ກະຊວງການເງິນ ໃຫ້ຮູ້ກ່ຽວກັບມາດຕະການແກ້ໄຂໜີ້ສິນຂອງລັດຖະບານ (ໜີ້ສາທາລະນະ) ເມື່ອບໍ່ດົນມານີ້ວ່າ: ການມີ ໜີ້ສາທາລະນະແມ່ນຄວາມຈຳເປັນຂອງທຸກໆປະເທດ ໂດຍສະເພາະປະເທດພວມພັດທະນາ, ຄວາມສາມາດເກັບລາຍຮັບຍັງຕ່ຳຕ້ອງໄດ້ກູ້ຢືມ ເພື່ອແກ້ໄຂການຂາດດຸນ ແລະ ນຳໃຊ້ເຂົ້າໃນການລົງທຶນເພື່ອພັດທະນາທີ່ມີຄວາມຈຳເປັນ, ສິ່ງສຳຄັນແມ່ນຕ້ອງຮັບປະກັນໃຫ້ໜີ້ສິນຢູ່ໃນຖານະຍືນຍົງ ແລະ ສາມາດຄວບຄຸມບໍລິຫານໄດ້ ແລະ ຈົ່ງຊ່ອງຫວ່າງສາມາດກູ້ຢືມໄດ້ຕື່ມໃນກໍລະນີມີຄວາມຈຳເປັນ ເຊິ່ງການແກ້ໄຂໜີ້ສິນດັ່ງກ່າວໃນສະເພາະໜ້າ ແລະ ຍາວນານ ແມ່ນມີຫລາຍກົນໄກ ແລະ ວິທີການ ຄືໜີ້ສິນຕ່າງ ປະເທດ: ໃນສະເພາະໜ້າ ຕ້ອງຈັດສັນເຂົ້າແຜນງົບປະມານແຕ່ລະສົກປີຢ່າງຄົບຖ້ວນ ທັງແຜນກູ້ຢືມ ແລະ ການຊຳລະໜີ້ ທັງຕົ້ນ ທຶນ ແລະດອກເບັ້ຍ ແລະ ປະຕິບັດ ການຊຳລະໃຫ້ຖືກກຳນົດເວລາ, ສ້າງຄວາມເຊື່ອໝັ້ນຂອງຜູ້ໃຫ້ທຶນຕໍ່ຖານະການເງິນຂອງ ສປປ ລາວ (ຜ່ານມາພວກເຮົາເຮັດດີແລ້ວ). ໄລຍະຍາວການກູ້ຢືມໃໝ່ຕ້ອງມີການໄລ່ລຽງຢ່າງຖີ່ຖ້ວນ, ຈຳກັດການກູ້ຢືມເພື່ອລົງທຶນໃນໂຄງລ່າງພື້ນຖານ ໂດຍເງື່ອນໄຂເງິນກູ້ທຸລະກິດ,ຄວນຄວບຄຸມການກູ້ ແລະ ຖານະໜີ້ສິນໃຫ້ຢູ່ໃນເກນທີ່ສາກົນກຳນົດໄວ້ເຊັ່ນ: ໜີ້ ສິນຕໍ່ GDP ບໍ່ເກີນ 40% ແລະ ມູນຄ່າຊຳລະໜີ້ບໍ່ເກີນ 20% ຂອງມູນຄ່າສົ່ງອອກ ແລະ ລາຍຮັບພາຍໃນ ໜີ້ພາຍໃນມີ 2 ພາກ ສ່ວນ ຄືໜີ້ເກີດຂຶ້ນໃນຂົງເຂດບໍລິຫານ ແລະ ໜີ້ໃນຂົງເຂດການລົງທຶນ.ໜີ້ເກີດຂຶ້ນໃນຂົງເຂດບໍລິຫານ ໄດ້ສ້າງບັນຫາໃຫ້ພາກທຸລະກິດໜັກໜ່ວງສົມຄວນ ເປັນການຢືດທຶນໝູນວຽນຂອງພາກທຸລະກິດ, ມີຄວາມຈຳເປັນຕ້ອງດຳເນີນການກວດກາ ແລະ ແກ້ໄຂໃຫ້ໄວ (ຄ່າໄຟຟ້າ, ນ້ຳປະປາ, ໂທລະຄົມ) ໂດຍຈັດເຂົ້າ
ແຜນໃຊ້ຈ່າຍບໍລິຫານຂອງແຕ່ລະອົງ ການທີ່ມີໜີ້ສິນ ເພື່ອຊຳລະສະສາງໃຫ້ໝົດໄປ. ພ້ອມນີ້ ຕ້ອງປະຕິບັດມາດຕະການປະຢັດການໃຊ້ຈ່າຍ, ກຳນົດໝາຍລາຍຈ່າຍບໍລິ ຫານໃຫ້ແທດເໝາະ ແລະ ປະຕິ ບັດໃຫ້ເຂັ້ມງວດຄາດວ່າຈະປະ ຕິບັດໃນສົກປີ 2013-2014 ເປັນຕົ້ນໄປ. ໜີ້ໂຄງການລົງທຶນຂອງລັດ ໃນສົກປີ 2012-2013 ໂດຍປະຕິບັດນະໂຍບາຍຊຳລະໜີ້ມີສ່ວນຫລຸດ ແລະ ຈາກພັນທະບັດທີ່ຮັບຜິດຊອບໂດຍກະຊວງການເງິນ. ໄດ້ຢຸດເຊົາການປະຕິບັດສ່ວນແບ່ງຊຳລະໜີ້ 35% ຂອງມູນຄ່າເງິນລົງທຶນ.