Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ອົງການກວດສອບແຫ່ງລັດ ວາງເປົ້າກວດສອບ 83 ຫົວໜ່ວຍ
Anonymous

Date:
ອົງການກວດສອບແຫ່ງລັດ ວາງເປົ້າກວດສອບ 83 ຫົວໜ່ວຍ


​ສົກ​ປີ 2012-2013 ອົງການ​ກວດ​ສອບ​ແຫ່ງ​ລັດ ໄດ້​ຂຶ້ນ​ແຜນ​ກວດ​ສອບ​ບັນດາ​ອົງ​ການຈັດຕັ້ງ​ລັດ ໂຄງການ​ກູ້​ເງິນ ແລະ ຊ່ວຍເຫຼືອ​ລ້າ ທະນາຄານ ແລະ ວິ​ສາ​ຫະ​ກິດ ໄດ້​ທັງ​ໝົດ 81 ຫົວໜ່ວຍ ສາມາດ​ລົງ​ກວດ​ສອບ​ໄດ້ 43 ຫົວໜ່ວຍແລະ ເຊັນ​ບົດ​ບັນ​ທຶນ​ໄວ້ 19 ຫົວໜ່ວຍ

ນອກ​ນັ້ນ ຍັງ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ກ່ຽວ​ກັບ ຜົນ​ການ​ກວດ​ສອບ​ການ​ສະຫຼຸບ​ຂາດ​ຕົວ​ຂອງ​ການຈັດຕັ້ງ​ປະຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ ສົກ​ປີ 2010-2011 ແລະ 2011-2012 ພ້ອມ​ລາຍ​ງານ​ສາເຫດ​ຂອງ​ການ​ຜິດ​ດ່ຽງ​ບັນຊີ​ເງິນ 94,83 ຕື້​ກີບ ໃນ​ສົກ​ງົບປະມານ​ປີ 2009-2012 ຂອງ​ຄັງ​ເງິນ​ນະຄອນຫຼວງ​ວຽງ​ຈັນ.

556000007850202.JPEG 556000007850203.JPEG

ອົງການ​ກວດ​ສອບ​ແຫ່ງ​ລັດ                 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ 

 

http://vientianemai.net/teen/khao/1/9627



__________________
Anonymous

Date:
RE: ອົງການກວດສອບແຫ່ງລັດ ວາງເປົ້າກວດສອບ 83 ຫົວໜ່ວຍ


 ບົດຄວາມກ່ຽວກັບຜົນການກວດສອບຂ້າງເທີງນີ້ເຂົ້າໃຈຍາກຫລາຍ, ບໍ່ຮູ້ໃຈຄວາມຢູ່ຈຸດໃດ ກວດສອບເຫັນເງິນຜິດດ່ຽງ 94 ຕື້ກີບນັ້ນເປັນຍ້ອນສາຍເຫດຫຍັງກະບໍ່ຮູ້ ຜູ້ກະທຳຜິດຖືກວິໃນຫລືບໍກະບໍ່ເວົ້າເຖີງ? ແລະ ການກວດສອບສົກປີ2011 2012 ເດສຳເລັດແລ້ວບໍ? ຜົນຂອງການກວດສອບເປັນແນວໃດ ?ພົບເຫັນພຶດຕິກຳການກະທຳຜິດ ຫລື ລະເມີດກົດຫມາຍມີຈັກກໍລະນີ ຄວນສະຫລຸບຈະແຈ້ງໃຫ້ສັງຄົມຮັບຊາບດ້ວຍ,ຖ້າເວົ້າແບບລວມໆຄືເຊັ່ນນີ້ ອີກປານໃດຈື່ງຈະເກີດປະສິດທິຜົນ ຖືกແລ້ວທີ່ສັງຄົມວ່າ ໄກ່ເຫັນຕີນງູ ງູເຫັນນົມໄກ່ ໂດຍທີ່ບໍ່ຕ້ອງໃຫ້ມີໃຜເວົ້າໃຫ້ໃຜກໍ່ແລ້ວກັນ



__________________
Anonymous

Date:

ອົງການກວດກາແຫ່ງລັດນຳໂດຍຕກຸນ ສີພັນດອນ ຮາາາາາາາາາາາາາາາ

ມັນເປັນການຊວນຫົວເນາະ ບັກ ກ ບັກ ຂ ຄືຊິແລ້ວລະເນາະ ຈະໄດ້ເຂົ້າໄປ

ໄກ້ພົວພັນກັບການການເງີນໃນວົງການຄະນະປະຕິວັດ ເອົາໜ້າປະຊາຊົນ

ໄປຂາຍວ່າປະຊາຊົນເປັນເຈົ້າແຕ່ທາດແທ້ແມ່ນ ຄະນະປະຕິວັດເປັນຜູ່ລວຍ

 



__________________


Guru

Status: Offline
Posts: 695
Date:

ເຮັດຕາມລະບຽບ ເຫັນແລ້ວຫລາຍຄົນອາດວ່າລັດເພີ່ນເຮັດວຽກດີແທ້

__________________

 187557797.jpg

Anonymous

Date:

ວາງເປົ້າໝາຍ 83, ຂຶ້ນແຜນການ 81 ແຕ່ກວດສອບໄດ້ແຕ່ 43, ສ່ວນເຫລືອນັ້ນກວດສອບບໍ່ໄດ້

ເພາະເພິ່ນເອົາເບຍລາວໃຫ້ດື່ມກ່ອນ.



__________________
Anonymous

Date:

ຕົວເລກ 94 ຕື້ທີ່ຜິດດ່ຽງບັນຊີຢູ່ນະຄອນຫລວງນີ້ໃດ້ຍິນມາຫລາຍປີແລ້ວ ແຕ່ມາຮອດປະຈຸບັນກໍ່ບໍ່ທັນສາມາດແກ້ໄຂໄດ້ ງົງງົງງົງ
ທ່ານປະທານກວດສອບເອີຍ ສຳລັບເງິນງົບປະມານທີ່ຄັງເງິນຄຸ້ມຄອງນັ້ນ ບໍ່ວ່າແຕ່ຢູ່ນະຄອນຫລວງດອກ ບັນດາແຂວງຕ່າງໆກໍ່ເຊັ່ນກັນ ສົມປຸສົມປຸ້ຍຫລາຍ,ປ່ອຍໃຫ້ ບລສ ຢືມເປັນສະຫນັນ ຂພຈ ຄິດວ່າເປັນທະນາຄານເສຍອີກ ຕ່າງແຕ່ວ່າຢືມຢູ່ທະນາຄານແມ່ນໄດ້ເສຍດອກເບ້ຍເປັນລາຍເດືອນ ສ່ວນຢືມຢູ່ຄັງເງິນເສຍດອກບາດດຽວຖືວ່າຈົບ


__________________
Anonymous

Date:

ເປັນ ສິ່ງທີ່ທ້າທາຍສຳລັບຜູ້ກວດສອບ ເພາະຂ້າພະເຈົ້າຄິດວ່າ ການກວດສວບຂໍ້ມູນ ບໍ່ລວມສູນ ແລະບໍ່ເຊື່ອມຕໍ່ກັນຂອງຂໍ້ມູນ

ມັນໃຊ້ເວລາຫຼາຍ ແລະຂໍ້ມູນອາດບໍ່ຖືກກັນ

​ແລະຖ້າ​ບໍ່​ຜິດ​ລະບຽບ ​ຄິດ​ວ່າຄວນ ​ໃຊ້​ບໍລິສັດ​ກວດ​ສອບ​ພາຍ​ນອກ​ທີ່​ມີ​ມາດຕະ​​ຖານ​ສູງ ຊ່ວຍຕື່ມ



__________________
Anonymous

Date:

ເຫັນດີນຳທ່ານ! ຖ້າຈະໃຫ້ມີຄວາມຍຸດຕິທຳແທ້ ອົງການກວດສອບ ຄວນເປັນອົງກອນເອກະລາດ ໂດຍບໍ່ຂື້ນກັບໃຜ ຜິດກໍ່ປະຕິບັດໄປຕາມຜິດ ກົດຫມາຍຢ່າງດຽວເປັນຕົວວັດໃນການກວດສອບ



__________________
Anonymous

Date:

ລາວເຮົາເຮັດບໍ່ທັນໃດ້ດອກເນື່ອງຈາກວ່າເພີ່ນໃຊ້ລະບົບອຸປະຖຳ ບໍ່ທັນແມ່ນ ລະບົບຄຸນນະທຳ ທ່ານເອີຍ ເຈົ້ານາຍເອີຍ



__________________
Anonymous

Date:

ຂໍຖາມແດ່ ແຕ່ລະ ກະຊວງ ກົມ ກອງ ມີ ຫ້ອງການ ກວດສອບ ພາຍໃນຢູ່ຫວະ?



__________________
Anonymous

Date:

Anonymous wrote:

ຂໍຖາມແດ່ ແຕ່ລະ ກະຊວງ ກົມ ກອງ ມີ ຫ້ອງການ ກວດສອບ ພາຍໃນຢູ່ຫວະ?

ຕາມ ຂພຈ ເຂົ້າໃຈທຸກ ກຊ ມີກົມກວດກາ, ເມື່ອມໍ່ໆ ມານີ້ ກໍ່ເຫັນທ່ານ ດຣ. ບຸນທອງ ຈິດມະນີ ເພີ່ນ

ລົງເຜີຍແຜ່ວຽກງານກວດກາຢູ່ແຕ່ລະ ກຊ. ແລ້ວກໍ່ມີແຜນວ່າ ແຕ່ລະກົມຕ້ອງ ພະແນກ ຫຼືໜ່ວຍງານ

ກວດການຳອີກ


 



__________________
Anonymous

Date:

ເງີນເດືອນຂອງຄູແລະອາຈານສອນນັກຮຽນ6ເດືອນຈື່ງເບີກເທື່ອໜື່ງ

ອົງການໃດລະເປັນຜູ້ກວດ ຄັນວ່າເດີນຂະບວນປະທ້ວງພັດຜິດກົດ

ໝາຍ ພັດວ່າຖືກຈັບກຸມຍ້ອນສ້າງບັນຫາໄຫ້ສັງຄົມບໍ່ມີຄວາມສະງົບ

nonononono

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard