Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ອ່ານເລື່ອງນີ້ລະສະລົດໃຈ "ຕຳຫລວດຫາເງິນນຳໂຈນ"
Anonymous

Date:
ອ່ານເລື່ອງນີ້ລະສະລົດໃຈ "ຕຳຫລວດຫາເງິນນຳໂຈນ"


 

ທີ່ມາ:

http://bailane.com/Forum/ViewForum.aspx?sid=101&hid=4847

 

ໃນໄລຍະ­ສອງ­ສາມ­ປີຜ່ານ­ມາ ການ­ຕົ້ມ­ຕຸນໃນ ເມືອງ­ວຽງ­ຈັນ­ມີຫລາຍ ແຕ່­ທີ່ເປັນຄະ­ດີດັງ­ທີ່­ສຸດແມ່ນ ຄະ­ດີນາງນ້ອຍຮ້ອຍລ່ຽມ (ດັງໂດຍ­ທີ່­ບໍ່ອອກຂ່າວ ທາງ­ວິທະ­ຍຸ ໂທລະ­ທັດ) ຊຶ່ງ­ຜູ້ກ່ຽວມີພອນສະ­ຫວັນ­ພິເສດ­ສາມາດເລາະ­ຕົວະ­ຕົ້ມ­ຕາມຫ້າງຮ້ານຕ່າງໆ­ ເປັນ­ຕົ້ນແມ່ນຮ້ານແລກປ່ຽນເງິນ­ຕາ ເທື່ອລະ­ຫລາຍຫນື່ນໂດ­ລາ, ທຸກໆ­ຄັ້ງ­ທີ່­ມັນໄປເລາະ­ຕົວະ­ຕົ້ມ­ຄົນ 

ຜູ້­ຖືກເສຍ­ຫາຍຈະ­ໄປແຈ້ງ­ຄວາມ­ນໍາ­ຕໍາ­ຫລວດ ແລະ­ພວກ­ຕໍາ­ຫລວດຈະ­ເຮັດເສີຍໆ­ ຄືບໍ່­ມີຫຍັງເຫີດ­ຂື້ນ (ເລຶ່ອງ­ປົກກະ­ຕິ) ຫລັງ­ຈາກ­ຜູ້ເສຍ­ຫາຍຈ້າງ­ນັບແຕ່­ນາຍບ້ານ ຂື້ນ­ມາ­ຫາ­ຕໍາ­ຫລວດ ເຂົາ­ຈະ­ເຮັດ­ຕິວີ້ງເຕັ້ນ­ຊອກ­ຫາ­ຜູ້ກ່ຽວ ແຕ່ຖ້າ­ຈ່າຍຫນ້ອຍຈະ­ເຮັດ­ຕິຫາບໍ່ເຫັນ (ທັງໆ­ທີ່­ຕໍາ­ຫລວດ­ມີຂໍ້­ມູນຫມົດ ຮູ້­ການເຄື່ອນໄຫວ ແລະ­ເຮືອນ­ຢູ່), ຖ້າ­ຫາກສະ­ເຫນີໃຫ້ປະ­ມານ 20% ຫລື 30% ຂອງ­ມູນຄ່າ­ທີ່­ມັນ­ຕົ້ມໄປ ຕໍາ­ຫລວດຈະ­ເອົາ­ລົດໄປໃສ່ເອົານາງນ້ອຍຮ້ອຍລ່ຽມ ເຂົົ້າໄປໄວ້­ຄຸກໂລດ. ຫລັງ­ຈາກ­ຈັບໄດ້­ບໍ່­ດົນ­ຄົນໂທດຈະ­ຈ້າງ­ຕໍາ­ຫລວດເພື່ອຂໍອອກ­ຄຸກແລ້ວຕໍາ­ຫລວດ­ກໍ່ເຮັດ­ຕິວ່າ­ຜູ້ກ່ຽວເຈັບປ່ວຍ ແລ້ວກໍ່ປ່ອຍ­ອອກໄປ, ອອກໄປບໍ່­ດົນ­ກໍ່ເກີດ­ມີຄະ­ດີຄືເກົ່າອີກ ກັບໄປວຽນ­ມາ ບໍ່­ມີວັນ­ຊີ້ນ­ສຸດ....ສະ­ຫລຸບແລ້ວຕໍາ­ຫລວດ­ຫາເງິນ­ນໍານາງນ້ອຍຮ້ອຍລ່ຽມ ໂດຍ­ທີ່ເອົາມັນເຂົ້າ­ຄຸກກະ­ໄດ້ເງິນ ເອົາມັນ­ອອກ­ຄຸກກະ­ໄດ້ເງິນ ຜູ້ໂຕການ­ຮັບຄ່າ­ຈ້າງແມ່ນທ້າວແແຂ້ວເຈີງ­ຫົວຫນ້າ­ຄຸກໂພນຕ້ອງ ຊື່ ພັນໂທ ຄໍາ­ຜາຍ ທີ່­ຫາເງິນ­ນໍາ­ຄົນໂທດ ແລະ­ຜູ້­ອັບປະ­ໂຫຍດ ຈົນໄດ້ເຮືອນຫລັງໃຫຍ່ ແລະ­ລົດ­ງາມ. ຖ້າ­ຫາກ­ສືບ­ຕໍ່ເປັນແນວນີ້ ໃຜເດ­ຊິເປັນ­ທີ່ເພີ່ງປະ­ຊາ­ຊົນ? ໄປຫາ­ຕໍາ­ຫລວດ­ກໍ່­ກາຍເປັນຫນ່ວຍ­ຮັບຈ້າງ­ພິເສດ ເພື່ອຈັບໂຈນ ໄປແລ້ວ ຖືວ່າ­ສັງ­ຄົມເຊື່ອມ­ສຸດໆ­ ຄັນ­ຊິຟ້ອງ­ຕໍາ­ຫລວດກະ­ບໍ່­ຮູ້­ຊິຟ້ອງ­ນໍາໃຜ ດີບໍ່­ດີເຂົາ­ຊິຈັບ­ຫົວອີກ­ຊໍ້າ , ໂອປະ­ເທດ­ຊາດ ກໍ່­ຂາດ­ທີ່ເພີ່ງ­ປານ­ນີ້­ບໍ? ຕໍາ­ຫລວດກະ­ມີກົມ­ກວດ­ກາ­ຢູ່­ບໍ?

ອ່ານເຫນເລີຍນຳມາສູ່ກັນອ່ານ


__________________
Anonymous

Date:
RE: ອ່ານເລື່ອງນີ້ລະສະລົດໃຈ "ຕຳຫລວດຫາເງິນນຳໂຈນ"


ໂຕໃຜໂຕມັນ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard