Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂໍຄວາມຊ່ວຍເຫລືອແດ່ເພື່ອນໆ
Anonymous

Date:
ຂໍຄວາມຊ່ວຍເຫລືອແດ່ເພື່ອນໆ


ເລື່ອງມີຢູ່ວ່າ ທໍ່ນຳ້ເສຍມີກິ່ນເຫມັນ: ເຮືອນຂອງຂ້າພະເຈົ້າເປັນເຮືອນ2ຊັ້ນ ເຊື່ງມີຫ້ອງນຳ້ຕິດຫ້ອງນອນຢູ່ຊັ້ນ2 ປະຈຸບັນປະກົດວ່າມີກິ່ນເຫມັນອອກມາຕາມທໍ່ນຳ້ເສຍ ບໍ່ຮູ້ສາຍເຫດເປັນຍ້ອນຫຍັງ? ສະນັ້ນ ຂພຈ ຢາກຂໍຄວາມຊ່ວຍເຫລືອນຳເພື່ອນໆວ່າຈະມີວິທີແກ້ແນວໃດ? ຂອບໃຈລ່ວງຫນ້າທີ່ທ່ານໃຫ້ຄຳແນະນຳ



__________________
Anonymous

Date:

ມື້ໃດ ຝົນຕົກແຣງ ມັກມີປັນຫານີ້ ເພາະນໍ້າຈະອັ່ງຂຶ້ນ ແລະ ໄຫຼ ຊືມເຂົ້າວິດ

ມືໃດແດດອອກ ມັນອາດຈະເຊົາເໜັນ biggrin



__________________
Anonymous

Date:

ທໍ່ນໍ້າສົກກະປົກ ຈະຕ້ອງມີທໍ່ໂຄ້ງເປັນໂຕ U ເພື່ອເວລາເຮົາລ້າງນໍ້າສົກກະປົກອອກໄປແລ້ວ ບ່ອນໂຄ້ງໂຕ U ນີ້

ຈະເກັບນໍ້າໄວ້ເປັນໂຕກັ້ນ ບໍ່ໃຫ້ກິ່ນເໝັນຄືນມາ. ນອກຈາກນີ້ກໍຕ້ອງມີທໍ່ລະບາຍອາກາດຈາກທໍ່ນໍ້າເປື້ອນນໍາອີກ.



__________________
Anonymous

Date:

ອາດຈະເປັນຍ້ອນຂ້າພະເຈົ້າບໍ່ໃດ້ວາງທໍ່ລະບາຍອາກາດນີ້ລະເຊີ່ງເປັນເຫດເຮັດໃຫ້ການລະບາຍນຳ້ຊ້າ
ຂອບໃຈຫລາຍໆທີ່ມີຄຳແນະນຳ


__________________
Anonymous

Date:

ມັນອອກມາທາງໃດ

ທາງຮູ ຫລືໝົດທໍ່ເລີຍ ມີຝາປິດບໍ່



__________________
Anonymous

Date:

ແຕ້ມຮູບ ແບບສັ້ນໆໄດ້ບໍ່ ?

ສົງໃສ ທໍ່ລະບາຍ air plugged ?



__________________
Anonymous

Date:

Anonymous wrote:

ແຕ້ມຮູບ ແບບສັ້ນໆໄດ້ບໍ່ ?

ສົງໃສ ທໍ່ລະບາຍ air plugged ?


 ຕາມເຄີຍເຫັນເພິ່ນອະທິບາຍກ່ຽວກັບການເລືອກໃຊ້ວັດຖຸສ້າງສ້ວມຖ່າຍ

ຖ້າພື້ນຫລືຝາທີ່ປູດ້ວຍຊີເມັນ ໂດຍບໍ່ມີການເຄືອບ ຈະເຮັດໃຫ້ກິ່່ນ ammonia ຊຶມຕິດ   

ຫລືວ່າທໍ່ສ້ວມຖ່າຍແມ່ນຖໍ່ຊີເມັນເມັນເບາະ



__________________
Anonymous

Date:

ໃຊ້ຝາປິດທໍ່ທີ່ກັນກິ່ນໄດ້ແຕ່ນໍ້າໃຫລຜ່ານໄດ້



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard