Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ປອ້ງກັນແລະຫລີກລຽ້ງໄຂ່ເລືອດອອກ


Guru

Status: Offline
Posts: 695
Date:
ປອ້ງກັນແລະຫລີກລຽ້ງໄຂ່ເລືອດອອກ


ຍັງບໍ່ທັນມີວັກຊີນປອ້ງກັນພະຍາດໄຂ່ເລືອດອອກແລະມີພຽງວິທີດຽວໃນການປອ້ງກັນເພື່ອບໍໃຫ້ໄຂ່ເລືອດອອກໄວຣັດຕິດຕໍ່ໃຫ້ຄົນອື່ນຄືຫລີກລຽ້ງຍຸ້ງທີ່ມີໄວຣັດກັດ.

ນີ້ສາມາດຄວບຄຸມແລະຫລີກລຽ້ງການຕິດຕໍ່ຂອງໄຂ່ເລືອດອອກໄວຣັດເຊີ່ງຫລີກລຽ້ງຍຸງລາຍທີ່ມີພະຍາດໄວຣັດແພ່ລາມໄປກວ້າງກວ່າເກົ່າ.

 

ລູກນ້ຳຂອງຍຸງລາຍສ່ວນຫລາຍເກີດມາຈາກວັດຖຸບັນຈຸທີ່ຄົນເຮົາສ້າງຂື້ນມາ

ເຊັ່ນ:ໄຫ,ກະພຸຍ,ອ່າງນ້ຳຊິເມັນສຳລັບເກັບນ້ຳໄວ້ໃຊ້ພາຍໃນເຮືອນ,ຈຳພວກສິງ່ຂອງທີ່ບໍ່ໃຊ້ແລ້ວແລະະຖິ້ມເຊັ່ນຈຳພວກກອ່ງອາຫານ,ຂອງຫລີ້ນ,ຢາງຕີນລົດແລະເຄື່ອງ

ອື່ນໆທີ່ສາມາດຂັງນ້ຳໃນເວລາຝົນຕົກແລະຍັງມີຈຳພວກສິ່ງຂອງອື່ນໆທີ່ອາດເປັນ

ແຫລ່ງກຳເນີດຫລືບອ່ນຂະຫຍາຍຂອງລູກຍຸງລາຍເຊັ່ນ:ຮາງລິນ,ຮອ່ງລະບາຍນ້ຳ,ໂກນໄມ້,ໃບພ້າວ ;ໃບໄມ້ທີ່ຕິດເຂົ້າກັນເປັນຮູບຮ່າງຄືຈອກແລະສາມາດເກັບຂັງນ້າໄດ້.

 

ດັ່ງນັ້ນປະຊາຊົນທີ່ອາໃສໃນເຂດທີ່ມີການລະບາດຂອງເຊື້ອໄຂ່ເລືອດອອກນີ້ຕອ້ງລະມັດລະວັງເປັນພິເສດແລະໝັ້ນທຳຄວາມສະອາດແລະກຳຈັດສິ່ງທີ່ຮົກເຮື້ອໃນເດີນ

ບ້ານ,ສ່ວນແລະຂອບເຂດອອ້ມເຮືອນເພື່ອຮັບປະກັນວ່າບໍ່ມີສິງອຳນວຍຄວາມສະ

ດວກໃຫ້ແກ່ການຂະຫຍາຍຂອງໄຂ່ຍຸງລາຍ.

 

ນອກນັ້ນ,ຍັງແນ່ນຳໃຫ້ໃຊ້ຢາສເປຼເພື່ອປອ້ງກັນຍຸງກັດທີ່ເໝາະສົມ,ນຸ່ງເສື້ອແຂນຍາວ,ໂສ້ງຂາຍາວທີ່ສາມາດປິດແຂນແລະຂາ,ເສື້ອຜ້າອາດຈະໃຊ້ສະເປຼໄລ່ຍຸງທີ່ບັນຈຸເພີຣເມີທຣີນ(permethrin)ຫລືວ່າພວກຢາທີ່ລົງທະບຽນກັບEPA (PERMETHRIN ຄວນຈະບໍ່ໃຊ້ກັບຜິວໜັງ) ສະເປຼໄລ່ຍຸງບັນຈຸສ່ວນປະສົມລຸ່ມນີ້:

 

DEET, ປີຄາຣີດີນ(Picaridin)ແລະນ້ຳມັນຂອງຕົ້ນ ເລມອນ ຢູຄາບີຕັສ (Lemon Eucalyptus )ກອ່ນໃຊ້ຕອ້ງປະຕິບັດຕາມຄຳແນະນຳໃນກອ່ງຫລືໃບແນະນຳ.

 

ສະເປຼໄລ່ຍຸງປົກະຕິປອ້ງກັນຍຸງຍາວນນານກວ່າເມື່ອມັນມີຄວາມເຂັ່ມຂຸ່ນຂອງສ່ວນ

ປະສົມເຫົ່ລານີ້ສູງ,ແນວໃດກໍຕາມຄວາມເຂັ່ມຂຸ່ນກາຍ50%ມັນບໍໄດ້ໃຫ້ເຄື່ອງໝາຍ

ເພີ້ມເວລາໃນການປອ້ງກັນແລະຜະລິດຕະພັນທີ່ມີສ່ວນປະສົມໜອ້ຍກວ່າ10%ອາດຈະໃຫ້ເວລາການປອ້ງກັນຈຳກັດປົກກະຕິແມ່ນບໍ່ເກີນ 1-2ຊົວໂມງ.

 

ສະຖາບັນສືກສາກຽ່ວກັບເດັກຂອງສະຫະລັດອານຸຍາດໃຊ້ຢາໄລ່ຍຸງທີີມີDeet ສູງກວ່າ30%ສຳລັບເດັກອອ່ນທີ່ມີອາຍຸ 2 ເດືອນຂື້ນໄປ.

ນອກຈາກວີທີການໃນການຄວບຄຸມຍຸງທີ່ນຳເຊື້ອໂລກທີ່ໄດ້ເວົ້າມາແລ້ວນັ້ນ,ປາກີນ

ຍຸງແລະໂຄເພໂພດສ(copepods)(ກຸ້ງ;ປູ)ເຫັນວ່າໄດ້ຖືກນຳໃຊ້ເຂົ້າໃນການກຳຈັດໄຂ່ຍງຢ່າງສຳເລັດຜົນ.

ສຳລັບການຫລີກລຽ້ງຕິດເຊື້ອໄຂ່ເລືອດອອກໃນເວລາທອ່ງທຽ່ວ

ນັກທອ່ງທຽ່ວເພື່ອຫລຸດຄວາມສຽ່ງໃນການຕິດເຊື້ອພະຍາດໄຂ່ເລືອດອອກໂດຍປອ້ງກັນບໍ່ໃຫ້ຍຸງກັດ;ຍຸງລາຍທີ່ເປັນພະຫະນະນຳເຊື້ອໂລກຈະກັດໃນເວລາຕອນເຊົ້າຫລືຕອ່ນບ່າຍຫລືກັດໃນທຸກເວລາໃນຊ່ວງກາງເວັນໂດຍສະເພາະແມ່ນໃນເຮືອນ,ໃນທີ່ແຈ້ງ,ໃນເວລາທີ່ອາກາດບົນເຊິ່ງແຕກຕ່າງກັບເຊື້ຶອໄຂ່ມາເລເຣຍ,ໄຂ່ເລືອດອອກປົກກະຕິມັກລະບາດໃນຕົວເມືອງຫລືເຂດຊຸມຊົນແອອັດ.

 

ສຳລັບນັກທອ່ງທຽ່ວແມ່ນແນະນຳວ່າຖ້າເປັນໄປໄດ້ໃຫ້ຢູ່ໃນໂຮງແຮມຫລືຣີສອດທີ່ມີ

ບອ່ນກຳບັງທີ່ດີຫລືມີແອຣແລະນຳໃຊ້ມາດຕະການໃນການລຸດຜອ່ນຈຳນວນຂອງຍຸງຖ້າໂຮງແຮມບໍ່ມີການແອມ້ຫລືກຳບັງທີດີຄວນນອນໃນມຸ້ງເພື່ອບໍ່ໃຫ້ຍຸງກັດ,ເມືອ່

ຢູ່ນອກໂຮງແຮມຫລືນອກເຮືອນອາຄານຕອ້ງທາສະເປຼຫລືຢາປອ້ງກັນຍຸງກັດ.

 

ໄຂ່ເລືອດອອກແມ່ນເປັນພະຍາດທີ່ເຮັດໃຫ້ນັກທອ່ງທຽ່ວມີອາກາດຕົວຮອ້ນເຊິ່ງ

 

ພົບເຫັນຫລາຍໂດຍສະເພາະນັກທອ່ງທຽ່ວທີ່ກັບມາຈາກບັນດາປະເທດຄາຣີບຽນ ,ອາເມລິກາກາງ,ອາຊີກາງແລະອາຊີໃຕ້.



__________________

 187557797.jpg

Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard