Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທາງແຖບໂນນສະຫວ່າງ
Anonymous

Date:
ທາງແຖບໂນນສະຫວ່າງ

ເກືອບວ່າໄດ້ 10 ກ່ວາປີແລ້ວ...ພີ໋໋ນ້ອງເອີຍທີ່ເສັົ້ນທາງແຕ່ຫົວຂົວ-ຊໍາເຄ້ ເປັນອໍາມະພາດ, ທັງໆ ທີ່ທາງເສັັ້ນນີ້ ກໍ່ເປັນທາງໃນເມືອງ ແຕ່ເບິ່ງແລ້ວ ຂີ້ຮ້າຍປານກັບວ່າ ທາງໄປໄຮ່ ໄປນາ, ຂີ້ຮ້າຍໄປກ່ວາທາງຊົນນະບົດບາງແຫ່ງ ຈົນບໍ່ຍາກຈິນຕະນາການ,ເມື່ອແດດອອກ ກໍ່ມີແຕ່ຝຸ່ນ ຫາລົດນໍ້າເທວະດາມາຫົດກໍ່ຢາກ, ບາດຝົນຕົກວ່າຊັ້ນ ຊໍ໊າປານກັບວ່າກາຍເປັນຫນອງລ້ຽງປາ, ທາງເປັນລຸບເປັນໂນນ ເຫັນແຕ່ຂີ້ດິນແດງ. ປະຊາຊົນແຖບນັ້ນພໍຢາກວ່າ ນາຣົກເອີ້ຍ....

ຍັງດີທີ່ມີໂຄງການແປງທາງແຖວນັ້ນ ແຕ່ມາຮອດປະຈຸປັນໂຄງການແມ່ນໄດ້ຢຸດສະຫງັກ,ບໍ່ມີຫຍັງຄີບຫນ້າຫລາຍ ແລະຍັງຖີ້ມຂີ້ຕົມຂີ້ຝຸ່ນຢູ່ສະພາບເດີມ. ສົງໄສວ່າ ຊີເມັນປະເທດເຮົາ ຊິຕອບສະຫນອງບໍ່ທັນ..ແຕບາງທີ ອັນເລື້່ອງ ຊີເມັນຕອບສະຫນອງບໍ່ທັນ ອາດຈະບໍ່ແມ່ນຄວາມຈິງ ເພາະເສັ້ນທາງໃນເມືອງບາງແຫ່ງ ເຫັນວ່າມັນດີຢູ່ແລ້ວ ແຕ່ບໍລິສັດຮັບເຫມົ້າກໍ່ສ້າງ ເຂົາກະຍັງດຸດຖີ້ມແລ້ວສາງທາງຄອນກີດໃຫ່ມ ໂດຍເນລະມິດໃນຊ່ວງເວລາສັ້ນໆ, ເປັນຕາງຶດເນາະ...ພີນ້ອງ.... ໄດ້ຍິນວ່າເພີ່ນຊິໃຫ້ທາງເສັ້ນນີແລ້ວໃນທ້າຍປີ 2013 ນີ້.ລອງມາເບິ່ງນໍາກັນວ່າ ເມື່ອຮອດຕອນນັ້ນ ຊີເມັນບ້ານເຮົາ ຊິຍັງພໍເຫລື້ອໃຫ້ແກ່ໂຄງການດັ່ງກ່າວບໍ່? 

__________________
Anonymous

Date:

 ແນະນຳໃຫ້ຖ່າຍຮູບມາລົງນຳເດີພໍ່ອາວ ຫວ່າງໆລະຊິໄປສຳຫລວດ ຖ້າເປັນຕາມຄວາມທ່ານວ່າລະຊິໄປເຊັນໃຫ້ໂຄງການຂົວທາງລົງໄປສ້າງໃຫ້ສຳເລັດ ດຽວນີ້ຍັງຄາຫລາຍວຽກຢູ່

ສະແດງວ່າພໍ່ອາວນີ້ ບ້ານຢູ່ແຖວໂນນສະຫວ່າງໃດ໋ນິນໍ

__________________
Anonymous

Date:

ພໍ່ອາວເອີຍ ຄືເຫັນພໍ່ອາວຫາກໍ່ໄປເອົາເມຍເຂດນັ້ນບໍ່ທັນຮອດປີ ຄືຮູ້ວ່າມັນເປັນມາຮອດ 10 ກ່ວາປີແລ້ວ ຫລື ວ່າກ່ອນໜ້ານິ ພໍ່ອາວເຄີຍໄປ...

__________________
Anonymous

Date:

ປະເທດຊາດ ຈະເລີນ...ຊາດລາວ ຫມັ້ນຍືນ..ຫມັ້ນຍືນ ອາດແມ່ນຍ້ອນການຄາວຽງ ຂອງທ່ານ ອິອິອິ...

__________________
Anonymous

Date:

ທາງເສັ້ນນີ້ແມ່ນໄດ້ມີການສຳປະທານໄດ້ສີ່ປີແລ້ວໂດຍກວມເອົາເສັ້ນຫົວຂົວໄປຫານາຄວາຍ ຫົວຂົວຫາຊຳເຄ້ ແລະຫົວຂົວຫາຕະລາດຈີນ ບໍລິສັດທີ່ປະມູນໄດ້ແມ່ນຂອງໄທ ຫຼັງຈາກປະມູນໄດ້ແລ້ວພັດບໍ່ມີເງີນມາເຮັດ ທາງນະຄອນຫຼວງເລີຍຍົກເລີກສັນຍາ ແລະໃຫ້ບໍລິສັດອື່ນມາຮັບເໝົາແທນ ປາກົດວ່າເຮັດໄດ້ນ້ອຍນຶ່ງແລ້ວຢຸດຄືເກົ່າ ມາຫວ່າງປີກາຍພັດຕົກລົງຄືນໄປໃຫ້ບໍລິສັດໄທມາເຮັດຄືເກົ່າອີກ ແລະໄດ້ເບີກເງີນໄປແດ່ແລ້ວ ສຸດທ້າຍກໍ່ຍັງຄືເກົ່າ ໄດ້ຍີນຜູ້ໃຫ່ຍລົມກັນ ຄັນຊີ່ຍົກເລີກໂຄງການກໍ່ບໍ່ໄດ້ເພາະເວລາທີ່ເຂົາປະມູນໄດ້ທຳອິດ ທາງບໍລິສັດໄດ້ຈ່າຍຄ່ານາຍຫນ້າເປັນເງີນສົດ 40% ແລ້ວ ຄັນທາງບໍ່ເກີດແລ້ວໄປຍົກເລີກໂຄງການເຂົາພັດຊີ່ຟ້ອງເພິ່ນ ເລີຍຄາກັນຢູ່ແນວນີ້ແລ້ວ ຄັນທ່ານ ບຸນທອງ ຈິດມະນີ ອ່ານເຫັນ ຂໍໃຫ້ທ່ານລົງໄປກວດສອບເພື່ອເປັນຄະດີຕົວຢ່າງເບິ່ງແດ່ ວ່າຄວາມຈິງມັນເປັນແນວໃດ ໃຜຜິດກໍ່ຈັບເຂົ້າຄຸກໃຫ້ມັນໝົດໂລດ ພະນັກງານກີນເປີເຊັນເອົາໄປຍິງເປົ້າເພື່ອເປັນຕົວຢ່າງຈັກສອງສາມຄົນເບິ່ງແດ່ນາ

__________________
Anonymous

Date:

ສົມຄວນເອົາຮູບ ມາລົງພ້ອມ   teevee.gif

__________________
Anonymous

Date:

ເປັນຕາ ເອົາມາລົງຢູ່ບໍ່ ອາຍບ້ານເມືອງ ເພີ່ນລ້າໆ...

__________________
Anonymous

Date:

Anonymous wrote:

ທາງເສັ້ນນີ້ແມ່ນໄດ້ມີການສຳປະທານໄດ້ສີ່ປີແລ້ວໂດຍກວມເອົາເສັ້ນຫົວຂົວໄປຫານາຄວາຍ ຫົວຂົວຫາຊຳເຄ້ ແລະຫົວຂົວຫາຕະລາດຈີນ ບໍລິສັດທີ່ປະມູນໄດ້ແມ່ນຂອງໄທ ຫຼັງຈາກປະມູນໄດ້ແລ້ວພັດບໍ່ມີເງີນມາເຮັດ ທາງນະຄອນຫຼວງເລີຍຍົກເລີກສັນຍາ ແລະໃຫ້ບໍລິສັດອື່ນມາຮັບເໝົາແທນ ປາກົດວ່າເຮັດໄດ້ນ້ອຍນຶ່ງແລ້ວຢຸດຄືເກົ່າ ມາຫວ່າງປີກາຍພັດຕົກລົງຄືນໄປໃຫ້ບໍລິສັດໄທມາເຮັດຄືເກົ່າອີກ ແລະໄດ້ເບີກເງີນໄປແດ່ແລ້ວ ສຸດທ້າຍກໍ່ຍັງຄືເກົ່າ ໄດ້ຍີນຜູ້ໃຫ່ຍລົມກັນ ຄັນຊີ່ຍົກເລີກໂຄງການກໍ່ບໍ່ໄດ້ເພາະເວລາທີ່ເຂົາປະມູນໄດ້ທຳອິດ ທາງບໍລິສັດໄດ້ຈ່າຍຄ່ານາຍຫນ້າເປັນເງີນສົດ 40% ແລ້ວ ຄັນທາງບໍ່ເກີດແລ້ວໄປຍົກເລີກໂຄງການເຂົາພັດຊີ່ຟ້ອງເພິ່ນ ເລີຍຄາກັນຢູ່ແນວນີ້ແລ້ວ ຄັນທ່ານ ບຸນທອງ ຈິດມະນີ ອ່ານເຫັນ ຂໍໃຫ້ທ່ານລົງໄປກວດສອບເພື່ອເປັນຄະດີຕົວຢ່າງເບິ່ງແດ່ ວ່າຄວາມຈິງມັນເປັນແນວໃດ ໃຜຜິດກໍ່ຈັບເຂົ້າຄຸກໃຫ້ມັນໝົດໂລດ ພະນັກງານກີນເປີເຊັນເອົາໄປຍິງເປົ້າເພື່ອເປັນຕົວຢ່າງຈັກສອງສາມຄົນເບິ່ງແດ່ນາ

 ສັນດານຂອງຄົນກິນບ້ານກິນເມືອງກໍເປັນແນວນີ້ລະ ຄັນຈະກິນກໍຂໍໃຫ້ການກໍ່ສ້າງຖະໜົນຫົນທາງສຳເລັດກ່ອນກໍ

ບໍ່ວ່າ ເສືອກມາແດກກ່ອນເຂົາລົງມືສ້າງ. ອັນນີ້ແລ້ວແມ່ນຕົວຢ່າງການສໍ້ລາດຫລືພາສາສາກົນເຂົາວ່າ  ຄໍຣັບຊັນ

ໃຫ້ເບິ່ງເອົາ, ປະເທດໃດກໍຕາມຖ້າມີປະກົດການແບບນີ້ຢູ່ໃນສັງຄົວປະເທດນັ້ນ ເຊີນແດ່ວ່າປະເທດຈະຈະເລີນກ້າວ

ໜ້າ ບໍມີທາງສາດະລະ. ເບິງແຕ່ສ້າງປະເທດມາ ສາມສິບກ່ວາປີແລ້ວ ຍັງຫລ້າຫລັງກ່ອນໄທເປັນ 100 ປີ, ແຕ່ຜູ້

ແດກເງິນງົບປະມານລັດ ແລະເງິນຊ່ວຍເຫຼືອຈາກນາໆຊາດແມ່ນໄປໄວແລະກາຍເປັນເສດຖີກ່ອນໄທຕັ້ງເປັນ100

ປີ. ປານນັ້ນ ພັກ-ລັດຍັງພາປະຊາຊົນປະກາດວ່າປະເທດລາວພັດທະນາແລະຈະເລີນແລ້ວ,  ຈັ່ງແມ່ນບໍ່ອາຍປາກ

ອອກມາປະກາດ,  ຄືວ່າຫັ້ນແລ້ວແນວເອົາຄວາມຈະເລີນແລະຂະຫຍາຍຕົວຂອງນະຄອນຫລວງວຽງຈັນໄປທຽບ

ເມືອງຊຳເໜືອຫລືເມືອວຽງໄຊ. ພວກຜູ່ແທນທີ່ຢູ່ຕ່າງແຂວງສິບປີສີ່ຊາດຈຶ່ງໄດ້ເຂົ້າມາເມືອງວຽງຈັນ ພໍມາເຫັນ

ແສງສີຂອງນະຄອນຫລວງກໍພາກັນອ້າປາກ ງຶດງຊ້ ມາຫັດສະຈັນ ແລະກໍປັກໃຊວ່າປະເທດຂອງຕົນເອງໄດ້ພັດທະ

ນາແລ້ວ ແລະກໍໄດ້ນຳເອົາໄປປ່າວປະກາດເຜີຍແຜ່ປະຊາຊົນຢູ່ເຂດຊົນນະບົດຕ່າງແຂວງວ່າປະເທດເຮົາຈະເລີນ

ທີ່ສຸດ. ບໍ່ຈຳເປັນເອົາວຽງຈັນໄປທຽບກັບເມືອງເອກປະເທດອື່ນໆດອກ ເອົາໄປທຽບ ອຸດອນປະເທດໄທ ກໍຍັງທຽບ

ບໍ່ຕິດ, ຖະໜົນຫົນທາງຢູ່ໜອງຄາຍປະເທດໄທຍັງເປັນອິນເຕີກ່ອນວຽງຈັນ. ນີ້ລະຄືຜົນງານຂອງປະເທດທີ່ມີການ

ຄໍຣັບຊັນ ເຊີນໃຫ້ສ້າງໂລດ ມີແຕ່ຈະຈະເລີນລົງເທົ່ານັ້ນ.

__________________
Anonymous

Date:

Anonymous wrote:

ເກືອບວ່າໄດ້ 10 ກ່ວາປີແລ້ວ...ພີ໋໋ນ້ອງເອີຍທີ່ເສັົ້ນທາງແຕ່ຫົວຂົວ-ຊໍາເຄ້ ເປັນອໍາມະພາດ, ທັງໆ ທີ່ທາງເສັັ້ນນີ້ ກໍ່ເປັນທາງໃນເມືອງ ແຕ່ເບິ່ງແລ້ວ ຂີ້ຮ້າຍປານກັບວ່າ ທາງໄປໄຮ່ ໄປນາ, ຂີ້ຮ້າຍໄປກ່ວາທາງຊົນນະບົດບາງແຫ່ງ ຈົນບໍ່ຍາກຈິນຕະນາການ,ເມື່ອແດດອອກ ກໍ່ມີແຕ່ຝຸ່ນ ຫາລົດນໍ້າເທວະດາມາຫົດກໍ່ຢາກ, ບາດຝົນຕົກວ່າຊັ້ນ ຊໍ໊າປານກັບວ່າກາຍເປັນຫນອງລ້ຽງປາ, ທາງເປັນລຸບເປັນໂນນ ເຫັນແຕ່ຂີ້ດິນແດງ. ປະຊາຊົນແຖບນັ້ນພໍຢາກວ່າ ນາຣົກເອີ້ຍ....

ຍັງດີທີ່ມີໂຄງການແປງທາງແຖວນັ້ນ ແຕ່ມາຮອດປະຈຸປັນໂຄງການແມ່ນໄດ້ຢຸດສະຫງັກ,ບໍ່ມີຫຍັງຄີບຫນ້າຫລາຍ ແລະຍັງຖີ້ມຂີ້ຕົມຂີ້ຝຸ່ນຢູ່ສະພາບເດີມ. ສົງໄສວ່າ ຊີເມັນປະເທດເຮົາ ຊິຕອບສະຫນອງບໍ່ທັນ..ແຕບາງທີ ອັນເລື້່ອງ ຊີເມັນຕອບສະຫນອງບໍ່ທັນ ອາດຈະບໍ່ແມ່ນຄວາມຈິງ ເພາະເສັ້ນທາງໃນເມືອງບາງແຫ່ງ ເຫັນວ່າມັນດີຢູ່ແລ້ວ ແຕ່ບໍລິສັດຮັບເຫມົ້າກໍ່ສ້າງ ເຂົາກະຍັງດຸດຖີ້ມແລ້ວສາງທາງຄອນກີດໃຫ່ມ ໂດຍເນລະມິດໃນຊ່ວງເວລາສັ້ນໆ, ເປັນຕາງຶດເນາະ...ພີນ້ອງ.... ໄດ້ຍິນວ່າເພີ່ນຊິໃຫ້ທາງເສັ້ນນີແລ້ວໃນທ້າຍປີ 2013 ນີ້.ລອງມາເບິ່ງນໍາກັນວ່າ ເມື່ອຮອດຕອນນັ້ນ ຊີເມັນບ້ານເຮົາ ຊິຍັງພໍເຫລື້ອໃຫ້ແກ່ໂຄງການດັ່ງກ່າວບໍ່? 

 Why don't you just take some photos of that area and share them with us here so that we can all see and discuss???

__________________
Anonymous

Date:

ຄັນບໍ່ມີຮູບພາບ ມາລົງພ້ອມ

ຢ່າຊຸມາ   blahblah.gif

__________________
Anonymous

Date:

Anonymous wrote:

ຄັນບໍ່ມີຮູບພາບ ມາລົງພ້ອມ

ຢ່າຊຸມາ   blahblah.gif

 ລາວເຮັດຖືກແລ້ວທີ່ບໍ່ເອົາຮູບມາລົງປະກອບ ໃຫ້ຮູ້ຈັກແຕ່ຄົນລາວເຮົາເອງສາ ຢ່າໃຫ້ຄົນຕ່າງປະເທດຮູ້ຈຸດອ່ອນຂອງເຮົາ

ເອົາແຕ່ຮູບຖະໜົນງາມໆໄດ້ມາດຕະຖານມາລົງ ເຂົາຈຶ່ງຈະສືບຕໍ່ຊ່ວຍເຫລືອ, ຂໍໂທດເດີທີ່ຂ້ອຍມີແນວຄິດຕ່າງກັບເຈົ້າ.

__________________
Anonymous

Date:

images?q=tbn:ANd9GcR2Z6zmtoRRGLE6h7Guh96Pxnz9ygY0VC0wPVsNXX_gtfrMyLN6

__________________
Anonymous

Date:

ຂ້ອຍຕັ້ງກະທູ້ນີ້ຂື້ນມາກໍ່ຍ້ອນຢາກຮູ້ກົກປາຍສາຍເຫດ ແລະກໍ່ໄດ້ມີທ່ານໜຶ່ງໄດ້ໃຫ້ຂໍ້ມູນຂ້ອນຂ້າງລະອຽດ. ຄິດວ່າເຈົ້າກະຄືຊິອ່ານພາສາລາວໄດ້ເນາະ..biggrin ສ່ວນຮູບນັ້ນ ຂ້ອຍກະບໍ່ໄດ້ ບ້າາາາາາາາ....ຈົນໄປຂຸດຄຸ້ຍທຸກເສດດິນຕົມມາໃຫ້ເຈົ້າໄດ້, ຖ້າຂ້ອຍປັັ້ນເອົາຂີ້ດິນກ້ອນໜຶ່ງມາໂພດສປະໄວ້, ຂ້ອຍກະຄືຊິໄດ້ແຕ່ການ ຄອມເມັນກ່ຽວກັບຂີ້ດິນກ້ອນນັ້ນຈາກຄົນບ້າໆເຊັ໋ນເຈົ້າ. ອັນນີ້ກາຂໍໃຫ້ເບິ່ງພາບລວມນໍາກັນ ຄິດວ່າທຸກຄົນກະຄືຈະຈິນຕະນາການອອກແລ້ວ. ຂໍໂທດເນີທີ່ເວົ້າແບບບໍ່ໃຫ້ກຽດ ເຈົ້າ....Her herbiggrin

__________________
Anonymous

Date:

ດຽວນີ້ຢູ່ເມືອງລາວ ຫຼາຍໆຄົນ ກະມີ ໂທລະສັບມືຖື

ທີ່ສາມາດຖ່າຍຮູບໄດ້ ແບບງ່າຍໆ...

(ສົງໃສຫຼາຍຄົນ ບໍ່ຮູ້ຈັກວິທີເອົາມາລົງໃນເວັບບອດ??)

ຖ້າເຫັນບ່ອນໃດ ບໍ່ຈົບບໍ່ງາມ...ໃຫ້ຖ່າຍຮູບເອົາ ແລ້ວມາລົງ

ບາງທີ ຜູ້ໃຫ່ຍເພີ່ນມາເຫັນມາອ່ານ

ບາງທີ (ບາງທີ) ອາດຈະມີການແກ້ໃຂ ຫຼືສ້ອມແປງ ໃນມື້ໃດມື້ໜຶ່ງ...

__________________
Anonymous

Date:

91600209985033417935.jpg

 ເອົາໄປຕິດຢູ່ເດີ່ນກອບພຸ້ນເດີຖ້າຢາກໃຫ້ເພິ່ນເຫັນ

__________________
Anonymous

Date:

1377419274.2226.iPicit.jpg

__________________
Anonymous

Date:

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard