Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໂທລະສັບຕົກນ້ຳ


Guru

Status: Offline
Posts: 1010
Date:
ໂທລະສັບຕົກນ້ຳ


ໂທສະສັບ smart phone ໃຜເຄີຍຕົກນ້ຳບໍ່ ເລົ່າປະສົບການມາເບິ່ງ

ຂອງຂ້ອຍ tablet samsung galay tab p1000 ຕົກນ້ຳປນອງະປມານ 10 ວິນາທີ

ເອົາຂຶ້ນມາລອງເປີດທັນທີທຳອິດບໍ່ໄດ້ ຕອນແລງມາເປີດໄດ້ແຕ່ສຽບສາຍສາກບໍ່ໄດ້

ເລີຍເອົາໄປຕາກແດດ 5-6 ມື້ ດຽວນີ້ໃຊ້ໄດ້ປົກກະຕິ

iphone ເຈົ້າເດະ ລອງເບິ່ງດຸ



__________________
Anonymous

Date:

ຂ້ອຍເຄີຍເຮັດ Samsung A237 ຕົກວິດເທື່ອນຶ່ງຕອນໄປຖ່າຍເບົາ

ຈົກຂຶ້ນມາລ້າງສະອາດແລ້ວກໍ່ຖອດຖ່ານ ປົດຊິມອອກແລ້ວກໍ່ໃຊ້ຂອງ

ເປົ່າຜົມຕັ້ງໃສ່ຄວາມຮ້ອນຕໍ່າເປົ່າຈົນແຫ້ງ, ປະຕາກລົມປະມານເຄິ່ງ

ຊົ່່ວໂມງກໍ່ລອງໃຊ້ເບິ່ງ. ທໍາອິດກໍ່ມີກິ່ນ ລົມດົນໄປກິ່ນກໍ່ໝົດເອງ biggrin



__________________
Anonymous

Date:

ເຄີຍເຮັດ iphone 4 ຕົກນ້ຳແບບລົງໄປທັງໂຕແຕ່ລືມວ່າມີໄອໂຟນໃນຖົງສົ້ງຮີບຈົກອອກມາຈໍມັນກະ

ຕິດໆດັບໆສຸດທ້າຍກະດັບໄປເປີດກະບໍ່ໄດ້ສາກກະບໍ່ຕິດ ເອົາໄປໃຫ້ຮ້ານເບີ່ງຜ່ານໄປ

ອາທິດໜື່ງຮ້ານບອກແປງບໍ່ໄດ້ແລ້ວ

ຂ້ອຍກະໄດ້ແຕ່ທຳໃຈບັດມື້ແລງເອົາມາເປີດໃໝ່ລະພັດໄດ້ຕອນນີ້ກະຍັງໃຊ້ໄດ້ຢູ່



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard