມໂຫດໃນປີ 75 ຫາ 80, ຈັບຄົນບໍ່

ເລືອກໜ້າ ຜິດຫລືບໍ່ຜິດຈັບໃຫ້ລຽບ ວ່າແຕ່ມີຄົນໄປແຈ້ງແລະຫາ

ເລື່ອງໃສ່ ແມ່ນຮຽບຮ້ອຍໂຮງຮຽນຈີນ.

ຂໍໂທດທີ່ອອກນອກເລື່ອງຂອງກະທູ້.

__________________
Anonymous

Date:

ສັນນິຖານວ່າ ເປັນກິ່ນຈາກການເຜົາຖ່ານຫີນ ເພື່ອເຮັດແລະຕົ້ມເຕົາຮູ້ກ້ອນ ຂອງຊາວຕ່າງດ່າວ ທີ່ມາເຊົ່າເຮືອນຢູ່ຂອບເຂດໃກ້ຄຽງບ້ານທ່ານປະມານ ບໍ່ກາຍ 50 ແມັດ.

ໃຫ້ສັງເກດເບິ່ງ ກິ່ນດັ່ງກ່າວຈະເລີ່ມຂິວ ຕອນກາງຄືນປະມານ 11:30 ໂມງ ເພາະເຂົາເລີ່ມເຜົາແລ້ວ.

ກິ່ນດັ່ງກ່າວຂິວຄື ການຈູດສາຍໄຟ ປະສົມກັບນໍ້າມັນເດີ້ ຊຶ່ງມັນແມ່ນກິ່ນຂອງມາດ (S) ນັ້ນເອງ.

__________________
Anonymous

Date:

ໃຫ້ສັງເກດອີກອັນໜຶ່ງ ແມ່ນໃຫ້ທ່ານສຳຫຼວດເບິ່ງວ່າ ຂອບເຂດແຖວບ້ານທ່ານມີເຮືອນໃດທີ່ມີກອງກ້ອນດິນສີດໍາ ເຂົາມັກເທກອງໄວ້ແຄມທາງດອກ ນັ້ນລະແມ່ນເຮືອນຕົ້ນເຫດ ຫາກແມ່ນຄົນຕ່າງດາວ ນັ້ນແຫ່ງຢັ້ງຢືນໄດ້ເລຍ

__________________
Anonymous

Date:

ຂ້າພະເຈົ້າກໍ່ໄດ້ກິນຄືກັນ...ບ້ານຂ້າພະເຈົ້າຢູ່ບ້ານໂນນຫວາຍ..ເວລາຂັບລົດກັບບ້ານຕອນກາງຄຶນ

ຈະໄດ້ກິນຢູ່ລະຫວ່າງ 3ແຍກສະໜາມຍິງປືນ ໄປຫາໂຮງງານນ້ຳດື່ມ ບ້ານໂນນຫວາຍ.....

ກິ່ນຄ້າຍໆກັບສາຍໄຟຟ້າຊ໋ອດ ຂ້າພະເຈົ້າຍັງສົງໃສວ່າ ສາຍໄຟຟ້າໃນລົດໃໝ້ ແຕ່ພໍຮອດເຮືອນຈອດລົດ

ຊອກຫາສາຍເຫດແຕ່ບໍ່ປະກົດວ່າມີກິນຢູ່ໃນລົດ

__________________
Anonymous

Date:

ເຂດບ້ານພັກສວນພູຜາ ຮ່ອມ10 ບ້ານທາດຫລວງເຫນືອກໍ່ຂິວຄືກັນ ບາງມື້ຄິດວ່າໄຟຟ້າຊັອດຊອກຫາກໍ່ບໍ່ເຫັນ ບໍ່ແມ່ນມີຄົນມາລັກຕົ້ມຢາບ້າບໍ່ນໍ ເຈົ້າຫນ້າທີ່ຊ່ວຍສອດສ່ອງຄັກໆແນ່

__________________
Anonymous

Date:

ຢູ່ບ້ານໂນນສະຫວ່າງ ເມືອງ ໄຊເສດຖາ ກໍ່ໄດ້ກິ່ນຂິວດັ່ງກ່າວ, ແລະ ເວລາໄປເຮັດວຽກຢູ່ບໍລິເວນ ໂຮງແຮມໂກສະໂມ ຕອນກາງເວັນກໍ່ໄດ້ກິນດັ່ງກ່າວຄືກັນ, ບາງຄັ້ງເຮັດໃຫ້ຫາຍໃຈຝືດ ແລະ ເຈັບຫົວ. ຊ່ວຍແນະນຳຂ້າພະເຈົ້າດ້ວຍວ່າຄວນແຈ້ງພາກສ່ວນໃດເພື່ອກວດສອບ.ອີຕົນລູກຫລານເດ້!!!!!!!!!!!

__________________
Anonymous

Date:

ຖ້າເພິ່ນຈູດຖ່ານຫີນ ທີ່ບໍ່ໄດ້ມາດຕະຖານ ມັນຈະສົ່ງອາຍກ໊າສທີ່ເປັນພິດອອກມາ ເຊັ່ນ

ອາຍກ໊າສ SO2 , NO2 ແລະ ສານລະອອງຕ່າງໆ ທີ່ເປັນຜິດ ແລະ ເປັນອັນຕະລາຍ ຕໍ່ລະບົບຫາຍໃຈ

ດີແທ້ ຄວນແຈ້ງໄປຫາກົມທີ່ກ່ຽວຂ້ອງ ຫຼື ແຈ້ງໄປຫາ ໂທລະພາບ ລາວ ຫຼື ໜັງສືພິມ ເພື່ອໃຫ້ເພິ່ນມາອອກຂ່າວ 

ເລື້ອງແບບນີ້ ປະໄວ້ດົນ ບໍ່ດີ ເພາະ ອາດເຣັດໃຫ້ຄົນທີ່ຢູ່ເຂດໃກ້ຄຽງ ເປັນມະເລງ ຫຼື ອາຍຸ ສັ້ນລົງ ກໍ່ເປັນໄດ້

ໂຊກດີ 

__________________
Anonymous

Date:

ພວກຄົນຕ່າງດາວດັ່ງກ່າວ ເຂົາມີກົນລະຍຸດສະເພາະກິດ. ດັ່ງທີ່ທ່ານ ໄດ້ແນະນຳມາວ່າໃຫ້ແຈ້ງໂທລະພາບນັ້ນກໍ່ເປັນທາງອອກທີ່ດີ

ແຕ່ພວກນີ້ເຂົາມີກົນລະຍຸດ ຫາກເມື່ອເຂົາຮູ້ວ່າຖືກຕິດຕາມ ເຂົາກໍ່ຈະຢຸດເຜົາເປັນໄລະຍະ ຊຶ່ງອາດຍາກຕໍ່ເຈົ້າໜ້າທີ່ລົງຕິດຕາມ, ແຕ່ຫາກຖືກໄລ່ທັນ ເຂົາກໍ່ຫາຂໍ້ອ້າງກ່ຽວກັບຕົ້ນທຶນການຜະລິດ ທີ່ບໍ່ ສາມາດນຳໃຊ້ຟືນຫລືຖ່ານມາ ທົດແທນ. ເຂົາຈະອ້າງວ່າ ຂໍນຳໃຊ້ຖ່ານຫີນຈົນໝົດກ່ອນຂ່ອຍເຊົາ. ອີກປະເດັນໜຶ່ງ ການເຊົ່າເຮືອນຂອງເຂົາຈະຈ່າຍລ່ວງໜ້າເປັນເວລາຍາວນານ ແລະ ບໍ່ສາມາດຍ້າຍອອກຈາກສະຖານທີ່ ທີ່ເຂົາເຊົ່າໄດ້. ເຫດການດັ່ງກ່າວແມ່ນເຄີຍເກີດຂຶ້ນຕົວຈິງ ທີ່ເຂດບ້ານນາໄຊ ມາແລ້ວເດີ.

ຂໍເປັນກຳລັງໃຈໃຫ້ທ່ານ ຈັບໃຫ້ໄດ້ ໄລ່ໃຫ້ທັນ

__________________
Anonymous

Date:

Anonymous wrote:

ຖ້າເພິ່ນຈູດຖ່ານຫີນ ທີ່ບໍ່ໄດ້ມາດຕະຖານ ມັນຈະສົ່ງອາຍກ໊າສທີ່ເປັນພິດອອກມາ ເຊັ່ນ

ອາຍກ໊າສ SO2 , NO2 ແລະ ສານລະອອງຕ່າງໆ ທີ່ເປັນຜິດ ແລະ ເປັນອັນຕະລາຍ ຕໍ່ລະບົບຫາຍໃຈ

ດີແທ້ ຄວນແຈ້ງໄປຫາກົມທີ່ກ່ຽວຂ້ອງ ຫຼື ແຈ້ງໄປຫາ ໂທລະພາບ ລາວ ຫຼື ໜັງສືພິມ ເພື່ອໃຫ້ເພິ່ນມາອອກຂ່າວ 

ເລື້ອງແບບນີ້ ປະໄວ້ດົນ ບໍ່ດີ ເພາະ ອາດເຣັດໃຫ້ຄົນທີ່ຢູ່ເຂດໃກ້ຄຽງ ເປັນມະເລງ ຫຼື ອາຍຸ ສັ້ນລົງ ກໍ່ເປັນໄດ້

ໂຊກດີ 

 ແຈ້ງໃສກໍບໍ່ມີການປ່ຽນແປງດອກພໍ່ອາວເອີຍ ຖ້າວ່າພວກຕ່າງດ້າວ

ນັ້ນເປັນວຽດ ກັບ ຈີນ ເພາະເຂົາເຂົ້າມາເປັນນາຍລາວຢູ່ແລ້ວ. ຄັນບໍ່

ແມ່ນ ລຸງທອງສິງຫລືລຸງຈູມລົງມາຈັດການພຸ້ນລະເນີ້ ຈຶ່ງຈະໄດ້.

__________________
Anonymous

Date:

Anonymous wrote:

ພວກຂ້ອຍພະນັກງານກອງຫລອນບ້ານທາດຫລວງ ພວກຂ້ອຍ ເລາະຊອດແຈ້ງໃນແຕ່ລະຄືນ ກະບໍ່ເຫັນມີກີ່ນຫຍັງຜິດປົກກະຕິໃດລະ....

ມັນຂີວຢູ່ເຂດໃດ ຊ່ວຍບອກແດ່ ພວກຂ້ອຍກໍ່ຢາກຮູ້ຄືກັນ ຖ້າສະດວກ ຂໍໃຫ້ຕອບແດ່ເດີ

ເພື່ອຈະໄດ້ປ້ອງກັນແຕ່ເບື້ອງຕົ້ນ....ຂໍຂອບໃຈ ທີເອົາມາເວົ້້າສູ່ຟັງ

 ໜັງໜ້າກອງຫຼອນລ້າໆສິມີນ້ຳຢາຫັຍງ? ສູ້ອິທິພົນຂອງພວກນາຍທືນທີ່ພັກແລະລັດຮ່ວມຫົວກັນປຸ້ນຊາດ

ສ້າງໂຮງງານອຸດສາຫະກັມໂດຍບໍ່ໄດ້ມາດຕະຖານເພື່ອຄຸ້ມຄອງສິດທິຜົນປະໂຫຍດຂອງປະຊາຊົນຄົນໃນຊາດ

ສຳຫຼັບບັກໂຕຈັກຈັ່ນຮ້ອງ...ແຫວກ...ແຫວກ..ທ້ອງແຫ້ງບໍ່ມີອາຫານປ້ອນທ່າຍເທອອກເປັນຂີ້

ໂອຍ! ໜ້າກຽດ ເລາະຊອດແຈ້ງກໍ່ແມ່ນເພື່ອໄປສັງເກດຊອກຫາເບິ່ງເຮືອນຫຼັງໃດເປັນເຈົ້າຂອງສະຫຼິບໜ້າຕາດີ

ກໍ່ແມ່ນໄປຫຼັກດົມກີ່ນພໍໃຫ້ຊື່ນໃຈໃນຍາມຂາດເງີນຊື້ຍາບ້າ.

ຫັວງວ່າບໍ່ແທງສະໝອງຕິ! ສຸດແລ້ວແຕ່ເດີຊ່ວຍບໍ່ໄດ້.

__________________
Anonymous

Date:

ແມ່ນແລ້ວ ຂ້າພະເຈົ້າກໍ່ໄດ້ກິ່່ນຄືກັນ ກິ່ນດັ່ງກ່າວເໜຶອນດັ່ງທີ່ທ່ານອະທິບາຍມາແທ້ໆ ແຕ່ບໍ່ເຂົ້າໃຈທີ່ທ່ານເວົ້າວ່າ ຕົ້ມເຕົາຮູ້ກ້ອນ ມັນແມ່ນອີຫຍັງ ແລະ ຕົ້ມເພື່ອຫຍັງ?

__________________
Anonymous

Date:

ບັກໝາເຖົ້າລາວນອກນີ້,  ບັກກິນ ແວວແຟຣ ມາເຫົ່າ ຢູ່ນີ້ອີກເນາະ

ບັກປັນຍາອ່ອນ, ມືງກະເປັນໄດ້ແຕ່ຂີ້ຂ້າ ບັກດັງໂມຫັ້ນລະຫວາ, ໝົດເດືອນລໍຖ້າຈ່າຍແຕ່ ບີນຕ່າໆ.

ເຫັນມືງໄປຈົ່ມຢູ່ ພີທີ ຄິດຮອດບ້ານເກີດ,  ຄິດຮອດແຜ່ນດີນເກີດ ຢາກມາຢາມບ້ານຊີຕາຍ

ແຕ່ບໍ່ມີເງີນມາ ໂອຍສົງສານເດ.

ເອີ , ແຕ່ໜ້າສະຫລົດໃຈນຳ ຫາກ ວິນຍານ ພໍ່ແມ່ມືງ ຮູ້ວ່າ ມຶງເປັນຄົນລາມົກອານາຈານ

ໄປຢູ່ຕ່າງປະເທດ ຍັງໄປຫາເລາະ ເລຍຫີໃຫ້ອີ ດຳ(ແມັກຊ) ເພີ່ນຄົງເສຽໃຈຫລາຍ ....ບັກໝາ ກິນຂີ້ເຈັບທ້ອງເອີຍ..

__________________
Anonymous

Date:

ບັນດາທ່ານທີ່ນັບຖື ພວກເຮົາຕ້ອງຊ່ວຍກັນໃນເລື່ອງດັ່ງກ່າວ ໂດຍການຊ່ວຍບອກຂໍ້ມູນ:

1. ບອກເຂດສະຖານທີ່ທີ່ທ່ານໄດ້ກິ່ນຂິວ (ຫາກສາມາດລະບຸສະຖານທີ່ໃນ google earth ໄດ້ຍິ່ງເປັນການດີ)

2. ບອກເວລາປະມານການທີ່ທ່ານໄດ້ກິ່ນຂິວ

ພວກເຮົາຕ້ອງຊ່ວຍກັນນໍ້ 

__________________
Anonymous

Date:

Anonymous wrote:

ບັກໝາເຖົ້າລາວນອກນີ້,  ບັກກິນ ແວວແຟຣ ມາເຫົ່າ ຢູ່ນີ້ອີກເນາະ

ບັກປັນຍາອ່ອນ, ມືງກະເປັນໄດ້ແຕ່ຂີ້ຂ້າ ບັກດັງໂມຫັ້ນລະຫວາ, ໝົດເດືອນລໍຖ້າຈ່າຍແຕ່ ບີນຕ່າໆ.

ເຫັນມືງໄປຈົ່ມຢູ່ ພີທີ ຄິດຮອດບ້ານເກີດ,  ຄິດຮອດແຜ່ນດີນເກີດ ຢາກມາຢາມບ້ານຊີຕາຍ

ແຕ່ບໍ່ມີເງີນມາ ໂອຍສົງສານເດ.

ເອີ , ແຕ່ໜ້າສະຫລົດໃຈນຳ ຫາກ ວິນຍານ ພໍ່ແມ່ມືງ ຮູ້ວ່າ ມຶງເປັນຄົນລາມົກອານາຈານ

ໄປຢູ່ຕ່າງປະເທດ ຍັງໄປຫາເລາະ ເລຍຫີໃຫ້ອີ ດຳ(ແມັກຊ) ເພີ່ນຄົງເສຽໃຈຫລາຍ ....ບັກໝາ ກິນຂີ້ເຈັບທ້ອງເອີຍ..

ອ່ານຄໍາເຫັນທໍາອິດຈົນເຖິງຄໍາເຫັນສຸດທ້າຍ ມີແຕ່ຄໍາເຫັນເຈົ້ານີ້ລະເວົ້າລາມົກສົກກະປົກ
ເຫລືອນັ້ນເຂົາກໍ່ປະກອບຄໍາເຫັນແບບທໍາມະດາໆ.

__________________
Anonymous

Date:

ສົມນໍ້າໜ້າແດ່ ອີ່ຕາເຖົ້າລາວນອກ ຫັ້ນ ໄປເວົ້້າໃຫ້ ກອງຫລອນບ້ານກ່ອນ

ຄັກບໍ່...

__________________
Anonymous

Date:

ຕາມທີ່ສະຫຼຸບໄດ້ ເຂດທີ່ໄດ້ຮັບຜົນກະທົບຈາກກິ່ນຂິວຍາມກາງຄືນນັ້ນປະກອບມີ:

1- ເຂດບ້ານໂນນຫວາຍ

2- ເຂດບ້ານພັກສວນບຸບຜາ ຮ່ອມ10 ບ້ານທາດຫຼວງເໜືອ

3- ເຂດບ້ານໂນນສະຫວ່າງ ເມືອງໄຊເສດຖາ

4- ເຂດ ໂຮງແຮມ ຄອດສະໂມ້

ຫາກທ່ານໃດມີຂໍ້ມຸນເພີ່ມເຕີມ ຂໍຮຽນເຊີນປະກອບເຂົ້າມາໄດ້ເດີ ພວກເຮົາຕ້ອງຊ່ວຍກັນເບິ່ງແຍງແລະຮັກສາບ້ານເມືອງເຮົາ

ເຄົາລົບແລະໃຫ້ກຽດເຊິ່ງກັນແລະກັນ

__________________
Anonymous

Date:

ມື້ແລງ ຖ້າບໍ່ມີຫຍັງເຮັດ

ຂ້ອຍຈະອອກໄປດົມກິ່ນແຖວໆນັ້ນເບິ່ງ 

ແຕ່ຂ້ອຍບໍ່ແມ່ນໝາເດີ... ຊິບອກໃຫ້ 555

__________________
Anonymous

Date:

ຂໍອະນຸຍາດຕອບຄຳຖາມທີ່ທ່ານຖາມວ່າ ເຕົາຮູ້ກ້ອນ ແມ່ນຫຍັງ?

ຄວາມໝາຍທີ່ຂ້າພະເຈົ້າຍາກຊີ້ແຈງແມ່ນ:ໂຮງການຂະໜາດນ້ອຍເລີ່ມຈາກ ໂຮງງານຕົ້ມເຕົາຮູ້ ຈົນຮອດໂຮງງານຕົ້ມເຫຼັກ ຫຼື ໂຮງງານຜະລິດໄຟຟ້າ ທີ່ໃຊ້ຖ່ານຫີນ ເປັນພະລັງງານ.

__________________
Anonymous

Date:

Anonymous wrote:

ສົມນໍ້າໜ້າແດ່ ອີ່ຕາເຖົ້າລາວນອກ ຫັ້ນ ໄປເວົ້້າໃຫ້ ກອງຫລອນບ້ານກ່ອນ

ຄັກບໍ່...

ຂ້ອຍອາຍຸລະດັບໃດ? ຈຶ່ງນຶກວ່າເປັນຄົນເຖົ້າ ນີ້ຫຼະ!ພາກັນຄາດການຜິດໝົດ

ຂໍຖາມແດ່ອາຍຸຂອງຂ້ອຍປະມານທໍ່ໃດກັນແທ້ລອງເດົາເບິ່ງ, ຖ້າຕອບຖືກກໍ່ຖືວ່າ

ຄາດການເກັ່ງພໍສົມຄວນແລະຈະຂໍສະແດງຄວາມນັບຖືເປັນຢ່າງສູງ.

__________________
Anonymous

Date:

ບໍ່ແມ່ນມາຈາດໂຮງງານດິນຈີ່ຂອງວຽດບໍ່ແຖວນັ້ນາ ຂ້ອຍໄດ້ຍິນພີ່ນ້ອງຂ້ອຍບອກວ່າຫລາຍຄົນໄປຈ່ອງຊື້ດິນຈີ່ຈາກໂຮງງານດິນຈີວຽດ ເພາະເຂົາໃຊ້ຖ່ານຫີນເປັນເຊື້ອເພີງໃນການເຜົາ ແລະ ດິນຈີ່ເຂົາກໍ່ແຂງແກ່ນກວ່າດິນຈີ່ທີ່ເຜົາດ້ວຍຟືນ ວ່າຊັ້ນເດ

__________________
Anonymous

Date:

ທ່ານຊ່ວຍບອກແດ່ວ່າ ໂຮງງານດິນຈີ່ ດັ່ງກ່າງຕັ້ງຢູ່ບ້ານໃດ?

__________________
Anonymous

Date:

Anonymous wrote:

ບໍ່ແມ່ນມາຈາດໂຮງງານດິນຈີ່ຂອງວຽດບໍ່ແຖວນັ້ນາ ຂ້ອຍໄດ້ຍິນພີ່ນ້ອງຂ້ອຍບອກວ່າຫລາຍຄົນໄປຈ່ອງຊື້ດິນຈີ່ຈາກໂຮງງານດິນຈີວຽດ ເພາະເຂົາໃຊ້ຖ່ານຫີນເປັນເຊື້ອເພີງໃນການເຜົາ ແລະ ດິນຈີ່ເຂົາກໍ່ແຂງແກ່ນກວ່າດິນຈີ່ທີ່ເຜົາດ້ວຍຟືນ ວ່າຊັ້ນເດ

 ທ່ານ ໝາຍເຖີງ ຮງ ດີນຈີ່ ທີ່ຕັ້ງຢູ່ບ້ານໄຮຄຳ ໃກ້ຂົວບືງນາຄວາຍ ຖະໜົນ 450ປີນັ້ນບໍ່?

ຢູ່ເຂດນີ້ກໍ່ມີແຕ່ບ່ອນດຽວນັ້ນລະ, ຂພຈ ກໍ່ເຄີຍທຽວທາງຜ່ານເຂດນັ້ນ ແຕ່ບໍ່ເຄີຍເຂົ້າໄປໂຮງງານ

ບໍ່ຮູ້ວ່າເປັນຂອງຄົນລາວ ຫລື ຄົນວຽດ, ບໍ່ຮູ້ວ່າເຂົາໃຊ້ຫຍັງເປັນເຊື້ອເພີງ. ສະນັ້ນການຈັດຕັ້ງ

ທີ່ກ່ຽວຂ້ອງກໍ່ຄວນເຂົ້າໄປກວດກາເບີ່ງ

__________________
Anonymous

Date:

ຮຽນ ທ່ານຜູ້ຕັ້ງກະທູ້

ບໍ່ຮູ້ວ່າບັນຫາທີ່ທ່ານປະສົບນັ້ນໄດ້ຖືກແກ້ໄຂແລ້ວບໍ່?

ຫາກວ່າກິ່ນຂິວດັ່ງກ່າວຍັງຄົງລົບກວນທ່ານເໝືອນເດີມ ກະລຸນາລະບຸສະຖານທີ່ທີ່ແນ່ນອນ

ເຈົ້າໜ້າທີ່ພ້ອມທີ່ຈະຊ່ວຍທ່ານເດີ້

 ກະດຽວວ່າຈະໄປຊ່ອຍຄົນໝົດບ້ານໝົເຂດທີ່ມີກິ່ນຂີວນັ້ນ

ຈະມາຊ່ອຍຫຍັງອັນຜູ້ເຈົ້າຂອງກະທູູ້ນີ້? ຖ້າເຈົ້າໜ້າທີ່ຢາກຕະກຳຈັດ

ຫລືຊ່ອຍເຫລືອປະຊາຊົນອິຫລີກໍໄປສືບເອົາເອງຕົ້ວ ເພາະມີຄົນໃຫ້

ເບາະແສຮຽນຮ້ອຍແລ້ວ. ແປກ! ອັນແນວຄິດເຈົ້ານີ້!

__________________
Anonymous

Date:

ພົນລະເມືອງທີ່ດີ ຕ້ອງຊ່ວຍກັນ ຊ່ວຍເຈົ້າໜ້າທີ່ ແລະ ນັ້ນລະແມ່ນການຊ່ວຍຕົນເອງພ້ອມຄົນອ້ອມຂ້າງ

__________________
Anonymous

Date:

ຕາມທີ່ຮູ້ມາ: ກົມຄວບຄຸມມົນລະພິດ ມີໜ້າທີ່ຮັບຜີດຊອບຫຼັກ ເບີໂທ: Tel: 021 243 701-02. ເຫັນເພີ່ນຝືກອົບຮົມຕະຫຼອດໃນແຕ່ລະປີ. ບໍ່ຮູ້ວ່າເຮັດຕົວຈີ່ງຈະເປັນບໍ່. ຂອບໃຈ.

__________________
Anonymous

Date:

ຕາມທີ່ຮູ້ມາ: ກົມຄວບຄຸມມົນລະພິດ ມີໜ້າທີ່ຮັບຜີດຊອບຫຼັກ ເບີໂທ: Tel: 021 243 701-02. ເຫັນເພີ່ນຝືກອົບຮົມຕະຫຼອດໃນແຕ່ລະປີ. ບໍ່ຮູ້ວ່າເຮັດຕົວຈີ່ງຈະເປັນບໍ່. ຂອບໃຈ. biggrin

__________________
Anonymous

Date:

ຮຽນ ທ່ານຜູ້ຕັ້ງກະທູ້

ສໍາລັບການປະກອບຄໍາຄິດເຫັນຂອງແຕ່ລະທ່ານ ແມ່ນມີລັກສະນະຫຼາກຫຼາຍ ກ້ວາງຂວາງ ແລະ ກົງໄປກົງມາ

ແຕ່ສໍາລັບບາງຄໍາຄິດເຫັນທີ່ມີລັກສະນະໃຊ້ຄໍາເວົ້າຫຍາບຄາຍ ເຊັ່ນ (ບັກນັ້ນ..ອີ່ນີ້....) ກໍຄວນຖືກລືບອອກແນ່ເດີ

ການໃຫ້ຄໍາເຫັນ ທຸກຄົນມີໄດ້ ແຕ່ຢາກໃຫ້ຢູ່ໃນຂອບເຂດ

ເພາະຂ້າພະເຈົ້າບໍ່ຢາກໃຫ້ ທຸກ ເວັບໄຊ ຫຼື ທຸກກະທູ້ ຂອງ ສປປ ລາວ ມີລັກສະນະຄື ປະເທດເພື່ອນບ້່ານປານໃດ (ແບບວ່າ ຢາກດຶກຂີ້ດຶກຢ່ຽວ ໃສ່ກັນຢູ່ສະພາກະດຶກ ດີບໍ່ດີມີຮອດດຶກເກີບໃສ່ປະທານສະພາ ກະຍັງມີ)...

ຂໍອະໄພ ທີ່ຄໍາເວົ້າຂອງຂ້າພະເຈົ້່າ ຢາບຄາຍໃນຕອນສຸດທ້າຍ.

__________________
peter

Date:

ຖືກຕ້ອງທີ່ສຸດ

ການອອກຄໍາເຫັນ ຕ້ອງສຸພາບ ໃຫ້ມີຂອບເຂດ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard