Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລາວຫວຽດປະກັນໄພ ແບບຫວຽດ
Anonymous

Date:
ລາວຫວຽດປະກັນໄພ ແບບຫວຽດ


ເອົາມາຈາກ FB ເດີ
 
ຂໍໂທດເດີ ແອດມີນ post ນີ້ມັນບໍ່ກ່ຽວກັບຂາຍຫຍັງ ແຕ່ເປັນປະສົບການຢາກໃຫ້ຫມູ່ເພື່ອນໃນສັງຄົມຮູ້ນຳ

ຢາກຝາກ ອຸທາຫອນ ປະສົບການທີ່ຂ້າພະເຈົ້າ ພົບພໍ້ດ້ວຍຕົນເອງ ໃນການປະກັນໄພລົດຕຳ ນຳບໍລິສັດ ລາວຫວຽດ LVI ປະກັນໄພ. ຂ້າພະເຈົ້າໄດ້ເຮັດປະກັນໄພ ທັງແບບພື້ນຖານ ສຳລັບບຸກຄົນທີສາມ ແລະ ປະກັນໄພລົດຕຳ LVI Car1 (ວົງເງິນລົດຕຳເສຍຫາຍຈ່າຍທົດແທນ 30 ລ້ານ) ເຊິ່ງໄດ້ເສຍເງິນຊື້ປະກັນໄປ ລວມທັງສອງປະເພດ 1.799.000 ກີບ

ວັນທີ 12.04.13 ລົດຂ້າພະເຈົ້າເກີດອຸບັດຕິເຫດ ຕຳກັບລົດຈັກ ເຊິ່ງລົດຈັກເປັນຄົນຜິດ ແລ່ນສວນຜິດເລນ ແລະ ສາຍເບກຂາດ ເລີຍເອີ້ນປະກັນໄພມາເວົ້າເລື້ອງຄະດີ ຕັ້ງແຕ່ 8.30 ຈົນຮອດ 11.30 ຍັງເວົ້າຄະດີກັນຢູ່ໄຟແດງຫັ້ນຢູ່ ບັນຫາຄື ຄູ່ກໍລະນີ ຂ້າພະເຈົ້າເປັນຜູ້ຜິດ ແຕ່ບໍ່ມີຄວາມສາມາດຈ່າຍເງິນຄ່າເສຍຫາຍໄດ້ ຫນັງສືຄົນກາບໍ່ມີ ຫນັງສືລົດຈັກກາບໍ່ມີ ລົມກັນຢູ່ຫັ້ນຕັ້ງ 3 ຊົ່ວໂມງ ພະນັກງານຈາກປະກັນໄປກໍ່ມາຕໍ່ລອງກັບລູກຄ້າວ່າຫລຸດໃຫ້ລາວໄດ້ບໍ່ ເພາະລາວບໍ່ມີເງິນ...

ຄູ່ກໍລະນີຈະຮັບແປງໃຫ້ຄືນຢູ່ສະພາບເດີມ ແຕ່ຄວາມຫມາຍແປງຢູ່ຫນີ້ແມ່ນລາວຈະເປັນຜູ້ຊ່າງແປງເອັງໃອ້ຍ ລົດ BMW X6 ຂ້ອຍສິໃຫ້ຄົນທີ່ຂີ່ລົດຈັກຕຳແປງໃຫ້ໄດ້ຫວາ...ມັນຄືສິແປງງ່າຍເນາະໃຜກາສິແປງໄດ້

ສອງເດືອນຕໍ່ມາ ຫລັງຈາກທວງກັນໄປກັນມາຫລາຍເທື່ອກັບບໍລິສັດປະກັນໄພ ຂ້ອຍໄດ້ຮັບຫນັງສື ແຈ້ງຈາກບໍລິສັດວ່າ ບໍລິສັດເສຍໃຈ ໃຫ້ເຈົ້າຂອງລົດຮັບຜິດຊອບແປງລົດເອງ ເພາະຕອນເຈົ້າຫນ້າທີ່ລົງໄປເຄຍຄະດີ ເຈົ້າຂອງລົດບໍ່ໃຫ້ຮັບຜິດຊອບຫຍັງນຳ ແລະ ບໍ່ອຳນວຍຄວາມສະດວກໃນການປະກອບເອກະສານ ເພາະນຳຫາຄູ່ກໍລະນີບໍ່ໄດ້ ຄູ່ກໍລະນີຫນີໄປໄສແລ້ວບໍ່ຮູ້

ມື້ນີ້ຂ້ອຍໂທເຂົ້າໄປບໍລິສັດອີກ ຮອງຫົວຫນ້າພະແຫນກ ເຄລມຄະດີ ບອກວ່າ ໃຫ້ອ້ານໄປນຳເບິ່ງ ນຳໂຍທາ ວ່າລົດຈັກທີ່ຕຳ ມັນຢູ່ໄສ...ອ້າວຕົກລົງ ສິໃຫ້ລູກຄ້າໄປຊອກຫາຄູ່ກໍລະນີເອງອີກບາດນີ້ແລ້ວບໍລິສັດມັນເຮັດຫຍັງຫວາ...

ຖືວ່າຂ້າພະເຈົ້າຈ່າຍຄ່າຄວາມໂງ່ຂອງໂຕເອງຊາ ....ທີ່ໄປຫລົງເຊື່ອການໂຄສະນາຊວນເຊື່ອຂອງບໍລິສັດ LVI ແລະ ຢາກຝາກໃຫ້ຫມູເພື້ອນ ແລະ ພີ່ນ້ອງ ຜູ້ທີ່ຈະໄປຊື້ປະກັນໄພບໍລິສັດນີ້ ຄິດໃຫ້ດີ ກ່ອນຈະຕັດສິນໃຈຊື້ ຢ່າໄປເສຍຄ່າໂງ່ໃຫ້ກັບບໍລິສັດທີ່ ຢາກແຕ່ຂາຍປະກັນ ແຕ່ບໍບໍ່ມີຄວາມຮັບຜິດຊອບຫຍັງໃຫ້ກັບລູກຄ້າ...

 

 



__________________
Anonymous

Date:

ໝົດລະນໍຊື່ສຽງສ້າງມາບໍ່ສົມກັບໂຄສະນານໍ ຫວຽດນໍຫວຽດ



__________________
Anonymous

Date:

ແມ່ນຫຍັງເປັນໄປແນວນີ້? ປະເທດລາວບໍ່ມີກົດໝາຍຄຸ້ມຄອງຜູ້ຊື້ປະກັນພັຍຊ້ານເບາະ?

ຢູ່ຣັດຂ້ອຍຢູ່ຜິດຫຼືຖືກປະກັນພັຍຈ່າຍໃຫ້ໝົດ, ເຂົາເອີ້ນວ່າ No Fault Insurance. ຕ່າງ

ແຕ່ວ່າເຮົາບໍ່ຜິດ ເຮົາບໍ່ໄດ້ຈ່າຍຄ່າ Deductible ເທົ່ານັ້ນ.

ເບິ່ງມນກໍລະນີນີ້ກໍເໝືອນກັບວ່າບໍລິສັດປະກັນພັຍບໍລິສັດນີ້ມີກົດໝາຍຄຸ້ມຄອງເຂົາໆຈຶ່ງ

ສາມາດປະຕິເສດແລະບ່າຍບ່ຽງການສ້ອມແປງລັດໃຫ້ Policy Holder ໂດຍຖ້ືມຄວາມຮັບ

ຜິດຊອບໃຫ້ຄູ່ກໍລະນີ. ອອກປະກາດຢູ່ນີ້ບໍ່ຄັກປານໃດດອກ ຂຽນເປັນ Poster ແລ້ວເອົາໄປ

ຕິດຢາຍຕາມສະຖານທີ່ຊຸຸມນຸມຊົນທົ່ວໆໄປ ຄົນຈັ່ງຈະເຫັນທົ່ວໆກັນໝົດນະຄອນຫລວງໂລດ.



__________________
Anonymous

Date:

ຖ້າເຈົ້າໄດ້ຊື້ Uninsured Motorist Property Damage (UMPD) ບໍລິສັດປະກັນໄພ

ຕ້ອງໄດ້ຈ່າຍຄ່າເສັຽຫາຍ ແລະ ຖ້າເຈົ້າຊື້ Uninsured Motorist Body Injury ບໍລິສັດ

ປະກັນໄພຕ້ອງໄດ້ຈ່າຍຄ່າປິ່ນປົວ ຈ່າຍຄ່າຊົດເຊີຍເງິນລາຍໄດ້ຈາກວຽກງານໃຫ້ເຈົ້າແລະ

ຜູ່ໂດຍສານ.

ເລື່ອງແລ່ນເອກະສານຂໍ້ມູນຕ່າງໆແມ່ນໜ້າທີ່ຂອງບໍລິສັດປະກັນໄພເປັນຜູ່ແລ່ນ.



__________________
Anonymous

Date:

ຂ້າພະເຈົ້າກະໃຊ້ ປະກັນໄພລາວ-ວຽດຢູ່ໃດນີ້ ແຕ່ຫມົດອາຍຸແລ້ວ, ໃດ້ຍີນແບບນີ້ຄົງຄິດໃຫມ່ກ່ອນຊັ້ນວ່າຈະຕໍ່ສັນຍາຫລືບໍ່.

ມີໃຜຮູ້ບໍ່ວ່າບໍລີສັດປະກັນໄພໃດດີແດ່

 

ຂອບໃຈ

ຕຸ່ນສີໄຄ



__________________
ຄົນໃຕ້

Date:

Anonymous wrote:
ເອົາມາຈາກ FB ເດີ
 
ຂໍໂທດເດີ ແອດມີນ post ນີ້ມັນບໍ່ກ່ຽວກັບຂາຍຫຍັງ ແຕ່ເປັນປະສົບການຢາກໃຫ້ຫມູ່ເພື່ອນໃນສັງຄົມຮູ້ນຳ

ຢາກຝາກ ອຸທາຫອນ ປະສົບການທີ່ຂ້າພະເຈົ້າ ພົບພໍ້ດ້ວຍຕົນເອງ ໃນການປະກັນໄພລົດຕຳ ນຳບໍລິສັດ ລາວຫວຽດ LVI ປະກັນໄພ. ຂ້າພະເຈົ້າໄດ້ເຮັດປະກັນໄພ ທັງແບບພື້ນຖານ ສຳລັບບຸກຄົນທີສາມ ແລະ ປະກັນໄພລົດຕຳ LVI Car1 (ວົງເງິນລົດຕຳເສຍຫາຍຈ່າຍທົດແທນ 30 ລ້ານ) ເຊິ່ງໄດ້ເສຍເງິນຊື້ປະກັນໄປ ລວມທັງສອງປະເພດ 1.799.000 ກີບ

ວັນທີ 12.04.13 ລົດຂ້າພະເຈົ້າເກີດອຸບັດຕິເຫດ ຕຳກັບລົດຈັກ ເຊິ່ງລົດຈັກເປັນຄົນຜິດ ແລ່ນສວນຜິດເລນ ແລະ ສາຍເບກຂາດ ເລີຍເອີ້ນປະກັນໄພມາເວົ້າເລື້ອງຄະດີ ຕັ້ງແຕ່ 8.30 ຈົນຮອດ 11.30 ຍັງເວົ້າຄະດີກັນຢູ່ໄຟແດງຫັ້ນຢູ່ ບັນຫາຄື ຄູ່ກໍລະນີ ຂ້າພະເຈົ້າເປັນຜູ້ຜິດ ແຕ່ບໍ່ມີຄວາມສາມາດຈ່າຍເງິນຄ່າເສຍຫາຍໄດ້ ຫນັງສືຄົນກາບໍ່ມີ ຫນັງສືລົດຈັກກາບໍ່ມີ ລົມກັນຢູ່ຫັ້ນຕັ້ງ 3 ຊົ່ວໂມງ ພະນັກງານຈາກປະກັນໄປກໍ່ມາຕໍ່ລອງກັບລູກຄ້າວ່າຫລຸດໃຫ້ລາວໄດ້ບໍ່ ເພາະລາວບໍ່ມີເງິນ...

ຄູ່ກໍລະນີຈະຮັບແປງໃຫ້ຄືນຢູ່ສະພາບເດີມ ແຕ່ຄວາມຫມາຍແປງຢູ່ຫນີ້ແມ່ນລາວຈະເປັນຜູ້ຊ່າງແປງເອັງໃອ້ຍ ລົດ BMW X6 ຂ້ອຍສິໃຫ້ຄົນທີ່ຂີ່ລົດຈັກຕຳແປງໃຫ້ໄດ້ຫວາ...ມັນຄືສິແປງງ່າຍເນາະໃຜກາສິແປງໄດ້

ສອງເດືອນຕໍ່ມາ ຫລັງຈາກທວງກັນໄປກັນມາຫລາຍເທື່ອກັບບໍລິສັດປະກັນໄພ ຂ້ອຍໄດ້ຮັບຫນັງສື ແຈ້ງຈາກບໍລິສັດວ່າ ບໍລິສັດເສຍໃຈ ໃຫ້ເຈົ້າຂອງລົດຮັບຜິດຊອບແປງລົດເອງ ເພາະຕອນເຈົ້າຫນ້າທີ່ລົງໄປເຄຍຄະດີ ເຈົ້າຂອງລົດບໍ່ໃຫ້ຮັບຜິດຊອບຫຍັງນຳ ແລະ ບໍ່ອຳນວຍຄວາມສະດວກໃນການປະກອບເອກະສານ ເພາະນຳຫາຄູ່ກໍລະນີບໍ່ໄດ້ ຄູ່ກໍລະນີຫນີໄປໄສແລ້ວບໍ່ຮູ້

ມື້ນີ້ຂ້ອຍໂທເຂົ້າໄປບໍລິສັດອີກ ຮອງຫົວຫນ້າພະແຫນກ ເຄລມຄະດີ ບອກວ່າ ໃຫ້ອ້ານໄປນຳເບິ່ງ ນຳໂຍທາ ວ່າລົດຈັກທີ່ຕຳ ມັນຢູ່ໄສ...ອ້າວຕົກລົງ ສິໃຫ້ລູກຄ້າໄປຊອກຫາຄູ່ກໍລະນີເອງອີກບາດນີ້ແລ້ວບໍລິສັດມັນເຮັດຫຍັງຫວາ...

ຖືວ່າຂ້າພະເຈົ້າຈ່າຍຄ່າຄວາມໂງ່ຂອງໂຕເອງຊາ ....ທີ່ໄປຫລົງເຊື່ອການໂຄສະນາຊວນເຊື່ອຂອງບໍລິສັດ LVI ແລະ ຢາກຝາກໃຫ້ຫມູເພື້ອນ ແລະ ພີ່ນ້ອງ ຜູ້ທີ່ຈະໄປຊື້ປະກັນໄພບໍລິສັດນີ້ ຄິດໃຫ້ດີ ກ່ອນຈະຕັດສິນໃຈຊື້ ຢ່າໄປເສຍຄ່າໂງ່ໃຫ້ກັບບໍລິສັດທີ່ ຢາກແຕ່ຂາຍປະກັນ ແຕ່ບໍບໍ່ມີຄວາມຮັບຜິດຊອບຫຍັງໃຫ້ກັບລູກຄ້າ...

 

 


 ຄົນໃຕ້: ມັນແມ່ນຄວາມອາວແທ້ໆ ເວົ້າເລື່ອງບໍລິສັດປະກັນໃພ. ບາດເພິ່ນໂຄສະນາເອົາແທ້ເອົາວ່າແຕ່ບາດເກີດອຸບບັດເຫດແລ້ວມັນກໍພະຍາຍາມທຳທຸກຢ່າງເພື່ອຫຼີກລ້ຽງການຈ່າຍເງິນ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard