Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເບິ່ງຂວ້າມໂຮງຮຽນວິຊາຊີບ
Anonymous

Date:
ເບິ່ງຂວ້າມໂຮງຮຽນວິຊາຊີບ


 

 

ນັກຮຽນນັກສຶກສາ ສວ່ນຫລາຍແມ່ນບືນຫາຮຽນແຕ່ປຮິນຍາ ໂດຍເບິ່ງຂວ້າມວິຊາຊີບ ທີ່ຈຳເປັນທີ່ສຸດ ສຳຫລັບ ປະເທດລາວ ທີ່ກຳລັງເຂົ້າເປັນ ສາມະຊິກ AEC

ວິຊາອາຊີບ ທີ່ຈຳເປັນ ນັ້ນ ມີຫລາຍກວ່າ 10 ຂະແຫນງການ ຊຶ່ງແຕ່ລະສາຂາອາຊີບນັ້ນ ແມ່ນຈຳທຳໃຫ້ຄົນລາວ ມີອາຊີບທີ່ຫມັ້ນຄົງ ແລະມີລາຍຮັບທີ່ດີນຳອີກ

ຕົວຢ່າງ ຊ່າງກໍ່ ຊ່າງໂບກ ຊ່າງໄມ້ ຊ່າງຈອດ ຊ່າງຊຽ່ນ ຊ່າງເຮັດ ເພດານ ຊ່າງໂລ

ຊ່າງ ຕັດຫຍິບ ຕັດຜົມ ຊ່າງເສີມຄວາມງາມ ແລະອື່ນໆ

ຫລືວ່າ ລາວເຮົາບໍ່ມີ ໂຮງຮຽນ ສຳຫລັບໃຫ້ຮຽນພຽງພໍບໍ່

 

 

 



__________________
Anonymous

Date:

 ລາວບໍ່ມັກຮຽນດອກຊັ້ນຕົ້ນ,ຊັ້ນກາງ ມັກແຕ່ ດຣ ດຣ ດຣ



__________________
Anonymous

Date:

ເຮົາຈະເບີ່ງແຕ່ດ້ານດຽວກໍ່ບໍ່ຖືກ, ຕ້ອງເບີ່ງບັນຫາຂອງຜູ້ທີ່ຮຽນວ່າຍ້ອນຫຍັງ?

ຖ້າຫາກຜູ້ທີ່ເຂົາຮຽນດ້ວຍທືນເຂົາເອງເຮົາກໍ່ຕ້ອງເຂົ້າໃຈເຂົາແດ່ວ່າ ພໍ່ແມ່ເຂົາຕ້ອງ

ໄດ້ຊອກເງີນມາໃຫ້ລູກໄດ້ຮຽນບໍ່ແມ່ນເລື່ອງງ່າຍສຳລັບຜູ້ທຸກຜູ້ຈົນ, ບາງຄົນກໍ່ຕ້ອງ

ໄດ້ຂາຍງົວ ຂາຍຄວາຍໃສ່, ຂາຍເຂົ້າໃສ່ ເພື່ອໃຫ້ລູກໄດ້ຮຽນ. ຖ້າເປັນແນວນັ້ນ ເຂົາ

ກໍ່ຕ້ອງຢາກໃຫ້ລູກໄດ້ຮຽນສູງ ເພື່ອຈະມີວຽກເຮັດງານທຳທີ່ດີ ເພື່ອດູແລພໍ່ແມ່ໃນບັ້ນ

ປາຍຊີວິດ. ແຕ່ຖ້າຫາກວ່າລັດປະກອບທືນການສືກສາໃຫ້ແລ້ວຄົນບໍ່ຮັບຈື່ງຄ່ອຍວ່າເຂົາ

ອີກດ້ານໜື່ງລູກ ຕູ້ສີ ຕູ້ສາ ຢູ່ຕາມທົ່ງໄຮ່ທົ່ງນາ ເຂົາກໍ່ເວົ້າຕໍ່ຄຳເຫັນອັນນີ້ວ່າ: ລູກບັນດາ

ເຈົ້ານາຍທັງຫລາຍເດ ໃຜກໍ່ຄືວ່າໄປຮຽນຢູ່ຕ່າງປະເທດ ຄືບໍ່ມີໃຜໄປຮຽນ ຮຮ ວິຊາຊີບ?hmmhmmhmm

 



__________________
Anonymous

Date:

Anonymous wrote:

 ລາວບໍ່ມັກຮຽນດອກຊັ້ນຕົ້ນ,ຊັ້ນກາງ ມັກແຕ່ ດຣ ດຣ ດຣ


 biggrin biggrin  biggrin   biggrin    biggrin     biggrin      biggrin       biggrin        biggrin         biggrin          biggrin           biggrin            biggrin             biggrin              biggrin               biggrin               biggrin                 biggrin



__________________
Anonymous

Date:

ຂ້ອຍຄິດວ່າເປັນຍ້ອນຄົນໃນປະເທດລາວມີລາຍໄດ້ດີຂຶ້ນ ຜູ່ປົກຄອງສ່ວນຫລາຍຈຶ່ງສົ່ງເສີມໃຫ້ລູກຫລານຂອງຕົນ

ສຶກສາຮໍ່າຮຽນສູງໆເພື່ອຈະໄດ້ມີໂອກາດເປັນເຈົ້າເປັນນາຍ ສ່ວນນ້ອຍຈະແນະນໍາໃຫ້ລູກຫລານຂອງຕົນເຂົ້າຮຽນ

ວິຊາຊ່າງເປັນອາຊີບ. ຂ້ອຍໂຊກດີທີ່ລຸງແນະນໍາໃຫ້ເຂົ້າຮຽນຊ່າງໄມ້ຢູ່ໂຮງຮຽນຟ້າງຸ່ມຫລັງຈາກເສັງເຂົ້າລິເຊບໍ່ໄດ້

ພໍມາຮອດອາເມຣິກາກໍ່ເຂົ້າຮຽນຊ່າງໄມ້ຕື່ມຈຶ່ງມີວິຊາຊີບຫາເງິນລ້ຽງພັນຣະຍາຄົນງາມ biggrin



__________________
Anonymous

Date:

 

ຖ້າທຸກຄົນບືນໃສ່ແຕ່ປຮິນຍາ ປະເທດກໍຈະມີແຕ່ນາຍ ແຕ່ຈະບໍ່ມີນາຍຊ່າງ

ຈົບປຮິນຍາ ດຣ.. ແມ່ນມະນຸດເງິນເດືອນ ຫລືວ່າ ເຈົ້າຂອງບໍລິສັດ ດັ່ງນັ້ນ ຢາກຈົບ ປຣິນຍາ ຕອ້ງມີການຄັດເລືອກ ມີການເສັງເຂົ້າ ບໍ່ແມ່ນວ່າມີເງິນກໍພໍ

 

ຈົບວິຊາຊີບ ແມ່ນເຈົ້າຂອງທຸລະກິດ ຂະຫນາດນອ້ຍ ເຊັ່ນ ຮ້ານແປງລົດ ຮ້ານແປງແອ ຮ້ານຕັດແກວ້ ຊ່າງເຟີນີເຈີ 

 ແຕ່ຕອ້ງໃຫ້ຜ່ານການຝຶກງານ ແລະຊຳນານງານ 

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard