Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເປີດສູນຜະລິດຮູບເງົາ ແລະ ລາຍການໂທລະພາບລາວ...
Anonymous

Date:
ເປີດສູນຜະລິດຮູບເງົາ ແລະ ລາຍການໂທລະພາບລາວ...


ເປີດສູນຜະລິດຮູບເງົາ ແລະ ລາຍການໂທລະພາບລາວ

 


 
%E0%B8%A3%E0%B8%B9%E0%B8%9A%E0%B9%80%E0%B8%87%E0%B8%B2.jpg
        ກົມ​ຮູບ​ເງົາກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທຳ ​ແລະ ທ່ອງ​ທ່ຽວ​ ຮ່ວມ​ກັບ​ລັດ​ວິ​ສາ​ຫະກິດ ປະ ສົມ​ລາວ-ຈີນ ໄດ້​​ເປີດ​ສູນ​ຜະ ລິດ​ຮູບ​ເງົາ ​ແລະ ລາຍການ​ໂທ ລະພາບ​ລາວ​ ​ໃນ​ວັນ​ທີ 2 ສິງຫາ 2013 ນີ້ ຢູ່​ທີ່​ກົມ​ຮູບ​ເງົາ ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ໜູ​ໄຜ່ ກຸນ​ລະ​ວົງ ຫົວໜ້າ​ກົມ​ຈັດຕັ້ງ ກະ ຊວງ​ຖະ​ແຫ​ລງຂ່າວ, ວັດທະນະ​ທຳ ​ແລະ ທ່ອງ​ທ່ຽວ, ທ່ານ ບຸນ​ເຈົ້າ ພິຈິດ ຫົວໜ້າ​ກົມ​ຮູບ​ເງົາ, ທ່ານ ​ເຈົ່າ ຊີ​ນຢຸນ ອຳນວຍ​ການ​ລັດ​ວິ​ສາ​ຫະກິດ​ປະສົມ​ ລາວ​-ຈີນ, ມີ​ບັນຫົວໜ້າ​ກົມ, ພະນັກງານ​ວິ ຊາ​ການ​ຕ່າງໆ​ເຂົ້າ​ຮ່ວມ.
         ການ​ສ້າງຕັ້ງສູນຜະລິດ​ຮູບ​ເງົາ ​ແລະ ລາຍການ​ໂທລະພາບ​ລາວ​ ໃນ​ຄັ້ງນີ້ ຈະ​ເປັນ​ໃບ​ໜ້າ​ອັນ​ໃໝ່ສຳ ລັບ​ວຽກ​ງານ​ການ​ຜະລິດ​ຮູບ​ເງົາ ​ແລະ ລາຍການ​ໂທລະພາບ​ຂອງ​ລາວ ​ໃຫ້​ມີ​ທັງ​ປະລິ ມານ ​ແລະ ຄຸນ​ນະ ພາ​ບປະກອບ ສ່ວນ​ອັນ​ສຳຄັນ​ສຳລັບ​
ການ​ພັດ ທະນາ​ໃນ​ຂະ​ແໜງ​ຖະ​ແຫລງ​ຂ່າວ, ວັດທະນະ​ທຳ ​ແລະ ທ່ອງ​ທ່ຽວ​ເວົ້າ​ສະ​ເພາະ​ແມ່ນ​ຂົງ​ເຂດ​ວຽກ​ງານ​ຮູບ​ເງົາ ​ແລະ ​ໂທລະ ພາບ ສປປ.ລາວ ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ, ສູນ​ດັ່ງກ່າວ​​ ແມ່ນ​​ການ​ລົງທຶນ​ຮູບ​ແບບ​ວິສາ​ຫະກິດ​ປະ ສົມ​ ລາວ-​ຈີນ ຊຶ່ງ​ຝ່າຍ​ຈີນ​ຖື​ຮຸ້ນ 85% ​ແລະ ຝ່າຍ​ຍລາວ​ຖື​ຮຸ້ນ 15% ສ້າງຕັ້ງ​ໃນ​ເດ​ືອນທັນວາ ປີ 2012 ​ປະກອບ​ມີ​ອຸປະກອນ​ຖ່າຍ​ທຳ​ທີ່​ທັນ​ສະ​ໄໝ​ຮັບ​ໃຊ້​ບໍລິການ​ຮູບ​ເງົາ ​ແລະ ​ລາຍການ​ໂທລະພາບ ​ປະ​ເພດ​ຕ່າງໆໃຫ້​ທຸກ​ພາກສ່ວນ​ໃນ​ສັງຄົມ.


__________________
Anonymous

Date:
RE: ເປີດສູນຜະລິດຮູບເງົາ ແລະ ລາຍການໂທລະພາບລາວ...


ຈະຕ້ອງຮຽນຈົບຊັ້ນຫຍັງຈຶ່ງຈະໄດ້ສະແດງເປັນຕົວປະກອບ ແບບເປັນຄົນເຝົ້າສວນຜັກຊີ

ໃຫ້ລູກສາວຫົວໜ້າໂຈນ ? ຂອບໃຈ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard