Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ມີສິດເສຍ (ແມ່ນພາສາລາວປະເພດໃດອີກ???)
Anonymous

Date:
ມີສິດເສຍ (ແມ່ນພາສາລາວປະເພດໃດອີກ???)


ເບິ່ງເຕາະບານ U-19 ລະຫວ່າງ ລາວ-ວຽດນາມ ເເຂ່ງຂັນກັນ. ຫລາຍໆຄັ້ງທີ່ໂຄສົກລາວ

ເວົ້າວ່າ: ລູກໄໝຂອງວຽດນາມລູກນີ້ ລາວເຮົາມີສິດເສຍປະຕູໃຫ້ເຂົາ.

ແທນທີ່ໂຄສົກຄວນເວົ້າວ່າ: ລູກໂທດລູກນີ້ ວຽດນາມມີໂອກາດຈະພັງປະຕູລາວໄດ້.

ຖ້າເປັນລູກໂທດຂອງຝ່າຍລາວເຮົາກໍເວົ້າແບບດຽວກັນ: ລູກໄໝຂອງລາວລູກນີ້ ວຽດນາມມີສິດເສຍປະຕູໃຫ້ເຮົາ.

ແທນທີ່ຈະເວົ້າ: ລູກໂທດລູກນີ້ ລາວມີໂອກາດພັງປະຕູວຽດນາມໄດ້.

ນອກຈາກຄວາມເວົ້າເຫລົ່ານ້ແລ້ວ ຍັງໃຊ້ຖ້ອຍຄວາມອັນບໍ່ສຸພາບອີກທັງໆທີ່ຖ່າຍທອດອອກ ທີວີ ເຊັ່ນເວົ້າໃຫ້ນັກ

ນິລາລາວເຮົາວ່າ: ເມື່ອກ່ອນເຫັນແລ່ນໄວຂະໜາດ ບາດມາມື້ນີ້ຄືມາໝົດກຳລັງ ບໍ່ແມ່ນໃສ່ເບຍລາວກ່ອນລົງສະ

ໜາມບໍ່?

ບໍ່ໜ້າເຊື່ອໂຄສົກສະຖານນີທໍລະພາບແຫ່ງຊາດແທ້ໆບໍມີຫລັກການການໃຊ້ພາສາລາວໃຫ້ຖືກຕ້ອງເລີຍ ແລະຍິ່ງ

ໄປກ່ອນນັ້ນຍັງໃຊ້ຖ້ອຍຄຳອັນບໍ່ເໝາະສົມອີກ. ພວກທ່ານຄິດວ່າແນວໃດ?



__________________
Anonymous

Date:

ມີສິດເສັຽແມ່ນສັບໃໝ່ທີ່ໃຊ້ໃນລະບອບໃໝ່,ມີໂອກາດເສັຽເປັນສັບເກົ່າທີ່ໃຊ້ກ່ອນປີ 1975.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard