Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂໍຝາກເຖີງບໍລິສັດລົດເມແດ່ທ້ອນ
ຄົນທຽວທາງ

Date:
ຂໍຝາກເຖີງບໍລິສັດລົດເມແດ່ທ້ອນ

ເຫັນກະທູ້ໜື່ງທີ່ທ່ານຜູ້ໃຊ້ນາມວ່າ: ຄົນໃຕ້. ເວົ້າເລື່ອງລົດເມເກີດອຸປະຕິເຫດ ຂ້າພະເຈົ້າກໍ່ຂໍເພີ່ມເຕີມແດ່ທ້ອນ

ໄລຍະປີ 2013 ມານີ້ປາກົດເຫັນເພີ່ນອອກຂ່າວເລື່ອງປັບປຸງລົດເມໃນ ນວ ຢູ່ເລື້ອຍໆ ແລະ ກໍ່ລົນນະລົງໃຫ້ຄົນນຳໃຊ້

ການບໍລິການລົດເມ. ແຕ່ກໍ່ບໍ່ເຫັນເພີ່ນປັບປຸງເລື່ອງລະບຽບການເດີນລົດເລີຍ ຍັງເປັນຄືເກົ່າ ຄືໃຊ້ທິດສະດີການໃຫ້

ບໍລິການຂອງສາມລໍ້ ຢາກຈອດໃສກໍ່ຈອດ ຕາມໃຈຄົນໂດຍສານ, ຖ້າມີຄົນເອີ້ນກໍ່ແມ່ນຈອດແບບກະທັນຫັນ, ຈອດອັດ

ຮອດຈຸທາງ 3 ແຍກ 4 ແຍກ ບໍ່ສົນໃຈ, ບ່ອນຈອດລົດເມເຮັດໄວ້ເສຍລ້າ ບໍ່ເຂົ້າຈອດ ຈັກເທື່ອ ລົດທົ່ວໄປເຂົາກໍ່ຈອດລະບໍ

ແລ້ວພັດຍົກຂື້ນມາເປັນຂໍ້ອ້າງແບບເດັກນ້ອຍເວົ້າ. ຍ້ອນຈອດບໍ່ເປັນລະບຽບ ຊະຊາຍຕາມໃຈ ແລະ ຈອດແບບກະທັນ

ຫັນຄືແນວນັ້ນຈື່ງພາໃຫ້ເກີດອຸປະຕິເຫດ ມື້ວານຜູ້ຂ້າກໍ່ເກືອບດວນກົ້ນເພີ່ນແລ້ວ ຍ້ອນຄົນໂດຍສານຮ້ອງໃຫ້ເພີ່ນຈອດ

ທັ້ງທີ່ເພີ່ນຫາກໍ່ອອກຈາກຈຸດທີ່ຈອດຜ່ານມານັ້ນ ໄກກັນບໍ່ເຖີງ 200ມ. ແລ້ວເຮັດແນວໃດຄົນຈື່ງຊິຢາກໄປໃຊ້ບໍລິການ

ມັນເສຍເວລາ ຜູ້ຟ້າວວຽກຟ້າວງານ ຮັກສາຄຸນຄ່າເວລາແລ້ວແມ່ນໄປນຳບໍ່ໄດ້. ແລ້ວອີກຈັກປີບໍລິສັດລົດເມຈື່ງຈະປັບ

ປຸງບັນຫານີ້ໃຫ້ເຂົ້າລະບົບ ລະບຽບຄືບ້ານເພີ່ນ ເມືອງທ່ານ ທີ່ຈະເລີນ.

__________________
Anonymous

Date:

ຄວນປັບປຸງທັງອົງກອນລົດເມນັ້ນ ຍີ່ປູ່ນເຄີຍໃຫ້ການຊ່ວຍເຫລືອຄັ້ງໃຫຍ່ທ້າຍຊຸມປີ 80 ແຕ່ແລ້ວທຸລະກິດນີ້ກຸດສ້ວຍລົງຈົນລົດເມ

ເຫລືອແຕ່ເສດເຫລັກບໍ່ສາມາດຕໍ່ເຕີມຫຍັງໄດ້ບໍ່ເຫັນຊື້ລົດມາເສີມອີກຈົນຍີ່ປູ່ນໄດ້ບໍລິຈາກອີກໃນຄັ້ງນີ້ ໃນຊຸດລົດສີຂຽວ ເມື່ອສົມ

ທຽບກັບເອກຊົນແລ້ວເຫັນວ່າຜູ້ມີລົດເມຄັນດຽວໃນເມື່ອກ່ອນແຕ່ມາຮອດປະຈຸບັນມີເຖິງ ສອງ ສາມຄັນອັນນີ້ແມ່ນຫົວໜ່ວຍນ້ອຍໆ

ຂອງຄອບຄົວ ທືນເຂົາເຈົ້າເອງເຮັດເອງ ເມື່ອເວົ້າເຖິງບໍລິສັດລົດເມແລ້ວ ມີຜູ້ລົງທຶນໃຫ້ຍັງບໍ່ໄປບໍ່ມາ, ເປັນຍ້ອນເຫດໃດຈິ່ງເປັນແບບນີ້?

__________________
Anonymous

Date:

ບໍລິສັດລັດວິສະຫະກິດລົດເມກໍບໍ່ຕ່າງຫຍັງກັບສະຫະກອນຮວມໝູ່ນັ້ນແລ້ວ ຫ້າວຫັນແຕ່ຫົວທີບໍ່ຕ່າງຫຍັງກັບໝາກຄ່າງ

ບາດດົນໄປກໍໂຫງ້ຍປັບ. ຖ້າເປັນຂອງເອກກະຊົນຫຼືຂອງນາຍທຶນແນ່ນອນຕ້ອງຮັບໃຊ້ຜູ້ໂດຍສານຢ່າງສຸດອົກສຸດໃຈເພາະ

ຢ້ານມີຄູ່ແຂ່ງຫຼືມີຄູ່ແຂ່ງແລ້ວກໍຢ້ານເສຍທ່າໃຫ້ຄູ່ແຂ່ງ ແລະຜູ້ຂັບລົດເມກໍຈະຢູ່ພາຍໃຕ້ກົດລະບຽບທຸກປະການ. ອີກດ້ານ

ໜຶ່ງຄວນວາງລະບຽບອອກໃຫ້ຜູ້ໂດຍສານຂຶ້ນແລະລົງບ່ອນທີ່ມີປ້າຍຈອດລົດເມເທົ່ານັ້ນ ແລະຫ້າມບໍ່ໃຫ້ຜູ້ຂັບລົດເທຈອດ

ເອົາຜູ້ໂດຍສານຕາມຖະໜົນຫຼືບ່ອນບໍ່ມີປ້າຍຈອດລົດເມ. ໃຫ້ ຕລ ຈາລະຈອນເຜີ້ມຄວາມເຂັ້ມງວດໃນການກວດເບິ່ງລົດ

ທີ່ຈອດຕັນປ້າຍຈອດລົດເມ ຖ້າໃຜຝືນກໍເອົາໃບສັ່ງປັບໃຫ້ໂລດ ເຖິງເຈົ້າຂອງລົດຈະໃຫຍ່ຂັບຟ້າກໍຕາມ.

__________________
Anonymous

Date:

Anonymous wrote:

 ບັນຫາສຳຄັນກໍ່ແມ່ນຜູ້ບໍລິຫານຫັ້ນລະ, ຖ້າຜູ້ບໍລິຫານດີ ມີວິໄສທັດກວ້າງໄກ ຮູ້ຈັກປັບປຸງໃຫ້ສອດຄ່ອງກັບສະພາບ

ຜົນມັນກໍ່ອອກມາດີ, ອັນນີ້ແລ້ວເທົ່າໃດປີກໍ່ຍັງບໍລິຫານກັນແບບດັ້ງເດີມ ບໍ່ມີປັບປຸງແບບແຜນໃຫ້ມີອັນໃໝ່. ອັນຕາມ

ມາກໍ່ຄືລະບົບລວມ, ທີ່ຈີງແລ້ວການຂົນສົ່ງມວນຊົນນີ້ມັນກໍ່ຈະມີກຳໄລໜ້ອຍ ແລະ ລັດກໍ່ບໍ່ຫວັງຜົນກຳໄລນຳທຸລະກິດອັນ

ນີ້ ກົງກັນຂ້າມ ເບື້ອງລັດກໍ່ຕ້ອງໄດ້ຖົມຂຸມໃຫ້ຊ້ຳ ເພື່ອອຳນວຍຄວາມສະດວກໃຫ້ແກ່ສັງຄົມ.

ສຳລັບບ່ອນຈອດລົດເມນັ້ນ ກໍ່ຖືກຕາມຄຳເຫັນຂອງທ່ານ ຕຳລວດຈະລາຈອນຕ້ອງເລາະເບີ່ງ, ແຕ່ຖ້າຄືທຸກມື້ນີ້ ຊິໄປເວົ້າໄປວ່າ

ໃຫ້ຜູ້ຈອດກໍ່ບໍ່ສົມຄວນ ເພາະລົດເມບໍ່ໃຊ້ບ່ອນຈອດຕາມທີ່ຈັດໄວ້, ຖ້າຫາກນຳໃຊ້ຕາມກົດຕາມເກນແລ້ວຄິດວ່າຜູ້ໃຊ້ລົດທົ່ວໄປ

ກໍ່ຄົງຈະຄ່ອຍປັບປ່ຽນໄປເອງຕາມສະພາບ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard