Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ມາລະຍາດໃນກອງປະຊຸມ
ລູກບໍຣິຄັນ

Date:
ມາລະຍາດໃນກອງປະຊຸມ


ຢຸກນີ້ແມ່ນຢຸກ IT ກຳລັງຂະຫຍາຍໂຕແຮງ ໂດຍສະເພາະແມ່ນດ້ານການສື່ສານຫລືທີ່ມັກເອີ້ນກັນວ່າ cyber.

ດັ່ງນັ້ນ ນັບແຕ່ເຍົາວະຊົນຂື້ນໄປເຖີງ ຜູ້ມີຖານະຕຳແໜ່ງໃນການຈັດຕັ້ງຂອງລັດ ກໍ່ມີ Smart Phone, iPAD,

ເປັນຕົ້ນ, ໃນເວລາເຂົ້າປະຊຸມ ທ່ານໃດມີເພີ່ນກໍ່ຖືເຂົ້າໄປນຳ ໄປຕັ້ງໄວ້ຕໍ່ໜ້າ ແລ້ວກໍ່ລູບກໍ່ຫຼີ້ນຢູ່ຈັ່ງຊັ້ນ ໂດຍບໍ່

ສົນອົກສົນໃຈຕໍ່ບັນຫາທີ່ສົນທະນາກັນໃນກອງປະຊຸມ, ຄືຈັ່ງວ່າເພີ່ນວຽກຫຼາຍເອົາແທ້ເອົາວ່າ ຈົນບໍ່ສາມາດຂາດ

ການຕິດຕໍ່ໄດ້ໃນຊ່ວງ 2 - 3 ຊົ່ວໂມງ. ບາງເທື່ອເພີ່ນເຂົ້າ internet ຫຼື ມີຮູບງາມໆເພີ່ນໄປທ່ຽວແລ້ວບັນທືກມາ

ກໍ່ມາເປີດອ້າງໝູ່ ບອກໃຫ້ໝູ່ເບີ່ງແບບລົບກວນກອງປະຊຸມ.

ທີ່ຂ້າພະເຈົ້າຍົກມາເວົ້ານີ້ບໍ່ໝາຍເຖີງວ່າຂ້າພະເຈົ້າບໍ່ມີເງີນຊື້ຄືເພີ່ນ ຫຼືບໍ່ມີຄົນເອົາໃຫ້ເປັນຂອງຂວັນຄືເພີ່ນແລ້ວຊິ

ໄປອິດສາເພີ່ນດອກ. ພຽງແຕ່ຢາກເວົ້າວ່າ ຄວນຮັກສາມາລະຍາດໃນກອງປະຊຸມແດ່ບໍ່ ເພາະຜູ້ເຂົ້ານັ່ງປະຊຸມແຕ່ລະຄັ້ງ

ກໍ່ລ້ວນແຕ່ຜູ້ມີຖານະຕຳແໜ່ງກັນທັງນັ້ນ, ຄວນມີລະບຽບບັງຄັບໃນກອງປະຊຸມ, ຄວນຮັກສາເວລາ ຄົນປະເທດຈະເລີນ

ເຂົາຄືເສຍດາຍເວລາເອົາແທ້ເອົາວ່າບໍ່ຢາກໃຫ້ເສຍພໍໜ້ອຍ, ບາງຄັ້ງມີຮອດຕ່າງປະເທດເຂົາເຂົ້າປະຊຸມນຳກໍ່ຍັງບໍ່ອາຍເຂົາ

 



__________________
Anonymous

Date:

ปะชุมหยัง?

สอ่งแสงประจำอาทิด ยังมียู่บอ

ปะชุมพัก

 เรียนมะติิ10

 

ปะชุมสำมะนา

(ขอโทดบอมีฟอนลาว)



__________________
Anonymous

Date:

ລູກບໍຣິຄັນ wrote:

ຢຸກນີ້ແມ່ນຢຸກ IT ກຳລັງຂະຫຍາຍໂຕແຮງ ໂດຍສະເພາະແມ່ນດ້ານການສື່ສານຫລືທີ່ມັກເອີ້ນກັນວ່າ cyber.

ດັ່ງນັ້ນ ນັບແຕ່ເຍົາວະຊົນຂື້ນໄປເຖີງ ຜູ້ມີຖານະຕຳແໜ່ງໃນການຈັດຕັ້ງຂອງລັດ ກໍ່ມີ Smart Phone, iPAD,

ເປັນຕົ້ນ, ໃນເວລາເຂົ້າປະຊຸມ ທ່ານໃດມີເພີ່ນກໍ່ຖືເຂົ້າໄປນຳ ໄປຕັ້ງໄວ້ຕໍ່ໜ້າ ແລ້ວກໍ່ລູບກໍ່ຫຼີ້ນຢູ່ຈັ່ງຊັ້ນ ໂດຍບໍ່

ສົນອົກສົນໃຈຕໍ່ບັນຫາທີ່ສົນທະນາກັນໃນກອງປະຊຸມ, ຄືຈັ່ງວ່າເພີ່ນວຽກຫຼາຍເອົາແທ້ເອົາວ່າ ຈົນບໍ່ສາມາດຂາດ

ການຕິດຕໍ່ໄດ້ໃນຊ່ວງ 2 - 3 ຊົ່ວໂມງ. ບາງເທື່ອເພີ່ນເຂົ້າ internet ຫຼື ມີຮູບງາມໆເພີ່ນໄປທ່ຽວແລ້ວບັນທືກມາ

ກໍ່ມາເປີດອ້າງໝູ່ ບອກໃຫ້ໝູ່ເບີ່ງແບບລົບກວນກອງປະຊຸມ.

ທີ່ຂ້າພະເຈົ້າຍົກມາເວົ້ານີ້ບໍ່ໝາຍເຖີງວ່າຂ້າພະເຈົ້າບໍ່ມີເງີນຊື້ຄືເພີ່ນ ຫຼືບໍ່ມີຄົນເອົາໃຫ້ເປັນຂອງຂວັນຄືເພີ່ນແລ້ວຊິ

ໄປອິດສາເພີ່ນດອກ. ພຽງແຕ່ຢາກເວົ້າວ່າ ຄວນຮັກສາມາລະຍາດໃນກອງປະຊຸມແດ່ບໍ່ ເພາະຜູ້ເຂົ້ານັ່ງປະຊຸມແຕ່ລະຄັ້ງ

ກໍ່ລ້ວນແຕ່ຜູ້ມີຖານະຕຳແໜ່ງກັນທັງນັ້ນ, ຄວນມີລະບຽບບັງຄັບໃນກອງປະຊຸມ, ຄວນຮັກສາເວລາ ຄົນປະເທດຈະເລີນ

ເຂົາຄືເສຍດາຍເວລາເອົາແທ້ເອົາວ່າບໍ່ຢາກໃຫ້ເສຍພໍໜ້ອຍ, ບາງຄັ້ງມີຮອດຕ່າງປະເທດເຂົາເຂົ້າປະຊຸມນຳກໍ່ຍັງບໍ່ອາຍເຂົາ

 


 When you send the topic and all about the meeting or conference you should mention, that any mobile electronic gadget is prohibited of use in the meeting. 

Anyway at any meeting I anticipated, the meeting facilitator always started with ...Please all the electronic gadget and mobile phone should be turn off, then continued with the agenda of the meeting. These were the meetings that had nothing to do with electronic though.

To be effectived, the meeting should have a rule and respected for all.



__________________
Anonymous

Date:

ຂ້ອຍກະໄປປະຊຸມປະຈໍາໃຊ້ກະຊິເປັນຫຍັງ ສູບຢາຮ້ອງເພງກະຍັງໄດ້



__________________
Anonym ນີ້ມ-ໆ

Date:

Anonymous wrote:

ຂ້ອຍກະໄປປະຊຸມປະຈໍາໃຊ້ກະຊິເປັນຫຍັງ ສູບຢາຮ້ອງເພງກະຍັງໄດ້


    ເວົ້າໄປ..... ນັ້ນລະບໍ ອ່ຳອ່າ-ຄຸນສົມບັດ ໃດ໋ຫັ້ນ..!?disbeliefdisbeliefdisbelief



__________________
Anonymous

Date:

Anonymous wrote:

ຂ້ອຍກະໄປປະຊຸມປະຈໍາໃຊ້ກະຊິເປັນຫຍັງ ສູບຢາຮ້ອງເພງກະຍັງໄດ້


 ຂ້ອຍໂລດອະໜາດໃຈກັບຄວາມເຫັນ, ບໍ່ແມ່ນວ່າລາວເວົ້າໃສ່ ມັນຫາກຕັ້ງແມ່ນອີຫຼີ (ຊິເປັນຫຍັງ... ຜິດໃຜ...)



__________________
Anonymous

Date:

ຂໍມີຄຳນຳເເດ່, ເວົ້າເລື່ອງ IT ເບີງໂດຍລວມແລ້ວໃນຊີວິດປະຈຳວັນ ແມ່ນມີປະໂຫຍດຫລາຍເຊີ່ງເປັນແຫລ່ງຂໍ້ມູນຂ່າວສານທີ່ຫລາກຫລາຍ ໂດຍບໍ່ຈຳກັດຂອບເຂດ,ແຕ່ການນຳໃຊ້ຕົວຈິງມີບາງຄັ້ງກໍ່ເປັນຕາຫນ້າລຳຄານຄືກັນໂດຍສະເພາະແມ່ນໃນເວລາປະຊຸມ ມີສຽງລົບກວນຈາກໂທລະສັບ ອັນນີ້ຍິ່ງເປັນຕາຫນາຍ ບັນຫານີ້ແມ່ນເກີດຂື້ນເກີບທຸກກອງປະຊຸມ ອັນນີ້ຂພຈຄິວ່າຄວນມີມາດຕະການແກ້ໄຂ ຄືຊິເປັນການດີ.



__________________
Anonymous

Date:

ເພີ່ນຢາກ show off ຄວາມຫຼູຫຼາ ໂອ່ໂຖງຂອງເພີ່ນຕີ້ບໍ ວ່າເພີ່ນມີ ເພີ່ນເກັ່ງ

ເພີ່ນເປັນຄົນທັນຢຸກ ທັນສະໄໝ ວ່າຊັ້ນຕີ້ບໍ

 



__________________
Anonymous

Date:

ກໍບໍ່ຕ່າງຫຍັງກັບຕອນອ້າຍນ້ອງເຂົ້າມາວຽງຈັນທຳອິດທຳອໍ່ນັ້ນແລ້ວ ສິບຄົນຍ່າງ

ລຽນແຖວໄປນຳກັນກໍສິບວິທະຍຸໂຕຊີບາໜ້າເຈີ້ຍພາຍຢູ່ບ່າ ຍັງບໍ່ແລ້ວຍັງມີຜ້າແພ

ມົນສິແດງຄືກັນໝົດມັດຢູ່ສາຍພາຍເປັນໂບເຈີ້ນເທີ້ນຢູ່ພຸ້ນຕົ້ວ ແລະກໍພາກັນເປີດ

ຟັງຄົນລະສະຖານນີທັງສິບຄົນ ເບິ່ງໄດ້ຍິນສຽງປະສານກັນບໍ່ຈັກລຳລາວລຳວຽດລຳຈີນ

ເດັກນ້ອຍກໍພາຍ່າງນຳກົ້ນຕົບຕີນຕົບມືໃຫ້ ພບກເພິ່ນພາກັນຂຶ້ນເອີກວ່າຊ້ານ.....

ເບິ່ງແຕ່ລຸງຄຳໄຕເຮົາ ໄປທາງໃດເພິ່ນຈະປະວິທະຍຸນ້ອຍຄູ່ຊີບເພິ່ນຫວາ ພາຍຕິດບ່າເພິ່ນ

ຕະຫລອດຫັ້ນແລ້ວ.

ຜບດກ



__________________
Anonymous

Date:



__________________
Anonymous

Date:

Anonymous wrote:

ເພີ່ນຢາກ show off ຄວາມຫຼູຫຼາ ໂອ່ໂຖງຂອງເພີ່ນຕີ້ບໍ ວ່າເພີ່ນມີ ເພີ່ນເກັ່ງ

ເພີ່ນເປັນຄົນທັນຢຸກ ທັນສະໄໝ ວ່າຊັ້ນຕີ້ບໍ

 


 It can be used only in case of emergency if it is a private call. Other than that you are on the company/government clock. 

At my company, even in the emergency case the caller has to call the company phone, then the register will get to me.

Your personal device can be used at your personal time/break only.



__________________
Anonymous

Date:

ລີງໄດ້ໝາກພ້າວ, ມັນກະເລີຍບໍ່ຮູ້ ກາລະ ເທສະ



__________________
Anonymous

Date:

ເລື້ອງນີ້ດຽວນີ້ມັນພາກັນຊົ່ວໝົດແລ້ວ ! ຜູ້ເປັນປະທານ ເວົ້າຢູ່ດີໆ ໂທດັງກໍ່ຮັບ ລົມບັກດົນໆ ປ່ອຍໃຫ້ໝູ່ສ່ວນໃຫຍ່ນັ່ງຟັງນັ່ງຖ້າເພິ່ນ ແທນທີ່ກອງປະຊຸມຈະແລ້ວ 1 ຊົ່ວໂມງ ມັນກໍ່ກາຍເປັນ 3 ຊົ່ວໂມງ ! ອັນພວກນັ່ງຟັງນັ່ງປຶກສາວຽກ ສຽງໂທດັງຕະຫລອດ ລົບກວນສະມາທິຕະຫລອດ ຫລາຍຄົນກໍ່ຫລິ້ນແຊັດ ຫລິ້ນ sms ເບີ່ງຮູບນັ້ນຮູບນີ ຫລິ້ນເກມເສີຍ ແລະອື່ນໆ ! ນີ້ລະມາລະຍາດກອງປະຊຸມຍຸກນີ້ ! ໃຜວ່າ IT ມັນດີໝົດ !?

nonono



__________________
Anonymous

Date:

ແມ່ນຄວາມເຈົ້າ ພວກຂີ້ໄຮ້ຊາກຈວບ ຄືພວກຍາມ໋ອມ ຍາປ້າ ພວກສັກດີນາໃໝ່ທັງຫລາຍດຽວນີ້ຄືກັນ !

biggrin



__________________
Anonymous

Date:

ເຈົ້າຢ່າໄປຕິ ໄອທີ ແມ້ ! ຄົນມັນຊົ່ວເອງ ! ຄືສາສນາ ດີ ແຕ່ພຣະບາງອົງມັນຊົ່ວ ຫັ້ນລະ !



__________________
Anonymous

Date:

ອັນທີ່ເຈົ້າເວົ້າມັນກະຖືກຢູ່ ແຕ່ເຈົ້າຈະໄປປຽບກັບກອງປະຊຸມຕ່າງປະເທດບໍ່ໄດ້

ເພາະເນື້ອໃນກອງປະຊຸມຢູ່ຕ່າງປະເທດມັນມີສາລະແລະຄວາມຮູ້

ແຕ່ກອງປະຊຸມຢູ່ບ້ານເຮົາ ຄືທຸກໆທ່ານຮູ້ ແລະຂ້ອຍບໍ່ປະຕິເສດວ່າຂ້ອຍເປັນຄົນຫນື່ງທີ່

ຫຼອຍເປີດອ່ານນັ້ນີ້ຢູ່ໃນກອງປະຊຸມແຕ່ບໍ່ໄດ້ເຮັດສຽງຫຼືຊວນໃຜເບີ່ງ ເພາະຂ້ອຍຂີ້ຄ້ານຟັງບົດສະຫລຸບທີ່

ມັນຈຳເຈ ມີແຕ່ຂີ້ແມວເຕັມກະດົ້ງ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard