Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສະພາແຫ່ງຊາດ ເຕືອນລັດຖະບານລາວ... ຫ້າມຂຶ້ນເງິນເດືອນພະນັກງານລັດ
Anonymous

Date:
ສະພາແຫ່ງຊາດ ເຕືອນລັດຖະບານລາວ... ຫ້າມຂຶ້ນເງິນເດືອນພະນັກງານລັດ


 

ທ່ານຄິດວ່າແນວໃດ 



__________________
Anonymous

Date:
RE: ສະພາແຫ່ງຊາດ ເຕືອນລັດຖະບານລາວ... ຫ້າມຂຶ້ນເງິນເດືອນພະນັກງານລັດ


Anonymous wrote:

 

ທ່ານຄິດວ່າແນວໃດ 


 ກະຄວນຄິດໃດ

ຂພຈ ກະບໍ່ເຄີຍເຫັນຈັກເທື່ອ ຂື້ນເງີນເດືອນແບບນີ້

 

ແຕ່ຕ່າງຊາດ ມັນມີງົບຫລາຍມັນຍັງບໍ່ເຮັດ 

ຂື້ນບາດດຽວຈາກ 700,000 ກີບ ເປັນ 3-4 ລ້ານກີບ

 

ເຮັດການຈົດເຊົາການ ຍັງບໍ່ເຄີຍເຫັນແບບນີ້



__________________
Anonymous

Date:

ເຫັນດີນຳ ການຂຶ້ນເງິນເດືອນມັນກໍເປັນເລື່ອງທີ່ດີ ແຕ່ການຂຶ້ນແບບກະໂດດຂັ້ນແບບນີ້ ມັນກໍມີທັງຈຸດດີແລະຈຸດບໍ່ດີ ປະຈຸບັນຫຼາຍແຫ່ງທີ່ເປັນການປະກອບການຂອງເອກະຊົນແມ່ນໄດ້ຮັບຄວາມເດືອດຮ້ອນ

ກັນທົ່ວໜ້າ ເຊັ່ນ: ພະນັກງານແຫ່ກັນໄປສອບເສັງເຂົ້າລັດ, ເຮັດໃຫ້ຂາດພະນັກງານ ແລະກໍມີຜົນອື່ນໆຕາມມາຫູາຍຢ່າງ...ສຸດທ້າຍ ຂຶ້ນເງິນເດືອນກໍດີ ແຕ່ລັດຖະບານຕ້ອງສຶກສາວິທີແກ້ໄຂຊ່ວຍພາກເອກະຊົນແດ່ເນີ້...



__________________
Anonymous

Date:

ຂ່າວນີ້ເອົາມາແຕ່ໃສ, ເງິນເດືອນຂອງພະນັກງານ ສປປລາວ ຖ້າທຽບກັບປະເທດໃນອະນຸພາກພື້ນ ຖືວ່າຕຳ່ທີ່ສຸດແລ້ວ ຂພຈ ສະຫນັບສະຫນູນລັດຖະບານ ຄວນໃດ້ປະຕິບັດຕາມຄຳສັງຂອງ ນຍ ທີ່ໃດ້ເຊັນອະນຸມັດນັ້ນ ok



__________________
Anonymous

Date:

ຂຶ້ນແບບກ້າວກະໂດດມັນກະມີ ຜົນກະທົບເປັນຍວງໃຍຫ້ານລະ ແຕ່ພວກທີຍຸ້ມເປີ້ຍກະແມ່ນ ຊາວຄ້າຂາຍ ຊິໄດ້ຂຶ້ນລາຄາສິນ ແລ້ວລົງບໍເປັນ ສ່ວນພວກທີ່ໄດ້ຜົນກະທົບເຕັມໆກະຄື ຊາວນາຫມາເຕົ່າປະຊາຊົນ ຕາດຳໆ ຕ້ອງຮັບໄປເຕັມໆ ບົດຮຽນນຳຕ່າງປະເທດມິຖົມເຖໄປຫາກຖອດ ຖອນບໍຫມົດ ຫລັກເສດຖະສາດ ເສດຖະກິດມີທົ່ວໂລກເຂົາ ໃຫ້ສຶກສາແລະຮຽນຮູ້ ສົງໃສຄົນມີບົດບາດແທ້ໆ ມີການສຶກສາ ພັດບໍໄດ້ເອົາບົດຮຽນມານຳໃຊ້ ພວກທີ່ບໍໄດ້ຮຽນຈົບດ້ານເສດຖະສາດ ກະໄປເປັນຜູ້ບໍລິຫານທຸລະກິດ ມັນກະຄືເຫັນຫ້ານລະ



__________________
Anonymous

Date:

ການຂື້ນເງີນເດືອນໃຫ້ ພງ ແມ່ນເພື່ອປັບປຸງແກ້ໄຂຊິວິດການເປັນຢູ່ ຂອງ ພງ ທະຫານ ຕຳຫຼວດ

ໃຫ້ດີຂື້ນ ຊ້ຳພັດຊິພາກັນປີ້ນວ່າບໍ່ດີ, ຄືດັ່ງທ່ານໜື່ງທີ່ໃຫ້ຄຳເຫັນຢູ່ເທີງຫັ້ນລະ ເງີນເດືອນ ພງ ລາວ

ເມື່ອທຽບໃສ່ ໃນກຸ່ມປະເທດອາຊຽນນຳກັນນີ້ມັນຕ່ຳກວ່າໝູ່ຢູ່ແລ້ວ, ແຕ່ຖ້າຈະໄປຍົກເອົາບັນຫາຂອງ

ຜູ້ມີລາຍໄດ້ທາງອື່ນ ແລ້ວມາເປັນລັດຖະກອນພໍເອົາກຽດຊື່ສຽງ ແລ້ວ ໄດ້ເງີນເດືອນຫຼືບໍ່ໄດ້ເຂົາກໍ່ບໍ່ເດືອດ

ຮ້ອນແທ້. ຖ້າຈະເວົ້າເຖີງຜົນກະທົບຕໍ່ງົບປະມານກໍ່ຖືກຕ້ອງ ມັນກໍ່ຕ້ອງກະທົບແນ່ນອນ ແຕ່ມັນກໍ່ເປັນ

ພຽງ1 ໃນສາເຫດ, ຜົນກະທົບຈາກດ້ານອື່ນກໍ່ມີຫຼາຍຄືກັນ ແລະ ສີ່ງທີ່ຄວນແກ້ໄຂກໍ່ຍັງມີຫຼາຍຄືກັນ. ດັ່ງ

ມີ ພງ ບາງທ່ານທີ່ເຮັດວຽກຢູ່ກຊ ການເງີນເຄີຍເວົ້າໃຫ້ຟັງ ເວລາເລື່ອນຂັ້ນການສືກສາ ໃຫ້ບັນດາທ່ານທີ່

ຮຽນມາຈາກ ອາດີດໂຊວຽດ ວ່າລັດຕ້ອງເພີ່ມງົບປະມານສຳລັບເງີນເດືອນຫລາຍຮ້ອຍລ້ານ. ບັນຫາການ

ບໍລິຫານເກື້ອກຸນອື່ນໆອີກ ເຊັ່ນ ລົດ ບາງທ່ານລະດັບ ຫໜ ກົມຂື້ນໄປແລ້ວ ມີເຖີງ 2ຄັນ, ຄ່ານ້ຳມັນ, ຄ່າ

ສ້ອມແປງ, ....



__________________
Anonymous

Date:

ການຂຶ້ນເງິນເດືອນເປັນເລືອງທີດີ່ຍົກລະດັບ ຊິວິດການເປັນຂອງພະນັກງານ ໃຫ້ດີຂຶ້ນ ແຕ່ບໍຄວນຂຶ້ນແບບກ້າວກະໂດດ ຂຶ້ນຕາມລຳດັບຄ່ອຍໆເພິ່ມໃຫ້  ເຖີງຊິຂຶ້ນເງິນເດືອນໃຫ້ຮ້ອຍເທົ່າພັນທົບ ມັນກະບໍມິຜົນດີເທົ່າທີຄວນ ຖ້າຫາກບໍຄວບຄູມລາຄາສິນຄ້າ ຕາມທ້ອງຕລາດ  ລອງສັງເກດເບິ່ງນັບແຕ່ດຳລັດເລື່ອງຂຶ້ນເງິນເດືອນ ອອກລາຄາສິນຄ້າ ເປັນແນວໃດ ລອງຄຳນຶງເບິ່ງນຳກັນ ແລ້ວມີມາດຕະການໄດແດ່ ທີເອົາມາຮອງຮັບ ໃຫ້ປະຊາຊົນ ຊາວຜູ້ອອກແຮງງານ ຊາວໄຮ່ຊາວນາ ທີ່ມີລາຍໄດ້ຫນ້ອຍ ໄດ້ຮັບຜົນກະທົບຈາກ ການຂື້ນລາຄາສິນຄ້າ ພວກທີ່ບໍມີຜົນກະທົບຫຍັງແມ່ນ ລະດັບພະນັກງານຂັ້ນສູງ ເລື່ອງເສດຖະກິດ ຊິເປັນແນວໄດພວກເພິນ ກະບໍມີຜົນກະທົບຫຍັງ ຫມົດ ຍ້ອນຄ່ານ້ຳມັນລົດ ຄ່າໄຟ ຄ່າເຮືອນ ອາຫານ ແມ່ນເງິນລັດເປັນຜູ້ອອກໃຫ້ຫມົດ ເລືອງໄດ້ເງິນຫລາຍແມ່ນຄວາມປາຖນາ ຂອງທຸກໆຄົນ ທີ່ຢາກພັດທະນາຕົວເອງ ແລະ ຄອບຄົວ ໃຫ້ຈະເລິນມີຢູ່ມີກິນ 



__________________
Anonymous

Date:

ເຫັນດີນຳເດີກ່ຽວກັບການດັດປັບເງິນເດືອນພງນັ້ນ ເພາະ ຂພຈ ພໍຊິເຫັນເງິນລ້ານນຳເພີ່ນແດ່,ແຕ່ທັດສະນະຂພຈຄິດວ່າ ຖ້າຈະປັບກໍ່ຄວນປັບເປັນໄລຍະນັ້ນແລ້ວຈື່ງຊິດີ ຄ່ອຍໆເປັນຄ່ອຍໆໄປ ຫຼຽວຊ້າຍງວາກຂວາແດ່ ໂດຍສະເພາະຜົນກະທົບທີ່ຈະຕາມມານັ້ນມີຫຍັງແດ່ ຈະມີສີ່ງຮອງຮັບແນວໃດ ໂດຍສະເພາະ ປຊຊ ຊາວໄຮ່ນາເຊີ່ງເປັນກຳລັງສຳຄັນຂອງຊາດນັ້ນຊີວິດການເປັນຢູ່ຂອງເຂົາເຈົ້າຈະເປັນແນວໃດ ງດ ຂື້ນ ລາຄາສິນຄ້າຂື້ນ ຄວາມທຸກຈົນຂອງ ປຊຊ ຍິ່ງຈະເພີ້ມຂື້ນ ຫລືອີກປະເດັນຫນື່ງ ເງິນເດືອນເພີ້ນຂື້ນ ແຕ່ງົບປະມານທີ່ຈະສະຫນອງນັ້ນມີຈຳກັດ ການເບີກເງິນເດືອນຊັກຊ້າ ເງິນເດືອນ ເປັນເງິນງວດ ກໍ່ອີກບັນຫານື່ງ ທີ່ຈະສ້າງປະກົດການຫຍໍ້ທໍ້ໃນສັງຄົມ ໃນສົກງົບປະມານປີ 2012 13ທີ່ກຳລັງປະຕິບັດຢູ່ນີ ເປັນປີທຳອິດທີ່ປະຕິບັດດັດສະນີເງິນເດືອນໃຫມ່ ຫລາຍທ້ອງຖິ່ນກໍ່ມີບັນຫາແລ້ວກ່ຽວກັບການເບີກຈ່າຍເງິນເດືອນຊັກຊ້າ ເຊີ່ງກໍ່ມີຫລາຍສາຍເຫດ ບັນຫາຫລັກກໍ່ແມ່ນການປະຕິບັດວິໃນການເງິນບໍ່ທັນເຂ້ັມງວດ ໂດຍສະເພາະການຈັດສັນລາຍຈ່າຍຂອງຫົວຫນ້າຄັງເງິນແຕ່ລະແຂວງ ຍັງມີຫລາຍແຂວງບໍ່ທັນເຂັ້ມງວດ ບໍ່ທັນໄປຕາມບູລິມະສິດລາຍຈ່າຍທີ່ສຳຄັນ. ບໍຮູ້ວ່າການຂື້ນດັດສະນີເງິນເດືອນຮອດ 9,800.00ຕໍ່ດັດສະນີ ໃນສົກປີ 2014 15 ຕໍ່ຫນ້ານີ້ ລັດຖະບານຈະເອົາເງິນຮ່ວງໃດມາຮອງຮັບ ທັງໆທີ່ຖ່ານລາຍຮັບລວມຍັງຢູ່ໃນເກນປົກກະຕິ ຫນ້າເປັນຮ່ວງ ແຕ່ເຖີງຢ່າງໃດກໍ່ດີ ຂພຈ ຄິດວ່າເມື່ອເພີ່ນເຊັນອະນຸມັດແລ້ວ ເພີ່ນກໍ່ຄົງຈະມີແຫລ່ງຮອງຮັບທີ່ແນ່ນອນຢູ່ແລ້ວ ຂໍວອນຢ່າງດຽວ ຢ່າລົບລ້າງລາຍເຊັນທີ່ເຊັນໄປແລ້ວນັ້ນ ເຖີດ ເພາະພງ 90% ແມ່ນລໍຄອຍປີ 2014 15 ທີ່ຈະມາເຖີງນີ້ຢ່າງໃຈຈົດໃຈຈໍ ຂອບໃຈເນີ



__________________
Anonymous

Date:

ຂ້າພະເຈົ້າເຫັນດີນຳລັດຖະບານ ແລະ ກໍ່ຂໍສະຫນັບສະຫນູນນະໂຍບາຍການຂຶ້ນເງິນເດືອນໃຫ້ແກ່ລັດຖະກອນ ໃຫ້ມັນພໍຢູ່ພໍກິນຖືກກັບ ສະພາບເສດເງື່ອນໄຂຕົວຈິງ ແຕ່ກໍ່ຢາກສະເຫນີໃຫ້ເພິ່ນມີນະໂຍບາຍກຳຈັດພວກພະນັກງານທີ່ບໍ່ດີນັ້ນອອກໄປພ້ອມໆກັນ ເຊັ່ນ:

(1) ພວກທີ່ສໍ້ລາດບັງຫລວງ ເວົ້າແນວໜຶ່ງເຮັດແນວໜຶ່ງ ສວຍໃຊ້ຕຳແຫນ່ງຫນ້າທີ່ຫາຜົນປະໂຫຍດໃຫ້ແກ່ຕົນເອງ

(2) ພວກທີ່ເຮັດວຽກບໍ່ໄດ້ຄຸນນະພາບອາໄສເກາະກິນນຳແຕ່ພັກລັດ  ແຕ່ກໍ່ບໍ່ຮູ້ຄືກັນວ່າເປັນຫຍັງເວລາເລືອກຕົວເດັນປະຈຳປີ ພາກັນໄດ້ປະເພດ 1 ຫມົດທຸກຄົນ

 

(3) ພວກທີ່ເຮັດວຽກມາດົນແລ້ວອາຍຸກະສຽນສຳລັບເຮັດການຫມົດແລ້ວແຕ່ບໍ່ຍອມອອກ ຊໍ້າບໍ່ໜຳບາງຄົນຍັງປ່ຽນຮອດອາຍຸການໄດ້ ຄົນຈຳພວກນີ້ສ່ວນຫລາຍມີຄວາມຮູ້ບໍ່ພໍເທົ່າໃດແຕ່ພັດມີບາລາມີແລະອຳນາດສູງ  

ພຽງແຕ່ກຳຈັດໄດ້ 3 ຂໍ້ເທົ່ານີ້ ລັດເຮົາຊິມີເງິນພໍຈ່າຍໃຫ້ພະນັກງານຢູ່ດອກ ເພາະຈຳນວນທີ່ຍັງເຫລືອບາງທີຊິບໍ່ຮອດເຄິ່ງໜຶ່ງຊຳ້ ແລະ ທ່ານກໍ່ບໍ່ຕ້ອງຫ່ວງດອກວ່າພະນັກງານສ່ວນທີ່ຍັງເຫລືອນັ້ນຈະເຮັດວຽກໄດ້ບໍ່ຫລ້ອນ ຢ້ານແຕ່ວຽກຊິໄປໄດ້ໄວກ່ວາເກົ່າຫລາຍເທົ້າ ຫັ້ນແຫລະ? ຜູ້ທີ່ບໍ່ຢາກໃຫ້ຂຶ້ນເງິນເດືອນນັ້ນແມ່ນເພິ່ນຢູ່ໄດ້ແນວໃດ ສົງໄສບໍ່ໄດ້ຊື້ຢູ່ຊື້ກິນແນວມີແຕ່ຄົນເອົາຂອງຕ້ອນມາໃຫ້ປະຈຳ 



__________________
Anonymous

Date:

ຍອ້ນລັດໄດ້ເງິນເດືອນຫລາຍ ໃຜກໍຢາກເຮັດນຳລັດ ທັງຫມັ້ນຄົງ ທັງໄດ້ເງິນຫລາຍ ເຮັດຫນອ້ຍກໍໄດ້ ເຮັດຫລາຍກໍດີ 

ເຂົ້າທະຫານເຂົ້າຕຳຫລວດ ຍັງຕອ້ງໄດ້ຈ້າງເຂົ້າ



__________________
Anonymous

Date:

Anonymous wrote:

ຂ້າພະເຈົ້າເຫັນດີນຳລັດຖະບານ ແລະ ກໍ່ຂໍສະຫນັບສະຫນູນນະໂຍບາຍການຂຶ້ນເງິນເດືອນໃຫ້ແກ່ລັດຖະກອນ ໃຫ້ມັນພໍຢູ່ພໍກິນຖືກກັບ ສະພາບເສດເງື່ອນໄຂຕົວຈິງ ແຕ່ກໍ່ຢາກສະເຫນີໃຫ້ເພິ່ນມີນະໂຍບາຍກຳຈັດພວກພະນັກງານທີ່ບໍ່ດີນັ້ນອອກໄປພ້ອມໆກັນ ເຊັ່ນ:

(1) ພວກທີ່ສໍ້ລາດບັງຫລວງ ເວົ້າແນວໜຶ່ງເຮັດແນວໜຶ່ງ ສວຍໃຊ້ຕຳແຫນ່ງຫນ້າທີ່ຫາຜົນປະໂຫຍດໃຫ້ແກ່ຕົນເອງ

ເພາະເຂົາຫາເງີນໃຫ້ນາຍ

(2) ພວກທີ່ເຮັດວຽກບໍ່ໄດ້ຄຸນນະພາບອາໄສເກາະກິນນຳແຕ່ພັກລັດ  ແຕ່ກໍ່ບໍ່ຮູ້ຄືກັນວ່າເປັນຫຍັງເວລາເລືອກຕົວເດັນປະຈຳປີ ພາກັນໄດ້ປະເພດ 1 ຫມົດທຸກຄົນ

 ພວກນີ້ຝີປາກເຂົາດີ ເວົ້າເກັ່ງ, ເວົ້າຄື, ເຈົ້າມານຍາແບບນັກສະແດງລະຄອນ, ລູບແຂ່ງເລຍຂາເກັ່ງ

ຕີສອງໜ້າ ຖືກໃຈນາຍ ແລ້ວກໍ່ຍັງຖືກໃຈຂັ້ນລຸ່ມບາງສ່ວນອີກ

(3) ພວກທີ່ເຮັດວຽກມາດົນແລ້ວອາຍຸກະສຽນສຳລັບເຮັດການຫມົດແລ້ວແຕ່ບໍ່ຍອມອອກ ຊໍ້າບໍ່ໜຳບາງຄົນຍັງປ່ຽນຮອດອາຍຸການໄດ້ ຄົນຈຳພວກນີ້ສ່ວນຫລາຍມີຄວາມຮູ້ບໍ່ພໍເທົ່າໃດແຕ່ພັດມີບາລາມີແລະອຳນາດສູງ

ເພີ່ນເປັນຫ່ວງເປັນໄຍນຳວຽກ, ຍັງສ້າງ ພະນັກງານສືບທອດບໍ່ທັນໄດ້ ຫາຜູ້ມີຄວາມສາມາດ ຄຸນສົມບັດ

ມີທັດສະນະ ຫຼັກໝັ້ນບໍ່ທັນໄດ້ ຕ້ອງໄດ້ລໍໄປຈັກໄລຍະໜື່ງກ່ອນ ເພາະເພີ່ນກໍ່ຍັງແຂງແຮງຢູ່, ຍັງຂັບລົດເອງໄດ້

ໄປຕີກ໊ອບໄດ້, ໄປຫຼີ້ນເປຕັງໄດ້ ກີນເຫຼົ້າໄດ້ ຮ້ອງເພັງໄດ້ສະບາຍຢູ່

ພຽງແຕ່ກຳຈັດໄດ້ 3 ຂໍ້ເທົ່ານີ້ ລັດເຮົາຊິມີເງິນພໍຈ່າຍໃຫ້ພະນັກງານຢູ່ດອກ ເພາະຈຳນວນທີ່ຍັງເຫລືອບາງທີຊິບໍ່ຮອດເຄິ່ງໜຶ່ງຊຳ້ ແລະ ທ່ານກໍ່ບໍ່ຕ້ອງຫ່ວງດອກວ່າພະນັກງານສ່ວນທີ່ຍັງເຫລືອນັ້ນຈະເຮັດວຽກໄດ້ບໍ່ຫລ້ອນ ຢ້ານແຕ່ວຽກຊິໄປໄດ້ໄວກ່ວາເກົ່າຫລາຍເທົ້າ ຫັ້ນແຫລະ? ຜູ້ທີ່ບໍ່ຢາກໃຫ້ຂຶ້ນເງິນເດືອນນັ້ນແມ່ນເພິ່ນຢູ່ໄດ້ແນວໃດ ສົງໄສບໍ່ໄດ້ຊື້ຢູ່ຊື້ກິນແນວມີແຕ່ຄົນເອົາຂອງຕ້ອນມາໃຫ້ປະຈຳ 


 



__________________
Anonymous

Date:

Seriously, the government cannot raise this high salary not because the budget deficit,

but also this will rapidly increase the inflation rate in this country too.

 

This kind of decision can be only made by inexperience and lack of knowledge government. 

I'm not against the salary raise, but I'm totally disagree with this much 35%.

It definitely is going to destroy the already weak economy of Laos to be even worse.



__________________
Anonymous

Date:

ການຂຶ້ນເງິນເດືອນນັ້ນແມ່ນດີແລ້ວ ສ່ວນວ່າຜົນກະທົບນັ້ນ ຖ້າເບິ່ງໃນທາງພາກພື້ນເສດຖະກດແມ່ນສິເຮັດໃຫ້ສິນຄ້າໃນລາວແພງຂື້ນ ແຕ່ການແກ້ໄຂຊີວິດການເປັນຢູ່ຂອງ ພງ ລັດແມ່ນມີຜົນດີໄປເຖິງຜູ້ຄ້າຂາຍ ເພາະວ່າເມື່ອຄົນມີເງິນຫລາຍ ແຮງຊື້ກໍ່ມີຫລາຍ ໃນດ້ານເສດຖະສາດຖືວ່າແມ່ນມີຜົນດີຕໍ່ຊີວິດການເປັນຢູ່ຂອງມະນຸດເງິນເດືອນ ແລະຖ້າເບິ່ງໃນແງ່ຜົນກະທົບຕໍ່ຜູ້ໂລບມາກ ກະຄືສິແມ່ນແຫ່ກັນໄປສະມັກເຂົ້າເປັນ ພງ ລັດ ແຕ່ ບໍ່ຕ້ອງຢ້ານວ່າສິບໍ່ມີຄົນເຮັດວຽກກັບເອກະຊົນເດີ້ ເພາະວ່າ ສອບເຂົ້າລັດບໍ່ແມ່ນສິເຂົ້າໄດ້ທຸກຄົນເດີ້ ແລະການປັບເງິນເດືອນກໍ່ຍັງເປັນທ່າແຮງທີ່ດີທີ່ຈະຊຸກຍູ້ໃຫ້ເອກະຊົນເພີ່ມເງິນຄ່າຈ້າງແຮງງານຂື້ນ ເພາະແນວໄດກະສິເປີດ ເອອີຊີແລ້ວ ນັກລົງທຶນບໍ່ໄດ້ເສຍພາສີຫລາຍແກ່ລັດຢູ່ແລ້ ແລະຍັງເປັນການສົ່ງເສີມໃຫ້ມີການຂົນຂວາຍຫາເງິນເພີ່ມຂື້ນຢ່າງດຸຫມັ່ນຂອງປະຊາຊົນທີ່ບໍ່ມີເງິນເດືອນ

ແຕ່ທີ່ແນ່ນອນກະຄື ສິນຄ້າແລະຄ່າໃຊ້ຈ່າຍຂອງທຸກທ່ານຈະເພີ່ມຂື້ນ ແພງຂື້ນ ຕາມເງິນທີ່ທ່ານໄດ້ແນ່ນອນ ຂໍຂອບໃຈ

__________________
Anonymous

Date:

Anonymous wrote:

ຂ່າວນີ້ເອົາມາແຕ່ໃສ, ເງິນເດືອນຂອງພະນັກງານ ສປປລາວ ຖ້າທຽບກັບປະເທດໃນອະນຸພາກພື້ນ ຖືວ່າຕຳ່ທີ່ສຸດແລ້ວ ຂພຈ ສະຫນັບສະຫນູນລັດຖະບານ ຄວນໃດ້ປະຕິບັດຕາມຄຳສັງຂອງ ນຍ ທີ່ໃດ້ເຊັນອະນຸມັດນັ້ນ ok


 ການຂື້ນເງີນເດືອນແມ່ນດີແລ້ວເພາະຂ້າພະເຈົ້າກໍເປັນພະນັກງານລັດ

ອັນບໍ່ດີນັ້ນດຽວນີ້ປະເທດກຳລັງທຸກຍາກຂາດເຂີນ.ໃຜໆກໍຮູ້ກັນດີ.ຫລັງຈາກຮູ້ແລ້ວຕ້ອງພາກັນສູ້ຊົນໃຫ້ຜ່ານພົ້ນຈາກລົມພະຍຸຢ່າງເດັດດ່ຽວ...........ເລື້ອງລົດປະຈຳຕຳແໜ່ງນັ້ນຢ່າສຸພາກັນເອກກະພາບກັນຊື້ຄັນແພງຫລາຍ,ທັງນຳມັນກໍກິນຫລາຍ

ເອົາຂະໜາດວີໂກ້ກໍພໍແລ້ວ

ພະນັກງານລັດບາງຄົນຢາກໄດ້ລົດແລນກຣຸຍເຊີມາເຮັດລົດປະຈຳຕຳແໜ່ງກໍສວຍໂອກາດວ່າ ລົດແລນກຣຸຍເຊີມັນແພງຢູ່ແຕ່ວ່າມັນຮັບປະກັນຊີວິດກວ່າ

ອັນນີ້ແມ່ນແນວຄິດຂອງຄົນຢາກສໍ້ລາດໂດຍທາງອ້ອມ,ເພາະເງິນທີ່ນຳມາຊື້ນັ້້ນແມ່ນເງີນເສັຍພາສີຂອງພໍແມ່ປະຊາຊົນຄົນລາວເຮົາ

ລົດວີໂກມັນກໍແລ່ນໄດ້ຮອດ140ກິໂລແມດຕໍ່ຊົ່ວໂມງພຸ້ນ

ບາງຄົນກໍໃຫ້ລູກຂີ່ໄປໂຮງຮຽນ,ຂີ່ໄປຕະຫລາດ,ອັນທີ່ຮ້າຍໄປກວ່ານັ້ນພວກຂັບລົດຮຸນໄດແກ່ເຄື່ອງຂ້າຂາຍ

ບໍ່ປ່ອຍທາງໃຫ້ເພີ່ນເພີ່ນກໍມີສີໜ້າໃສ່ໂລດ ໂດຍບໍຄີດວ່າລົດທີ່ໂຕເອົາໄປໃຊ້ນັ້ນແມ່ນເງິນຂອງປະຊາຊົນຊື້ໃຫ້

 



__________________
Anonymous

Date:

ຂືນເງິນເດືອນໃຫ້ແມ່ນດີ....ແຕ່ຢາໂກງກິນບ້ານກິນເມືອງ. ເງິນມອບໃຫ້ຄັງເງິນແຫ່ງຊາດຂອງປະຊາຊົນກາເອົາມາສ້າງທາງໃຫ້ປະຊາຊົນແດ່.



__________________
ກຳມະກອນ

Date:

ຂໍປະກອບຄຳເຫັນນຳແດ່ໜ້ອຍໜື່ງ:

ຫລາຍທ່ານທີ່ອອກຄຳເຫັນກໍ່ລ້ວນແຕ່ມີເຫດຜົນ, ຄຳເຫັນບາງທ່ານກໍ່ມີປະໂຢດໜ້ານຳໄປໃຊ້, ແຕ່ວ່າ

ມັນກໍ່ເປັນໜ້າທີ່ຂອງການນຳເບື້ອງສູງເພີ່ນເນາະ ເປັນຜູ້ມີສິດຕັດສີນ. ໃນຄຳເຫັນຂອງ ຂພຈ ແລ້ວການ

ຂື້ນເງີນເດືອນໃຫ້ ລັດຖະກອນນັ້ນມັນກໍ່ດີຫັ້ນແລ້ວ ເພາະເງີນເດືອນ ພງ ລາວມັນຕ່ຳຫຼາຍ ຜູ້ອາໄສເງີນເດືອນ

ກໍ່ລຳບາກຫັ້ນແລ້ວ. ຫຼາຍທ່ານກໍ່ວ່າຄວນເຮັດເປັນເທື່ອລະກ້າວຂື້ນໄປເພື່ອບໍ່ໃຫ້ກະທົບແຮງຕໍ່ງົບປະມານ, ແຕ່

ເບີ່ງຕາມຂ່າວນີ້ ເພີ່ນກໍ່ເຮັດເປັນໄລຍະຢູ່ແລ້ວ ເຊີ່ງໄລຍະປະຈຸບັນກໍ່ແມ່ນ 2012/2013, ໄລຍະຕໍ່ໄປກໍ່ແມ່ນ

2014/2015 (ຖ້າເຂົ້າໃຈບໍ່ຜິດ) ຖ້າຈະປັບໃນໄລຍະສັ້ນກວ່ານີ້ກໍ່ຄົງເຮັດໄດ້ຍາກ. ຂພຈ ວ່າບັນຫາທີ່ກະທົບໜັກ

ຕໍ່ງົບປະມານປະຈຸບັນ ແມ່ນບັນດາໂຄງການກໍ່ສ້າງທີ່ໃຫ້ພວກພໍ່ຄ້າລົງທືນກ່ອນນັ້ນເອງ, ເຊີ່ງບໍ່ມີການປະມູນແຂ່ງ

ສ້າຂັນ, ລາຄາສູງເກີນກວ່າລາຄາກາງ ຢ່າງໜ້ອຍແມ່ນ 3 ເທົ່າ, ໝາຍຄວາມວ່າງົບທີ່ໃຊ້ກໍ່ສ້າງ 1 ສາມາດເອົາໄປ

ເຮັດໄດ້ອີກ 2 ແຫ່ງ ໃນກິດຈະການຂະໜາດດຽວກັນ. ບັນຫາທີ່ກະທົບຕໍ່ສັງຄົມອີກອັນໜື່ງ ເພີ່ນບໍ່ໃຊ້ມາດຕະການ

ຄວບຄຸມລາຄາສີນຄ້າ ໂດຍສະເພາະແມ່ນ ປະເພດອາຫານ, ມີແຕ່ເວົ້າຊື່ໆ ບໍ່ມີການປະຕິບັດ ລາຄາຊີ້ນ ງົວ ຄວາຍ

ຂື້ນມາໄດ້ເກືອບປີ ແລ້ວ ຍັງບໍ່ມີວີ່ແວວທີ່ຈະລົດລົງເລີຍ. ບາດຢູ່ປະເທດໃກ້ຄຽງເຮົານີ້ນ່າ ລາຄາໄຂ່ຕີງຂື້ນໜ້ອຍດຽວ

ທຽບໃສ່ເຮົາ ເຮົາຍັງແພງກວ່າ ປານນັ້ນເຂົາກໍ່ຍັງວຸ່ນວາຍ ໂຈມຕີລັດຖະບານ



__________________
Anonymous

Date:

ບໍ່ຕ້ອງສັງເກດຫລາຍສັງເກດງ່າຍໆ ລາຄາສິນຄ້າທີ່ເຮັດແລະຜລິດໃນປະເທດ ກັບສິນຄ້ານຳເຂົ້າ ສິນຄ້າລາວທີເຮັດແລະຜລິດໃນປະເທດລາວແພງ ກ່ອນສິນຄ້ານຳເຂົ້າເປັນ ຍ້ອນຫຍັງ ການແປສິນຄ້າດິບເປັນຜລິດຕະພັນ ເພື່ອຍົກລະດັບ ລາຄາສິນ ຄ້າ ກະສັງເກດເບິ່ງເອົາ 



__________________
Anonymous

Date:

ຂ້າພະເຈົ້າ ຄິດວ່າ ຂື້ນເງິນເດືອນໃຫ້ພະນັກງານ ແມ່ນຂື້ນໃຫ້ກຸ້ມກິນໂລດ ແລ້ວໄປປິດລະບົບ Corruption ໃຫ້ໄດ້ ແລ້ວຄວາມຂຽວງາມຈະຂຽວທົ່ວປະເທດລາວ



__________________
Anonymous

Date:

Anonymous wrote:

ຂ້າພະເຈົ້າ ຄິດວ່າ ຂື້ນເງິນເດືອນໃຫ້ພະນັກງານ ແມ່ນຂື້ນໃຫ້ກຸ້ມກິນໂລດ ແລ້ວໄປປິດລະບົບ Corruption ໃຫ້ໄດ້ ແລ້ວຄວາມຂຽວງາມຈະຂຽວທົ່ວປະເທດລາວ


 ຂ້ອຍກໍ ໂອເຄ ນຳເຈົ້າເດີ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard