Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລະວັງ...ເງິນກີບປອມລະບາດໜັກ ໃນວຽງຈັນ
Anonymous

Date:
ລະວັງ...ເງິນກີບປອມລະບາດໜັກ ໃນວຽງຈັນ


ທະນາຄານ​ແຫ່ງ ສປປ.ລາວ ເຕືອນ​ສັງຄົມ​ໃຫ້​ລະວັງ​ເງິນປອມ

 

 
      ທະນາຄານ​ແຫ່ງ ສປປ ລາວ, ​ໄດ້​ອອກ​ມາເຕືອນ​ໃຫ້​ສັງຄົມ​ມີ​​ສະຕິ​ລະມັດລະວັງ​ໃນ​ການ​ນຳ​ໃຊ້​ເງິນກີບ​ຫລັງ​ຈາກ​ມີ​ກຸ່ມ​ຄົນ​ບໍ່​ດີ​ນຳ​ເງິນປອມອອກ​ມາ​ສວຍ​ໃຊ້​ໃນ​ສັງຄົມ ຊຶ່ງ​ເຮັດ​ໃຫ້​ເກີດ​ຜົນ​ກະທົບ​ທາງ​ເສດຖະກິດ ​ແລະປະກົດ​ການ ​ຫຍໍ້​ທໍ້​ຕາມ​ມາ.
 
          ທ່ານ ພູ​ຂັນ ແສງ​ສຸລິ​ເຍດ ຮອງ​ຫົວໜ້າກົມ​ເງີ​ນຕາ-ຄັງ​ສາງ ທະນາຄານ​ແຫ່ງ ສປປ ລາວ ​ໄດ້​ໃຫ້​ສຳພາດ​ຕໍ່ນັກ​ຂ່າວລາວ​ພັດ ທະນາ ​ໃນ​ວັນ​ທີ 19 ມິຖຸນາ ນີ້ວ່າ: ຈາກ​ພຶດຕິ​ກຳ​ການ​ໃຊ້​ຈ່າຍ​ເງີ​ນ​ໃນຫຼາຍປະ​ເທດ​ມັກ​ຈະ​ພົບ​ກັບ​ບັນ ຫາ​ເງີ​ນປອມ​ເຊັ່ນ: ​ເງີ​ນ​ໂດ​ລາ​ປອມ, ​ເງີ​ນຢູ​ໂລ​ປອມ ​ແລະ ສະ ກຸນ​ເງີ​ນອື່ນໆ ອັນ​ໄດ້​ສ້າງ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ກວດກາ​ແລະ​ສະກັດ​ກັ້ນ​ໃນຫຼາຍປະ​ເທດ ​ເຊັ່ນ​ດຽວກັບຢູ່​ໃນ ລາວ ກໍ​ມີ​ກຸ່ມ​ຄົນ​ບໍ່ດີ​ຈຳນວນໜຶ່ງ ນຳ​ເອົາ​ເງີ​ນ ປອມ​ປະ​ເພດໃບ 50.000 ກີບ, 20.000 ກີບ, 10.000 ກີບ ​ເຂົ້າ​ມາ​ໃຊ້​ຈ່າຍ ​ແລະ ​ແລກປ່ຽນ ຊື້-ຂາຍ ​ເປັນ​ຈຳນວນຫຼາຍສົມຄວນ ຊຶ່ງ​ຜິດ​ຕໍ່ລະບຽບກົດໝາຍ ​ແລະ ​ເປັນ​ປະກົດ​ການ​ຫຍໍ້​ທໍ້​ອັນໜຶ່ງ​ໃນ​ສັງ ຄົມ ທີ່​ສ້າງ​ຄວາມ​ເສຍ​ຫາຍ​ແກ່​ພື້ນຖານ​ເສດຖະກິດ​ຂອງ​ຊາດ ​ແລະ ຂອງ​ປະຊາຊົນ, ສະນັ້ນ​ເພື່ອ ຫຼີກ​ເວັ້ນການ​ເສຍ​ຫາຍ​ຊັບ​ສິນ​ຈາກ​ການ​ແລກປ່ຽນຊື້-ຂາຍ ທີ່​ບຸກຄົນ​ບໍ່ດີ​ນຳ​ໃຊ້​ເງີ​ນປອມ​ດັ່ງ ກ່າວ ທຸກ​ພາກ ສ່ວນ ເສດຖະກິດ​ຮວມທັງພາກ​ລັດ, ​ເອກະ​ຊົນ ຈົ່ງ​ມີ​ສະຕິ​ເອົາ​ໃຈ​ໃສ່​ກວດ​ນັບ​ເງີ​ນສົດ​ສະກຸນ​ເງີ​ນກີບ​ທີ່​ລູກ​ຄ້າ​ນຳ​ມາ​ໃຊ້​ຈ່າຍ.
 
          ຮອງ​ຫົວໜ້າກົມ​ເງີ​ນຕາ- ຄັງສາງ ທະນາຄານ​ແຫ່ງ ສປປ ລາວ ກ່າວ​ວ່າ: ການ​ປອມ​ແປງ ​ເງີ​ນຕາ​​ແມ່ນ​ເຮັດ​ໄດ້​ງ່າຍ​ຄື: ຄົນ​ບໍ່ດີ​ຈະ​ນຳ​ໃຊ້​ເຈ້ຍ​ທຳ​ມະ​ດາ ​ເພື່ອ​ມາ​ພິມ​ເປັນ​ໃບ​ເງິນ ຕ່າງໆ ທີ່​ມີ​ຮູບ​ລັກສະນະ​ຄືກັບ​ຕົວ​ເງີ​ນ​ແທ້, ​ແຕ່​ແນວ​ໃດ​ກໍ​ຕາມ​ຖ້າ​ຫາກສັງຄົມ​ມີ​ສະຕິ ແລະ ກວດກາ​ລະອຽດຈະ​ເຫັນ​ໄດ້​ວ່າ ​ເງີ​ນທີ່​ປອມ​ແປງ ກັບ​ເງີ​ນ​ແທ້​ນັ້ນ ມີ​ຄວາມ​ແຕກ​ຕ່າງ​ກັນຫຼາຍຈຸດ​ເປັນຕົ້ນ​ແມ່ນ​ເຈ້ຍ​ທີ່​ໃຊ້​ພິມ​ເງີ​ນ ຖ້າ​ຄຸນ​ລັກສະນະ​ຂອງ​ເງີ​ນ​ແທ້ ຈະ​ເປັນ​ເຈ້ຍພິ​ເສດ ​ເວລາ​ຈັບ​ຈະ​ຮູ້ສຶກ​ຊາ, ນູ້ມມືື, ສ່ວນ​ລັກ ສະນະ​ເງີ​ນປອມ ຈະ​ເປັນ​ເຈ້ຍ​ທຳ​ມະ​ດາເວລາ​ຈັບ​ຈະ​ຮູ້ສຶກໝື່ນ ລຽບຂະນະທີ່​ຜ່ານ​ການກວດ​ພົບ​ຂອງ​​ເຈົ້າໜ້າທີ່​ສ່ວນ​ຫລາຍເງີ​ນ ປອມ​ແມ່ນ​ຈະ​ເປັນ​ເງີ​ນປະ​ເພດ​ໃບ 50.000 ກີບ, 20.000 ກີບ ​ແລະ 10.000 ກີບ.

           ສຳລັບ​ວິທີ​ສັ​ງ​ເກດ​ປະ​ເພດ​ເງີ​ນ​ແທ້ ແລະ ​ເງີ​ນປອມປະ​ເພດ​ໃບ 50.000 ກີບ ​ແມ່ນສັງ​ເກດ​ຕົວ​ເລກ 50.000 ກີບ ຢູ່​ຂ້າງ​ຂົວ​ສີ ຂາວ​ເວລາ​ພິກ​ໃບ​ເງີ​ນ​ໃສ່​ແສງ​ສະຫວ່າງ​ຈະ​ເຫັນ​ຕົວ​ເລກທີ່​ຊ່ອງ​ຊອດ​ຫາ​ກັນ ຈະ​ແຈ້ງ​ດີ, ສ່ວນ​ເງີ​ນ ປອມ​ຈະ​ບໍ່ສາມາດ​ຊ່ອງ​ຊອດ​ຫາ​ກັນ, ຈະ​ບໍ່ກົງກັນ ແລະ ບໍ່ຈະ​ແຈ້ງ, ​ໃຫ້​ສັງ​ເກດຕົວ​ເລກ 50.000 ຢູ່​  ເທີ​ງບ່າ​ຂອງ​ປະທານ​ໄກສອນ ພົມ ວິຫານ ເວລາ​ຈັບບາຍ​ຈະ​ຮູ້ສຶກ​ນູ້ມມື​ສະດຸດ​ມື ແລະ ນຸນຂຶ້ນ, ສ່ວນ​ໃບ​ເງິນ​ປອມ​ຈະ​ມື່ນ​ມື ແລະ ບໍ່ສະດຸດ. ປະ​ເພດ​ໃບ 20.000 ກີບ: ​ໃຫ້​ສັງ​ເກດ​ຮູບ​ດອກ​ຈັນ​ຢູ່​ເທີ​ງຮູບ ຫໍພະ​ແກ້ວ ​ເວລາ​ພິກ​ໃບ​ເງີ​ນ​ໃສ່​ແສງ​ສະຫວ່າງ​ຈະ​ສາມາດ​ຊ່ອງ​ຊອດ​ຫາ​ກັນ​ຢ່າງ​ກົງກັນ ແລະ ຈະ​ແຈ້ງ​ດີ, ມີ​ຕົວ​ເລກນ້ອຍໆ ເປັນ​ພາ ສາ​ອັງກິດ​ຂຽນຄຳ​ວ່າ BANK OF THE LAO PDR ຢາຍ​ຢູ່​ຕາມ​ຈຸດ​ຕ່າງໆຢ່າງ​ລະອຽດ ສ່ວນ​ໃບ​ເງີ​ນປອມຈະ​ບໍ່ສາມາດ​ຊ່ອງ​ເຫັນ​ສັນຍາ​ລັກ​ຮູບ​ດອກ​ຈັນ​  ​ແລະ ປະ​ເພດ​ໃບ 10.000 ກີບ​ເງີ​ນ​ແທ້ ຈະ​ມີ​ເສັ້ນປ້ອງ​ກັນ​ສີນ້ຳ​ເງີ​ນ ຝັງ​ເຂົ້າ​ໃນ​ເນື້ອ​ເຈ້ຍ ​ແລະ ມີ​ຕົວ​ເລກ 10.000 ນ້ອຍໆຝັງ​ຢູ່​ເສັ້ນ ປ້ອງ​ກັນ​ສີນ້ຳ​ເງີ​ນ, ຮູບ​ລາຍ​ນ້ຳ ປະທານ​ໄກສອນ ພົມວິຫານ ເຫັນ​ໄດ້ຈະ​ແຈ້ງ​ທັງ​ສອງ​ດ້ານ ເມື່ອ​ຊ່ອງ​ໃສ່​ກັບ​ແສງ​ສະຫວ່າງ, ສ່ວນ​​ເງີ​ນປອມ ຈະ​ບໍ່ມີ​ລັກສະນະ​ຄື​ດັ່ງກ່າວ.
 
          ທ່ານ ພູ​ຂັນ ແສງ​ສຸລິ​ເຍດ ຮອງ​ຫົວໜ້າກົມ​ເງີ​ນຕາ-ຄັງ​ສາງ ທະນາຄານ​ແຫ່ງ ສປປ ລາວ ກ່າວ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ​​ເຈົ້າ ໜ້າທີ່​ກໍ​ໄດ້​ມີ​ການ​ກວດກາ ​ແລະ ສາມາດ​ຈັບ​ຕົວ​ກຸ່ມ​ຄົນ​ບໍ່ດີ​ທີ່​ນຳ​ໃຊ້​ເງີ​ນ ປອມ​ໃນ​ສັງຄົມ​ມາ​ດຳ​ເນີນ​ຄະດີ​ໄດ້ຫຼາຍລາຍ ​ແລະ ສ່ວນ​ໃຫຍ່ກຸ່ມ​ຄົນ​ບໍ່​ດີ​ດັ່ງກ່າວ​ຈະ​ສວຍ​ໂອກາດ​ນຳ​ໃຊ້​ເງິນ​ປອມ​ອອກ​ມາ​ຊື້-ຂາຍໃນ​ຍາມ ຄ່ຳ​ຄືນ ແລະ ໄລຍະ​ເວລາພໍ່ຄ້າ​ແມ່​ຄ້າ​ມີ​ການ​ຊື້-ຂາຍ​​ເຄື່ອງດີ​ມີ​ລູກ​ຄ້າ​ເຕັມ​ຮ້ານ​ຮັບ​ເງີ​ນ​ໂດຍ​ບໍ່ມີ​ເວລາ​ສັງ​ເກດ ​ແລະ ກວດກາ ​ແລະ ມີ​ການ​ແນບ​ມາ​ກັບ​ເງີ​ນຈຳນວນຫຼາຍ ​ເພື່ອ​ຫລີກ​ເວັ້ນ​ການ​ກວດກາຊຶ່ງ​ຕ້ອງ​ໄດ້​ກວດກາ​ຢ່າງ​ລະອຽດ​ເປັນ​ແຕ່ລະ​ໃບ. ສະນັ້ນ ​ເຕືອນ​ສັງ ຄົມ​ໃຫ້​ມີ​ສະຕິ ແລະ ລະວັງ​ຕໍ່ການ​ນຳ​ໃຊ້​ເງີ​ນປອມ​ແປງ​ຂອງ​ກຸ່ມ​ຄົນ​ບໍ່ດີ ເພື່ອ​ບໍ່​ໃຫ້​ຕົກ​ເປັນ​ເຫຍື່ອ.


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard