Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ບໍ່ມີຊື່ເລື່ອງ
ຮັກປະເທດລາວ

Date:
ບໍ່ມີຊື່ເລື່ອງ


** ຢ່າກິນອະນາຄົດ ຢ່າຂັບລົດຂົນຄວາມອຸດົມສົມບູນໜີ
** ຢ່າເຫັນແກ່ຕົວຈົນລືມຄຶດເຖິງປະຊາຊີ
** ຢ່າເປັນຄົນທີ່ຢາກຮັ່ງມີຈົນລືມນຶກເຖິງຊາດບ້ານເມືອງ

13567107010932011168.png



__________________
Anonymous

Date:

ສໍານຶກດີ ສັງຄົມດີ

ສໍານຶກອັບປີ ປະຊາຊີວອດວາຍ

ທ່ານຄານທີເວົ້າວ່າ: ຊັບພະຍາກອນໄນໂລກມີພໍສຳຫຼັບທຸກຄົນ ແຕ່ບໍມີພໍສໍາຫຼັບຄົນໂລບໂມໂທສັນພຽງຄົນຄົນດຽວ

ພະພຸດທະເຈົ້າເວົ້າວ່າ: ຄວາມໂລບມາກບໍ່ມີມືເຕີມເຕັມ ໄດ້ແລ້ວຢາກໄດ້ໄໝ່ໄປເລື້ອຍໆ ຖ້າຫາກວ່າຝົນຕົກລົງມາເປັນເພັດນິນຈິນດາຄືສີ່ຫ້າມືທີ່ຜ່ານມາເອົ້າໃຫ້ຜູ້ໂລບມາກກະບໍ່ພໍ ຍັງສິຂົນຂວາຍເອົາອີກ

ຄົນທີ່ຫີວແລະກິນບໍ່ຮູ້ອີມເປັນຄົນທີ່ໜ້າສົງສານ ຄົນທີ່ເກັ່ງຫາໄດ້ຫຼາຍດ້ວຍຄວາມເປັນທໍາຮັບຜິດຊອບແລ້ວເຈືອຈານແບ່ງປັນເພື່ອໃຫ້ເກີດສາທາລະນະປະໂຫຍດເປັນມະຫາບູລຸດ ຕ່າງຈາກຄົນໂລບທີ່ເຮັດທຸກຢ່າງເພືອໃຫ້ໄດ້ສິ່ງທີ່ຕ້ອງການ ດ້ວຍວິທີການອະທໍາ ສໍ້ໂກງ, ຄ້າຢາມ້າ, ມອມເມົາສັງຄົມດ້ວຍການພະນັນ, ຂ້າເຈົ້າເອົາຂອງ, ປຸ້ນຊັບສິນຂອງຊາດເຊັ່ນປ່າໄມ້ ດິນດອນຕອນຫຍ້າ, ຊັບໃນດິນສິນໃນນໍ້າ, ຂາດສໍານຶກຄວາມຮັບຜິດຊອບຕໍ່ຊາດຕໍ່ສັງຄົມ ຈະເປັນມະຫາໂຈນຕົກນາລົກແຕ່ບໍທັນຕາຍຕາຍແລ້ວຈະຕົກນະລົກເພື່ອໃຊກໍາຢ່າງຫາປະມານບໍ່ໄດ້ ບໍເຊື່ອຢ່າລົບລູ່ນິ້ຄືກົດແຫ່ງກໍາ 



__________________
Anonymous

Date:

ຂໍກົດ LIKE ໃຫ້ 2 ເທື່ອເຄິ່ງ, ເຄິ່ງນຶ່ງຈະເກັບໄວ້ເປັນບັດຜ່ານປະຕູເຂົ້າໄປກິນ BBQ ຢູ່ບ້ານລຸງຍັງ.



__________________
Anonymous

Date:

ເພິ່ນຕັດໄມ້ຂາຍເພື່ອເອົາເງິນມາລ້ຽງປະຊາຊົຍບໍຫລືເພິ່ນຕັດຂາຍໃຊ້ໜີ້ທີ່ເພິ່ນຢືມມາເຮັດສົງຄາມ

ປະຕິວັດ? ເພາະເຄີຍໄດ້ເບິ່ງຄລິປທ່ານນາຍພົນແຈ້ງ ໄຊຍະວົງ ໃຫ້ສໍາພາດກັບນັກຂ່າວສາກົນວ່າ

ເພິ່ນໄດ້ຖືກແຕ່ງຕັ້ງເປັນປະທານໂຄງການພັດທະນາເຂດພູດອຍເພື່ອຫາເງິນມາບໍາລຸງກອງທັບ ແລະ

ສ້າງລາຍໄດ້ໃຫ້ລັດຖະບານ.



__________________
Anonymous

Date:

( ແກວມາລັກຕັດເອົາໄມ້ຂອງລາວ )  ມັນຊິໄປຍາກຫຍັງພາດຫົວເລື້ອງ



__________________
Anonymous

Date:

Anonymous wrote:

( ແກວມາລັກຕັດເອົາໄມ້ຂອງລາວ )  ມັນຊິໄປຍາກຫຍັງພາດຫົວເລື້ອງ


 ວຽດນາມມີມົນຫາຍຕົວໄດ້ຫວາຈຶ່ງເຂົ້າມາລັກຕັດໄມ້ໄດ້ງ່າຍແບບນີ້ ຂ້ອຍເຊື່ອວ່າຕ້ອງເປັນລັດຖະບານເຮົາ

ອະນຸຍາດໃຫ້ເຂົາມາຕັດ ເຂົາຈຶ່ງຕັດໄດ້ສະບາຍໆທ່ານເອີຍ !



__________________
Anonymous

Date:

ຢາກຮູ້ວ່ານັກວິສະວະກອນປະເທດໃດຄືນັບຖືບູຊາຕົ້ນໄມ້ແບບນີ້?

969850_479616848785204_962724599_n.jpg

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard