Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂໍສົ່ງຂ່າວໂຮງໝໍມະໂຫສົດແດ່ເດີ່
Anonymous

Date:
ຂໍສົ່ງຂ່າວໂຮງໝໍມະໂຫສົດແດ່ເດີ່

ສີ່ງທີ່ຂ້າພະເຈົ້າຢາກຂໍອານຸຍາດບາດຄຳ ສົ່ງຂ່າວຫາຄະນະບໍລິຫານໂຮງໝໍມະໂຫສົດມີດັ່ງນີ້:

1.  ພະນັກງານທຳຄວາມສະອາດ ຄວນໃຫ້ປະຕິບັດງານ ຫລັງປິດຮັບຄົນເຈັບຕອນແລງ, ຫລືວ່າ

ໃຫ້ມາເຮັດວຽກແຕ່ເຊົ້າກ່ອນເປີດຮັບຄົນເຈັບສຳລັບບ່ອນຄົນເຈັບລໍຖ້າ ຫລືບ່ອນຄົນແອອັດ. ບໍ່

ຄວນໃຫ້ມາເຮັດວຽກຖູພື້ນ ປັດພື້ນສັບສົນ ເກະກະກັບຄົນເຈັບ, ທັງວຸ່ນວາຍ ທັງບໍ່ມີປະສິດທິຜົນ

ຖູພື້ນໄປ ຄົນກໍ່ຢຽບໄປພື້ນບໍ່ທັນແຫ້ງກໍ່ເປື້ອນຄືເກົ່າ

2.  ໂຮງໝໍກໍ່ໄດ້ປັບປຸງລະບົບບໍລິການ ມີບັດຄີວ, ຢູ່ເຂດນອກກໍ່ມີການກົດເອົາ ແລະ ຢູ່ພະແນກອື່ນ

ກໍ່ຍັງໃຊ້ແບບປະຖົມປະຖານຢູ່. ແຕ່ເຖີງຢ່າງໃດກໍ່ຍັງມີບັດຄີວ VIP ຢູ່ ສະເໜີໃຫ້ເບີ່ງຄືນ, ຜູ້ມາໃຊ້

ບໍລິການໂຮງໝໍບ້ານເຮົາສ່ວນຫຼາຍກໍ່ແມ່ນຄົນມີເງີນໜ້ອຍ ໃຫ້ເຫັນໃຈກັນແດ່ ບໍ່ຄວນໃຫ້ລໍຖ້າດົນເກີນ

ຄວນ. ສຳລັບຜູ້ມີເງີນຫຼາຍຫລືວ່າຜູ້ເພີ່ນມີຄົນອຸປະຖຳແລ້ວ ເພີ່ນໄປໂຮງໝໍຢູ່ຕ່າງປະເທດພຸ້ນ

3. ຂົນເລາະຂາຍເຄື່ອງຢູ່ໃນໂຮງໝໍ ກໍ່ສ້າງຄວາມລຳຄານໃຫ້ຄົນເຈັບຢູ່ບໍ່ໜ້ອຍ, ຄົນເຈັບມັນມີສະພາບ

ຈິດໃຈບໍ່ຄ່ອຍດີຢູ່ແລ້ວ ມີບາງຄັ້ງຄົນຂາຍເຄື່ອງຊູຊີຫຼາຍກໍ່ຕອບແບບບໍ່ຢາກມ່ວນແດ່ ຄົນຂາຍເຄື່ອງ

ກໍ່ໂຕ້ຕອບດ້ວຍຂໍ້ຄວາມແບບບໍ່ສ້າງສັນກັບມາ ໂດຍສະເພາະຄົນທີ່ເລາະຂາຍປື້ມ. ບັນຫານີ້ຄວນຫ້າມ

__________________
Anonymous

Date:

Anonymous wrote:

 ເຫັນພ້ອມຂໍ້ສະເໜີນີ້ ທາງໂຮງໝໍເພີ່ນຊິເຂົ້າມາອ່ານ ແວັບໄຊ້ຍ ໂຕນີ້ຢູ່ບໍ່

ຂໍຄວາມກະຣຸນານຳທ່ານຜູອ່ານແວັບໄຊ້ຍນີ້ທັງຫລາຍໄຫ້ບອກກັນຕໍ່ ໆ ໄປແດ່

ເຮັດແນວໃດເພື່ອສ້າງສັງຄົມເຮົາໄຫ້ມີຄວາມສະດວກສະບາຍດີຂື້ນ

__________________
Anonymous

Date:

ໂຮງໝໍໃດກະຄືກັນນະອາວເອີ້ນ ເວົ້າຫລາຍເພິ່ນກະຊັງຫົວ

ເວົ້າໄປກະບໍ່ແກ້ໄຂຫຍັງຕື່ມ ເລີຍບໍ່ຢາກເວົ້າ

__________________
Anonymous

Date:

ອີກບັນຫາໜື່ງທີ່ຂ້ອຍເຫັນແມ່ນທ່ານໝໍທີ່ເຮັດວຽກກວດຄົນເຈັບຫັ້ນມາຊ້າ

9 ໂມງເພີ່ນຈື່ງເລີ່ມວຽກ ແທ່ນທີ່ວ່າຈະເລີ່ມ 8,15 ຫລື 8,20 ກໍ່ຍັງພໍໄຄແດ່ບໍ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard