Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄວມໝາຍຂອງເພງ "ເອີ້ນອ້າຍໃສ່ໝໍ້ໜຶ້ງ"
Anonymous

Date:
ຄວມໝາຍຂອງເພງ "ເອີ້ນອ້າຍໃສ່ໝໍ້ໜຶ້ງ"


ເພງນີ້ກຳລັງດັງ ທັງທາງຝັ່ງລາວ-ໄທຍ....

ເອີ້ນຜູ້ນັ້ນ ຜູ້ນີ້ ໃສ່ໝໍ້ໜຶ້ງ= ແທ້ໆ ໝາຍຄວມວ່າອີ່ຫຍັງ ?

ຄືຊິແມ່ນ ເອີ້ນແລ້ວ ບໍ່ມີຜູ້ຕອບຄືນ ແມ່ນບໍ່ ?



__________________
Anonymous

Date:

ຕອນຍັງນ້ອຍ ເຫັນພວກແມ່ຍ່າ ແລະ ຊາວບ້ານນອກ ມັກຮ້ອງເອີ້ນຫາຄົນທີຫາຍໂຕໄປດົນໆ ແລະ ຮອດເວລາກັບເຮືອນແລ້ວຍັງບໍກັບມາເທື່ອ ການຮ້ອງໃສ່ຫມໍ້ຫນຶ່ງເພິ່ນວ່າເອີ້ນບອກຂວັນຜູ້ຫາຍໂຕໄປຫ້ານ ໃຫ້ກັບຄືນມາ ຍ້ອນຫມໍ້ຫນຶ່ງ ເປັນບ່ອນຫນຶ່ງເຂົ້າລ້ຽງ ແຕ່ຄວາມຫມາຍແທ້ໆບໍຮູ້ລະອຽດ ໄດ້ຍິນເພິ່ນອະທິບາຍລັກສະນະນີ້ໃຫ້ຟັງ



__________________
Anonymous

Date:

ເອີ້ນອ້າຍໃສ່ໝໍ້ໜຶ້ງ ເປັນພຽງຊື່ຂອງເພງເທົ່ານັ້ນ, ທີ່ຈິງແລ້ວທີ່ເປັນຄຳສຸພາສິດລາວເຮົາແທ້ໆນັ້ນແມ່ນ

ສັ່ງຄວາມກັບໝໍ້ໜຶ້ງ ແຕ່ຜູ້ເພິ່ນແຕ່ວເພງໆນີິ້ໄດ້ເອົາຄຳວ່າ ເອີ້ນ ນີ້ເຂົ້າມາຕື້່ມໃສ່ເພື່ອໃຫ້ມີນ້ຳໜັກຂຶ້ນ

ໄປຕື່ມ ແລະກໍມີຄວາມໝາຍວ່າ ໝໍ້ໜຶ້ງທີ່ມີປາກອັນກ້ວາງໃຫຍ່ຈົນຫຼົມກົ້ນຫວດກົ້ນມວຍໜຶ້ງເຂົາເປັນ

ຫຍັງຈຶ່ງປາກບໍ່ເປັນ? ກໍດັ່ງເນື້ອເພວທີ່ຂຽນອອກມານັ້ນທີ່ສາວມໍປາຍຄົນນັ້ນທັງສົ່ງຂໍ້ຄວາມຜ່ານທາງ SMS

ແລະ Facebook ໄປຫາແຟນຫຼືຜູ້ບ່າວຢູ່ເລື້ອຍໆແຕ່ບໍ່ເຄີຍໄດ້ຮັບຄຳຕອບກັບຄືນມາເລີຍ. ຊື່ເພງຂອງເພງ

ນີ້ກໍມີຄວາມໝາຍວ່າ ປາກອ້າຍເປັນປາກໝໍ້ໜຶ້ງເບາະ ຫຼຶວ່າອ້າຍປາກກືກເບາະ? ເພາະປາກໝໍ້ໜຶ້ງເປັນປາກ

ທີ່ປາກບໍ່ເປັນ ແລະກໍຍັງຮ້າຍກ່ອນຄົນປາກກືກອີກ ເພາະຕົນປາກກືກເຖິງເຂົາຈະປາກບໍ່ເປັນຂໍ້ເປັນຄວາມ

ຢ່າງໜ້ອຍເຂົາກໍຍົງມີຄວາມພະຍາຍາມປາກອຶໆອະໆຊີ້ໂບຊີ້ເບອອກມາເພື່ອຢາກມຫ້ຄົນເຂົ້າໃຈແລະຮັບຮູ້ເຂົາ, ແຕ່ໝໍ້ໜຶ້ງ

ນີ້ຕິທີ່ມີປາກບັກໃຫຍ່ໆຊ້ຳຜັດໝິດໄປຊື່ງ. ນີເແລະຄືຄວາມໝາຍຂອງຊື່ເພງຂອງເພງນີ້.



__________________
ນັກຈອບ

Date:

Anonymous wrote:

ຕອນຍັງນ້ອຍ ເຫັນພວກແມ່ຍ່າ ແລະ ຊາວບ້ານນອກ ມັກຮ້ອງເອີ້ນຫາຄົນທີຫາຍໂຕໄປດົນໆ ແລະ ຮອດເວລາກັບເຮືອນແລ້ວຍັງບໍກັບມາເທື່ອ ການຮ້ອງໃສ່ຫມໍ້ຫນຶ່ງເພິ່ນວ່າເອີ້ນບອກຂວັນຜູ້ຫາຍໂຕໄປຫ້ານ ໃຫ້ກັບຄືນມາ ຍ້ອນຫມໍ້ຫນຶ່ງ ເປັນບ່ອນຫນຶ່ງເຂົ້າລ້ຽງ ແຕ່ຄວາມຫມາຍແທ້ໆບໍຮູ້ລະອຽດ ໄດ້ຍິນເພິ່ນອະທິບາຍລັກສະນະນີ້ໃຫ້ຟັງ


   '' ເອີ້ນອ້າຍໃສ່ໝໍ້ໜຶ້ງ ''

   ຍັງດີ ທີ່ບໍ່ມີເພັງ ເອີ້ນນ້ອງໃສ່ໝໍ້ອູ່ມ..!?( ໝໍ້ໃສ່ວິນຍານ-ແບບໝໍ້ແມ່ນາກຫັ້ນນ່າ )eyepopping.gifeyepopping.gifeyepopping.gif

     ຄວາມໝາຍ : 1: ອ້າຍຫູຕຶງ-ກືກ-ຊື່ບື້ ຫຼື ອ້າຍ-ພະລາຫູ (ຫ້າມສາວ-ໆ ເອົາໄປໃຊ້)

    '' ເອີ້ນທໍ່ໃດກໍບໍ່ຂານ-ບໍ່ຕອບ '' ເອີ້ນໄປກໍປານເອີ້ນໃສ່ໝໍ້ໜຶ້ງ.ashamed.gifashamed.gifashamed.gif

    2: ສາວບໍ່ກ້າບອກ-ຂີ້ອາຍ, ເລີຍມາລະບາຍຕອນນັ່ງເຝົ້າໝໍ້ໜຶ້ງເຂົ້າ ສາວເຈົ້າຈື່ງຈົ່ມ

        ໃສ່ກັບໝໍ້ໜຶ້ງ ຍ້ອນຄິດເຖີງເພາະ- ຣັກເກີ່ນຣ້ອຍຍຍຍ!!!biggrinbiggrinbiggrin

                    

                     



__________________
Anonymous

Date:

ເຫັນດີນຳຄຳຕອບທ່ານທີ່ສອງ
ການ ”ຮ້ອງຫຼືເອີ້ນໃສ່ຫມໍ້ຫນຶ່ງ” ມັນເປັນຄວາມເຊື່ອຫຼຶປະເພນີອັນໜື່ງຂອງຄົນລາວສວ່ນຫຼາຍຢູ່ຊົນນະບົດຍັງເຮັດຢູ່ຄື່:ເພິ່ນວ່າເອີ້ນບອກຂວັນຜູ້ຫາຍໂຕໄປຫຼືວ່າຮອດຍາມກັບເຮືອນກັບຊ່ອງແຕ່ຜູ້ກຽ່ວຍັງບໍ່ເຫັນກັບມາ, ຜູ້ຖືກຮ້ອງຫຼືເອີ້ນໃສ່ຫມໍ້ຫນຶ່ງ ຈະມີຄວາມກະວົນກະວາຍແບບວ່າຄິດຮອດເຮືອນຮອດຊ່ານ ແລ້ວຈະມີຢາກກັບເຮືອນ><



__________________
Anonymous

Date:

ຄົງເປັນການສາບແຊ່ງ ຜູ້ຊາຍທີ່ໄປຫຼອກລວງລາວ

ຄື ໃຫ້ຕາຍສາ ແລ້ວເອົາກະດູກເຂົ້າໝໍ້ດີນສາ

ຈັ່ງຊັ້ນຕິເບາະ

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard