Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລູກໃພ້ກັບຊາຍຊູ້ ຄາຕະກຳແມ່ຍ່າ !
Anonymous

Date:
ລູກໃພ້ກັບຊາຍຊູ້ ຄາຕະກຳແມ່ຍ່າ !


ລູກໃພ້ກັບຊາຍຊູ້ ຄາຕະກຳແມ່ຍ່າ

   ຕາມ​ຮີດ­ຄອງ​ປະ­ເພ­ນີ​ອັນ​ດີ­ງາມຂອງ​ຊາດ​ລາວ​ເຮົາ​ແມ່­ຍິງ​ແມ່ນ​ຜູ້​ທີ່​ມີຄວາມ​ສຸ­ພາບ​ອ່ອນ​ນ້ອມ, ຊື່­ສັດ​ໃຫ້​ກຽດຕໍ່​ລູກ-ຜົວ, ໃຫ້​ກຽດ​ເຄົາ­ລົບ​ນັບ­ຖື​ຢຳ​ຕໍ່​ພໍ່ປູ່-ແມ່​ຍ່າ​ກໍ່​ຄື​ຍາດ­ຕິ​ພີ່­ນ້ອງ​ຂອງ​ຜົວ ແລະ ຫມູ່​ເພື່ອນ​ໃກ້­ຊິດ, ແຕ່​ອັນ​ນີ້​ຕິ​ທັງ​ທີ່​ມີ​ລູກ-ມີ​ຜົວ​ກໍ່​ຍັງ​ນອກ​ອົກ​ນອກ­ໃຈ​ໄປ​ມີ​ຊາຍ​ຊູ້ ຈົນ​ຫນ້າ​ມືດ​ຕາ­ມົວ​ເຮັດ​ແນວ​ຊົ່ວ​ໃສ່​ຕົວເອງ ທັງໆ​ທີ່​ກາງ­ເວັນ​ເຫັນ​ກັນ​ຫມົດ​ທຸກ ຢ່າງ​ກໍ່​ຍັງ​ເຮັດ​ແນວ​ຜິດ​ຮີດ­ຄອງ​ຢ່າງ​ບໍ່ອາຍ​ເທວະ​ດາ​ຟ້າ​ດິນ​ແຕ່​ຢ່າງ­ໃດ​ເລີຍ; ຊ້ຳ­ບໍ່­ຫນຳ​ຮູ້​ຕົນ​ເອງ​ມີ​ຄວາມ​ຜິດ​ຍັງ​ພ້ອມກັນ​ລົງ­ມື​ຄາ­ຕະ­ກຳ​ແມ່​ຍ່າ​ຢ່າງ​ບໍ່​ຢ້ານກົວ​ຕໍ່​ກົດ­ຫມາຍ ແລະ ບໍ່​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຜູ້​ເປັນ​ລູກ-ຜົວ​ແມ່ນ​ແຕ່​ຫນ້ອຍ. ດັ່ງ​ເຫດ­ການ​ຄາ­ຕະ­ກຳ​ທີ່​ເກີດ​ຂຶ້ນ​ໃນວັນ​ທີ 17 ກໍ­ລະ­ກົດ 2013 ທີ່​ຜ່ານ​ມາ​ຢູ່ບ້ານ​ນ້ຳ​ແກ​ໃຫຍ່​ເມືອງ ແລະ ແຂວງຫລວງ​ນ້ຳ​ທາ.

   ເຫດ­ການ​ລູກ​ໃພ້​ຮ່ວມ​ກັບ​ຊາຍ​ຊູ້​ຄາຕະ​ກຳ​ແມ່​ຍ່າ​ນັ້ນ​ກໍ່​ມີ​ຢູ່​ວ່າ: ກ່ອນ​ເກີດເຫດ​ຜູ້​ເຄາະ​ຮ້າຍ​ໄດ້​ໄປ​ພົບ​ເຫັນ​ລູກ​ໃພ້ ພວມ​ນອນ​ນຳ​ກັນ​ຢູ່​ຖຽງ­ໄຮ່​ເລີຍ​ອົດ​ກັ້ນ ຕໍ່​ການ​ກະ­ທຳ​ບໍ່​ໄດ້ກໍ່​ເລີຍ​ເກີດ​ມີ​ການ​ຜິດຖຽງ​ກັນ​ຈົນ​ເຮັດ​ໃຫ້​ຊາຍ​ຊູ້​ຂອງ​ລູກ​ໃພ້ ອຳ­ມະ­ຫິດ​ລົງ­ມື​ບີບ​ຄໍ​ຂອງ​ແມ່​ຍ່າ​ຈົນ​ເສຍຊີ­ວິດ​ໄປ​ຕໍ່­ຫນ້າ​ຕໍ່​ຕາ​ຢ່າງ​ບໍ່​ສົງ­ສານ​ແລ້ວນຳ​ເອົາ​ສົບ​ໄປ​ຖິ້ມ​ຢູ່​ແຄມ​ນ້ຳ.

   ເຈົ້າ​ຫນ້າ­ທີ່ ປກສ ເມືອງ​ຫລວງ​ນ້ຳທາ​ແຈ້ງ​ໃຫ້​ຮູ້​ວ່າ: ໃນ​ມື້​ເກີດ​ເຫດ, ນາງ ແອມ ອາ­ຍຸ 46 ປີ, ບ້ານ​ນ້ຳ​ແກ​ໃຫຍ່ (ຜູ້ເສຍ​ຊີ­ວິດ) ໄດ້​ອອກ​ໄປ​ໄຮ່​ຈົນ​ຮອດ​ເວລາ 21:00 ໂມງ ກໍ່​ບໍ່​ໄດ້​ກັບ​ມາ​ເຮືອນ. ຈາກ​ນັ້ນ ຍາດ­ຕິ​ພີ່­ນ້ອງ​ພ້ອມ​ດ້ວຍ​ອຳນາດ​ການ​ປົກ­ຄອງ​ບ້ານ ຈິ່ງ​ໄດ້​ມາ​ສອບຖາມ​ນາງ ສວຍ (ລູກ​ໃພ້) ເພາະ​ໃນ​ມື້ເກີດ​ເຫດ​ຜູ້­ກ່ຽວ​ກໍ່​ໄດ້​ອອກ​ໄປ​ໄຮ່​ຄື​ກັນ; ຜ່ານ​ການ​ຊັກ​ຖາມ​ຈາກ​ອຳ­ນາດການ​ປົກ­ຄອງ​ບ້ານ​ຫລາຍ​ຫລົບ​ຫລາຍຕ່າວ ນາງ ສວຍ ກໍ່​ໄດ້​ຮັບ​ສາ­ລະ­ພາບ​ວ່າ: ແມ່​ຍ່າ​ຖືກ ທ້າວ ໄຊ​ແຈ້ງ ຄາ­ຕະ­ກຳ ຢູ່​ໄຮ່. ຫລັງ​ຈາກ​ນັ້ນ ອຳ­ນາດ​ການ​ປົກຄອງ​ບ້ານ​ຈິ່ງ​ໄດ້​ຈັດ​ເອົາ​ກຳ­ລັງ ປກສ-ປກຊ ບ້ານອອກ​ໄປ​ຊອກ​ຫາ​ຕາມ​ສະຖານ​ທີ່​ຈິ່ງ​ພົບ​ເຫັນ​ນາງແອມ. ຕໍ່​ມາ​ເຈົ້າຫນ້າ­ທີ່ ປກຊ-ປກສ ບ້ານ​ໄດ້​ກັກ​ຕົວ ນາງ ສວຍ​ອາ­ຍຸ 22 ປີ ພ້ອມ​ກັບ​ທ້າວ ໄຊ​ແຈ້ງ ອາ­ຍຸ 23 ປີ ຜູ້​ເປັນ​ຊາຍ​ຊູ້​ລູກໃພ້​ເປັນ​ຄົນ​ບ້ານ​ດຽວ​ກັນ​ມາ​ນຳ​ສົ່ງ​ໃຫ້ເຈົ້າ​ຫນ້າ­ທີ່ ປກສ ເມືອງ​ຫລວງ​ນ້ຳ​ທາສືບ­ສວນ-ສອບ​ສວນ.

   ທ້າວ ໄຊ​ແຈ້ງ ຮັບ​ສາ­ລະ­ພາບ​ວ່າ: ຜູ້ກ່ຽວ​ໄດ້​ລົງ­ມື​ຄາ­ຕະ­ກຳ​ນາງ ແອມ ແທ້ ເຊິ່ງ​ໃນ​ມື້​ເກີດ​ເຫດ 12:00 ໂມງ ຜູ້­ກ່ຽວໄດ້​ອອກ​ໄປ​ຫາ​ນາງ ສວຍ​ຢູ່​ໄຮ່ ແລະ ໄດ້ນອນ​ນຳ​ກັນ​ຈົນ​ຮອດ​ເວ­ລາ​ປະ­ມານ 16:00 ໂມງ, ໃນ​ຂະ­ນະ​ທີ່​ນາງ ແອມ ອອກ​ໄປ​ໄຮ່​ບັງ­ເອີນ​ໄດ້​ເຫັນ; ພໍ​ຫລຽວ ເຫັນ​ຜູ້​ເສຍ​ຊີ­ວິດ​ກໍ່​ຮ້ອງ​ໃສ່​ວ່າ: ສູ​ຕ້ອງຕາຍ! ກູ​ຈະ​ຂ້າ​ສູ, ສູ​ເຮັດ​ແນວ​ນີ້​ບໍ່​ດີ. ຫລັງ​ຈາກ​ນັ້ນ ຜູ້​ເສຍ​ຊີ­ວິດ​ໄດ້​ເອົາ​ພ້າຟາດ​ໃສ່​ຖືກ​ບ່າ​ຜູ້­ກ່ຽວ 1 ບາດ ແລະ ກໍ່ເລີ່ມ​ຕໍ່­ສູ້​ກັນ ແລະ ທ້າວ ໄຊ​ແຈ້ງ ກໍ່​ໄດ້ປ້ຳ​ນາງ ແອມ ລົ້ມ​ລົງ­ພື້ນ​ແລ້ວ​ບີບ​ຄໍ​ຈົນເສຍ​ຊີ­ວິດ. ຫລັງ​ຈານ​ນັ້ນ ຜູ້­ກ່ຽວ​ໄດ້ບອກນາງ ສວຍ ກັບ​ບ້ານ​ກ່ອນ ແລະ ບອກ ນາງ ສວຍ ບໍ່​ຕ້ອງ​ບອກ​ເລື່ອງ​ນີ້​ໃຫ້ໃຜ​ຮູ້ຈາກ​ນັ້ນ ຜູ້­ກ່ຽວ​ຈິ່ງ​ໄດ້​ແບກ​ເອົາສົບ​ນາງ ແອມ ລົງ​ມາ​ຈາກ​ໄຮ່​ໄປ​ຖິ້ມ​ຢູ່ແຄມ​ນ້ຳ.

   ຜ່ານ​ມາ​ ພວກ​ກ່ຽວ​ທັງ​ສອງ​ໄດ້​ຖືກອຳ­ນາດ​ການ​ປົກ­ຄອງ​ບ້ານ​ກ່າວ​ເຕືອນ ແລະ ປັບ​ໃຫມ 3 ຄັ້ງ​ກ່ຽວ​ກັບ​ການ​ພົວ­ພັນແບບ​ຊູ້​ສາວ ແຕ່​ພວກ​ກ່ຽວ​ຍັງ​ບໍ່​ມີ​ການປ່ຽນ­ແປງ​ຍັງ​ມີ​ການ​ລັກ​ພົວ­ພັນ​ກັນ​ຢູ່.



__________________
Anonymous

Date:

ຖ້າສືບສວນເຫັນວ່າມີຄວາມຜິດແທ້ຈະຖືກລົງໂທດແບບໃດ?



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard