Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຈັບໄດ້ຕະພຶດຕະພື ໃບປະກາດປອມ ຢູ່ສະຖາບັນຂອງລັດ ແລະ ເອກະຊົນ !
Anonymous

Date:
ຈັບໄດ້ຕະພຶດຕະພື ໃບປະກາດປອມ ຢູ່ສະຖາບັນຂອງລັດ ແລະ ເອກະຊົນ !


ກະຊວງສຶກສາທິການ ແລະ ກິລາໄດ້ເປີດເຜີຍໃຫ້ຮູ້ວ່າ: ບັນຫາການປອມແປງໃບປະກາດຍັງມີແຜ່ຫລາຍ ຢູ່ໃນສັງຄົມຊຶ່ງນັບ ແຕ່ໄດ້ສ້າງຕັ້ງໜ່ວຍງານສະເພາະກິດລົງຕິດຕາມກວດກາໃບປະກາສະນີຍະບັດຢູ່ຕາມສະຖາບັນການສຶກສາຕ່າງໆນັບທັງພາກລັດ ແລະ ເອກກະຊົນສາມາດກວດພົບກໍລະນີປອມແປງໃບປະກາສະນີຍະບັດຊັ້ນມັດທະຍົມປາຍເປັນຈຳນວນຫລາຍຢູ່ຕາມວິທະຍາໄລເອກະຊົນ.
      ກະຊວງສຶກສາ ໃຫ້ຮູ້ວ່າ: ນັບແຕ່ປີ 2012 ເປັນຕົ້ນມາ,ໜ່ວຍງານດັ່ງກ່າວໄດ້ລົງກວດ ເປົ້າໝາຍວິທະຍາໄລເອກກະຊົນ ຫລາຍແຫ່ງ ໃນນະຄອນ ຫລວງວຽງຈັນ ແລະ ກວດໃບປະກາສະນີຍະບັດຈົບຊັ້ນມັດ ທະຍົມປາຍຈຳ ນວນຫລາຍກວ່າ 500 ໃບ,ໃນນີ້ ພົບວ່າມີ 80 ໃບບໍ່ມີລາຍຊື່ຢູ່ໃນປຶ້ມ ສຳເນົາທະບຽນສອບເສັງຂອງກົມມັດທະຍົມສຶກສາ,ໃນຈຳນວນນີ້ ພົບຢູ່ວິທະຍາໄລສຸກສະຫວັດມີ 26 ໃບ, ວິທະ ຍາໄລບຸດວິເສດ 9 ໃບ.


__________________
Anonymous

Date:
RE: ຈັບໄດ້ຕະພຶດຕະພື ໃບປະກາດປອມ ຢູ່ສະຖາບັນຂອງລັດ ແລະ ເອກະຊົນ !


ຂ້ອຍໂລດຢ້ານຮອດ ພວກ  ດຣ. ສຈ. ທັງຫຼາຍ ກະໃບປະກາດປອມຄືກັນຊໍ້າກະບໍ່ຮູ້.



__________________
Anonymous

Date:

Anonymous wrote:

ຂ້ອຍໂລດຢ້ານຮອດ ພວກ  ດຣ. ສຈ. ທັງຫຼາຍ ກະໃບປະກາດປອມຄືກັນຊໍ້າກະບໍ່ຮູ້.


 ແມ່ນຄວາມເຈົ້າຫັນລະ ( ເຮືອນຮົ່ວມາແຕ່ຫລົບ ລູກບໍ່ຈົບມາແຕ່ພໍ່ແຕ່ແມ່)

ໂບຮານເພີ່ນກ່າວໄວ້ ເອົາໄປຂ້າຖີ້ມໝົດມື້ກະບໍໝົດ ບັນດາ ນາມມະຍົດ ດຣ

ແລະສາດສະດາຈານ ບໍ່ຮູ້ວ່າພວກເພີ່ນຮຽນຈົບມາແຕ່ໃສ ປະເທດລາວໃຫຍ່

ສຳອອງເຕົ່ານີ້ ບັນດາພະນັກງານລັດ ຄວາມຮູ້ເພີ່ນມີແຕ່ລະດັບ ດຣ ແລະ

ສາດສະດາຈານ  ຢ້ານແມ່ນ ສາດປູນອນຫລາຍກວ່າ  ຈານກະແມ່ນຈານໃສ່ເຂົ້າ

ຄັນແມ່ນ ດຣ ກະແມ່ນ ດຣ ເປີດສີ່ນ ພະນັກງານຜູ່ຍິງ ຫັນຕິ



__________________
Anonymous

Date:

ມະຫາໄລແຫ່ງຊາດ ກໍ່ມີບໍ່

ຢາກໄດ້ຈັກໃບຄືກັນ biggrin



__________________
Anonymous

Date:

ຂ້ຽວມາອອກຄໍາເຫັນເດີ ຈັກນ່ອຍເພິ່ນປິດເໝືອນກະທູ້ "ຖ້າບໍ່ມີການສໍ້ລາດບັງຫລວງ"



__________________
Anonymous

Date:

ແມ່ນແທ້ໆຫ້ານລະ ດຣ ກະຍັງສຸ່ມຊວ່າ ຈົບແພດຊັນຕົ້ນ ຊັ້ນກາງ ຊັນສູງ ປະຣິນຍາ ຕຣີ ເພີ່ນກະຮ້ອງດຣ ຈົບປະຣິນຍາ ເອກກະຮ້ອງດຣ ມັນປະປົນກັນ ຫນ້າຈະໃຈ້ແຍກ ເລື່ອງຊື້ຂາຍຄະແນນ ນອກຈາກໃບປະກາດປອມ ມັນແຜ່ລາມ ມາຫລາຍໆປີແລ້ວ ສະໄຫມຜູ້ຂ້າຮຽນ ໄດ້ຍິນຫມູ່ເວົ້າ ເລື່ອງຊື້ຄະແນນ ຄະແນນຕົກ ເອົາເງິນໄປຈ້າງ ພວກສຶກສາແຂວງ ໃຫ້ຕື່ມໃຫ້ໄດ້ຄາດຫມາຍ ແຕ່ເລືອງຊື້ໃບປະກາດນີ້ ເຫັນແຕ່ຢູ່ໃນວຽງ ຜຸ້ມິຫນ້າທີບາງທ່ານ ຈົນໄດ້ຖຶກໃຫ້ອອກຈາກ ການກະເຄີຍເຫັນມາແລ້ວ, ເລືອງດຣ ສາສະດາຈານ ກະເຄີຍຖາມ ເຂົາເຈົ້າແຕ່ເພິ່ນບໍຕອບ ເລື່ອງ ຈົບຫຍັງ ຄົ້ນຄວ້າວິໃຈຫຍັງ ມີຜົນງານຫຍັງແດ່ຈັງໄດ້ສາສະດາຈານຫລືດຣ ກະບໍໄດ້ຄຳຕອບ ແຕ່ບາງຄົນບ່າງທ່ານ ອາດຈົໍບແທ້ໆ ທຳມະດາຄົນຈົບປະຣິນຍາ ເອກ ຫລືລະດັບສາສະດາ ຈານຕ້ອງໄດ້ແລະເກັ່ງພາສາອັງກິດ ຫລືມີຄວາມຮູ້ວິຊາສະເພາະ ວິຊາການດ້ານໄດດ້ານຫນຶ່ງທີ່ແນ່ນອນ ບໍແມ່ນແຕ່ງຕັ້ງ ຫລືຍົກກັນຂຶ້ນຊືໆ ມັນບໍສົມຄວນ 



__________________
Anonymous

Date:

ຄືບໍ່ປະກົດເຫັນຫົວຊາດນິຍົມອອກມາປະກົດຕົວອອກຄວາມເຫັນຕໍ່ວ່າແລະຕ້ານທານກະທູ້ນີ້ເພື່ອປົກປິດ

ຄວາມເລວຊາມຂອງບຸກຄົນທີ່ໃຊ້ອຳນາດເປັນເຄື່ອງມືໃນການກອບໂກຍຜົນປະໂຫຍດໃສ່ຕົນເອງ, ແລະກະ

ທູ້ທີ່ພາດພິງໄປເຖິງການສໍ້ໂກງອື່ນໆທີ່ກຳລັງລະບາດຂຶ້ນຢູ່ພາຍໃນຂອງທຸກໆວົງການຂອງລັດຖະບານນັບແຕ່

ຂັ້ນປະເທດລົງມາເຖິງຂັ້ນບ້ານ. ປະເທດໃກຫາກມີຂະບວນການສໍ້ໂກງຫຼືພາສາສາກົນນິຍົມກັນວ່າ ຄໍຣັບຊັນ

Corruption ນັ້ນ ຈະເປັນປະເທດບໍ່ກ້າວໄປຮອດໃສ ຈະຫລ້າຫລັງແລະດ້ອຍພັດທະນາທີ່ສຸດ. ຖ້າ ສປປ ລາວ

ປາບປາມຂະບວນການນີ້ໃຫ້ລາບຄາບຫາຍໄປຈາກສັງຄົມລາວເມື່ອໃດ, ເມື່ອນັ້ນລະປະເທດ ສປປ ລາວຈຶ່ງຈະ

ເຫັນສ່ອງທາງທີ່ຈະ ຈະເລີນແລະສີວິໄລເໝືອນດັ່ງປະເທດທີ່ພັດທະນາອື່ນເຂົາ.

 



__________________
Anonymous

Date:

ຄັນເວົ້າເລື້ອງ ດຣ ຂ້ອຍກໍ່ອາຍຊາວໂລກຄືກັນ ດຽວນີ້ສັງຄົມນິຍົມລາວກຳລັງີຄ່ານິຍົມໃໝ່ໂດຍສະເພາະໃນລະດັບຜູ້ບໍລິຫານພາກລັດໃນທຸກໆລະດັບຊັ້ນ ທຸກໆຂົງເຂດ ສະເລ່ຍຕຳແໜ່ງຂັ້ນສູງຂອງລັດຖະບານ ນັບແຕ່ຂັ້ນຮອງເຈົ້າແຂວງຮອດປະທານປະເທດມີ ດຣ ກວມເອົາ 85% ແຕ່ວ່າເປັນທີ່ໜ້າສົງໃສວ່າແຕ່ລະທ່ານນັ້ນຮຽນບໍ່ຈົບຮອດລະດັບຊັ້ນສູງຊ້ຳ ປະຣີນຍາແຮງບໍ່ກ່າວເຖິງ ບາດພໍໄດ້ເລື່ອນຕຳແໜ່ງປັບບໍເກີນສອງປີມີ ດຣ ນຳໜ້າແລ້ວເດ ຄັນແມ່ນຂ້ອຍແມ່ນໜ້າອາຍຕົນເອງ ແລະຄອບຄົວ ຕາມຂ້ອຍຮູ້ຜູ້ທີ່ຈົບ ດຣ ແທ້ໆ ມີ:

ທ່ານ ພັນຄຳ ວິພາວັນ, ທ່ານ ບຸນປອນ ບຸດຕະນະວົງ, ທ່ານ ທອງລຸນ ສີສຸລິດ, ທ່ານ ສຸລິວົງ ດາລາວົງ, ທ່ານ ສຸກກົງແສງ ໄຊຍະເລີດ, ທ່ານ ວິໄລວົງ ບຸດດາຄຳ, ທ່ານ ບຸນຕຽມ ພິດສະໄໝ, ທ່ານ ບໍວຽງທອງ ບໍ່ວຽງຄຳ ສ່ວນທີ່ເຫຼືອແມ່ນ ດຣ ຫວຽດນາມ ບໍ່ໄດ້ໄປຮຽນແຕ່ຝາກຊື່ໄປລົງທະບຽນ ແລະເງີນໂດລາໄປຮຽນແທນໂດຍບໍ່ສົນວ່າຈົບປະລິນຍາໃດມາ

ສະນັ້ນຂໍຮຽກຮ້ອງໃຫ້ທ່ານຜູ້ນຳເປັນແບບຢ່າງ ຮູ້ລະອາຍຕົນເອງ ລະອາຍຊາວໂລກແດ່



__________________
Anonymous

Date:

ເພີ່ນໄດ້ຂັ້ນການສຶກສາສູງ ເພີ່ນຈະໄດ້ເງິນເດືອນສູງແມ່ນເບາະ?

ໄດ້ຍິນວ່າຖ້າເຮັດວຽກນຳລັດແມ່ນກິນເງິນເດືອນຕາມຂັ້ນ,

ຍ້ອນແບບນີ້ ຈິ່ງມີ ດຣ, ສດຈ ເຮັດວຽກຢູ່ລັດຫລາຍ.



__________________
Anonymous

Date:

Anonymous wrote:

ເພີ່ນໄດ້ຂັ້ນການສຶກສາສູງ ເພີ່ນຈະໄດ້ເງິນເດືອນສູງແມ່ນເບາະ?

ໄດ້ຍິນວ່າຖ້າເຮັດວຽກນຳລັດແມ່ນກິນເງິນເດືອນຕາມຂັ້ນ,

ຍ້ອນແບບນີ້ ຈິ່ງມີ ດຣ, ສດຈ ເຮັດວຽກຢູ່ລັດຫລາຍ.


 ກໍແມ່ນຢູ່ດອກຍົກຣະດັບຄວາມຮູ້ໄຫ້ໄດ້ເງີນເດືອນສູງ ບໍຄີດລະອາຍໃຈຕໍ່

ປະເທດເພື່ອນບ້ານເຂົາແດ່ບໍ ວຽດນາມເຂົາບໍເຂົ້າໃຈພາສາລາວນັ້ນໂອເຄ

ບັດໄທຕິເຂົາເຂົ້າໃຈພາສາລາວເຫັນວ່າກະດາຍ ຄວາມຮູ້ພຽງ ປ4ພັດຍົກ

ຣະດັບໄປຮອດ ດຣ ພຸ້ນນະ  ຢູ່ເມລີກາຕ້ອງຮຽນ8ປີຢູ່ມະຫາໄລຈື່ງໄດ້ພຽງ

ແຕ່ຄວາມຮູ້ຢູ່ໃນຣະດັບ ດຣ ແລະຈະໄປເປັນ ດຣ ຝ່າຍໃດນັ້ນຕ້ອງໄດ້ຮຽນ

ອີກ5ປີລວມແລ້ວທັງໝົດ13ປີຈື່ງໄດ້ ຄວາມຮູ້ຣະດັບ ດຣ ສົມບູນແບບ



__________________
Anonymous

Date:

ແກວມັນຢາກໄດ້ຫຍັງນຳລາວ  ມັນກະເອົາຕຳແໜ່ງDodter ມາໃຫ້ຜູ່ທີ່ຈະບັນດານຜົນປະໂຫຍດໃຫ້ມັນລະຕີ

ມັນຮູ້ວ່າຄົນລາວໂງ່ແຕ່ໜ້າໃຫຍ່



__________________
Anonymous

Date:

ຂໍແກ້ໄຂ
Anonymous wrote:

ແກວມັນຢາກໄດ້ຫຍັງນຳລາວ  ມັນກະເອົາຕຳແໜ່ງDogter ມາໃຫ້ຜູ່ທີ່ຈະບັນດານຜົນປະໂຫຍດໃຫ້ມັນລະຕີ

ມັນຮູ້ວ່າຄົນລາວໂງ່ແຕ່ໜ້າໃຫຍ່


 



__________________
Anonymous

Date:

Dogter  you are funny Bro



__________________
Anonymous

Date:

Anonymous wrote:
ຂໍແກ້ໄຂ
Anonymous wrote:

ແກວມັນຢາກໄດ້ຫຍັງນຳລາວ  ມັນກະເອົາຕຳແໜ່ງDogter ມາໃຫ້ຜູ່ທີ່ຈະບັນດານຜົນປະໂຫຍດໃຫ້ມັນລະຕີ

ມັນຮູ້ວ່າຄົນລາວໂງ່ແຕ່ໜ້າໃຫຍ່


 


 ປະລິນຍາເອກກິຕິມະສັກບໍ່ແມ່ນຫ່າວໄດ້ຫ່າວໃຫ້ແລະບໍ່ມີແຕ່ຫວຽດນາມເທົ່ານັ້ນທີ່ມອບໃຫ້ທ່ານຜູ່ນໍາ

ຜູ່ທີ່ມີຜົນງານດີເດັ່ນ ປະເທດຈີນ ປະເທດໄທ ແລະປະເທດອື່ນກໍ່ມອບໃຫ້ທ່ານຜູ່ນໍາລາວເໝືອນກັນ.

 



__________________
Anonymous

Date:

Anonymous wrote:
Anonymous wrote:
ຂໍແກ້ໄຂ
Anonymous wrote:

ແກວມັນຢາກໄດ້ຫຍັງນຳລາວ  ມັນກະເອົາຕຳແໜ່ງDogter ມາໃຫ້ຜູ່ທີ່ຈະບັນດານຜົນປະໂຫຍດໃຫ້ມັນລະຕີ

ມັນຮູ້ວ່າຄົນລາວໂງ່ແຕ່ໜ້າໃຫຍ່


 


 ປະລິນຍາເອກກິຕິມະສັກບໍ່ແມ່ນຫ່າວໄດ້ຫ່າວໃຫ້ແລະບໍ່ມີແຕ່ຫວຽດນາມເທົ່ານັ້ນທີ່ມອບໃຫ້ທ່ານຜູ່ນໍາ

ຜູ່ທີ່ມີຜົນງານດີເດັ່ນ ປະເທດຈີນ ປະເທດໄທ ແລະປະເທດອື່ນກໍ່ມອບໃຫ້ທ່ານຜູ່ນໍາລາວເໝືອນກັນ.

 


 ກະມີແຕ່ປະເທດເພື່ອນບ້ານອອ້ມແອ້ມນັ້ນລະເຂົາມອບໃຫ້ເພື່ອຫຼອກກິນຕັບງູຂຽວ,ເອີຫຼົງຕັບກັບແກ້.



__________________
Anonymous

Date:

ບາງຕົນຮຽນຢູ່ຈີນ ຢູ່ຫວຽດ ກະບໍ່ຈົບ ກະຊວງສຶກສາກະບໍ່ກວດກາຄືນມາເຮັດການຢູ່ກະຊວງ ຫຼື ສຳນັກງານຕ່າງໆອື້ນ ດ໋ອກເຕີ້ຕະພຶດຈະພື ຢາກ ໃຫ້ຈຳແນກວ່າ 学位证书 ກັບ 毕业证书 ມັນຕ່າງກັນແນວໃດ,ກະຊວງສຶກສາໄປຊອກເບິ່ງເອງເດີ້ ຄວາມໝາຍ

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard