Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ອາດຈຳກັດບໍ່ໃຫ້ຊື້ລົດຫລາຍຄັນ
Anonymous

Date:
ອາດຈຳກັດບໍ່ໃຫ້ຊື້ລົດຫລາຍຄັນ


ເຫັນຫນັງສືພິມ ເພິ່ນຢ້ຳ2ຢ້ຳວ່າ

ອ້າງຕາມການສອ່ງແສງຂອງເພື່ອນຜູ້ອ່ານ ແລະຄົນຈຳນວນນຶ່ງ

ວ່າຢາກຊື້ລົດຕອ້ງໄດ້ຮັບການອະນຸຍາດ ຕາມຄວາມເຫມາະສົມ  

ບໍ່ແມ່ນຊື້ໄດ້ຊື້ເອົາຕາມໃຈຜູ້ມີເງິນ 

 

http://vientianemai.net/teen/khao/2/9611

http://vientianemai.net/teen/khao/2/9557



__________________
Anonymous

Date:

ຖ້າຢາກບໍ່ໃຫ້ມີລົດຫລາຍແທ້ໆ

1.ເຮັດທາງໃຫ້ກວ້າງຂຶ້ນ.

2.ພັດທະນາເຂດຊານເມືອງໃຫ້ເທົ່າທຽມກັນ(ມີໂຮງໝໍ,ບ່ອນທ່ຽວ,ສວນສາທາລະນະ....) ເພື່ອໃຫ້ຄົນສົນໃຈໄປຢູ່

ເຂດຊານເມືອງແດ່

 

ການຂຶ້ນພາສີລົດ ມັນບໍ່ໄດ້ຊ່ວຍປານໃດດອກ ພາສີມັນແພງກະຫາຊື້ລົດ ຈີນ,ເກົາຫລີເອົາ ຫລື

ຊັ້ນກະຈ່າຍຜ່ອນ.



__________________
Anonymous

Date:

ຢ່າຫ້າມກັນເລີຍບໍ່ມີປະໂຫຍດດອກແນວເຣົາເປີດປະເທດເປີດເສດຖະກິດຄ້າຂາຍເມື່ອຄົນທຳມາຫາກິນພໍມີໃຊ້ມີຈ່າຍກໍຕ້ອງຊື້ຍານພາຫະນະມາໃຊ້
ເພື່ອໃຊ້ສອຍວຽກງານ. ສົມມຸດຄອບຄົວໜຶ່ງມີສີ່ຄົນແມ່ນອະນຸຍາດພຽງລົດຈັກ 2 ຄັນ ລົດໃຫຍ່ 2ຄັນ ແຕ່ຫາກວ່າພວກເພິ່ນພັດເປັນຄົນມີໜ້າ
ທີ່ການງານໝົດແລະມີປັນຍາທີ່ຈະຊື້ລົດຂີ່ ແລະ ໜ້າທີ່ວຽກກໍຢູ່ຄົນລະບ່ອນຊິໃຫ້ເພິ່ນຂີ່ລົດຈັກໄປບໍ່? ແຕ່ໜ້າທີ່ຕຳແໜ່ງເພິ່ນມີອັນນີ້ກໍຕ້ອງມີບັນ
ຫາ, ຫາກອະນຸຍາດໃຫ້ມີຜູ້ລະຄັນໄດ້ໃນກໍລະນີນີ້ ແຕ່ຜູ້ອຶ່ນເດຊັ້ນ ພວກເຂົາກໍຄົນລາວຄືກັນຕ້ອງໄດ້ປະຕິບັດສິດສະເໝີພາບທໍ່ກັນ. ສິ່ງທີ່ດີໃນການ
ແກ້ໄຂບັນຫາ ຄວນຍົກຍ້າຍກະຊວງ ແລະຫົວໜ່ວຍທຸລະກິດໃຫຍ່ໆອອກໄປພາຍນອກຕົວເມືອງເກົ່າເຣັດຫົນທາງໃຫ້ໃຫຍ່ອອກ ຕົວເມືອງໃນນີ້ໃຫ້
ຖືເປັນຕົວເມືອງເກົ່າ ຢ່າໃຫ້ບໍລິສັດຫລືນາຍທຶນຕ່າງຊາດມາສຳປະທານເຣັດນັ້ນເຣັດນີ້ອີກຖ້າຢາກໃຫ້ສຳປະທານແມ່ນຢູ່ເຂດນອກພູ້ນ ຄັນເຣັດແນວ
ນີ້ອາດແກ້ໄຂບໍ່ໃຫ້ລົດຕິດໄດ້

 



__________________
Anonymous

Date:

ຂ້າພະເຈົ້າກໍ່ບໍ່ແມ່ນຄົນລວຍມີເງີນຊື້ລົດຂີ່ຕາມໃຈມັກຄືກັບຊື້ລົດຢາງໃຫ້ລູກຫລີ້ນດອກ.

ແຕ່ວ່າມາເຫັນຄຳເຫັນແບບນີ້ກໍ່ຄິດເມື່ອຍນຳ, ອັນນັ້ນແມ່ນແນວຄວາມຄິດຂອງຄົນ ບໍ່

ຮູ້ວິທີທາງແກ້ທີ່ເໝາະສົມ ບໍ່ຮູ້ວິທີບໍລິຫານຈັດການກັບການໃຊ້ລົດ ໃຊ້ຖະນົນ, ບໍ່ຮູ້ວິທີບໍ

ລິຫານຈັດການການຈະລາຈອນ, ບໍ່ຮູ້ວິທີບໍລິຫານຈັດການກັບຜັງເມືອງ. ເພີ່ນຜູ້ອອກຫົວ

ຄິດອາດຈະເຄີຍໄດ້ໄປສຳມະນາ ຫລືທັດສະນະ ຢູ່ສີງກະໂປ ເຂົາຈຳກັດເລື່ອງຊື້ລົດແທ້, ກໍ່ເບີ່ງ

ແດ່ບໍ ລາວກັບສີງກະໂປ ຊິເອົາມາຕີທຽບກັນໄດ້ແນວໃດ. ສີງກະໂປປະເທດເຂົານ້ອຍ ມີແຕ່

ເມືອງດຽວ ເປັນປະເທດເລີຍ ເຂົາກໍ່ຕ້ອງໄດ້ຄຸ້ມຄອງກັນແບບນັ້ນ, ອີກໜື່ງການຂົນສົ່ງ

ມວນຊົນຂອງເຂົາມັນລະດັບໃດ, ເຂົາອາດບໍ່ຈຳເປັນຕ້ອງມີລົດສ່ວນຕົວກໍ່ໄດ້ ມັນຫຍຸ້ງ.

 



__________________
Anonymous

Date:

ຖ້າເພິ່ນເຮັດໄດ້ແທ້ກໍ່ຈະເປັນຜົນດີແກ່ເສດຖະກິດຂອງຊາດ ແລະເປັນຜົນດີຕໍ່ສະພາບແວດລ້ອມ.

ຕາມທີ່ເຄີຍໄດ້ຍິນເພິ່ນສະຫລຸບຜົນງານ, ປະເທດລາວສັ່ງຊື້ເຂົ້ານໍ້າພັນເຊື້ອເພິງປີລະຫລາຍພັນລ້ານລິດ

ແລະເຮັດໃຫ້ເງິນຕຣາຮົ່ວໄຫລອອກນອກປະເທດປີລະຫລາຍລ້ານລ້ານກີບຍ້ອນຈໍານວນຍານພາຫະນະ

ເພິ້ມຂຶ້ນຫລາຍລ້ານຄັນຕໍ່ປີ.

ຖ້າຢາກແກ້ໄຂບັນຫາການສັນຈອນທີ່ແອອັດໃນຕົວນະຄອນຫລວງຄວນຂະຫຍາຍເສັ້ນທາງ ປຸກຣະດົມ

ຜູ່ຂັບຂີ່ໃຫ້ນັບຖືກົດຈາລະຈອນແລະຂະຫຍາຍຕາໜ່າງການໂດຍສານສາທາລະນະ.



__________________
Anonymous

Date:

ຖ້າຢາກປະຕິບັດໃຫ້ໄດ້ດີດັ່ງທ່ານຜູ້ເພີ່ນສະເໜີຄຳເຫັນນັ້ນ ກໍ່ພາກັນຂີ່

ລົດຖີບ ໝົດທຸກຊັ້ນຄົນ ກໍ່ສາມາດແກ້ບັນຫາທີ່ວ່ານັນໄດ້ຢ່າງສົມບູນເລີຍ

ບໍ່ຕ້ອງຄິດຫາວິທີອື່ນ



__________________
Anonymous

Date:

ຄົນຂ້າງເຮືອນຂ້ອຍ ລາວມີລູກ 2 ຄົນ, ລາວມີລົດໃຫຍ່ 5 ຄັນ.ໃນນັ້ນລົດປ້າຍກະຊວງ 1 ຄັນ.



__________________
Anonymous

Date:

Anonymous wrote:

ຄົນຂ້າງເຮືອນຂ້ອຍ ລາວມີລູກ 2 ຄົນ, ລາວມີລົດໃຫຍ່ 5 ຄັນ.ໃນນັ້ນລົດປ້າຍກະຊວງ 1 ຄັນ.


 ສະແດງວ່າຂີ່ຄົນລະຄັນ, ພໍ່ຄັນນຶ່ງ ແມ່ຄັນນຶ່ງ ລູກສາວຄັນນຶ່ງ ລູກຊາຍຄັນນຶ່ງ ອີກຄັນນຶ່ງແມ່ນຂີ່ລວມຍາມໄປກິນເຂົ້າປ່າ.

ສ່ວນລົດຖະຊວງແມ່ນຂີ່ໄປການ.



__________________
Anonymous

Date:

Anonymous wrote:
Anonymous wrote:

ຄົນຂ້າງເຮືອນຂ້ອຍ ລາວມີລູກ 2 ຄົນ, ລາວມີລົດໃຫຍ່ 5 ຄັນ.ໃນນັ້ນລົດປ້າຍກະຊວງ 1 ຄັນ.


 ສະແດງວ່າຂີ່ຄົນລະຄັນ, ພໍ່ຄັນນຶ່ງ ແມ່ຄັນນຶ່ງ ລູກສາວຄັນນຶ່ງ ລູກຊາຍຄັນນຶ່ງ ອີກຄັນນຶ່ງແມ່ນຂີ່ລວມຍາມໄປກິນເຂົ້າປ່າ.

ສ່ວນລົດຖະຊວງແມ່ນຂີ່ໄປການ.


 

Pai see Fa dai nam Mun free tong sai lai kua kan eun



__________________
Anonymous

Date:

ຢາກຖາມວ່າ ມີໃຜແດ່ບໍ່ຢາກມີລົດຂີ່ ຖ້າຕົນເອງມີເງິນພໍ? 

ຍອ້ນຫຍັງ?   ຍອ້ນ ບໍ່ຢາກຍ່າງ ຍອ້ນຢາກຂີ່ໄປການ ຢາກໃຊ້ວຽກ ຢາກ ມີຄືເພິ່ນ .....

ເພາະລົດຄືປັດໃຈ ທີສອງ ລອງຈາກເຮືອນຢູ່ 

ດັ່ງນັ້ນແນວຄິດ ທີ່ຢາກຈຳກັດບໍ່ໃຫ້ຊື້ລົດຕາມໃຈນັ້ນ ອາດບໍ່ເປັນຜົນສຳຫລັບຄົນລາວເຮົາ 

ຊ້ຳບໍ່ພໍ ມັນກໍເປັນຜົນບໍ່ດີ ໃນການກະຕຸ້ນເສດຖະກິດ ຂອງປະເທດທີ່ກຳລັງຂະຫຍາຍຕົວ

ຄວນແກ້ດວ້ຍວິທີອື່ນ ໂດຍບໍລິຫານການຈໍລະຈອນໃຫ້ດີ ເຊັ່ນ ການປັບໂມງເຮັດວຽກສຳຫລັບກຸ່ມຄົນຕ່າງໆ

ນັກຣຽນ ນັກສຶກສາ ຕອ້ງຕື່ນເຊົ້າ ເລີກບ່າຍ ພະນັກງານລົດ ເອົາຄືເກົ່າສາ ສວ່ນບໍລິສັດຫ້າງຮ້້ານຄວນເປີດສວຍເລີກຄ່ຳ

ສຳ່ນີ້ກໍແກ້ໄດ້ສວ່ນນຶ່ງແລ້ວເດ

 

ນອກຈາກນັ້ນກໍຕອ້ງບໍລິຫານການຈໍລະຈອນໃຫ້ດີ ໂດຍມີການຄວບຄຸມໄຟອຳນາດດວ້ຍລະບົບລວມສູນຜ່ານກອ້ງວົງຈອນປິດ ມີທັງວິທະຍຸ ໂທລະທັດ ອອກຂ່າວແບບອອນລາຍ

 

ຖນົນຫົນທາງກໍປັບປຸງເພີ້ມ ໂດຍສະເພາະແມ່ນຈຸດ 3 ແຍກ 4 ແຍກ ສວ່ນ ທາງ ເຕ 2 ເຕ ສີ່ ກໍຕອ້ງຫາວິທີທາງປຽ່ນໃຫ້ເປັນທາງວົງແຫວນ ຮອບນອກຮອບໃນ ເພື່ອໃຫ້ລົດແລ່ນແຕ່ຫົວເມືອງຮອດ ຫາງເມືອງໄດ້ສະບາຍ

 

 

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard