ລຳພວກເຮົາເຄີຍທັກທ້ວງການໂຄສະນາສິນຄ້າທີ່ເວົ້າເກີນຄວາມເປັນຈິງ ໂດຍສະເພາະພວກເສີມຄວາມງາມ; ຢາປົວພະຍາດຈາກການດອງນ້ຳໝາກໄມ້ ແລະ ອື່ນໆ.
ເພື່ອນຜູ້ອ່ານທ່ານໜຶ່ງສ່ອງແສງວ່າ: ໃນການໂຄສະນາຢູ່ສື່ມວນຊົນນັ້ນມີຫຼາຍອັນເວົ້າ ຫຼື ຂຽນບໍ່ເຂົ້າໃຈກາຍເປັນພາສາຊອດກະຈາ... ຢາກໃຫ້ແກ້ໄຂເພາະຜ່ານມາເຫັນວ່ານັບມື້ນັບຜິດພາດຫຼາຍຂຶ້ນ! ວິທີແກ້ກໍ່ບໍ່ຍາກເພິ່ນວ່າ ນຳເນື້ອໃນໂຄສະນາສິນຄ້າທຸກຊະນິດ ຫຼື ວ່າການແກ້ຂ່າວທຸລະກິດ-ສັງຄົມຕ່າງໆນັ້ນໄປຜ່ານໜ່ວຍງານກ່ຽວຂ້ອງກວດກາຄວາມຖືກຕ້ອງສາກ່ອນຈິ່ງຄ່ອຍລົງໂຄສະນາໄດ້... ດຽວນີ້ອາໄສແຕ່ບັນນາທິການເພິ່ນກໍ່ບໍ່ໄຫວ ແລ້ວໜ່ວຍງານນີ້ແມ່ນໃຜຈະເຮັດ; ໃຜຈະຄຸ້ມຄອງ ນັ້ນຄືຄຳຖາມຂອງຄູ່ສົນທະນານໍ.
ຜູ້ຂຽນກໍ່ໄດ້ລົມກັບຫຼາຍທ່ານ ເພິ່ນກໍ່ວ່າຖ້າຫາກມີໜ່ວຍງານນີ້ມັນຈະສ້າງຂໍ້ຫຍຸ້ງຍາກໃຫ້ແກນັກທຸລະກິດໂຄສະນາ ຫຼື ບໍ່? ເພາະຢ້ານວ່າບໍ່ມີເວລາກວດກາ.. ພາໃຫ້ຊັກຊ້າຍ້ອນເຄີຍມີການໄປຜ່ານເນື້ອໃນປຶ້ມກໍ່ຍັງໃຊ້ເວລາດົນ; ຄິດວ່າບັນນາທິການຢູ່ແຕ່ລະສື່ ແຕ່ລະ ສຳນັກກວດກາເອົາເອງຈະດີທີ່ສຸດ.
ແລ້ວຈະແກ້ໄຂຄວາມຜິດພາດໄດ້ຢ່າງໃດ? ຈຸດນີ້ແລ້ວມັນສຳຄັນ ມັນຕ້ອງມີກຳມະການຄືແຂ່ງຂັນກີລານັ້ນລະນໍ! ກຳມະການກໍ່ແມ່ນຜູ້ຄຸ້ມຄອງ ສື່ມວນຊົນເປັນຜູ້ທ້ວງ, ເປັນຜູ້ຕັກເຕືອນ ເຊິ່ງຜ່ານມາກໍ່ມີການເຮັດພາລະບົດບາດນີ້ເປັນຢ່າງດີ.
ແຕ່ກໍ່ຕ້ອງຍອມຮັບນຳກັນວ່າ ບໍ່ທັນທົ່ວເຖິງໃນບັນຫາເລັກໆນ້ອຍໆເຊັ່ນວ່າ: ຊື່ຖະໜົນອາຊຽນ ແຕ່ໂຄສະນາຍັງເວົ້າຖະໜົນ T2 ຖະໜົນກຳແພງເມືອງຍັງເວົ້າຖະໜົນ T4; ກະຊວງປ້ອງກັນຄວາມສະຫງົບຍັງເວົ້າກະຊວງພາຍໃນ (ໂຄສະນາຂາຍເຟີນີເຈີເຮັດ ຫຼື ຢູ່ໜັງສືພິມເສດຖະກິດການຄ້າວັນທີ 13 ມິຖຸນາ 2013) ຍັງມີຫຼາຍກວ່ານັ້ນໃນຫຼາຍສື່ ສະນັ້ນຝ່າຍຄຸ້ມຄອງສື່ຄວນໄດ້ຈັດກອງປະຊຸມວິຊາການຂຶ້ນມາເພື່ອຄວາມເປັນເອກະພາບໃນການນຳໃຊ້ພາສາລາວ; ຊື່ສະຖານີໃນການໂຄສະນາ.
ບໍ່ເທົ່ານັ້ນ ຄວນມີການປະສານໄປຍັງບໍລິສັດທີ່ດຳເນີນທຸລະກິດດ້ານການໂຄສະນາໃຫ້ເອົາໃຈໃສ່ເລື່ອງນີ້ ຫຼື ໃຫ້ມີການນຳມາກວດຜ່ານຍິ່ງເປັນການດີ ເພາະດຽວນີ້ການໂຄສະນາສິນຄ້າບາງອັນບາງຜະລິດຕະພັນມີການສ້າງເປັນຮູບແບບລະຄອນກ້ອມເພື່ອການໂຄສະນາ (MV) ຫຼາຍຂຶ້ນ.
ເປັນຂໍ້ສະເໜີທີ່ດີ ຖ້າພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ກວດກາຕາມຄໍາສະເໜີຄົງຈະດີຫລາຍ
ຢ້ານແຕ່ເພິ່ນເຫັນຊອງໜ້າໂຕະແລ້ວເພິ່ນຈະໃຫ້ຜ່ານທັນທີຫັ້ນລະ.