Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ບັນຫາ ເລື້ອງການໂຄສະນາສິນຄ້າ ໃນລາວ
Anonymous

Date:
ບັນຫາ ເລື້ອງການໂຄສະນາສິນຄ້າ ໃນລາວ


    ​ລຳ​ພວກ​ເຮົາ​ເຄີຍ​ທັກ​ທ້ວງ​ການ​ໂຄ­ສະ­ນາ​ສິນ­ຄ້າ​ທີ່​ເວົ້າ​ເກີນ​ຄວາມ​ເປັນ​ຈິງ ໂດຍ​ສະ­ເພາະ​ພວກ​ເສີມ​ຄວາມ​ງາມ; ຢາ​ປົວ​ພະ­ຍາດ​ຈາກ​ການ​ດອງ​ນ້ຳ­ໝາກ​ໄມ້ ແລະ ອື່ນໆ.

    ເພື່ອນ​ຜູ້​ອ່ານ​ທ່ານ​ໜຶ່ງ​ສ່ອງ​ແສງ​ວ່າ: ໃນ​ການ​ໂຄ­ສະ­ນາ​ຢູ່​ສື່​ມວນ​ຊົນ​ນັ້ນ​ມີ​ຫຼາຍ​ອັນ​ເວົ້າ ຫຼື ຂຽນ​ບໍ່​ເຂົ້າ­ໃຈ​ກາຍ­ເປັນ​ພາ­ສາ​ຊອດ​ກະ­ຈາ... ຢາກ​ໃຫ້​ແກ້​ໄຂ​ເພາະ​ຜ່ານ​ມາ​ເຫັນ​ວ່າ​ນັບ​ມື້​ນັບ​ຜິດ­ພາດ​ຫຼາຍ​ຂຶ້ນ! ວິ­ທີ​ແກ້​ກໍ່​ບໍ່​ຍາກ​ເພິ່ນ​ວ່າ ນຳ​ເນື້ອ​ໃນ​ໂຄ­ສະ­ນາ​ສິນ­ຄ້າ​ທຸກ​ຊະ­ນິດ ຫຼື ວ່າ­ການ​ແກ້​ຂ່າວ​ທຸ­ລະ​ກິດ-ສັງ­ຄົມ​ຕ່າງໆ​ນັ້ນ​ໄປ​ຜ່ານ​ໜ່ວຍ​ງານ​ກ່ຽວ­ຂ້ອງ​ກວດ­ກາ​ຄວາມ​ຖືກ­ຕ້ອງ​ສາ­ກ່ອນ​ຈິ່ງ​ຄ່ອຍ​ລົງ​ໂຄ­ສະ­ນາ​ໄດ້... ດຽວ­ນີ້​ອາ­ໄສ​ແຕ່​ບັນ­ນາ­ທິ­ການ​ເພິ່ນ​ກໍ່​ບໍ່​ໄຫວ ແລ້ວ​ໜ່ວຍ​ງານ​ນີ້​ແມ່ນ​ໃຜ​ຈະ​ເຮັດ; ໃຜ​ຈະ​ຄຸ້ມ​ຄອງ ນັ້ນ​ຄື​ຄຳ​ຖາມ​ຂອງ​ຄູ່​ສົນ­ທະ­ນາ​ນໍ.

    ຜູ້​ຂຽນ​ກໍ່​ໄດ້​ລົມ​ກັບ​ຫຼາຍ​ທ່ານ ເພິ່ນ​ກໍ່​ວ່າ​ຖ້າ​ຫາກ​ມີ​ໜ່ວຍ​ງານ​ນີ້​ມັນ​ຈະ​ສ້າງ​ຂໍ້​ຫຍຸ້ງ­ຍາກ​ໃຫ້​ແກ​ນັກ­ທຸ­ລະ­ກິດ​ໂຄ­ສະ­ນາ ຫຼື ບໍ່? ເພາະ​ຢ້ານ​ວ່າ​ບໍ່​ມີ​ເວ­ລາ​ກວດ­ກາ.. ພາ­ໃຫ້​ຊັກ​ຊ້າ​ຍ້ອນ​ເຄີຍ​ມີ​ການ​ໄປ​ຜ່ານ​ເນື້ອ​ໃນ​ປຶ້ມ​ກໍ່​ຍັງ​ໃຊ້​ເວ­ລາ​ດົນ; ຄິດ​ວ່າ​ບັນ­ນາ­ທິ­ການ​ຢູ່​ແຕ່​ລະ​ສື່ ແຕ່​ລະ ສຳ­ນັກ​ກວດ­ກາ​ເອົາ​ເອງ​ຈະ​ດີ​ທີ່​ສຸດ.

    ແລ້ວ​ຈະ​ແກ້​ໄຂ​ຄວາມ​ຜິດ­ພາດ​ໄດ້​ຢ່າງ­ໃດ? ຈຸດ​ນີ້​ແລ້ວ​ມັນ​ສຳ­ຄັນ ມັນ​ຕ້ອງ​ມີ​ກຳ­ມະ­ການ​ຄື​ແຂ່ງ­ຂັນ​ກີ­ລາ​ນັ້ນ​ລະ​ນໍ! ກຳ­ມະ­ການ​ກໍ່​ແມ່ນ​ຜູ້​ຄຸ້ມ​ຄອງ ສື່​ມວນ​ຊົນ​ເປັນ​ຜູ້​ທ້ວງ, ເປັນ​ຜູ້​ຕັກ­ເຕືອນ ເຊິ່ງ​ຜ່ານ​ມາ​ກໍ່​ມີ​ການ​ເຮັດ​ພາ­ລະ​ບົດ­ບາດ​ນີ້​ເປັນ​ຢ່າງ​ດີ.

    ແຕ່​ກໍ່​ຕ້ອງ​ຍອມ­ຮັບ​ນຳ​ກັນ​ວ່າ ບໍ່​ທັນ​ທົ່ວ​ເຖິງ​ໃນ​ບັນ­ຫາ​ເລັກໆ​ນ້ອຍໆ​ເຊັ່ນ​ວ່າ: ຊື່​ຖະ­ໜົນ​ອາ​ຊຽນ  ແຕ່​ໂຄ­ສະ­ນາ​ຍັງ​ເວົ້າ​ຖະ­ໜົນ T2  ຖະ­ໜົນ​ກຳ­ແພງ​ເມືອງ​ຍັງ​ເວົ້າ​ຖະ­ໜົນ T4; ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ​ຍັງ​ເວົ້າ​ກະ­ຊວງ​ພາຍ​ໃນ (ໂຄ­ສະ­ນາ​ຂາຍ​ເຟີ​ນີ​ເຈີ​ເຮັດ ຫຼື ຢູ່​ໜັງ­ສື­ພິມ​ເສດ­ຖະ­ກິດ​ການ​ຄ້າ​ວັນ​ທີ 13 ມິ­ຖຸ­ນາ 2013) ຍັງ​ມີ​ຫຼາຍ​ກວ່າ​ນັ້ນ​ໃນ​ຫຼາຍ​ສື່  ສະ­ນັ້ນ​ຝ່າຍ​ຄຸ້ມ​ຄອງ​ສື່​ຄວນ​ໄດ້​ຈັດ​ກອງ​ປະ­ຊຸມ​ວິ­ຊາ​ການ​ຂຶ້ນ​ມາ​ເພື່ອ​ຄວາມ​ເປັນ​ເອ­ກະ​ພາບ​ໃນ​ການ​ນຳ​ໃຊ້​ພາ­ສາ​ລາວ; ຊື່​ສະ­ຖາ­ນີ​ໃນ​ການ​ໂຄ­ສະ­ນາ.

   ບໍ່​ເທົ່າ​ນັ້ນ ຄວນ​ມີ​ການ​ປະ­ສານ​ໄປ​ຍັງ​ບໍ­ລິ­ສັດ​ທີ່​ດຳ­ເນີນ​ທຸ­ລະ​ກິດ​ດ້ານ​ການ​ໂຄ­ສະ­ນາ​ໃຫ້​ເອົາ­ໃຈ­ໃສ່​ເລື່ອງ​ນີ້ ຫຼື ໃຫ້​ມີ​ການ​ນຳ​ມາ​ກວດ​ຜ່ານ​ຍິ່ງ​ເປັນ​ການ​ດີ ເພາະ​ດຽວ­ນີ້​ການ​ໂຄ­ສະ­ນາ​ສິນ­ຄ້າ​ບາງ​ອັນ​ບາງ​ຜະ­ລິດ​ຕະ​ພັນ​ມີ​ການ​ສ້າງ​ເປັນ​ຮູບ​ແບບ​ລະ­ຄອນ​ກ້ອມ​ເພື່ອ​ການ​ໂຄ­ສະ­ນາ (MV) ຫຼາຍ​ຂຶ້ນ.



__________________
Anonymous

Date:

ເປັນຂໍ້ສະເໜີທີ່ດີ ຖ້າພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ກວດກາຕາມຄໍາສະເໜີຄົງຈະດີຫລາຍ

ຢ້ານແຕ່ເພິ່ນເຫັນຊອງໜ້າໂຕະແລ້ວເພິ່ນຈະໃຫ້ຜ່ານທັນທີຫັ້ນລະ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard