Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ວຽງຈັນ ລະບາຍນໍ້າຝົນບໍ່ທັນແລ້ວ...
Anonymous

Date:
ວຽງຈັນ ລະບາຍນໍ້າຝົນບໍ່ທັນແລ້ວ...

ເສັ້ນທາງຫຼາຍເສັ້ນໃນນະຄອນຫຼວງວຽງຈັນເກີດນ້ຳຖ້ວມຂັງໄວສາເຫດຍ້ອນຮ່ອງລະບາຍນ້ຳບໍ່ຮັບປະກັນ

nam+thuam.jpg
          ແລງມື້ວານນີ້ໄດ້ເກີດມີຝົນຕົກຟ້າລົມແຮງປົກຄຸມໄປທົ່ວນະຄອນຫຼວງວຽງຈັນ, ພຽງປະ ມານ 30  ກວ່ານາ ທີໄດ້ເຮັດໃຫ້ເສັ້ນທາງສາຍ ຕ່າງໆເກີດນ້ຳຖ້ວມຂັງ ເປັນຈຳນວນຫຼາຍ, ສົ່ງຜົນໃຫ້ ການສັນຈອນໄປ ມາພົບຄວາມຍຸ້ງຍາກ, ບ້ານເຮືອນທີ່ຕັ້ງຢູ່ບໍລິ ເວນພື້ນທີ່ຕ່ຳກໍໄດ້ຮັບຜົນປະທົບ ຢ່າງບໍ່ເຄືຍມີມາກ່ອນ, ມີ ຫຼາຍຄົນໃຫ້ເຫດຜົນວ່າອາດແມ່ນຍ້ອນມີການຖົມບຶງ, ຖົມໜອງເພື່ອປຸກ ສ້າງບ້ານເຮືອນຫຼາຍ ແລະ ຮອງ ລະບາຍນ້ຳໃ ນຕົວເມືອງກໍບໍ່ຮັບ ປະກັນ,ເຮັດໃຫ້ ນ້ຳລະບາຍອອກ ບໍ່ທັນດັ່ງສາມແຍກເສັ້ນທາງສາຍ ລົມ, ສີແຍກໄຟແດງສີດຳດວນ, ເສັ້ນທາງບ້ານ ທົ່ງສາຍນາງ, ເສັ້ນ ທາງສາມແຍກຂື້ນຄ້ອຍໄປ ຫາໂຮງໝໍ 150 ຕຽງ ແລະ ບ່ອນ ອື່ນໆທີ່ເປັນເຂດພື້ນທີ່ຕ່ຳເກີດນ້ຳ ຖ້ວມຂັງເປັນຫຼາຍ ຊົ່ວໂມງ ແລະ ຜູ້ທີ່ຢູ່ໃກ້ຄຽງ ຕ່າງກໍໃຫ້ຂໍ້ຄິດເຫັນ ວ່າ:ພາກສ່ວນກ່ຽວຂ້ອງຍັງຖື ເບົາກໍ່ການລວງຄອງລະບາຍນ້ຳກ່ອນລະດູຝົນຈະມາເຖິງ ບວກໃສ່ບາງຈຸດຍັງມີສິ່ງກີດຂວາງອຸດຕັນ ເຮັດໃຫ້ນ້ຳໄຫຼບໍ່ສະດວກຈຶ່ງ ເກີດມີສະພາບນ້ຳ ຖ້ວມຢ່າງໄວວາຄືມື້ວານນີ້.
        ດັ່ງນັ້ນເຫັນວ່າເຖິງເວລາ ແລ້ວທີ່ອຳນາດການປົກຄອງ ແລະ ພະແນກການກ່ຽວຂອງຂອງນະຄອນ ຫຼວງວຽງຈັນ ຈະຕ້ອງຄຳນຶງ ແລະ ຮີບ ຮ້ອນປົວແປງ ແລະ ອະນາໄມຄອງລະບາຍນ້ຳໃຫ້ດີ, ເພື່ອບໍ່ປະປ່ອຍໃຫ້ສະພາບແບບນີ້ເກີດຂື້ນມາອີກ, ນອກຈາກຈະສ້າງຄວາມສະດວກໃຫ້ ການສັນຈອນໄປມາໃຫ້ແກ່ສັງຄົມແລ້ວ, ຍັງຊ່ວຍໃຫ້ນະຄອນຫຼວງຮັບປະກັນໄດ້ນະໂຍບາຍ ສ.ສະອາດ ທີ່ວາງໄວ້ ແລະ ສ້າງໃຫ້ນະຄອນຫຼວງ ວຽງຈັນມີຄວາມງົດງາມ ແລະ ເປັນຕາໜ້າຢູ່.

__________________
Anonymous

Date:

ນອກຈາກຖົມແລວ້ ຍັງເທຊີມັງປິດຫນ້າດິນຫມົດເລີຍ

ຝົນທັ່ງລົງມາບໍ່ສາມາດຊືມລົງດິນໄດ້  

__________________
Anonymous

Date:

ຂະໜາດຂອງຮ່ອງນ້ຳ ແລະ ຕາໜ່າງລະບົບລະບາຍ ນັ້ນແມ່ນສາມາດຮອງຮັບໄດ້ແລ້ວ

ແຕ່ປະຈຸບັນມັນເປັນອຳມະພາດໄປໝົດບັນດາທ່ານທັງຫລາຍ, ຍ້ອສາຫດ:

- ຖົມດີນແບບບໍ່ມີການຄວບຄຸມຄືບັນດາທ່ານສະເໜີຄຳເຫັນນັ້ນ, ຕັນແລວນ້ຳ, ບໍ່ມີອ່າງເກັບ

- ຂາດການຄວບຄຸມລົດຂົນດີນ, ຂົນຊາຍ, ການກໍ່ສ້າງຕ່າງໆ ລຽບຕາມແຄມທາງ ເຮັດໃຫ້ທາງເປື້ອນເປິ

   ດີນ ແລະ ຊາຍ ຕະລອດຮອດເສດຂີ້ເຫຍື້ອໄຫລລົງຮ່ອງ, ທໍ່ ອຸດຕັນໝົດ ປ່ອງລະບາຍນ້ຳລຽບຂອບທາງ

   ຖືກທຳລາຍ ແລະ ອັດຕັນ

- ຂາດການສ້ອມແປງ ບຳລຸງຮັກສາ, ໂດຍທົ່ວໄປແລ້ວ ຄວນອານາໄມຮ່ອງ, ທໍ່ ປີລະຄັ້ງ ຢູ່ປະເທດຈະເລີນ

  ແລ້ວເພີ່ນກໍ່ໄດ້ເຮັດຄືກັນ, ເພາະຮ່ອງ ແລະ ທໍ່ຢູ່ໃນເມືອງໃຫຍ່ ໂດຍສະເພາະຢູ່ ນະຄອນຫລວງວຽງຈັນ

ແມ່ນສະພາບທຳມະຊາດ ລະດັບໜ້າດີນມັນຮາບພຽງ ນ້ຳໄຫລບໍ່ມີແຮງດັນ, ທັງຮັບນ້ຳເປື້ອນທີ່ຍັງບໍ່ໄດ້

ຜ່ານການບຳບັດ

ບໍ່ຮູ້ວ່າອົງການກ່ຽວຂ້ອງເພີ່ນເຮັດຫຍັງຢູ່, ມາຮອດປະຈຸບັນຢາກຈະອານາໄມກໍ່ຄົງສວຍເກີນແກ້ແລ້ວ

ເພາະຮ່ອງ ແລະ ທໍ່ຂ້າງທາງນັ້ນ ມັນເປັນອຳມະພາດໝົດແລ້ວ ດີນ, ຊາຍເຕັມອັດແໜ້ນໝົດແລ້ວ

ຕ້ອງໄດ້ຮື້ຖອນສ້າງໃໝ່ຢູ່ບາງເຂດ ຕ້ອງໃຊ້ງົບປະມານມະຫາສານ

__________________
ລູກລາວ-ຫລານລາວ

Date:

ນ້ຳມັກຖ້ວມດຸ໋-ກະດັກ..! ຄືວ່າ...............................

ບໍ່ເຮັດກຳແພງອ້ອມເມືອງວຽງຈັນ '' ຄືກຳແພງເມືອງຈີນ-ຫັ້ນ ''

ລັບລອງ-1000% ເຊີນຝົນຕົກ-6 ເດືອນ ຫຼື ເຄື່ອນພັງ..?

ຍັງຈະມີເຫຕການນ້ຳຖ້ວມອີກຢູ່ ກໍໜ້າອັສ-ງຶດລະເນາະ...biggrinbiggrinbiggrin

__________________
Anonymous

Date:

ລູກລາວ-ຫລານລາວ wrote:

 ໝໍນີ້ກໍ່ເມົາຢາບ້າມາແຕ່ທາງໃດອີກສາລະນໍ ບາດນີ້ ມາຊິໂບ ຊິເບ້ ຢູ່ນີ້

__________________
Anonymous

Date:

All the Roads in LAOS (design Oak Babh) weren't up to the International Standard.

Falang Khee Nok design Por Lean Dai sue sue...

So who's fault ? Sa Hai Sisavang Vong.

                         Sa Hai Phetsalath.

                         Sa hai Souvanna Phouma

                         Sa hai Souphanouvong

  The rest of Lao Royal Government.

When PDR's government take over 75 doing the same shiet, but at least they did a little here and there. not much.

__________________
Anonymous

Date:

ລູກລາວ-ຫລານລາວ wrote:

ນ້ຳມັກຖ້ວມດຸ໋-ກະດັກ..! ຄືວ່າ...............................

ບໍ່ເຮັດກຳແພງອ້ອມເມືອງວຽງຈັນ '' ຄືກຳແພງເມືອງຈີນ-ຫັ້ນ ''

ລັບລອງ-1000% ເຊີນຝົນຕົກ-6 ເດືອນ ຫຼື ເຄື່ອນພັງ..?

ຍັງຈະມີເຫຕການນ້ຳຖ້ວມອີກຢູ່ ກໍໜ້າອັສ-ງຶດລະເນາະ...biggrinbiggrinbiggrin

 if they built Kumpheang big and tall like Great Wall of China ! most of lao people would've die in 1966 Vieng Junh's flood.

__________________
Anonymous

Date:

Anonymous wrote:
ລູກລາວ-ຫລານລາວ wrote:

ນ້ຳມັກຖ້ວມດຸ໋-ກະດັກ..! ຄືວ່າ...............................

ບໍ່ເຮັດກຳແພງອ້ອມເມືອງວຽງຈັນ '' ຄືກຳແພງເມືອງຈີນ-ຫັ້ນ ''

ລັບລອງ-1000% ເຊີນຝົນຕົກ-6 ເດືອນ ຫຼື ເຄື່ອນພັງ..?

ຍັງຈະມີເຫຕການນ້ຳຖ້ວມອີກຢູ່ ກໍໜ້າອັສ-ງຶດລະເນາະ...biggrinbiggrinbiggrin

 ໝໍນີ້ກໍ່ເມົາຢາບ້າມາແຕ່ທາງໃດອີກສາລະນໍ ບາດນີ້ ມາຊິໂບ ຊິເບ້ ຢູ່ນີ້

     ເອົ້າ..!? ແລ້ວໝໍ-ເຈົ້າລະ... ໄປດົມກາວ ມາແຕ່ທາງໃດ-ລະນີ້..?sick.gif

    ມີແຕ່ມາຫາຕິ..!? ອອກຄວາມຄິດເຫັນແດ່ແມ້, ມີວິທີ ດີກວ່ານີ້ບໍ່ລະ..?rip.gif

    ຈ໋ະ-ຈ໋ະ-ຈ໋ະ ສູນລົງກະເປັນເດີ້...ໂຢ້ວວວ໌!!! jawdrop.gif

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard