Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ມີແຕ່ເວົ້າ
Anonymous

Date:
ມີແຕ່ເວົ້າ


ເຫັນຫລາຍຄົນເອົາເລື່ອງນັ້ນເລື່ອງນີ້ມາເວົ້າມາສົນທະນາກັນໃນບອດນີ້

ຜູ້ໃດກະວ່າຜູ້ໃດດີ ເຮັດວຽກເປັນ ເກັ່ງ ອວດອ້າງຄວາມສາມາດໄປທົ່ວ

ທັງເລື່ອງການບ້ານການເມືອງ ການພັດທະນາຊາດ ການໂກງບ້ານເມືອງ

ຫລືແມ່ນແຕ່ເລື່ອງພາສາຂຽນ

ແຕ່ບໍ່ເຫັນໃຜລົງມືເຮັດແທ້ຈັກເທື່ອ ມີແຕ່ເວົ້າ ເລື່ອງເຫລົ່ານີ້

ຖ້າຍາກໃຫ້ມັນປາກົດເປັນຈິງຄວນສິເຮັດແນວໃດ? ຜູ້ໃຫຍ່ເພິ່ນພ້ອມທີ່ຈະຮັບຟັງບໍ?

ໂດຍສະເພາະແມ່ນເລື່ອງພາສາຕາມປ້າຍຕ່າງ ໆ ຖ້າເຫັນຜິດສິເຮັດແນວໃດ ແຈ້ງໄດ້ຢູ່ໃສ

ພັກລັດຫລືຜູໃຫຍ່ທີ່ກ່ຽວຂ້ອງຄວນເອົາໃຈໃສ່ຕື່ມອີກ ບໍ່ແມ່ນປ່ອຍໃຫ້ເປັນໄປຕາມຍະຖາກຳ

ຫລືວ່າບໍ່ສົນໃຈເລື່ອງນີ້ ມີແຕ່ມົວເມົາເຫັນແກ່ຕົວ ຂູດເລືອດນຳກະປູຢູ່

ມີຄົນກ່າວໄວ້ວ່າການເຮັດວຽກຂອງຄະນະລັດທະບານ ບໍ່ແມ່ນເລື່ອງສ່ວນຕົວ ແຕ່ເພື່ອໃຫ້ປະຊາຊົນ

ຢູ່ດີມີຄວາມສຸກ ມີຄວາມສາມັກຄີ ປອງດອງກັນ ທ່ານວ່າແມ່ນຫລືບໍ ?

 



__________________
Anonymous

Date:

1013261_500620096687923_991790315_n.jpg

ໜ້າທີ່ຜູ່ເຮັດຕົວຈິງກໍ່ເຮັດໄປ, ໜ້າທີ່ຜູ່ເວົ້າທິດສະດີກໍ່ເວົ້າໄປ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard