Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລົດບັນທຸກນ້ຳມັນພິກຄວ້ຳ...ຈິບຫາຍວາຍວອດໄປທົ່ວບໍລິເວນ
Anonymous

Date:
ລົດບັນທຸກນ້ຳມັນພິກຄວ້ຳ...ຈິບຫາຍວາຍວອດໄປທົ່ວບໍລິເວນ


ລົດບັນທຸກນ້ຳມັນພິກຄວ້ຳເກີດໄຟໄຫມ້ສ້າງຄວາມເສຍຫາຍບໍ່ຫນ້ອຍຕໍ່ຊັບສິນປະຊາຊົນບ້ານສະກີພີນ

 


 
fire+burning.jpg
    ໃນເວລາປະມານ 9:30 ຂອງວັນທີ 20 ມິ ຖຸນາຜ່ານມານີ້,ລົດບັນທຸກນ້ຳມັນ ຈຳນວນ 56 ໂຕນຈາກຫວຽດ ນາມ ເພື່ອຈະມຸ້ງໜ້າໄປ ສົ່ງນ້ຳມັນຢູ່ແຂວງ ຈຳປາ ສັກ,ໄດ້ເກີດອຸປະ ຕິເຫດເສຍຫລັກພິກຄວ້ຳ ຢູ່ເຂດບ້ານສະກີ ພີນ, ເມືອງເຊໂປນ ແຂວງສະຫວັນນະເຂດ, ເກີດໄຟລຸກໃໝ້ຟົ້ງໄປໃສ່ລົດກະບະຮຸນໄດໜຶ່ງຄັນ ແລະ ເຮືອນ ປະ ຊາຊົນ ຢູ່ແຄມທາງອີກ 6 ຫລັງ ໄຟໃໝ້ໝົດກ້ຽງ,ແຕ່ໂຊກດີບໍ່ມີຜູ້ ໄດ້ຮັບບາດເຈັບສາຫັດ ຫລື ເສຍ ຊີວິດແຕ່ ຢ່າງໃດ ພຽງສ້າງຄວາມ ສູນເສຍດ້ານ ຊັບສີນໃຫ້ແກ່ຄອບ ຄົວປະຊາຊົນທີ່ຖືກເຄາະຮ້າຍເປັນ ຈຳນວນບໍ່ໜ້ອຍ.
      ຜ່ານການລົງກວດກາ-ສືບ ສວນ ສະຖານທີ່ເກີດເຫດຂອງ ເຈົ້າໜ້າທີ່ ແລະ ຈາກການໃຫ້ ການຂອງຜູ້ຂັບ ລົດບັນທຸກນ້ຳ ມັນຄັນເກີດເຫດ ເຊິ່ງເປັນຄົນຫວຽດ ນາມ ໃຫ້ຮູ້ວ່າ: ລົດບັນທຸກຄັນດັ່ງ ກ່າວໄດ້ຂັບມາດ້ວຍຄວາມໄວສົມຄວນ ແຕ່ພໍມາ ຮອດຈຸດເກີດເຫດໄດ້ມີເດັກນ້ອຍໃນເຂດບ້ານດັ່ງກ່າວຄືຈະແລ່ນຂ້າມທາງເຮັດໃຫ້ຜູ້ຂັບຂີ່ລົດຄັນດັ່ງກ່າວຕົກໃຈ ແລະ ຢຽບ ເບກກະທັນຫັນພາໃຫ້ເກີດອຸປະຕິເຫດດັ່ງກ່າວ.


__________________
Anonymous

Date:
RE: ລົດບັນທຸກນ້ຳມັນພິກຄວ້ຳ...ຈິບຫາຍວາຍວອດໄປທົ່ວບໍລິເວນ


ເຂົ້າເຂດບ້ານຄົນຄວນຜ່ອນຄວາມໄວລົງປະມານ 25 ກິໂລແມັດຕໍ່ຊົ່ວໂມງ.



__________________
Anonymous

Date:

ຂໍຖາມທ່ານຜູ້ຮູ້ຈັກສະກົດພາສາລາວດີ ຊ່ວຍບອກແດ່ວ່າເພິ່ນຂຽນ ພິກຄວ້ຳ ແນວນີ້ກໍຖືກຢູ່ບໍ່?

ແຕ່ກ່ອນຜູ້ຂ້າເຄີຍເຫັນແລະຂຽນແຕ່ແບບນີ້= ຄ້ວມ

ຖ້າວ່າຜູ້ຂ້າຜິດກໍຂໍອະໄພນຳ.



__________________
Anonymous

Date:

ຂໍຖາມທ່ານຜູ້ຮູ້ຈັກສະກົດພາສາລາວດີ ຊ່ວຍບອກແດ່ວ່າເພິ່ນຂຽນ ພິກຄວ້ຳ ແນວນີ້ກໍຖືກຢູ່ບໍ່?

ແຕ່ກ່ອນຜູ້ຂ້າເຄີຍເຫັນແລະຂຽນແຕ່ແບບນີ້= ຄ້ວມ

ຖ້າວ່າຜູ້ຂ້າຜິດກໍຂໍອະໄພນຳ.

__________________________________________

 

ຕ້ອງໃຊ້ໂຕນີ້ເດີ ຂ້ວມ ອອກສຽງສຸງ



__________________
Anonymous

Date:

Anonymous wrote:

ຂໍຖາມທ່ານຜູ້ຮູ້ຈັກສະກົດພາສາລາວດີ ຊ່ວຍບອກແດ່ວ່າເພິ່ນຂຽນ ພິກຄວ້ຳ ແນວນີ້ກໍຖືກຢູ່ບໍ່?

ແຕ່ກ່ອນຜູ້ຂ້າເຄີຍເຫັນແລະຂຽນແຕ່ແບບນີ້= ຄ້ວມ

ຖ້າວ່າຜູ້ຂ້າຜິດກໍຂໍອະໄພນຳ.

__________________________________________

 

ຕ້ອງໃຊ້ໂຕນີ້ເດີ ຂ້ວມ ອອກສຽງສຸງ


 ຂັວມ ແນວນີ້ບໍ່ມີ ມີແຕ່ ຂ້ວາມ ແບບນີ້ ແລະໃຊ້ສັບນີ້ກ່ຽວກັບການລອຍຂ້ວາມແມ່ນ້ຳ.

ແນວນີ້ເດີ້ຈັ່ງຖືກ ຄັົ້ວມ.



__________________
ລູກລາວ-ຫລານລາວ

Date:

* ຕາມຮຽນມາເມື່ອ 30-40 ປີຫລັງແມ່ນ...

ຂ້ວມ(ຂ້າມ) : ລອຍຂ້ວມ ຫຼື ຍ່າງຂ້ວມໄປອີກຟາກນຶ່ງ ( ສຳນຽງເວົ້າ )

'' ພາກກາງຈະອອກາຽງສັ້ນ ສ່ວນພາກເໜືອແລະໃຕ້ ຈະອອກສຽງຍາວ ''

ຂວ້າມ(ຂ້າມ) : ລອຍ-ຂວ້າມ ຫຼື ຍ່າງ-ຂວ້າມໄປອີກຟາກນຶ່ງ ( ການຂຽນ )

ຂວ້ຳ : ຣົຖພິກ-ຂວ້ຳ, ນອນ-ຂວ້ຳ ຫຼື ຈອກນ້ຳ-ຂວ້ຳ ( ທັງສຳນຽງແລະການຂຽນ ) '' ສຽງສັ້ນ ''

* ສມັຍນີ້ ກໍບໍ່ຮູ້ວ່າເພີ່ນຈະມີການດັດແປງແນວໃດກໍບໍ່ຊາບ, ກໍສູດແລ້ວແຕ່ບັນດາຄຣູ-ເນາະ..?

   ທ່ານອື່ນເດ ຄິດວ່າແນວໃດ, ແນະນຳກັນດ້ວຍ... ຮ.ພ



__________________
Anonymous

Date:

ແມ່ນແລ້ວ ຂວ້ຳ ຄຳນິຖືກຕ້ອງ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard