Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ປ່າສະຫງວນແຫ່ງຊາດນ້ຳກ່ານ
Anonymous

Date:
ປ່າສະຫງວນແຫ່ງຊາດນ້ຳກ່ານ


20130730133623.jpg

 

ປ່າ​ສະຫງວນ​ແຫ່ງ​ຊາດ​ນ້ຳ​ກ່ານ ເປັນ​ປ່າ​ສະຫງວນ​ແຫ່ງ​ຊາດ​ອັນ​ດັບ​ທີ 21 ຂອງ​ປະເທດ ມີ​ເນື້ອທີ່​ຄວາມ​ໃຫຍ່​ເປັນ​ອັນ​ດັບ​ທີ 5 ຂອງ​ປະເທດ ມີ 136.000 ເຮັກຕາ ກວມ​ເອົາ​ພື້ນ​ທີ່​ປ່າໄມ້​ຂອງ 3 ເມືອງ​ຄື: ເມືອງ​ຫ້ວຍ​ຊາຍ ເມືອງ​ເມິງ ແຂວງ​ບໍ່​ແກ້ວ ແລະ ເມືອງ​ພູ​ວຽງ​ຄາ ແຂວງ​ຫຼວງ​ນ້ຳ​ທາ ແຕ່​ພື້ນ​ທີ່​ສ່ວນ​ໃຫຍ່​ແມ່ນ​ນອນ​ຢູ່​ເມືອງ​ຫ້ວຍ​ຊາຍ​ເປັນ​ປ່າ​ສະຫງວນ​ແຫ່ງ​ຊາດ ທີ່​ມີ​ຄວາມ​ອຸດົມສົມບູນ​ໄປ​ດ້ວຍ​ປ່າໄມ້ ແລະ ສັດປ່າ​ນາໆ​ຊະນິດ ເໝາະ​ແກ່​ການທ່ອງທ່ຽວ​ທາງ​ທຳ​ມະ​ຊາດ ແລະ ເປັນ​ແຫຼ່ງ​ສຶກ​ສາ​ລະບົບ​ນິເວດ​ວິທະຍາ.

 

ທ່ານ ຝຣັງ​ຊົວ ປະທານ​ບໍລິສັດ​ອະນຸ​ຮັກ​ຊີວະ​ນາໆພັນ ທັງ​ເປັນ​ເຈົ້າ​ຂອງ​ສະຖານທີ່​ແຫຼ່ງ​ທ່ອງ​ທ່ຽວ​ອະນຸ​ຮັກ​ທຳ​ມະ​ຊາດ ຢູ່​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ​ນ້ຳ​ກ່ານ ແຂວງ​ບໍ່​ແກ້ວ ໄດ້​ແຈ້ງ​ໃຫ້​ນັກ​ຂ່າວ​ພວກ​ເຮົາ​ຊາບ​ເມື່ອ​ບໍ່​ດົນ​ຜ່ານ​ມາ​ນີ້​ວ່າ: ການ​ຖາງ​ປ່າ​ເຮັດ​ໄຮ່​ແບບ​ເລື່ອນລອຍ ການ​ລັກລອບ​ຕັດ​ໄມ້ ແລະ ການ​ລ່າ​ສັດ​ແບບ​ຜິດ​ກົດໝາຍ​ຂອງ​ກຸ່ມ​ຄົນ​ບໍ່​ຫວັງ​ດີ​ຢູ່​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ​ນ້ຳ​ກ່ານ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ຈາກ​ພາກສ່ວນ​ທີ່​ຮັບຜິດຊອບ​ເທົ່າ​ທີ່​ຄວນ ເຖິງ​ແມ່ນ​ວ່າ​ໄດ້​ນຳ​ສະເໜີ​ໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງ​ໃຫ້​ຮັບ​ຮູ້​ຊ້ຳ​ແລ້ວ​ຊ້ຳ​ອີກ​ກໍ​ຕາມ ກ່ຽວ​ກັບ​ບັນຫາ ແລະ ຄວາມ​ສູນ​ເສຍ​ທີ່​ເກີດ​ຂຶ້ນ.

 

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard