Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ແກ້ໃຂ ບໍ່ໃຫ້ລົດຕິດ !
Anonymous

Date:
ແກ້ໃຂ ບໍ່ໃຫ້ລົດຕິດ !

ການຕຳນິຕິຊົມເລື້ອງລົດຕິດກໍເຫັນມາຫລາຍແລວ້ 

ມາບາດນີ້ ທ່ານມີວິທີແກ້ໃຂແນວໃດແດ່ 

ເຊີນເລີຍ !

__________________
Anonymous

Date:

ບໍ່ເຫັນຈະມີວິທີໃດທີ່ຈະແກ້ໄຂເລື່ອງລົດຕິດຢູ່ວຽງຈັນໄດ້ດອກ ເພາະວຽງຈັນມີເນື້ອທີ່ພຽງທໍ່ອອງກະປູນີ້

ບາດລົດປານຝຸງມົດຝູງປວກ ບໍ່ຈັກວ່າມາແຕ່ທາງໃດແມ່ນຫຸ້ມເພືອບຍາມເຊົ້າຍາມແລງ. ຖະໜົນຫົນ

ທາງກໍຂະຫຍາຍອອກຢູ່ແຕ່ສອງເລນຂອບທາງກາຍເປັນບ່ອນຈອດລົດໝົດເລີຍ, ຖ້າເສັ້ນໃດເປັນທາງ

one way ເລນຂວາຂອບທາງກໍເປັນບ່ອນຈອດລົດຄືກັນ ດີບໍ່ດີບາງບ່ອນຍັງມີຫ້າງຮ້ານຕ່າງໆພາກັນ

ເກາະມຸງເປັນກະຕັອບອອກມາກວມເອົາທາງຍ່າງຄົນ (side walk) ພີ້. ລົດເມ, ສາມລໍ້ຕູກຕຸກ, ລົດ

ແທັກຊີ ແມ່ນຢາກຢຸດຢາກຈອດຂຶ້ນ-ລົງຂອງຄົນໂດຍສານແບບບໍ່ມີລະບົບລະບຽບເລີຍ ອັນລົດຂົນຫີນ

ຂົນຊາຍແຮງຄັກແທນທີ່ຈະອອກກົດບໍ່ໃຫ້ຜ່ານເສັ້ນທາງທີ່ເປັນເສັ້ນທາງດ່ວນ ໃຫ້ໃຊ້ເສັ້ນທາງອື່ນທີ່ບໍ່ມີ

ລົດຕິດນັ້ນ. ບໍ່ມີທາງທີ່ຈະແກ້ໄຂໄດ້ ຖ້າວ່າບໍ່ຍ້າຍສະຖານທີ່ທຳງານ, ສູນການຄ້າ ແລະຫ້ອງການທຸລະກິດ

ບາງຫ້ອງການກະຊວງຕ່າງໆຂອງພາກລັດ ພ້ອມດ້ວຍສະຖາບັນການວຶກສາຕ່າງໆ ອອກໄປຕັ້ງຢູ່ທາງນອກ

ຊານເມືອງພຸ້ນເດີ້ ຈຶ່ງຈະບໍ່ມີລົດເຂົ້າອອກໃນເມືອງຫລາຍ.

__________________
ລູກລາວ-ຫລານລາວ

Date:

Anonymous wrote:

     ຄິດວ່າທາງການຄວນຈັດ ຫຼື ນັດເວລາອອກເດີນທາງຂອງປະຊາຊົນ ບົ່ນທ້ອງຖນົນ ເຊັ່ນ :

     ເລີ້ມຈາກການກຳນົດເວລາທຳງານຂອງ ກຳມະກອນ,  ຣາຊການ+ນັກຮຽນ  ຮ້ານຄ້າຕ່າງ-ໆ

     ເປີດເວລາເຂົ້າງານແມ່ນ : . . . . . . .  7h-7h30    8h... ຫາ... 9h     9h-10h

     ເວລາເລີກ : . . . . . . . . . . . . . . .  ຣາຊການ+ນັກຮຽນ,  ກຳມະກອນ,  ຮ້ານຄ້າຕ່າງ-ໆ

                                                    16h... ຫາ...17h   17h-18       19h...+

    * ສະເພາະຣົຖບັນທຸກໜັກ ບໍ່ມີສິດອອກເດີນທາງກ່ອນ 7h00   ແລະຈະຕ້ອງເຂົ້າ ຫລັງຈາກ

      18h00 ເປັນຕົ້ນໄປ...ທາງນີ້ກໍສຸດແລ້ວແຕ່ວ່າ ເຈົ້າໜ້າທີ່ບ້ານເຮົາຈະເຂັ້ມງວດໃດ້ສ່ຳໃດ

      ໃນການຄວບຄຸມ ແລະ ກໍອີງຕາມສະພາບແວດລ້ອມຂອງສະຖານນະການ ການສັນຈອນ(ຈໍລະຈອນ)

      ຢ່າງນ້ອຍກໍອາດຈະຊ່ວຍລົດໃນການອອກເດີນທາງ ໃນເວລາດຽວກັນ ຜ່ອນລົງ... ທ່ານອື່ນເດ ເຫັນວ່າແນວໃດ?

__________________
ລູກລາວ-ຫລານລາວ

Date:

Anonymous wrote:

ບໍ່ເຫັນຈະມີວິທີໃດທີ່ຈະແກ້ໄຂເລື່ອງລົດຕິດຢູ່ວຽງຈັນໄດ້ດອກ ເພາະວຽງຈັນມີເນື້ອທີ່ພຽງທໍ່ອອງກະປູນີ້

ບາດລົດປານຝຸງມົດຝູງປວກ ບໍ່ຈັກວ່າມາແຕ່ທາງໃດແມ່ນຫຸ້ມເພືອບຍາມເຊົ້າຍາມແລງ. ຖະໜົນຫົນ

ທາງກໍຂະຫຍາຍອອກຢູ່ແຕ່ສອງເລນຂອບທາງກາຍເປັນບ່ອນຈອດລົດໝົດເລີຍ, ຖ້າເສັ້ນໃດເປັນທາງ

one way ເລນຂວາຂອບທາງກໍເປັນບ່ອນຈອດລົດຄືກັນ ດີບໍ່ດີບາງບ່ອນຍັງມີຫ້າງຮ້ານຕ່າງໆພາກັນ

ເກາະມຸງເປັນກະຕັອບອອກມາກວມເອົາທາງຍ່າງຄົນ (side walk) ພີ້. ລົດເມ, ສາມລໍ້ຕູກຕຸກ, ລົດ

ແທັກຊີ ແມ່ນຢາກຢຸດຢາກຈອດຂຶ້ນ-ລົງຂອງຄົນໂດຍສານແບບບໍ່ມີລະບົບລະບຽບເລີຍ ອັນລົດຂົນຫີນ

ຂົນຊາຍແຮງຄັກແທນທີ່ຈະອອກກົດບໍ່ໃຫ້ຜ່ານເສັ້ນທາງທີ່ເປັນເສັ້ນທາງດ່ວນ ໃຫ້ໃຊ້ເສັ້ນທາງອື່ນທີ່ບໍ່ມີ

ລົດຕິດນັ້ນ. ບໍ່ມີທາງທີ່ຈະແກ້ໄຂໄດ້ ຖ້າວ່າບໍ່ຍ້າຍສະຖານທີ່ທຳງານ, ສູນການຄ້າ ແລະຫ້ອງການທຸລະກິດ

ບາງຫ້ອງການກະຊວງຕ່າງໆຂອງພາກລັດ ພ້ອມດ້ວຍສະຖາບັນການວຶກສາຕ່າງໆ ອອກໄປຕັ້ງຢູ່ທາງນອກ

ຊານເມືອງພຸ້ນເດີ້ ຈຶ່ງຈະບໍ່ມີລົດເຂົ້າອອກໃນເມືອງຫລາຍ.

     ຄັນເປັນຄືດັ່ງທີ່ທ່ານກ່າວມານີ້ ກໍລຳບາກສົມຄວນເນາະ..?

    ກ່ຽວກັບເລື້ອງລະບຽບຂອງບຸກຄົນ, ນີ້ແຫລະ ແກ້ຍາກທີ່ສຸດ

    ຄັນເຈົ້າໜ້າທີ່ ບໍ່ໃຊ້ມາຕການເດັດຂາດ+ພາວະແລະສະພາບ

    ຂອງການດຳຣົງຊີວິດ... ຍີ່ງຈະຕິດໄປເລື້ອຍ-ໆ.

__________________
Anonymous

Date:

ລູກລາວ-ຫລານລາວ wrote:

 ມີວິທີດຽວເທົ່ານັ້ນຄືເວລາຮຽນພາກທິດສະດີແລະພາກປະຕິບັດຕົວຈິງຕ້ອງໃຫ້ເຂັມງວດແທ້ໆ, ປະຕິບັດຕົວຈິງໃຫ້ຫຼາຍໆເຊັ່ນ:

ຮຽນຂັບໃນກາງເມືອງ, ນອກເມືອງ, ທາງນ້ອຍ, ທາງໃຫຍ່, ໃນເວລາກາງຄືນ,ຟ້າມືດມົວຝົນຕົກແລະອື່ນໆ.

ນອກຈາກນັ້ນເວລາສອບເສັງພາກຕົວຈິງ(ເອົາໃບຂັບຂີ່)ຕ້ອງເຂັມງວດທີ່ສຸດ, ຈະເສັງໄດ້ຫຼືບໍ່ນັ້ນແມ່ນບໍ່ຄວນອານຸໂລມໃຫ້ກັນເລີຍທາງດ້ານນີ້ເພາະມັນ                    ແມ່ນເລື່ອງຄວາມປອດໄພຂອງຊີວິດແລະຊັບສິນຂອງຕົນເອງແລະຂອງຄົນອື່ນ, ຜູ້ທີ່ພາໃຫ້ເກີດອຸປຕິເຫດຫຼືເກີດອຸປະຕິເຫດ       ເອງນັ້ນລ້ວນແມ່ນຜູ້ທີ່ຮຽນອ່ອນຫຼືເກັບກຳທິດສະດີບໍ່ແໜ້ນມາຈາກໂຮງຮຽນຫຼືວ່າໝິ່ນປະໝາດເທົ່ານັ້ນ.

ບໍ່ດັ່ງນັ້ນກໍ່ຈະຄຳນຶງເຖິງກົດຈາລະຈອນສະເໝີຄືລະວັງເພິ່ນ ລະວັງໂຕແລະໃຫ້ກຽດຊຶ່ງກັນແລະກັນ!

ອີກຢ່າງນຶ່ງເພື່ອໃຫ້ຮັບປະກັນທຸກໆດ້ານຕ້ອງເອົາກົດຈາລະຈອນແຊກຊ້ອນເຂົ້າໃນການສຶກສາໄປນຳນັບຕັ້ງແຕ່ຊັ້ນອານຸບານ

ໄປຈົນຈົບຊັ້ນປະຖົມ. ເດັກນ້ອຍຫຼືວ່າລູກທີ່ຂີ່ລົດໄປນຳຫັ້ນລະຈະຕັກເຕືອນພໍ່ແມ່ສະເໝີຖ້າວ່າພໍ່ແມ່ຂັບລົດຜິດກົດຈາລະຈອນ,

ເພາະເຂົາເຈົ້າກໍ່ຮຽນແລະເກັບກຳມາຈາກໂຮງຮຽນເຊັ່ນດຽວກັນ.

__________________
Anonymous

Date:

Anonymous wrote:

ການຕຳນິຕິຊົມເລື້ອງລົດຕິດກໍເຫັນມາຫລາຍແລວ້ 

ມາບາດນີ້ ທ່ານມີວິທີແກ້ໃຂແນວໃດແດ່ 

ເຊີນເລີຍ !

 images?q=tbn:ANd9GcRSIbWUXkD3vyQCEkuh_FOfbQsXBJcx5efcziEUlygL39YnDa1B

ສາງທາງຣົຖໄຟໄຟຝ້າໃຕ້ດີນຫລືເມໂຕຣ ( Build subway or Metro  )

9.jpg

__________________
Anonymous

Date:

ແກ້ສະເພາະຫນ້າ ຕອ້ງ

1. ປັບປຸງຕາຕະລາງເຮັດວຽກ

ຕຳຫລາດເຊົ້າ ຂົວດິນ ທົ່ງຂັນຄຳ ຕອ້ງເປີດ 10 ໂມງ ເລີກ 21 ໂມງ

ຕະຫລາດສົດ ເລີ້ມ 5-6 ໂມງ ເລີກ 7-8 ໂມງແລງ 

ໂຮງຮຽນ ຕ່າງໆ  ເຂົ້າ  7- 9  ໂມງ ເລີກ 3-4 ໂມງ

ຫອ້ງການ ລັດ 9 ໂມງ ຫາ 17 ໂມງ

ບໍລິສັດ ໂຮງງານ ບໍລິສັດ ເລີ້ມ  7 ຫາ 8  ໂມງ ເລີກ 4 ຫາ 6 ໂມງ

 2. ມີການບໍລິຫານ ຈາລະຈອນແບບມືອາຊີບ 

ໃຊ້ວົງຈອນປິດເປັນບອ່ນລວມສູນໃນການບັນຊາໄຟອຳນາດ ຕິດຕໍ່ກັບຈາລະຈອນແຕ່ລະຈຸດໃນການປອ່ຍລົດ 

3. ຖນົນເສັ້ນຕ່າງໆ ຕອ້ງມີເຈົ້າຫນ້າທີ່ ຈາລະຈອນ ຄວບຄຸມ ກວດກາ ບໍ່ໃຫ້ມີການຈອດລົດຕັນທາງ

4. ຕອ້ງປັບປຸງ ເສັ້ນທາງລະບາຍ ເສັ້ນທາງລັດ ໃຫ້ດີ ບໍ່ແມ່ນແຕ່ພາກັນແລ່ນແຕ່ເຂົ້າທາງໃຫຍ່ 

5. ເວລາລົດຕິດ ບໍ່ຕອ້ງອອກໄປ ໄປການຕອ້ງໄປໄວເລີກຊ້າ 

6. ຫອ້ງການບອ່ນໃດທີ່ທຳໃຫ້ລົດຕິດ ຕອ້ງຍ້າຍໄປບ່ອນອື່ນ ເຊັ່ນ ທານະຄານການຄ້າຕອ້ງໃຫ້ມີຫລາຍສາຂາ ບອ່ນເຮັດວິຊາຕອ້ງຍ້າຍໄປເປີດຢູ່ເດີ່ນທາດຫລວງ (ຕົວຢ່າງ) 

ສວ່ນແກ້ຍາວນານຕອ້ງ ວາງແຜນ ສ້າງຕາມແຜນ ໄປຕາມແຜນ ທີ່ດິນມິບໍ່ອຶດ ມາອັ່ງກັນຫຍັງຢູ່ໃນເມືອງ ໄປທະແມ້ ໄປສ້າງສູນການຄ້າ ໂຮງຮຽນ ໂຮງຫມໍຢູ່ ຕີນພູພະນັງພຸ້ນ ບອ່ນນ້ຳສີບໍ່ຖວ້ມດັງ 

ລອງເບິ່ງ ຖ້າເຂື່ອນແຕກ ສີຫນີບໍ່ທັນເດີ ບໍ່ຈັກ ເຂື່ອນ ນ້ຳງື່ມ 1-2-3-4-5 ນ້ຳລີກ ນ້ຳຂອງ ຢອງຢູ່ເທິງຫົວຢູ່ເດີ 

__________________

Guru

Status: Offline
Posts: 695
Date:

Anonymous wrote:

ການຕຳນິຕິຊົມເລື້ອງລົດຕິດກໍເຫັນມາຫລາຍແລວ້ 

ມາບາດນີ້ ທ່ານມີວິທີແກ້ໃຂແນວໃດແດ່ 

ເຊີນເລີຍ !

 ສ້າງລົດໄຟໃຕ້ດີນ

ສ້າງເສີມຂົວລອຍຟ້າ

ຂະຫຍາຍທາງ ເພີ້ມເລນ

__________________

 187557797.jpg

Anonymous

Date:

Anonymous wrote:

ບໍ່ເຫັນຈະມີວິທີໃດທີ່ຈະແກ້ໄຂເລື່ອງລົດຕິດຢູ່ວຽງຈັນໄດ້ດອກ ເພາະວຽງຈັນມີເນື້ອທີ່ພຽງທໍ່ອອງກະປູນີ້

ບາດລົດປານຝຸງມົດຝູງປວກ ບໍ່ຈັກວ່າມາແຕ່ທາງໃດແມ່ນຫຸ້ມເພືອບຍາມເຊົ້າຍາມແລງ. ຖະໜົນຫົນ

ທາງກໍຂະຫຍາຍອອກຢູ່ແຕ່ສອງເລນຂອບທາງກາຍເປັນບ່ອນຈອດລົດໝົດເລີຍ, ຖ້າເສັ້ນໃດເປັນທາງ

one way ເລນຂວາຂອບທາງກໍເປັນບ່ອນຈອດລົດຄືກັນ ດີບໍ່ດີບາງບ່ອນຍັງມີຫ້າງຮ້ານຕ່າງໆພາກັນ

ເກາະມຸງເປັນກະຕັອບອອກມາກວມເອົາທາງຍ່າງຄົນ (side walk) ພີ້. ລົດເມ, ສາມລໍ້ຕູກຕຸກ, ລົດ

ແທັກຊີ ແມ່ນຢາກຢຸດຢາກຈອດຂຶ້ນ-ລົງຂອງຄົນໂດຍສານແບບບໍ່ມີລະບົບລະບຽບເລີຍ ອັນລົດຂົນຫີນ

ຂົນຊາຍແຮງຄັກແທນທີ່ຈະອອກກົດບໍ່ໃຫ້ຜ່ານເສັ້ນທາງທີ່ເປັນເສັ້ນທາງດ່ວນ ໃຫ້ໃຊ້ເສັ້ນທາງອື່ນທີ່ບໍ່ມີ

ລົດຕິດນັ້ນ. ບໍ່ມີທາງທີ່ຈະແກ້ໄຂໄດ້ ຖ້າວ່າບໍ່ຍ້າຍສະຖານທີ່ທຳງານ, ສູນການຄ້າ ແລະຫ້ອງການທຸລະກິດ

ບາງຫ້ອງການກະຊວງຕ່າງໆຂອງພາກລັດ ພ້ອມດ້ວຍສະຖາບັນການວຶກສາຕ່າງໆ ອອກໄປຕັ້ງຢູ່ທາງນອກ

ຊານເມືອງພຸ້ນເດີ້ ຈຶ່ງຈະບໍ່ມີລົດເຂົ້າອອກໃນເມືອງຫລາຍ.

 I have had said this many times before. the government made a big mistake that they put everything in the same places, especially in the heart of Capital cities.

Another reason majority of lao do not follow the rule of traffic laws. if they get caught, they bribe the police officials and they became a corrupted themselves without realize it...

__________________
Anonym ນີ້ມ-ໆ

Date:

Anonymous wrote:
ລູກລາວ-ຫລານລາວ wrote:
Anonymous wrote:

ບໍ່ເຫັນຈະມີວິທີໃດທີ່ຈະແກ້ໄຂເລື່ອງລົດຕິດຢູ່ວຽງຈັນໄດ້ດອກ ເພາະວຽງຈັນມີເນື້ອທີ່ພຽງທໍ່ອອງກະປູນີ້

ບາດລົດປານຝຸງມົດຝູງປວກ ບໍ່ຈັກວ່າມາແຕ່ທາງໃດແມ່ນຫຸ້ມເພືອບຍາມເຊົ້າຍາມແລງ. ຖະໜົນຫົນ

ທາງກໍຂະຫຍາຍອອກຢູ່ແຕ່ສອງເລນຂອບທາງກາຍເປັນບ່ອນຈອດລົດໝົດເລີຍ, ຖ້າເສັ້ນໃດເປັນທາງ

one way ເລນຂວາຂອບທາງກໍເປັນບ່ອນຈອດລົດຄືກັນ ດີບໍ່ດີບາງບ່ອນຍັງມີຫ້າງຮ້ານຕ່າງໆພາກັນ

ເກາະມຸງເປັນກະຕັອບອອກມາກວມເອົາທາງຍ່າງຄົນ (side walk) ພີ້. ລົດເມ, ສາມລໍ້ຕູກຕຸກ, ລົດ

ແທັກຊີ ແມ່ນຢາກຢຸດຢາກຈອດຂຶ້ນ-ລົງຂອງຄົນໂດຍສານແບບບໍ່ມີລະບົບລະບຽບເລີຍ ອັນລົດຂົນຫີນ

ຂົນຊາຍແຮງຄັກແທນທີ່ຈະອອກກົດບໍ່ໃຫ້ຜ່ານເສັ້ນທາງທີ່ເປັນເສັ້ນທາງດ່ວນ ໃຫ້ໃຊ້ເສັ້ນທາງອື່ນທີ່ບໍ່ມີ

ລົດຕິດນັ້ນ. ບໍ່ມີທາງທີ່ຈະແກ້ໄຂໄດ້ ຖ້າວ່າບໍ່ຍ້າຍສະຖານທີ່ທຳງານ, ສູນການຄ້າ ແລະຫ້ອງການທຸລະກິດ

ບາງຫ້ອງການກະຊວງຕ່າງໆຂອງພາກລັດ ພ້ອມດ້ວຍສະຖາບັນການວຶກສາຕ່າງໆ ອອກໄປຕັ້ງຢູ່ທາງນອກ

ຊານເມືອງພຸ້ນເດີ້ ຈຶ່ງຈະບໍ່ມີລົດເຂົ້າອອກໃນເມືອງຫລາຍ.

     ຄັນເປັນຄືດັ່ງທີ່ທ່ານກ່າວມານີ້ ກໍລຳບາກສົມຄວນເນາະ..?

    ກ່ຽວກັບເລື້ອງລະບຽບຂອງບຸກຄົນ, ນີ້ແຫລະ ແກ້ຍາກທີ່ສຸດ

    ຄັນເຈົ້າໜ້າທີ່ ບໍ່ໃຊ້ມາຕການເດັດຂາດ+ພາວະແລະສະພາບ

    ຂອງການດຳຣົງຊີວິດ... ຍີ່ງຈະຕິດໄປເລື້ອຍ-ໆ.

 ມີວິທີດຽວເທົ່ານັ້ນຄືເວລາຮຽນພາກທິດສະດີແລະພາກປະຕິບັດຕົວຈິງຕ້ອງໃຫ້ເຂັມງວດແທ້ໆ, ປະຕິບັດຕົວຈິງໃຫ້ຫຼາຍໆເຊັ່ນ:

ຮຽນຂັບໃນກາງເມືອງ, ນອກເມືອງ, ທາງນ້ອຍ, ທາງໃຫຍ່, ໃນເວລາກາງຄືນ,ຟ້າມືດມົວຝົນຕົກແລະອື່ນໆ.

ນອກຈາກນັ້ນເວລາສອບເສັງພາກຕົວຈິງ(ເອົາໃບຂັບຂີ່)ຕ້ອງເຂັມງວດທີ່ສຸດ, ຈະເສັງໄດ້ຫຼືບໍ່ນັ້ນແມ່ນບໍ່ຄວນອານຸໂລມໃຫ້ກັນເລີຍທາງດ້ານນີ້ເພາະມັນ                    ແມ່ນເລື່ອງຄວາມປອດໄພຂອງຊີວິດແລະຊັບສິນຂອງຕົນເອງແລະຂອງຄົນອື່ນ, ຜູ້ທີ່ພາໃຫ້ເກີດອຸປຕິເຫດຫຼືເກີດອຸປະຕິເຫດ       ເອງນັ້ນລ້ວນແມ່ນຜູ້ທີ່ຮຽນອ່ອນຫຼືເກັບກຳທິດສະດີບໍ່ແໜ້ນມາຈາກໂຮງຮຽນຫຼືວ່າໝິ່ນປະໝາດເທົ່ານັ້ນ.

ບໍ່ດັ່ງນັ້ນກໍ່ຈະຄຳນຶງເຖິງກົດຈາລະຈອນສະເໝີຄືລະວັງເພິ່ນ ລະວັງໂຕແລະໃຫ້ກຽດຊຶ່ງກັນແລະກັນ!

ອີກຢ່າງນຶ່ງເພື່ອໃຫ້ຮັບປະກັນທຸກໆດ້ານຕ້ອງເອົາກົດຈາລະຈອນແຊກຊ້ອນເຂົ້າໃນການສຶກສາໄປນຳນັບຕັ້ງແຕ່ຊັ້ນອານຸບານ

ໄປຈົນຈົບຊັ້ນປະຖົມ. ເດັກນ້ອຍຫຼືວ່າລູກທີ່ຂີ່ລົດໄປນຳຫັ້ນລະຈະຕັກເຕືອນພໍ່ແມ່ສະເໝີຖ້າວ່າພໍ່ແມ່ຂັບລົດຜິດກົດຈາລະຈອນ,

ເພາະເຂົາເຈົ້າກໍ່ຮຽນແລະເກັບກຳມາຈາກໂຮງຮຽນເຊັ່ນດຽວກັນ.

     ໂຢ...... ຄັນຊັ້ນ!!!

     ແກ້ໃຂບໍ່ໃຫ້ລົດຕິດ ສັ່ງປິດປ້ຳນ້ຳມັນທຸກຈຸດ..!

     ແກ້ໃຂບໍ່ໃຫ້ໄປຂຸດ ສັ່ງລົດໄປດຸດຖົມຄືນ..!

     ແກ້ໃຂບໍ່ໃຫ້ຕັດຟືນຕັດໄມ້ ໃຊ້ມິ້ນ ທີ່ເຫລືອຈາກສົງຄາມຕາມໄປຝັງທົ່ວດົງ..!

     ຄົງຈະລົດຜ່ອນໃດ້ ບໍ່ຫລາຍເຕີບກໍພໍທຸເລົາເບົາບາງ-ເນາະ '' ເມົາເດີ້-ມື້ນີ້ '' ignore.gifignore.gifignore.gif

__________________
Anonymous

Date:

ເວົ້າໄປກໍ່ບໍ່ມີຫຍັງດີຂື້ນດອກ ສຫ ເພາະທາງອົງການທີ່ຮັບຜິດຊອບເພີ່ນບໍ່ແກ້ໄຂ. ເລື່ອງວິທີແກ້ນີ້ ຂພຈ

ກໍ່ແມ່ນຜູ້ໜື່ງໃນຈຳນວນ ວິສະວະກອນ ຫຼາຍທ່ານທີ່ເປັນຫ່ວງເປັນໄຍ ຢາກແກ້ໄຂບັນຫານີ້ດ້ວຍວິທີທີ່ປະຢັດ,

ເຄີຍປະກອບຄຳຄິດຄຳເຫັນຢູ່ໃນກອງປະຊຸມມາແລ້ວຫຼາຍຄັ້ງ. ອີກບັນຫາໜື່ງ ຂພຈ ກໍ່ເຄີຍເຫັນໜັງສືພີມລົງ

ຂ່າວວ່າທາງຂັ້ນເທີງເພີ່ນໃຫ້ແກ້ໄຂ, ອອກແຈ້ງການ ກ່ຽວກັບການແກ້ໄຂ ແຕ່ໃນພາກ ປບ ບໍ່ມີໃຜເຮັດນຳ

ຍ້ອນອົງການກ່ຽວຂ້ອງ ກັບອຳນາດການປົກຄອງເມືອງ ບໍ່ເຮັດວຽກ. ຖ້າຢາກແກ້ ກໍ່ສາມາດແກ້ໄຂໄດ້ສີ່ງທີ່ເປັນ

ບັນຫາພື້ນຖານ ບໍ່ໄດ້ໃຊ້ງົບປະມານຫຼາຍ ຢູ່ປະເທດທີ່ຈະເລີນຮັ່ງມີເພີ່ນກໍ່ເຮັດແນວນີ້ຄືກັນ, ເຖີງແມ່ນວ່າຜົນໄດ້

ຮັບບໍ່ສູງ ແຕ່ກໍ່ສາມາດແກ້ໄດ້ສ່ວນໜື່ງ ທັງເຮັດໃຫ້ຕົວເມືອງເປັນລະບຽບ ຈົບງາມນຳອີກ, ເຊັ່ນ:

1. ຈຳກັດການສ້າງຕັ້ງຕະຫລາດແບບຊະຊາຍ ຕິດກັບຖະໜົນສາຍຫລັກ ແລະ ບໍ່ມີລານຈອດລົດ

2. ບັນດາຮ້ານຄ້າ, ຮ້ານອາຫານ, ໂຮງແຮມ ຖ້າບໍ່ມີສະຖານທີ່ຈອດລົດ ກໍ່ໍບໍ່ອອກອານຸຍາດໃຫ້. ໂດຍສະເພາະແລ້ວ

ຮ້ານແປງລົດ ແລະ ຮ້ານຂາຍວັດສະດຸກໍ່ສ້າງ ໄປເບີ່ງໂລດແຖວວຽງຈະເລີນ ຫາ ໄຟແດງຕະລາດທາດຫລວງ

ສ້າງຄວາມສັບສົນ ວຸ່ນວາຍໃຫ້ແກ່ການສັນຈອນສ່ວນລວມຂໜາດໃດ? ຍັງບໍ່ພໍຍັງຢຶດເອົາທາງຍ່າງໄປອີກ

3. ຫ້າມລົດບັນທຸກໜັກເຂົ້າໃນຕົວເມືອງ, ໃຫ້ຈອດຢູ່ນອກເມືອງ ແລ້ວໃຊ້ລົດບັນທຸກເບົາຂົນເຂົ້າມາ

4. ກິດຈະການກໍ່ສ້າງໃດທີ່ບໍ່ມີສະຖານທີ່ກວ້າງຂວາງ, ໃຊ້ໜ້າທາງເປັນບ່ອນເຮັດວຽກ ເຊັ່ນ: ລົດໂມ້ສົ່ງ

ຄອນກຣີດ, ລົດຖອກດີນ, ຫລື ສົ່ງວັດສະດຸຕ່າງໆ ວຽກນີ້ຕ້ອງໃຫ້ເຮັດໃນເວລາກາງຄືນ ແລະ ວັນພັກ

5. ລົດເມຕ້ອງຈອດຕາມບ່ອນທີ່ກຳນົດໃຫ້ ແລະ ແລ່ນຕາມຕາຕະລາງເວລາເພື່ອດຶງດູດຄົນໄປໃຊ້ບໍລິການ

6. ການອອກອານຸຍາດສ້າງຕັ້ງໂຮງຮຽນເອກກະຊົນ ກໍ່ບໍ່ຄວນໃຫ້ຢູ່ຕິດກັບຖະໜົນສາຍຫລັກ, ຕ້ອງມີບ່ອນ

ຈອດລົດແວ່ສົ່ງ - ຮັບເດັກທີ່ປອດໄພ ແລະ ບໍ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ສັງຄົມສ່ວນລວມ. ຖ້າບໍ່ມີກໍ່ຕ້ອງໃຊ້

ລົດບໍລິການ ຮັບ - ສົ່ງ ເດັກ. ຫລາຍໂຮງຮຽນ ໃນ ນະຄອນຫລວງວຽງຈັນ ສ້າງຄວາມສັບສົນ ກີດຂວາງການສັນ

ຈອນຂອງສ່ວນລວມ

7. ສະລັບ ເລື່ອນ ເວລາ ເຂົ້າການ ເລີກການ ຫລື ເຂົ້າໂຮງຮຽນ ເລີກໂຮງຮຽນ ບໍ່ໃຫ້ພ້ອມກັນໃນເວລາດຽວ

ເທົ່ານີ້ກໍ່ສາມາດຫລຸດຜ່ອນໄດ້ ຫລາຍແລ້ວ

 ຊິໄປເວົ້າໃຫ້ເຂົາໄດ້ແນວໃດ ແນວວ່າໄປອາໄສກີນນຳເຂົາ

ກໍ່ເລີຍຢູ່ຮ່ວມກັນໂດຍສັນຕິ ແລ້ວກໍຈົບ

__________________
Anonymous

Date:

ຂໍແຖມນຳແດ່  

1. ອັນດວ່ນທີ່ສຸດ ແມ່ນ ຕອ້ງຫ້າມບໍ່ໃຫ້ລົດທຸກສະນິດຈອດແຄມທາງໃນຊ່ວງເວລາລົດຕິດ ຕອນເຊົ້າ ຕອນແລງ ໂດຍໃຫ້ເຈົ້າຫນ້າທີ່ອອກເຮັດວຽກຕລອດແລວທາງ ບໍ່ແມ່ນສີນັ່ງເຝົ້າແຕ່ປອ້ມຍາມ ຢູ່ເສັ້ນທາງສຳຄັນຕ່າງໆ ເຊັ່ນ ເສັ້ນກຳແພງເມືອງ ເສັ້ນ ອາຊຽນ ເສັ້ນໃກສອນ ດົງປ່າລານ ແລະອື່ນໆ

2. ແກ້ໃຂ ເສັ້ນທາງນອ້ຍໃຫ້ເປັນ ເສັ້ນທາງລະບາຍ ແລະໃຫ້ມັນຕໍ່ເນືອ່ງກັນ ຫລາຍເສັ້ນ 

3. ເຫັນດີ ໃຫ້ຫລາຍຄົນ ຕື່ນກອ່ນໃກ່ ມາກອ່ນກາ ນອນຕາກແອຢູ່ຫອ້ງການ ຄ່ຳຈຶ່ງຄອ່ຍເມືອ 

4. ເຊີນ ຕະຫລາດເຊົ້າ ຕະຫລາດຂົວດິນ ທົ່ງຂັນຄຳ ທາດຫລວງ ລວມທັງຮ້ານຄ້າຕ່າໆ ເປີດປິດ  ເວລາ 9-9 ໂມງ

5. ຮ້ານວັດສະດຸ ກໍ່ສ້າງ  ຫລືການສົ່ງເຄຶ່ອງຂອງ ຫ້າມ ເຄື່ອນໄຫວ ເວລາ ຊົ່ວໂມງລົດຕິດ 

 ນັ່ງຖ້າຂູ່ໄໝຜູ້ຍີງ ກັບເດັກນັກຮຽນຂີ່ລົດຈັກ ເພາະພວກນີ້ສ່ວນຫຼາຍບໍ່ມີໃບຂັບຂີ່

ບາດພວກກຳມະກອນແກວ ຂີ່ລົດຈັກເອົາມາແຕ່ກອງເຫຼັກເສດ ປ້າຍກໍ່ບໍ່ມີ ເລື່ອງ

ເຕັກນິກບໍ່ຕ້ອງຖາມເຖີງ, ລາກລໍ້ເຫຼັກເສດ, ຊ້ອນອັດ 3 ອັດ4 ກັນກະທົບບໍ່ມີ

ຊ້ຳພັດບໍ່ມີປັບໄໝ ຕັກເຕືອນກໍ່ຍັງບໍ່ເຮັດ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard