Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທະນາຄານ .... ມະຫາຊົນ ບໍ່ໃຫ້ພະນັກງານ ພັກປະຈໍາປີ
Anonymous

Date:
ທະນາຄານ .... ມະຫາຊົນ ບໍ່ໃຫ້ພະນັກງານ ພັກປະຈໍາປີ


ທະນາຄານ  .... ມະຫາຊົນ ບໍ່ໃຫ້ພະນັກງານ ພັກປະຈໍາປີ

ຂ້າພະເຈົ້າ ມີພີ່ນ້ອງ ເຮັດຢູ່ ສູນ...  ທະນາຄານ ຂອງທະນາຄານ .... ມະຫາຊົນ ແຫ່ງໜຶ່ງ 

ໂດຍລະບຽບພະນັກງານ ແມ່ນສາມາດພັກປະຈໍາປີ ໄດ້ 15 ວັນ ຕໍ່ປີ

ພັດເວລາຂຽນໃບສະເໜີຂໍລາພັກ  5 ວັນ ເພື່ອພັກຜ່ອນ ທີ່ໄດ້ເຮັດວຽກມາໝົດປີ ແລະ ໄປທ່ຽວພັກຜ່ອນ

ພັດບໍ່ໃຫ້ພັກ ໃຫ້ພັກໄດ້ມື້ດຽວ ລາບອກວ່າເຫດຜົນລາພັກບໍ່ພຽງພໍໃນການລາພັກ

ທໍາມະດາແລ້ວ ເຫດຜົນການລາພັກປະຈໍາປີ ກໍ່ພຽງພໍແລ້ວ ໂດຍບໍ່ຈໍາເປັນເອົາເຫດຜົນອື່ນອີກກາໄດ້

ຝາກເຖິງພາກສ່ວນກ່ຽວຂ້ອງແກ້ໄຂແນ່ ເປັນຫຍັງບໍ່ໃຫ້ ພະນັກງານພັກປະຈໍາປີ



__________________
Anonymous

Date:
RE: ທະນາຄານ .... ມະຫາຊົນ ບໍ່ໃຫ້ພະນັກງານ ພັກປະຈໍາປີ


ຂໍສະແດງຄວາມເສັຽໃຈນໍາເດີ, ຂ້ອຍບໍ່ເຄີຍເຮັດວຽກຢູ່ທະນາຄານຈຶ່ງບໍ່ຮູ້ຈະອອກຄໍາເຫັນ.

ສໍາລັບໂຮງງານທີ່ຂ້ອຍຮັບຈ້າງລ້າງຜັກໃຫ້ເພິ່ນຢູ່ນີ້ຕ້ອງໄດ້ຄອບກ່ອນລ່ວງໜ້ານຶ່ງເດືອນ

ຈຶ່ງສາມາດພັກປະຈໍາປີໄດ້ ແລະຖ້າບໍ່ມີຄົນເຮັດແທນ ເພິ່ນກໍ່ບໍ່ໃຫ້ພັກ.



__________________
Anonymous

Date:
RE: ທະນາຄານ .... ມະຫາຊົນ ບໍ່ໃຫ້ພະນັກງານ ພັກປະຈໍາປີ


Anonymous wrote:

ທະນາຄານ  .... ມະຫາຊົນ ບໍ່ໃຫ້ພະນັກງານ ພັກປະຈໍາປີ

ຂ້າພະເຈົ້າ ມີພີ່ນ້ອງ ເຮັດຢູ່ ສູນ...  ທະນາຄານ ຂອງທະນາຄານ .... ມະຫາຊົນ ແຫ່ງໜຶ່ງ 

ໂດຍລະບຽບພະນັກງານ ແມ່ນສາມາດພັກປະຈໍາປີ ໄດ້ 15 ວັນ ຕໍ່ປີ

ພັດເວລາຂຽນໃບສະເໜີຂໍລາພັກ  5 ວັນ ເພື່ອພັກຜ່ອນ ທີ່ໄດ້ເຮັດວຽກມາໝົດປີ ແລະ ໄປທ່ຽວພັກຜ່ອນ

ພັດບໍ່ໃຫ້ພັກ ໃຫ້ພັກໄດ້ມື້ດຽວ ລາບອກວ່າເຫດຜົນລາພັກບໍ່ພຽງພໍໃນການລາພັກ

ທໍາມະດາແລ້ວ ເຫດຜົນການລາພັກປະຈໍາປີ ກໍ່ພຽງພໍແລ້ວ ໂດຍບໍ່ຈໍາເປັນເອົາເຫດຜົນອື່ນອີກກາໄດ້

ຝາກເຖິງພາກສ່ວນກ່ຽວຂ້ອງແກ້ໄຂແນ່ ເປັນຫຍັງບໍ່ໃຫ້ ພະນັກງານພັກປະຈໍາປີ


 

ອ່ານຄືນພາສາລາວເຈົ້າແນ່

ພາສາລາວແຮງວິກຣິດ  ຢ່າເປັນຄົນມັກງ່າຍຫຼືຟ້າວຟັ່ງຫຼາຍມັນເສຍຫາຍຄວາມເປັນຊາດເດີ

ຄຶດຄັກໆຄຶດແລ້ວຄຶດອີກ

 

 



__________________
Anonymous

Date:

ທຸກຢ່າງມັນກໍ່ຍ້ອນວ່າລະບົບການປະຕິບັດກົດໝາຍຂອງບ້ານເຮົາຍັງບໍ່ເຂັ້ມງັວດ

ກົດໝາຍແຮງງານລະບຸໄວ້ແລ້ວ ແຕ່ມັນກໍ່ເປັນພຽງຢູ່ໃນໜ້າເຈ້ຍ. ຫຼາຍບ່ອນກໍ່

ເປັນຄືແນວນີ້ລະ ໂດຍສະເພາະບັນດາລັດວິສະຫະກິດ ແລະ ບໍລິສັດເອກກະຊົນ

ພວກຫົວໜ້າຢາກສວຍໂອກາດ, ບາງຄັ້ງກໍ່ເຖີງຂັ້ນຮ້ອງຟ້ອງກັນ ເຖີງກຳມະບານ

ຂອງການຈັດຕັ້ງທີ່ຂື້ນກັບ ແລະ ຈົນເຖີງກະຊວງແຮງງານ, ແຕ່ຜົນອອກມາກໍ່ຜູ້ເປັນ

ຫົວໜ້າເປັນຝ່າຍຖືກຕະຫຼອດ ຍ້ອນກົດໝາຍກໍ່ແມ່ນຄົນຂຽນ ສໍ້ກົດໝາຍກໍ່ແມ່ນ

ຄົນສໍ້, ສວຍໃຊ້ຊ່ອງວ່າງກົດໝາຍກໍ່ແມ່ນຄົນ



__________________
Anonymous

Date:

ລາອອກໄປນອນຢູ່ບ້ານພັກໄດ້ 365 ວັນກັບອີກ 6 ຊົ່ວໂມງ ຕໍ່ປີ



__________________
Anonymous

Date:

Anonymous wrote:
Anonymous wrote:

ທະນາຄານ  .... ມະຫາຊົນ ບໍ່ໃຫ້ພະນັກງານ ພັກປະຈໍາປີ

ຂ້າພະເຈົ້າ ມີພີ່ນ້ອງ ເຮັດຢູ່ ສູນ...  ທະນາຄານ ຂອງທະນາຄານ .... ມະຫາຊົນ ແຫ່ງໜຶ່ງ 

ໂດຍລະບຽບພະນັກງານ ແມ່ນສາມາດພັກປະຈໍາປີ ໄດ້ 15 ວັນ ຕໍ່ປີ

ພັດເວລາຂຽນໃບສະເໜີຂໍລາພັກ  5 ວັນ ເພື່ອພັກຜ່ອນ ທີ່ໄດ້ເຮັດວຽກມາໝົດປີ ແລະ ໄປທ່ຽວພັກຜ່ອນ

ພັດບໍ່ໃຫ້ພັກ ໃຫ້ພັກໄດ້ມື້ດຽວ ລາບອກວ່າເຫດຜົນລາພັກບໍ່ພຽງພໍໃນການລາພັກ

ທໍາມະດາແລ້ວ ເຫດຜົນການລາພັກປະຈໍາປີ ກໍ່ພຽງພໍແລ້ວ ໂດຍບໍ່ຈໍາເປັນເອົາເຫດຜົນອື່ນອີກກາໄດ້

ຝາກເຖິງພາກສ່ວນກ່ຽວຂ້ອງແກ້ໄຂແນ່ ເປັນຫຍັງບໍ່ໃຫ້ ພະນັກງານພັກປະຈໍາປີ


 

ອ່ານຄືນພາສາລາວເຈົ້າແນ່

ພາສາລາວແຮງວິກຣິດ  ຢ່າເປັນຄົນມັກງ່າຍຫຼືຟ້າວຟັ່ງຫຼາຍມັນເສຍຫາຍຄວາມເປັນຊາດເດີ

ຄຶດຄັກໆຄຶດແລ້ວຄຶດອີກ

 

 


 What exactly '' Wee Krit or Vee Krid,''  mean anyway. I've heard it all the time but I have never ask anybody until today.

So explain to me Please,  I mean I don't really know what the heck is that.



__________________
Anonymous

Date:

ວິກິດການມີຄວາມໝາຍຄ້າຍກັບ crisis, ແຕ່ວິກຣິດບໍ່ມີໃນພາສາລາວ.



__________________
Anonymous

Date:

Anonymous wrote:

ວິກິດການມີຄວາມໝາຍຄ້າຍກັບ crisis, ແຕ່ວິກຣິດບໍ່ມີໃນພາສາລາວ.


ວິກຣິດ ກໍແມ່ນພາສາລາວເຮົາຫັ້ນແລ້ວແລະກໍເປັນພາສາຂຽນກ່ອນ 75, ແຕ່ ສປປລ ເຊົາໃຊ້ມາແຕ່ 75 ພຸ້ນ

ແລ້ວມາປ່ຽນເປັນ ວິກິດ ເອົາໂຕ ຣ ອອກ. ຢ່າເຂົ້າໃຈຜິດວ່າບໍ່ມີໃນພາສາລາວ ແລະຄວນເຂົ້າໃຈວ່າ ລາວ ແລະ

ໄທ ໃຊ້ພາສາຮ່ວມກັນຫລາຍເຖິງ 90% ພຸ້ນເດີ້. ວິກຣິດ ເປັນພາສາບາລີທີ່ ລາວ-ໄທ ແລະ ຂເມນ ເອົາມາໃຊ້ນຳກັນ.

 



__________________
Anonymous

Date:

ບໍລິສັດຂ້ອຍເຮັດວຽກ ກໍ່ເປັນບໍລິສັດມະຫາຊົນຄືກັນ

ສະເໜີກ່ອນ 3 ວັນ ພັກປະຈຳປີໄດ້ 5 ວັນລັດຖະການ

ສະເໜີກ່ອນ 2 ອາທິດ ພັກປະຈຳປີໄດ້ເລີຍ 15 ວັນລັດຖະການ



__________________
Anonymous

Date:

ທະນາຄານໃດບອກມາໂລດ .

ເວົ້າແນວນີ້ເຮັດໃຫ້ຂ້ອຍບໍ່ຢາກໄປເຮັດທະນາຄານເລີຍ .

ມີເງິນແຕ່ບໍ່ມີຄວາມສຸກ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard