Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລົດເມຢີ່ປຸ່ນ ຢຽບລົດຈັກແປແອັບແຊັບ... ຢູ່ໃຈກາງນະຄອນຫຼວງ
Anonymous

Date:
ລົດເມຢີ່ປຸ່ນ ຢຽບລົດຈັກແປແອັບແຊັບ... ຢູ່ໃຈກາງນະຄອນຫຼວງ


 

ລົດເມຢຽບລົດຈັກແປຄາທີ່

ຂ່າວ: ສະໝານ

    ເວລາປະມານ 8:00 ໂມງ ຂອງວັນທີ 21 ມິຖຸນາຜ່ານມາທາງ 13 ໃຕ້ ເຂດບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ມີອຸບັດເຫດລົດເມສາຍຕະຫຼາດເຊົ້າຕຳກັບລົດຈັກແຕ່ໂຊກດີລອດຊີວິດຢ່າງບໍ່ໜ້າເຊື່ອ.

 ຕາມຜູ້ເຫັນເຫດການເລົ່າຕໍ່ນັກຂ່າວວ່າ:ກ່ອນເກີດອຸບັດເຫດຄັ້ງນີ້ແມ່ນມີລົດຈັກຈະແອບຊ້າຍເພື່ອຂ້າມທາງ,ແຕ່ມີລົດຕູ້ຮຸ່ນໄດແຊງຂຶ້ນໜ້າເບື້ອງຊ້າຍບໍ່ຫວິດດາດກັນເຮັດໃຫ້ລົດເສຍຫຼັກລົ້ມລົງໃນຂະນະນັ້ນພໍດີກໍ່ມີລົດເມແລ່ນມາຕາມຫຼັງຈິ່ງຢຽບເອົາລົດຈັກຄັນດັ່ງກ່າວ ລາກໄປໜ້າປະມານ50ແມັດຈິ່ງສາມາດຢຸດລົດໄດ້ຈິ່ງເຮັດໃຫ້ລົດຈັກແປຄາທີ່,ສ່ວນຜູ້ຂັບຂີ່ລົດຈັກແມ່ນອອກຈາກລົດທັນຈິ່ງບໍ່ຖືກລົດເມຢຽບ,ພຽງແຕ່ໄດ້ຮັບບາດເຈັບເວລາລົ້ມເທົ່ານັ້ນ(ຫົວເຂົ່າແລະໄລ່ບາດເຈັບເລັກໜ້ອຍ).ຈາກການສອບຖາມຜູ້ຂີ່ລົດຈັກຄັນທີ່ເກີດເຫດເວົ້າໃນລວງດຽວກັບຜູ້ເຫັນເຫດການວ່າ:ຕົນເອງກຳລັງຈະແອບຊ້າຍເພື່ອຂ້າມທາງແຕ່ມີລົດຕູ້ຮຸ່ນໄດແຊງແຕ່ບໍ່ຫວິດລົດດາດກັນເສຍຫຼັກລົ້ມລົງພໍດີລົດເມມາຢຽບເອົາ.ແນວໃດກໍ່ຕາມທາງເຈົ້າໜ້າທີ່ຈະລາຈອນຍັງພິສູດຫາມູນຄວາມຈິງຢູ່ເພື່ອຫາທາງອອກຊ່ວຍຜູ້ຂັບຂີ່ແຕ່ຈະອອກມາຮູບການໃດເຈົ້າໜ້າທີ່ຍັງຢູ່ໃນຂັ້ນສືບສວນ-ສອບສວນເຊິ່ງຕ້ອງໃຊ້ເວລາເພື່ອໄກ່ເກ່ຍກໍລະນີອຸບັດເຫດດັ່ງກ່າວໃຫ້ສຳເລັດ.

ເຫດການດັ່ງກ່າວໄດ້ສ້າງຄວາມຕົກໃຈໃຫ້ແກ່ຝູງຊົນລວມທັງຜູ້ສັນຈອນໄປ-ມາໃນເຂດນັ້ນເປັນຢ່າງຍິ່ງໃນຂະນະດຽວກັນກໍ່ເຮັດໃຫ້ການສັນຈອນຂອງລົດໃນເສັ້ນທາງດັ່ງກ່າວຕິດຂັດຍາວຢຽດຢ່າງສັບສົນ, ສະນັ້ນກໍລະນີນີ້ກໍ່ເປັນສິ່ງໜຶ່ງຈະເຕືອນໃຫ້ແກ່ຜູ້ໃຊ້ລົດໃຊ້ຖະໜົນມີຄວາມລະມັດລະວັງໃນການຂັບຂີ່,ທັງມີສະຕິຕໍ່ລະບຽບຈະລາຈອນຈິ່ງຈະບໍ່ພາໃຫ້ເກີດອຸບັດເຫດ,ທີ່ຈະນຳໄປສູ່ຄວາມເສຍຫາຍທາງດ້ານຊັບສິນແລະຊີວິດ.



__________________
Anonymous

Date:
RE: ລົດເມຢີ່ປຸ່ນ ຢຽບລົດຈັກແປແອັບແຊັບ... ຢູ່ໃຈກາງນະຄອນຫຼວງ


ສົມມຸດວ່າຜູ່ຂັບລົດຈັກບໍ່ມີປະກັນໄພຈະໄດ້ຄ່າເສັຽຫາຍແລະຄ່າບາດເຈັບ 100% ຢູ່ບໍ?

ຂອບໃຈ



__________________
Anonymous

Date:

ລົດເມລາວ ບໍ່ແມ່ນລົດເມຍີ່ປຸ່ນ

ເວົ້າບໍ່ຖືກຈັກໜ່ອຍຍີ່ປຸ່ນເສຍໃຈ ເພີ່ນບໍ່ເອົາມາໃຫ້ອີກເດີ

 



__________________
Anonymous

Date:

Anonymous wrote:

ລົດເມລາວ ບໍ່ແມ່ນລົດເມຍີ່ປຸ່ນ

ເວົ້າບໍ່ຖືກຈັກໜ່ອຍຍີ່ປຸ່ນເສຍໃຈ ເພີ່ນບໍ່ເອົາມາໃຫ້ອີກເດີ

 


   ແມ່ນຄວາມລາວແລ້ວເດ... ລົດເມຍີ່ປຸ່ນ ແຕ່ລົດໝຸ່ນ ແມ່ນລົດຈັກລາວ..biggrinbiggrinbiggrin

   ລາວ ຍັງຜລິຕລົດເມບໍ່ທັນໃດ້-ຄັນໃຫ້ມ້າງ... O-K ຢູ່ເນາະ biggrinbiggrinbiggrin

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard