ໂດຍ : ຊາຍຄຳ ຈຳປາອຸທຸມ
ການເວົ້າຫລາຍແຕ່ເຮັດໜ້ອຍນັ້ນບໍ່ດີ. ນີ້ຄືບັນຫາທີ່ເຮົາຍົກຂຶ້ນເພື່ອເປັນການແລກປ່ຽນກັບທ່ານຜູ້ ອ່ານ. ນັ້ນຄືພະຍາດໜຶ່ງທີ່ເກີດຂຶ້ນກັບຄົນເຮົາ ເຊິ່ງເພິ່ນເອີ້ນກັນ ວ່າ: ພະຍາດເປັນແຕ່ປາກ.
ພະຍາດເປັນແຕ່ປາກແມ່ນພະຍາດຂອງຄົນຜູ້ຮູ້ຈັກແຕ່ເວົ້າ, ແຕ່ຫາກເຮັດແນວໂຕເວົ້ານັ້ນບໍ່ໄດ້, ເວົ້າສິ່ງ ທີ່ບໍ່ອອກມາຈາກຄວາມຄິດຂອງຕົນເອງ, ບໍ່ທັນເຂົ້າໃຈ ຄັກກໍຮີບຟ້າວແຕ່ເອົາໄປເວົ້າ, ໄປ ອ້າງໝູ່ໃຫ້ເຂົາ ຍ້ອງວ່າໂຕຮູ້, ແຕ່ຄົນແນວນີ້ພັດເວົ້າແນວໜຶ່ງຊ້ຳ ແຕ່ໄປເຮັດອີກແນວໜຶ່ງຢ່າງຂາດຄວາມຮັບຜິດຊອບ.
ພະຍາດເປັນແຕ່ປາກນີ້ເກີດ ມາແຕ່ນຳຄົນເຮົານີ້ແລ້ວ ຍ້ອນ ວ່າມັນເກີດຂຶ້ນກັບນິດໄສຂອງ ຄົນທີ່ມັກ ເວົ້າຫລາຍ-ຂຽນຍາວ, ແຕ່ຊ້ຳພັດບໍ່ມີເນື້ອໃນ, ບໍ່ມີບ່ອນຊິ ເອົາ, ບໍ່ຮູ້ວ່າຕົນເອງຢາກເວົ້າ ແລະ ຢາກຂຽນ ຫຍັງຄິດແຕ່ວ່າຖ້າເວົ້າໜ້ອຍ, ຂຽນໜ້ອຍກໍຢ້ານຄົນອື່ນເຂົາເວົ້າວ່າຕົນເອງບໍ່ເກັ່ງ.
ນິດໄສເປັນແຕ່ປາກສະແດງອອກໃນຫລາຍຮູບການເຊັ່ນ: ຖ້າເວົ້າກໍເວົ້າຍືດຍາວບໍ່ມີເນື້ອໃນ, ມີນິດ ໄສອ້ອມອ້ຽວ, ບໍ່ເວົ້າກົງໄປກົງມາ, ເວົ້າບໍ່ມີຜູ້ໃດເຂົ້າໃຈ, ເວົ້າແບບແຫ້ງແລ້ງຈົນປັນຍາ, ເວົ້າແບບຜິວ ເຜີນບໍ່ຖືກກັບຈຸດໝາຍ, ເວົ້າແຕ່ຄວາມຫລາຍ, ເວົ້າບໍ່ເບິ່ງ ກາລະເທສະ, ເວົ້າບໍ່ເບິ່ງວ່າຕົນເອງພວມເວົ້າ ໃຫ້ໃຜຟັງ.
ຖ້າລາຍງານກໍມັກລາຍງານແບບຍົກຍ້ອງ, ລາຍງານດອກໄມ້ຍ້ອນຢ້ານແຕ່ບໍ່ໄດ້ຜົນງານ, ຢ້ານ ແຕ່ນາຍຕຳນິ. ຖ້າເຮັດກໍເຮັດຕາມແຕ່ແບບເກົ່າຕາມຄອງເດີມເຮັດຕາມຄວາມເຄີຍເຊິນບໍ່ກ້າປ່ຽນແປງ, ບໍ່ກ້າຕັດສິນໃຈ, ບໍ່ຮູ້ອັນໃດຜິດອັນໃດຖືກ, ຖ້າເຮັດແບບໃໝ່ເຮັດວິທີໃໝ່ກໍຢ້ານວ່າຕົນເອງຈະມີຄວາມ ຜິດ. ສຳລັບການແກ້ໄຂພະຍາດ ເປັນແຕ່ປາກນີ້ ມັນແມ່ນຄວາມ ຈຳເປັນຈະຕ້ອງໄດ້ເຮັດຢ່າງ ແຂງແຮງ. ຖ້າຫາກບໍ່ແກ້ໄຂແລ້ວ ມັນຈະກໍ່ໃຫ້ເກີດຜົນເສຍຫາຍໃຫ້ ແກ່ສັງຄົມ ແລະ ປະເທດຊາດ.
ການແກ້ໄຂກໍມີຫລາຍວິທີ ຄື ຕ້ອງຮຽນວິທີປາກເວົ້າ, ບໍ່ເວົ້າ ຕາມແບບອ່ານປຶ້ມບັນລະຍາຍ. ແຕ່ລະ ແນວຄິດ ແຕ່ລະຄຳເວົ້າ ແລະ ແຕ່ລະໂຕໜັງສືທີ່ຂຽນນັ້ນ ຕ້ອງສະແດງເຖິງຄວາມນຶກຄິດ ແລະ ນ້ຳໃຈມຸ່ງ ມາດປາຖະໜາ ຂອງຕົນຢ່າງແທ້ຈິງ. ຕ້ອງຮູ້ຈັກ ນຳໃຊ້ຄວາມເວົ້າ ແລະ ການຍົກ ຕົວຢ່າງອັນງ່າຍໆ, ຖືກ ແລະ ເໝາະສົມກັບຄວາມຈິງ ທັງໃຫ້ ເຂົ້າໃຈງ່າຍ. ເວລາຂີດຂຽນ, ເວ ລາເວົ້າຕ້ອງຄິດວ່າຈະເຮັດແນວໃດ ໃຫ້ຫລາຍຄົນເຂົ້າໃຈ ແລະ ເຮັດຄືກັນກັບຄວາມເຮົາຢາກໄດ້ ແລະ ຢາກເຮັດໄດ້ແນວນັ້ນຕ້ອງຖາມຕົນ ເອງວ່າເຮົາຂຽນໃຫ້ໃຜອ່ານ, ເວົ້າໃຫ້ໃຜຟັງທັງຄວາມເວົ້າ ແລະ ວິທີຂຽນຂອງເຮົາຕ້ອງໃຫ້ແນໃສ່ວ່າຜູ້ທີ່ ຈະຟັງ ຫລື ຜູ້ທີ່ຈະອ່ານນັ້ນເຂົ້າໃຈໄດ້ແທ້. ກ່ອນຈະຂີດຂຽນ, ກ່ອນຈະເວົ້າ ກໍຕ້ອງໄດ້ກວດກາເບິ່ງວ່າຕົນ ເອງເຂົ້າໃຈຄັກແລ້ວບໍ, ຖ້າບໍ່ທັນຄັກກໍຕ້ອງໄດ້ຄົ້ນຄວ້າໃຫ້ຄັກກ່ອນຈຶ່ງຂຽນ ແລະ ເວົ້າເພື່ອນຳໄປຈັດຕັ້ງ ປະຕິບັດຈະມີຜົນດີຂຶ້ນ. ນີ້ກໍເປັນພຽງແຕ່ການແລກປ່ຽນນຳກັນວ່າມັນແມ່ນຄວາມຈິງ ຫລື ບໍ່ຄິດວ່າຄົງ ເປັນອີກໜຶ່ງບັນຫາທີ່ພວມເກີດຂຶ້ນຢູ່ໃນສັງຄົມ, ຖ້າຫາກມີແຕ່ຄົນເວົ້າແຕ່ບໍ່ມີຄົນເຮັດກໍຈະບໍ່ມີຜົນດີໄດ້.