Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂ້າພະເຈົ້າເປັນ ສສຊ
Anonymous

Date:
ຂ້າພະເຈົ້າເປັນ ສສຊ

ວັນທີ່8ນີ້ຈະເປີດປະຊຸມສະພາແຫ່ງຊາດ ໃຜຍາກໃຫ້ຂ້າພະເຈົ້າສະເໜີບັນຫາໃດຕໍ່ກອງປະຊຸມ ກໍ່ເວົ້າມາເລີຍ!

__________________
Anonymous

Date:

Anonymous wrote:

ວັນທີ່8ນີ້ຈະເປີດປະຊຸມສະພາແຫ່ງຊາດ ໃຜຍາກໃຫ້ຂ້າພະເຈົ້າສະເໜີບັນຫາໃດຕໍ່ກອງປະຊຸມ ກໍ່ເວົ້າມາເລີຍ!

 ຢາກຝາກຄລິປ ດຣ. ຄະເຜີຍ ປານມະໄລທອງ ຕອນເພິ່ນກ່າວຄຳປາໄສຢູ່ສະພາໃນສະໄໝນັ້ນເອົາໄປເປີດ

ໃຫ້ ປະທານ ແລະ ສສຊ ທູກໆຄົນໄດ້ຟັງນຳກັນອີກ ເພື່ອເຕືອນຄວາມຊົງຈຳຂອງອະດີດ ສສຊ ທ່ານໜຶ່ງ.

 ເປັນຄຳເຫັນທີ່ດີ ຂ້າພະເຈົ້າຈະພະຍາຍາມໃຫ້ເຖິງທີ່ສຸດ.

ຂອບໃຈ!

__________________
Anonymous

Date:

ຢາກສະເຫນີເລື່ອງຂຶ້ນເງິນເດືອນພະນັກງານລັດ ວ່າຂຶ້ນໄວໂພດ

ຂີ້ລ້າຍການ 6 ເດືອນຂຶ້ນຈັກ 2-3 ແສນກະພໍ ເພາະມັນມີບັນຫາ

1.ເງິນເດືອນອອກຊ້າ

2.ສິນຄ້າແພງ ດຽວນີ້ຊີ້ນງົວງາມໆໂລລະ 70,000 ... ເຮັດໃຫ້ເຝີກະຂຶ້ນເປັນ 15,000-18,000 .

3.ພາກເອກະຊົນ ຄົນກະຢາກແຕກຫນີ ມາເຂົ້າລັດໝົດ...ບໍ່ມີເອກກະຊົນ ບໍ່ມີ ນາຍທຶນ ປະເທດຊິພັດທະນາແນວໃດ

__________________
Anonymous

Date:

ຢາກຂໍອອກຄໍາເຫັນວ່າ: ພັກລັດຈະເຮັດແນວໃດເພື່ອບໍ່ໄຫ້ລູກຫຼານລາວຕ້ອງເປັນຂ້ອຍຂ້າຫຼືເຄື່ອງມືຂອງພວກເຈັກຈີນໃນປະຈຸບັນກໍຄືໃນອານາຄົດ

ພັກລັດຈະມີວິທິດທາງແນວໃດເພື່ອໄຫ້ປະເທດຊາດຂອງພວກເຮົາມີໝັ້ນທຽ່ງຫຼຸດຜ່ອນການເອື່ອຍອີງແບບຫັວງຜົນຂອງຄົນຈໍາພວກນີ້

__________________
Anonymous

Date:

705E6E6318384B00B701BBD99F75D6AC.jpg

บช.น. แถลงรวบ 2 แม่ลูกชาว สปปลาว ลำเลียงยาบ้ากว่า 2 แสนเม็ดข้ามฝั่งเข้าไทย

ຢາກໃຫ້ ພັກລັດປາບ ເຮື້ອງຢາເສດຕິດ

__________________
Anonymous

Date:

Anonymous wrote:

705E6E6318384B00B701BBD99F75D6AC.jpg

บช.น. แถลงรวบ 2 แม่ลูกชาว สปปลาว ลำเลียงยาบ้ากว่า 2 แสนเม็ดข้ามฝั่งเข้าไทย

ຢາກໃຫ້ ພັກລັດປາບ ເຮື້ອງຢາເສດຕິດ

ຖ້າປາບພວກຢູ່ເໜືອກົໝາຍໄດ້ກໍຢາກໃຫ້ປາບພວກສໍ້ລາດບັງຫລວງນັ້ນກ່ອນ ເພາະພວກນີ້ແມ່ນ

ໂຕການທ່ວງດຶງຄວາມຈະເລີນຂອງຊາດ.   ຄຳວ່າສໍ້ລາດ(corrupt)ນັ້ນບໍ່ໄດ້ເຈາະຈົງໃສ່ແຕ່ການຍັກ

ຍອກຄັງຫລວງຫລືສັບສິນຂອງຊາດແລະປະຊາເທົ່ານັ້ນ,ຫາກແຕ່ຜູ້ທີ່ສວຍໃຊ້ອິດທິພົນແລະອຳນາດ

ທາງການເມືອງທີ່ຕົນເອງມີມາໃຊ້ເປັນເຄື່ອງມືເປັນຜູ່ຈຳໜ່າຍ(Agent)ຢາເສບຕິດທຸກຊະນິດ, ກໍຢູ່

ໃນເຄືອຂ່າຍຂອງການສໍ້ລາດນີ້ເໝືອນກັນ. ການປາບຢາເສບຕິດບໍ່ຈຳເປັນຈະໄປປາບຜູ້ຈຳໜ່າຍຫຼື

ຜູ້ຜລິດດອກ ເພາະເຈົ້າໜ້າທີ່ຕຳຣວດຫຼືທະຫານຈະບໍມີອິດທິພົນພໍທີ່ຈະປາບປາມພວກນີ້ໄດ້, ບໍ່ວ່າ

ຢູ່ປະເທດໃດ ກໍລ້ວນແຕ່ແມ່ນນາຍໃຫຍ່ຂອງຕຳຣວດແລະທະຫານເປັນຜູ້ຜລິດແລະຈຳໜ່າຍອອກ

ທັງນັ້ນ. ມີແຕ່ທາງດຽວທີ່ຈະຢຸດການຜລິດແລະຈຳໜ່າຍຂອງຢາເສບຕິດ ແມ່ນປາບປາມຈັບກຸມ

ພວກເສບແລະພວກຈຳໜ່າຍລາຍຍ່ອຍໃຫ້ອອກຈາກຖະໜົນ(Out of streets), ໃຊ້ມາດຕະການ

ຂັ້ນເດັດຂາດກັບຜູ້ທີ່ຖືກຈັບກຸມໂດຍວສົ່ງໄປກັກຂັງໄວ້ຢູ່ດອນໜ້າເຄື່ອນນ້ຳງຶ່ມເໝືອນສະໄໝ 75-

85 ພຸ້ນ. ເມື່ອບໍ່ມີຜູ້ເສບ ບໍ່ມີຜູ້ຊື້ ບໍ່ມີຜູ້ຂາຍ ແລະບໍ່ມີຜູ້ສົ່ງ ໃຫ້ເຂົາແລ້ວມັນກໍເຊົາຜລິດເອງ, ຖ້າ

ຜູ້ຜລິດເເລະຜູ້ເປັນ  ເອເຢັນ  ຈຳໜ່າຍຈະອອກມາດຳເນີນງານເອງກໍສຸດແລ້ວແຕ່ເຂົາ  ແລະກໍຈະ

ເປັນການດີໃຫ້ເຈົ້າໜ້າທີ່ຈັບພວກເຂົາຄາໜັງຄາເຂົາແບບມີຂອງກາງແລະດີ້ນບໍ່ລຸດ.

__________________
Anonymous

Date:

ຢາກໃຫ້ເອົາໃຈໃສ່ເລື່ອງການສໍ້ໂກງ ບໍ່ວ່າລະດັບໃດກໍຂໍໃຫ້ຢັ້ງມືໄວ້ແດ່ຢ່າພາກັນສາວໃສ່ແຕ່ປາກໂຕເອງແລະວົງວານຫລາຍປະຊາຊົນຍັງທຸກຈົນຫລາຍ....ຄວນເອົາໃຈໃສ່

- ປາບສໍ້ໂກງທຸກລະດັບ

- ປາບຢາບ້າ ແລະສິ່ງເສບຕິດ

- ເພີ່ມປະສິດຕິພາບການສຶກສາ

- ເບິ່ງຄືນການຄອງຊີບປະຊາຊົນ ຂອງແພງເງິນເຟີ້ ເຟີຖ້ວຍລະ25,000

__________________
Anonymous

Date:

ສຳລັບ ຂ້າພະເຈົ້າ ຢາກສະເໝີ ໃຫ້ ຜູ້ແທນ ແຕ່ລະເຂດເຮັດວຽກເຕັມທີ່ ເພື່ອປະໂຫຍດຂອງປະຊາຊົນຜູ້ທີ່ເລື່ອກທ່ານເປັນຕົວແທນ ແລະເຮັດໜ້າທີ່ເປັນຜູ້ທີ່ມີຫົວແຫຼມຄົມ ແທນເຂົາເຈົ້າ.

__________________
Anonymous

Date:

ສຳລັບຂ້າພະເຈົ້າແມ່ນຢາກສະເໜີໃຫ້ລັດຖະບານເປີດໂອກາດໃຫ້ໜົດທຸກຄົນມີສິດທິໃນການເສັງເຂົ້າລັດຖະກອນ ທີ່ກະຊວງພາຍໃນໃດ້ປະກາດນັ້ນ ໝາຍວ່າບໍ່ຢາກໃຫ້ມີຂໍ້ຈຳກັດ ອາຍຸ ( 18-35 ) ຕ້ອງເປີດກ້ວາງກວ່ານີ້ແດ່ ຜູ້ທີ່ມີອາຍຸ 36-45 ປີ ເຂົາກໍ່ມີຄວາມຮູ້ຢູ່ເດ ສະນັ້ນເຂົາຈະໄປຫາວຽກເຮັດງານທຳໄດ້ຢູ່ໃສ. ຕ້ອງເປີດໂອກາດໃຫ້ເຂົາແດ່ , ປະເທດຊາດເປັນຂອງໜົດທຸກຄົນບໍ່ແມ່ນບໍ

__________________
Anonymous

Date:

ຂໍຝາກຂໍ້ສະເໜີແດ່ໜ້ອຍໜື່ງ:

1. ຢາກໃຫ້ມີມາດຕະການຄວບຄຸມລາຄາສີນຄ້າ ໂດຍສະເພາະປະເພດອາຫານທີ່ຂື້ນລາຄາ

ຢ່າງລຽນຕິດ, ອັນສ້າຜົນກະທົບຕໍ່ຊິວິດການເປັນຢູ່ຂອງຜູ້ມີລາຍຮັບໜ້ອຍ ແລະ ເປັນ

ຜົນກະທົບຕໍ່ເສດຖະກິດ ເຮັດໃຫ້ເງີນເຟີ້

2. ສະເໜີໃຫ້ມີມາດຕະການຢ່າງເຂັມງວດຕໍ່ມາດຕະຖານຕາຊີງ ທີ່ຂາດການກວດກາຄວບ

ຄຸມຢູ່ທຸກວັນນີ້ ອັນເປັນການເອົາລັດ ເອົາປຽບຜູ້ຊື້

3. ສະເໜີໃຫ້ຈັດສັນ ຄວບຄຸມຄວາມເປັນລະບຽບຂອງຕົວເມືອງໃຫຍ່ ໂດຍສະເພາະແມ່ນ ນວ

ເຊັ່ນ: ຮ້ານອາຫານ, ຮ້ານຄ້າ, ຮ້ານຂາຍເຄື່ອງກໍ່ສ້າງ, ໂຮງແຮມ, ຮ້ານແປງລົດ, ການກໍ່ສ້າງ

ເປັນຕົ້ນອັນໄດ້ສ້າງຄວາມກີດຂວາງການສັນຈອນ, ເຮັດໃຫ້ຖະໜົນຫົນທາງເປ່ເພ, ເປື້ອນເປິ

ແລະ ເປັນສາເຫດໜື່ງທີ່ພາໃຫ້ເກີດອຸປະຕິເຫດ

4. ສະເໜີໃຫ້ມີການຄຸ້ມຄອງ ແລະ ຈຳກັດ ຊາວຕ່າງດ້າວທີ່ຫຼັ່ງໄຫຼເຂົ້າມາຕັ້ງຖີ່ນຖານຢູ່ເມືອງລາວ

ນັບມື້ນັບຫຼາຍຂື້ນ ຊື່ງກໍ່ເປັນສ່ວນໜື່ງທີ່ເຮັດໃຫ້ການດຳລົງຊີວິດຂອງ ປຊຊລ ຫຍຸ້ງຍາກ

ຂໍຈົບ

__________________
Anonymous

Date:

ຢາກໃຫ້ ສສຊ ທຸກຄົນຈົ່ງໃດ້ປະກອບຄຳເຫັນໃນສະພາ ແບບແນວທາງທີ່ສ້າງສັນແດ່,ກ້າຫານສົ່ງຂ່າວຈຸດບົກຜ່ອງຂອງລັດຖະບານ ໂດຍສະເພາະບັນດາທ່ານ ເຈົ້າກະຊວງຕ່າງໆ ທີ່ນຳໃຊ້ງົບປະມານປະຈຳປີນັ້ນ ມີຄວາມໂປງໃສສຳໃດ? ແລະ ພິເສດ ຢາກຮູ້ວ່າ ປະຈຸບັນນີ້ ເປັນຫຍັງ ສູນກາງ ແລະ ທ້ອງຖິ່ນ ຈື່ງນິຍົມກັນຢ່າງແຜ່ຫລາຍ ໃນການກໍ່ສ້າງຕຶກອາຄານ,ຖະຫນົນຫົນທາງຕ່າງໆ ດ້ວຍຮູບແບບໃຫ້ ບລສ ເອກະຊົນລົງທຶນກ່ອນ 100% ຈຸດນີ້ລະເຮັດໃຫ້ງົບປະມານລັດຮົ່ວໄຫລຫລາຍທີ່ສຸດ. ທ່ານ ສສຊ ເອີຍທ່ານນັ້ນລະທີ່ເປັນຕົວແທນ ປຊຊ ຄວນເຮັດຫນ້າທີ່ຢ່າງສົມກຽດ ຂໍເປັນກຳລັງໃຈໃຫ້ ສູ້ສູ້

__________________
Anonymous

Date:

ຂໍຝາກ ເເລະ ສເນີເຖີງສສຊ ຢູ່ທີ່ສະພາໃຫ້ປັບປຸ່ງເເລະເເກ້ໃຂ້ຢ່າງຮຶບດ່ວນທຸກກະຊວງເພືໍ່ອຈະພັດທະນາໄປຫນ້າເປັນຕົ້ນ

ກະຊວງພາຍໃນ ກວດກາຢ່າງເຂັມງວດເເຕ່ຂັນບັນຊາການຈົນເຖຶງຂັນຕໍ່າ

ກະຊວງສຶໍກສາທຶການ ,ກະຊວງໂຍທາ,ເເລະຂົນສົ່ງ,

ກະຊວງການຄັງ,ກະຊວງສາທາລະນະສຸກ,ກະຊວງຍຸຕຶທັມ,, ກະຊວງທະເເລ່ງຂ່າວ,,ຜ່ານມາສີງທີ່ດີກໍ່ມີຫລາຍສຶງທີ່ປະຊາຊົນບໍ່ປາດຖະນາຕ້ອງຕັດອອກ

ດວ້ຍຄວາມເປັນລາວເພີໍອນຊາດລາວ

ຂໍ ຂອບໃຈ

__________________
Anonymous

Date:

1. ການສໍ້ລາດບັງຫຼວງ, ເງິນມາກອນຈຶ່ງດໍາເນີນການເຊັ່ນພວກຫ້ອງການສິ່ງແວດລ້ອມດ້ານອອກໃບຕາດິນ ບໍ່ເຮັດຕາມລະບຽບ ຕ້ອງຈ້າງຢ່າງດຽວ

2. ຢາເສບຕິດ ແລະການລັກປຸ້ນຈີ້້ ຕໍາຫຼວດບໍ່ເປັນທີືເພິ່ງຂອງປະຊາຊົນ ຕໍາຫຼວດບໍ່ເຮັດວຽກຖ້າບໍ່ມີເງິນຈ້າງ ການສຶບສວນສອບສວນຄະດີຕ່າງໆຢ່າງໂປ່ງໃສຈະແຈ້ງ

3. ຄວາມເປັນລະບຽບດ້ານການສັນຈອນ, ການເກັບບີ້ຈອດລົດ ຄວນອອກແບບແລະປັບປຸງຝັງເມືອງເພື່ອຮອງຮັບການສັນຈອນໃນອານາຄົດ

4. ການສ້າງວຽກເຮັດງານທໍາສົງເສີມສີມືແຮງງານ ຈັດຕັ້ງສະມາຄົມແຮງງານເພື່ອພັດທະນາແຮງງານໃນການແຂ່ງຂັ້ນເປີດເສລີອາຊຽນ

5. ການບັງຄັບໃຊ້ກົດໝາຍຢ່າໃຫ້ເປັນກົດໝູ່ ເລື່ອງພວກເຈົ້າພວກຂ້ອຍ ສ້າງຄວາມສະເໜີພາບທາງສັງຄົມໃຫ້ເກີດຕໍ່ໜ້າກົດໝາຍ ກົດໝາຍຕ້ອງກົດໝາຍແທ້ບໍ່ແມ່ນກົດໝາຍພັກພວກ 

6. ການຈັດການຂີ້ເຫື້ອ ແບບຣີໄຊເຄີ ເຮັດປຸ໋ຍ ແລະປັບປຸງການບໍລິການ ດຽວນີ້ເຫັນແຕ່ລົດຂົນຂີ້ເຫື້ອຍເອກະຊົນເກັບເງິນບັກແພງ ເທດສະບານເຮັດຫຍັງ ຖ້າເກັບແຕ່ເງິ່ນຢ່າງດຽວເບາະ 

7. ສະເໜີໃຫ້ທົບທວນຄືນບັນດາໂຄງການຕ່າງໆກັບຈີນຢ່າໃຫ້ເຂົາຫລອກ ພຽງເພາະເຊິນເຂົ້າກະເປົານາຍ ລູກນ້ອງໄອບໍ່ດັງ ຂ້ອຍເຄີຍລົມກັບລັດຖະມົນຕີຊ່ວຍທ່ານໜຶ່ງເພິ່ນບອກວ່າ ລາວປຽບຄືກັນກັບລີງ ສ່ວນຈີນປຽບຄືກໍລິລາ ສະນັ້ນລີງຕ້ອງຮຽນເພື່ອຢູ່ກັບກໍລິລາ ຂ້ອຍຄິດວ່າຖ້າຄິດແນວນັ້ນບໍ່ສົມຄວນເປັນເຖິງຂັ້ນລັດຖະມົນຕີຊ່ວຍເພາະແນວຄິດຕຶ້ນເກີນໄປ ຖ້າຄິດເຊັ່່ນນັ້ນມີແຕ່ເຂົ້າສິຂົ່ມເຫັງໂຕເພາະໂຕບໍ່ເປັນໂຕ. ແນວຄິດທີ່ດີຕ້ອງເບິ່ງລະດັບຄົນກັບຄົນໃສ່ກັນໂລດເພາະທໍາະຊາດມັນບໍ່ມີຫຍັງຕ່າງກັນຕ້ອງຍົກສູງຄວາມເທົ່າທຽມຢ່າເບິ່ງຕົນເອງເປັນຂີ້ຂ້າ ຖ້າເບິາງຕົວເອງຕໍາຍ່ອມເສຍປຽບແຕ່ບໍ່ທັນໄດ້ເຈລະຈາ ຖ້າສົງຄາມກໍ່ເສຍໃຊຕັ້ງແຕ່ບໍ່ທັນຕີເສິກ ສະນັ້ນຄວາມສໍາພັນລະດັບຊາດຕ້ອງເວົ້າເຖິງຄວາມສະເໝີພາບເທົ່າທຽມບໍ່ວັດວ່າເພິ່ນສູງໂຕຕໍ່າ. 

8. ສສຊ ຕ້ອງເປັນຕົວແທນຂອງປະຊາຊົນແທ້ ຢ່າເປັນຂີ້ຂ້າບໍ່ກ້າເວົ້າກ້າວ່າ ການເວົ້າຕ້ອງໃຊ້ຄວາມຈິງໃຈແລະສະຫຼາດຫຼັກແຫຼມ ຂໍ້ມູນຕ້ອງແໜ້ນ ສະນັ້ນ ສສຊ ຕ້ອງສຶກສາແລະເຂົ້າໃຈສະພາບການເປັນໄປຂອງສັງຄົມຢ່າງເລິກເຊິ່ງ ເຂົ້າໃຈບັນຫາຢ່າງທ່ອງແທ້ ແລ້ວສະເໜີດ້ວຍຄວາມຈິງໃຈ ໜັກແໜ້ນ ກ້າທີ່ຈະປະເຊີນກັບອຸປະສັກແຕ່ຕ້ອງສະຫຼາດແລະມີໄຫວພິບປະຕິພານ. ແຕ່ຂ້ອຍສັງເກດຫານປະຊຸມສະພາແຕ່ລະເທືອເບິ່ງແລ້ວມັນເປັນພຽງຮູປການຊື້ໆ ເຊິງເປັນການຈັດຊາກຕົວະຕົວເອງແລະສັງຄົມ ຄວາມຈິງໃຈບໍ່ມີ ເຮັດໄປຕາມກົດກະຕິກາຊື້ໆແຕ່ບໍ່ໄດ້ມຸ້ງເພື່ອແກ້ໄຂບັນຫາແທ້.

9. ເລື່ອງທີ່ດິນ ປະຊາຊົນຫຼາຍພື້ນທີ່ໄດ້ຮັບຜົນກະທົບຈາກປັນຫາການໃຫ້ສໍາປະທານທີ່ດິນຂອງລັດ ຕົວຢ່າງ ການປູກຢ່າງພາລາຂອງວຽດຢູ່ແຂວງຈໍາປາສັກ ຊາວບ້ານຖືກກະທໍາຢ່າງບໍ່ເປັນທໍາ ລັດບໍ່ໄດ້ເປັນທີ່ເພິງໃຫ້ກັບຄົນທຸກຄົນຍາກ ແຕ່ກັບກາຍເປັນຜູ້ເອົາປຽບແລະຜົນປະໂຫຍດຈາກປະຊາຊົນຜູ້ຫາເຊົ້າກິນຄໍາ ເປັນຕາໜ້າສັງເວດທະນາອີຫຼີ 

ຂໍໂທດເດີທີ່ບັນລະຍາຍຍາວແລະອາດມີຜົນກະທົບຕໍ່ຄວາມຮູ້ສຶກຂອງບາງຄົນ 

 ບໍ່ເປັນຫຍັງວ່າມາໂລດ!

__________________
Anonymous

Date:

Anonymous wrote:

ວັນທີ່8ນີ້ຈະເປີດປະຊຸມສະພາແຫ່ງຊາດ ໃຜຍາກໃຫ້ຂ້າພະເຈົ້າສະເໜີບັນຫາໃດຕໍ່ກອງປະຊຸມ ກໍ່ເວົ້າມາເລີຍ!

 ຢາກໃຫ້ສະເໜີຫລັກການ,ຫຼື ກົດໝາຍເຮັດແນວໃດຊິອຳນວຍຄວາມສະດວກແກ່ຄົນເຊື້ອຊາດລາວຢູ່ຕ່າງແດນ

ທີ່ມັກຮ້ອງກັນວ່າ " ລາວນອກ " ມີສິດສະເມີພາບເປັນມາດຕະຖານດຽວກັນໃນການປະກອບທຸລະກິດເພື່ອການ

ພັທະນາປະເທດຊາດຮ່ວມກັນ,ບໍ່ວ່າເຂົາຈະເປັນສັນຊາດໃດ.ຢ່າເອົາສັນຊາດມາກີດກັ້ນຄວາມສາມະຄີສັງຄະນາຍາດ

ເຊື້ອຊາດລາວເລີຍ.

__________________
Anonymous

Date:

ເອົາອີກແລ້ວວວວວ ຊອກຫາແນວເກັບຂໍ້ມູນອີກຕາມເຄີຍ

ເຈົ້າສັງເກດຟອນທີ່ເຈົ້າໃຊ້ ມັນບໍ່ແມ່ນຟອນຂອງຄົນລາວທີ່ຢູ່ໃນລາວພິມ

ບໍ່ຖ້າຝາກເຈົ້າໄປບອກດອກ ຜູ້ໃດທີ່ຢູ່ລາວເຂົາຮູ້ໝົດວ່າດຽວນີ້ເພີ່ນມີສາຍກົງ ໂທໄປເວົ້າເອງໄດ້ເລີຍ

ຈັ່ງແມ່ນວ່າງວຽກແທ້ນໍ້ 555555555555+

__________________
Anonymous

Date:

Anonymous wrote:
Anonymous wrote:

ວັນທີ່8ນີ້ຈະເປີດປະຊຸມສະພາແຫ່ງຊາດ ໃຜຍາກໃຫ້ຂ້າພະເຈົ້າສະເໜີບັນຫາໃດຕໍ່ກອງປະຊຸມ ກໍ່ເວົ້າມາເລີຍ!

 ຢາກໃຫ້ສະເໜີຫລັກການ,ຫຼື ກົດໝາຍເຮັດແນວໃດຊິອຳນວຍຄວາມສະດວກແກ່ຄົນເຊື້ອຊາດລາວຢູ່ຕ່າງແດນ

ທີ່ມັກຮ້ອງກັນວ່າ " ລາວນອກ " ມີສິດສະເມີພາບເປັນມາດຕະຖານດຽວກັນໃນການປະກອບທຸລະກິດເພື່ອການ

ພັທະນາປະເທດຊາດຮ່ວມກັນ,ບໍ່ວ່າເຂົາຈະເປັນສັນຊາດໃດ.ຢ່າເອົາສັນຊາດມາກີດກັ້ນຄວາມສາມະຄີສັງຄະນາຍາດ

ເຊື້ອຊາດລາວເລີຍ.

 Bla Bla Bla! ໃຜວ່າຄົນລາວນອກຢາກກັບເມືອທຳທຸຣະກິດ

ຢູ່ເມືອງລາວ? ບໍ່ຕ້ອງສເນີໃຫ້ເສັຍລົມຫາຍປອດດອກ ບໍ່ມີຄົນ

ທີ່ຢາກກັບເມືອເມືອງລາວແບບຄຶດນັ້ນດອກເດີ້, ຖ້າມີກໍຄົງຈະ

ບໍ່ຮອດ 2% ດອກ ແລະຜູ້ຢາກກັບເມືອກໍມີແຕ່ຜູ້ທີ່ບໍ່ມີສມອງ

ຈະທຳມາຫາກິນຢູ່ຕ່າງປະເທດເທົ່ານັ້ນ. ພວກລູກຫລານຂອງ

ຄົນລາວຢູ່ຕ່າງປະເທດເຂົາບໍ່ຮູ້ຮອດເມືອງລາວຢູ່ໃສາໄປຊ້ຳ ເຂົາ

ບໍ່ຄິດຢາກຈະກັບຄືນເມືອດອກເຖິງເຂົາຮູ້ວ່າເມືອລາວເປັນອະ

ດີດບ້ານເກີດເມືອງນອນຂອງພໍ່ແມ່ເຂົາກໍຈິງ ເພາະເມືອງລາວ

ບໍ່ມີສິ່ງໃດພໍທີ່ຈະດຶງດູດຈິດໃຈຂອງເຂົາ ແລະອີກຢ່າງນຶ່ງ 100%

ຂອງລູກຫລານຄົນລາວນອກເກີດຢູ່ປະເທດໃດເຂົາກໍມີຄວາມ

ຮັກແລະຜູກສຳພັນກັບປະເທດນັ້ນ. ສ່ວນຄົນລາວນອກຫລຸ້ນ

ພໍ່ແມ່ເຂົນນັ້ນຈະມເວລາຢູ່ທຳທຸຣະກິີດຢູ່ລາວຮອດ 5ປີ 10ປີ

ຫລືບໍ່?

ໃຫ້ພາກັນສເນີເຣື່ອງອັນໃດຈະຊ່ວຍເຮັດໃຫ້ພວກໝູ່ເຈົ້າທີ່ຢູ່ພີ້

ມີຄວາມຜາສູຂອັນເທ້ຈິງນັ້ນດາຮີບພາກັນສເນີໂລດ ຖ້າວ່າຈະບໍ່

ເປັນອັນຕຣາຍແກ່ຕົນເອງແລະຄອບຄົວ.

__________________
Anonymous

Date:

ຕາມທີ່ໄດ້ຮູ້ກັນດີວ່າເລື່ອງກົດໝາຍຫຼາຍຯສະບັບທີ່ສະພາແຫ່ງຊາດສ້າງຂື້ນມາໄຊ້ແລ້ວນັ້ນກອ່ນອື່ນໝົດຖ້າເພີ່ນບໍ່ປະຕິບັດຕາມກົດລະບຽບກອ່ນ ແລະ ປະຊາຊົນຈະໄປຕາມໄດ້ຢ່າງໃດ!ຕົວຢ່າງເຊັ່ນກົດສໍ້ລາຊບັງຫຼວງອອກມານ່າໄຊ້ແຕ່ພວກຜຸ້ນຳຂອງລັຖະບານຍັງໂກງບ້ານໂກງເມືອງເອົາຊັບສີນຂອງປະເທດຊາດແລະ ຂອງປະຊາຊົນມາເປັນຂອງຕົນເອງ ແລະ ເພີ່ນຜູ້ສ້າງກົດໝາຍນັ້ນມາຍັງເໝືອກວ່າກົດໝາຍ.ມັນເປັນໄປຫຍາກທີ່ສຸດ ພວກເອີຍ...

__________________
Anonymous

Date:

ຂໍໃຫ້ບັນດາທ່ານເຂົ້າສູ່ສາຍດ່ວນຂອງສະພາແຫ່ງຊາດໂດຍດ່ວນເພີ່ນເປີດປະຊາທິປະໄຕໃຫ້ແລ້ວເລິ້ມແຕ່ວັນທີ8-25/07/2013 ໂທໄປເລກທີ156 ຖ້າບໍ່ຢາກໂທກໍຂຽນຈົດໝາຍໄປຫາສາຍດ່ວນສະພາແຫ່ງຊາດຮັບຮອງວ່າຮອດໂລດໃຜສົນໃຈບັນກາໃດກໍໂທໄປ ດີແທ້ແມ່ນເລັ້ງໃສ່ກົດໝາຍໃໝ່3ສະບັບຄື:ວິທະຍາສາດເທັກໂນໂລຊີ,ການປະກັນສັງຄົມ,ກົດໝາຍແມ່ຍິງ.ສ່ວນກົດໝາຍປັບປຸງກໍມີກົດໝາຍວ່າດ້ວຍທີ່ດິນແລະກົດໝາຍທ່ອງທ່ຽວ ເຊີນເດີພີ່ນ້ອງທັງພາຍໃນແລະຕ່າງປະເທດ.ຂໍຂອບໃຈ

__________________
ຄົນໃຕ້

Date:

Anonymous wrote:

ວັນທີ່8ນີ້ຈະເປີດປະຊຸມສະພາແຫ່ງຊາດ ໃຜຍາກໃຫ້ຂ້າພະເຈົ້າສະເໜີບັນຫາໃດຕໍ່ກອງປະຊຸມ ກໍ່ເວົ້າມາເລີຍ!

 ຄົນໃຕ້: ຂ້າພະເຈົ້າມີຄວາມສົນໃຈຫຼາຍກ່ຽວກັບສະຖານະພາບຂອງຄວາມເປັນ ສສຊ ຂອງທ່ານ. ທ່ານເປັນ ສສຊ ເຂດໃດ ?ສະໄຫມໃດ? ຊື່ຫຍັງ? ຂ້າພະເຈົ້າຄິດວ່າຢ່າມາຕົວະໃຫ້ເສຍເວລາ ຖ້າເປັນ ສສຊ ກໍຄົງຈະເປັນສະພາກາເຟແຖວທາດຫຼວງຕິເບາະ.

__________________
Anonymous

Date:

ຄົນໃຕ້ wrote:

ສົງໄສຈະເປັນສະມາຊິກສະພາໝາກບູນ ແລະ ເບຍ

__________________
Anonymous

Date:

ສສຊ. ສະມາຊິກ ສາມະຄົມຊາວລາວ ນີ້ແລ້ວ.

__________________
Anonymous

Date:

ເຈົ້າຂອງຜູ້ຕັ້ງກະທູ້ນີ້ກໍເປັນ ສສຊ ອິຫລີໄດ໋ ທ່ານຄົນໃຕ້ເອີຍ

ແຕ່ເພິ່ນຜູ້ນີ້ເປັນ ສສຊ ສັງກັດຢູ່:

= ສຳມະສິກ

= ສະມະຄົມ

= ຊາ

ແລະທີ່ຕັ້ງຂອງສະພານີ້ຢູ່ທີ່ບ້ານຫ້ອມເມືອງຊາຍຟອງແຂວງວຽງຈັນ

ນັ້ນເອງ.

__________________
Anonymous

Date:

noyawn  bak khuay

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard