Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສອງທຸລະກິດເປີດໃໝ່ໃນນະຄອນຫຼວງວຽງຈັນ
Anonymous

Date:
ສອງທຸລະກິດເປີດໃໝ່ໃນນະຄອນຫຼວງວຽງຈັນ

http://vtetoday.la/wp-content/uploads/2013/06/DSC03738-.jpg

http://vtetoday.la/wp-content/uploads/2013/06/DSC03772-0.jpg

__________________
Anonymous

Date:

Anonymous wrote:

http://vtetoday.la/wp-content/uploads/2013/06/DSC03738-.jpg

http://vtetoday.la/wp-content/uploads/2013/06/DSC03772-0.jpg

 ຂໍສັນລະເສີນການຂຽນພາສາລາວໃຫ້ຖືກແລະຄ້າຍຄຽງກັບພາສາສາກົນຂອງຮ້ານທຸລະກິດ

ຮູບທີ່2. ວີແອນທີ ໂອໂຕເຊີວິສ໌. ຂໍໃຫ້ລ້ຳຂໍໃຫ້ລວຍ ທີ່ໄດ້ຊ່ວຍຮັກສາໄວ້ພາສາຊາດຂອງບ້ານ

ແມ່ເຮົາ.

__________________
Anonymous

Date:

ຖ້າແຖວບ້ານນອກບ້ານນາບໍມີປ້າຍນີ້ ເຂົາຊິເຂົ້າໃຈວ່າ: ທ້າວຫລືນາງ ດາລິນ ຄາເຝົ້າສະປາ ຫລື ກຳລັງຫວິດນ້ຳອອກຈາກສະປາ ຖ້າກໍລະນີບໍມີຮູບປະກອບ ມີຄຳເຫັນເລືອງພາສາລາວຫນ້ອຍຫນຶ່ງຢ່າດ່າກັນເດີ້ 

__________________
Anonymous

Date:

ລວຍ ແມ່ນພາສາລາວຢູ່ບໍ!?

ຕອນຍັງນ້ອຍບໍ່ເຄີຍໄດ້ຍິນ ຂື້ນມາຢູ່ວຽງຈຶ່ງໄດ້ຍິນຄຳເວົ້າແປກໆ

ໝາຍເຫດ:

ຄົນວຽງຈັນແທ້ໆນັ້ນເກືອບວ່າບໍ່ມີຊ້ຳ ກະບໍ່ຈັກກ ສະນັ້ນພາສາຈຶ່ງບໍ່ມີມາດຕະຖານ

ຈັກໄທເໜືອ ໄທໄຕ້ ໄທສະຫວັນ ຊຽງຂວາງ ມາຢູ່ປະປົນກັນ

ພໍ່ແມ່ສ່ວນໃຫຍ່ກະບໍ່ມີການສຶກສາ ເດັກໆ ເມື່ອເບິ່ງໂທລະທັດຊ່ອງໄທ ຈຶ່ງມັກເວົ້າຄວາມໄທຕາມຕົວລະຄອນທີ່ເຂົາຊື່ນຊອບ

ນັ້ນຄືຜົນກະທົບທາງເສຍຫາຍຂອງການບໍ່ມີວິໃສທັດຂອງຜູ້ນຳລາວ ບໍ່ຮູ້ຈັກພັດທະນາໂທລະທັດ 

ອັນນັ້ນມັນຈັ່ງແມ່ນຄວາມທັນສະໃໝທີ່ແທ້ຈິງ ບໍແມ່ນຊິໄປຊື້ເອົາ ຄື 3 ຈີ 4ຈີ ລົດຝອກລົດໄຟ ເວີລຖອກເວີລເທຣດ,....ສິ່ງເລົ່ານີ້ແມ່ນຄວາມທັນສະໃໝມີພິດທັງນັ້ນ

                 ຕອນຂື້ນມາຢູ່ວຽງ ປະມານປີ 85 ເຫັນເດັກ ວຈ ບາງຄົນກະເວົ້າວາ ອະຣ່ອຍ ເວລາເພິ່ນໄດ້ກິນຂອງແຊບ

ຄຳວ່າ ລວຍ ເຂົ້າໃຈວ່າພ້ຽນມາຈາກຄຳວ່າ ຣວຍ ໃນພາສາໄທນັ້ນເອງ

ສ່ວນພາສາລາວວ່າ: ຮັ່ງ ນະຈະ ອັນເດີສະແຕ໊ນ ທີ່ຣັກ

__________________
Anonymous

Date:

ເຈົ້!ຂອງກະທູ້ຢາກໂຄສະນາແບບນຽນໆ

__________________

Guru

Status: Offline
Posts: 695
Date:

SPA FOR CAR.. WHAT ABOUT FOR US?

__________________

 187557797.jpg

ສາວ ປ.3

Date:

ໂອຍ  ຂ້ອຍເຫັນຊື່ຮ້ານນາງດາລິນແລ້ວຫົວຈົນຍ່ຽວແຕກ

ດາລິນ ຄາ ສະປາ  ຮາາາາາາາາາາາາາາ

ໂອຍ  ຄາສະປາ  ກະສະໄປຊັ້ນແມ ຊິມາບອກເຮັດຫຍັງ  

ສະຈົນບໍ່ເຫຼືອປາຈັກໂຕໃນໜອງພຸ້ນເດີ

ຄຶດວ່າຈັກໜ່ອຍຄົງຊິມີຮ້ານຊື່  ລ້າງຄາ  ຂີ່ຄາ  ຄ ຄາ

ຖ້າຢາກຂຽນທັບສັບພາສາຝຣັ່ງເພື່ອບໍ່ໃຫ້ມັນເບິ່ງແລ້ວເປັນຕາຫົວ

ຄວນຂຽນຕາມທຸກອັກສອນຂອງເຂົາ  ແລ້ວໃຊ້ໂຕກາຣັນສະກົດເອົາ

ໂຕຢ່າງ

ດາລິນ ຄາຣ໌ ຊປາ  ຫຼື  ຊະປາ

ເປັນຫຍັງບໍ່ຂຽນ ສປາ  

ເພາະວ່າ ໂຕ ສ ຖ້າບໍ່ມີສະຣະ xະ ທາງຫຼັງ  ຈະເຮັດໃຫ້ອ່ານວ່າ  ສະ ປ໋າ

ອີກຢ່າງໂຕ S ບໍ່ໄດ້ບັງຄັບວ່າຕ້ອງໃຊ້ໂຕ ສ ທໍ່ນັ້ນ

ເບິ່ງລົງມາທາງລຸ່ມອີກຮ້ານ ໂອໂຕເຊີວິສ໌ ກໍ່ຂຽນຜິດ

ໂຕ ວິສ໌  ບໍ່ຕ້ອງມີກາຣັນ  ຄວນຂຽນ ວິສ ຊື່່ໆ

ເພາະວີສ໌ ໂຕ ສ ຖືກກາຣັນທັບ

ຈະບໍ່ອ່ານເປັນ ວິດ ແຕ່ອ່ານວ່າ ວີ ຊື່ໆ

ຂຽນ ວີສ ເຮັດໃຫ້ອ່ານວ່າ ວີດ  ແລະຍັງເຮັດໃຫ້ອອກສຽງ ສ ຄ່ອຍໆ ລົງທ້າຍໄດ້ນຳແບບພາສາຝຣັ່ງ

__________________
Anonymous

Date:

ຮວຍ!!! ກະຊ່າງວ່າໂພດມັກຕິເອົາໂພດດອກເຖົ້ານີ້ກະດາຍນໍ, ຄັນຊິໃຫ້ສກົດໝົດທຸກໂຕຄືພາສາເຂົາ

ມັນກະຕ້ອງໄດ້ນັບພະຍາງໃສ່ພູ້ນແລ້ວນໍ.

DALINH CAR SPA     = ດາລິນຫ໌ ຄາຣ໌ ສປາ

V&T AUTO SERVICE ຫຼື V&T AUTO SERVICES  ວີ ແອນດ໌ ທີ ໂອໂຕ ເຊີວິສອ໌

ຢາກຖາມແດ່ຈັກນ່ອຍພໍ່ອາວຜູ່ເອົາມາລົງ, ວີ ແອນດຼ ທີ ໂອໂຕ ເຊີວິສອ໌ ນີ້ ແມ່ນເຈົ້າຂອງດຽວກັນບໍ ກັບ

ວີ ແອນດ໌ ທີ ຄອມພີວເຕີຣ໌

__________________
Anonymous

Date:

ສາວ ປ.3 wrote:

ຢ່າຟ້າວເວົ້າໃຫ້ເຂົາຫຼາຍພໍ່ຕູ້ເຂົາຂຽນຕາມກົດຂອງໄວຍະກອນໃໝ່ ຖ້າເຂົາຂຽນບໍ່ຖືກກົດ

ທາງພະແນກວັດທະນະທຳເພີ່ນ ບອກໃຫ້ແປງໃໝ່ເດີ່ ເສຍເງີນເສຍເວລາເດີ່

ພໍ່ຕູ້ເຫັນບໍ່ເພີ່ນຕິກັນຢູ່ດຽວນີ້ ພວກທ່ານໝໍ ກັບພວກໄດ້ປຣິນຍາເອກ ຂຽນຫຍໍ້ ດຣ

ເພີ່ນວ່າອ່ານອອກສຽງ ດອກເຕີ ໄດ້ແນວໃດ? ສຫ ອ່ານໃຫ້ຟັງແດ່ດູ. ຕ້ອງຂຽນ ປອ

ຈື່ງຖືກວ່າຈັ່ງຊັ້ນໄປໄດ໋ ພໍ່ຕູ້ເອີຍ, ບາງອົງການເພີ່ນກໍ່ຂຽນ ປອ ແລ້ວໄດ໋ ດຽວນີ້

__________________
ສາວ ປ.3

Date:

Anonymous wrote:

ຮວຍ!!! ກະຊ່າງວ່າໂພດມັກຕິເອົາໂພດດອກເຖົ້ານີ້ກະດາຍນໍ, ຄັນຊິໃຫ້ສກົດໝົດທຸກໂຕຄືພາສາເຂົາ

ມັນກະຕ້ອງໄດ້ນັບພະຍາງໃສ່ພູ້ນແລ້ວນໍ.

DALINH CAR SPA     = ດາລິນຫ໌ ຄາຣ໌ ສປາ

V&T AUTO SERVICE ຫຼື V&T AUTO SERVICES  ວີ ແອນດ໌ ທີ ໂອໂຕ ເຊີວິສອ໌

ຢາກຖາມແດ່ຈັກນ່ອຍພໍ່ອາວຜູ່ເອົາມາລົງ, ວີ ແອນດຼ ທີ ໂອໂຕ ເຊີວິສອ໌ ນີ້ ແມ່ນເຈົ້າຂອງດຽວກັນບໍ ກັບ

ວີ ແອນດ໌ ທີ ຄອມພີວເຕີຣ໌

 ຕິເພື່ອກໍ່  ບໍ່ແມ່ນຍໍເພື່ອທຳລາຍ

ຢາກໃຫ້ຖືກກະຍາກນໍສູ  ສັບໝາກກອກເອົາຊັ້ນໃດນິ

ບໍ່ຕ້ອງເຖິງຂນາດສະກົດຕາມອັກສອນຝຣັ່ງທຸກໂຕດອກ

ໃສ່ພໍໃຫ້ຄວາມສຳຄັນ ແລະໃຫ້ໃກ້ຄຽງການອອກສຽງທີ່ສຸດ

ແລະເພື່ອຄວາມແຕກຕ່າງວ່າມາຈາກພາສາຕ່າງຊາດ

ເຊີຣ໌ວິສ  ຂຽນແບບນີ້ກໍ່ໄດ້  ບໍ່ຕ້ອງມີ ອ໌ ເພາະເວລາອອກສຽງຈະມີສຽງລົມ ສຶ ອອກຕາມປາຍລີ້ນຄ່ອຍໆ

ສ່ວນດາລິນ  ແມ່ນພາສາຝຣັ່ງຂຽນທັບສັບພາສາເຮົາ

ຄວນຂຽນ DALIN ຊື່ໆ ກະໄດ້

ຖ້າໃຫ້ທວາຍ  ຄຶດວ່າເຈົ້າຂອງແມ່ນຄົນຈີນ ແຊ້ ຫລິນ ຫຼື ລິມ

DALIN  ອອກສຽງຕາມພາສາຈີນແມ່ນ  ຕ້າ ຫຼິນ

ເປັນພຽງຂໍ້ສັນນິຖານເດີ  ອາດຈະຜິດກໍ່ໄດ້

ຫຼືຈະເປັນຊື່ເມັຽເຈົ້າຂອງຮ້ານ  ນາງດາລິນ(ดาริน)

ວ່າແຕ່ນາງດາລິນໄປສະປາມາຫຼືຍັງ  

ຄາສະປາດົນຫຼາຍ ຈັກໜ່ອຍຜົວໄປມີເມັຽນ້ອຍເດີ

__________________
Anonymous

Date:

ເຫັນປ້າຍນີ້ແລ້ວ ແລະອ່ານຄຳເຫັນຕ່າງໆແລ້ວຫົວຍຸ້ມເປີ້ຍ ຄາສະປາ  ພາກສ່ວນກ່ຽວຂ້ອງ ທີ່ອະນຸຍາດໃຫ້ເຮັດປ້າຍສິ່ງພິມຕ່າງໆສົງໃສ ບໍ່ໄດ້ຈົບດ້ານອັກສອນສາດ ທີ່ເຊັນອະນຸມັດ ໃຫ້ເຮັດປ້າຍແລະສິ່ງພິ່ມຕ່າງໆ ບໍ່ໄດ້ເອົາວັດຈະນານຸກົມພາສາລາວ ມາອ່ານເລີຍຂຽນຕາມພາສາສາກົນທີພວກເຈ້າຂອງຮ້ານສະເຫນີມາ ເລີຍອອກມາເປັນແນວນີ້ 

ຄາສະປາ ເລີຍກາຍມາເປັນ ຄຳເວົ້າອັນດຽວ ກັນກບັ ຮ້ານແປງລົດ 

__________________
Anonymous

Date:

ເຂົາວ່າຢູ່ຈີນມີຮ້ານລ້າງລົດ Bikini Car Spa

8561bikini%20car%20wash.jpg

__________________
Anonymous

Date:

Anonymous wrote:

ເຫັນປ້າຍນີ້ແລ້ວ ແລະອ່ານຄຳເຫັນຕ່າງໆແລ້ວຫົວຍຸ້ມເປີ້ຍ ຄາສະປາ  ພາກສ່ວນກ່ຽວຂ້ອງ ທີ່ອະນຸຍາດໃຫ້ເຮັດປ້າຍສິ່ງພິມຕ່າງໆສົງໃສ ບໍ່ໄດ້ຈົບດ້ານອັກສອນສາດ ທີ່ເຊັນອະນຸມັດ ໃຫ້ເຮັດປ້າຍແລະສິ່ງພິ່ມຕ່າງໆ ບໍ່ໄດ້ເອົາວັດຈະນານຸກົມພາສາລາວ ມາອ່ານເລີຍຂຽນຕາມພາສາສາກົນທີພວກເຈ້າຂອງຮ້ານສະເຫນີມາ ເລີຍອອກມາເປັນແນວນີ້ 

ຄາສະປາ ເລີຍກາຍມາເປັນ ຄຳເວົ້າອັນດຽວ ກັນກບັ ຮ້ານແປງລົດ 

 ເຫັນດີນຳຄຳເຫັນຂອງທ່ານ ຖ້າຢູ່ໃກ້ກໍ່ຂໍຕຳຈອກເບັຍແດ່ຈັກຈອກ, ຂພຈ ອ່ານຢູ່ໃນຮູບແລ້ວກໍ່ເປັນຕາຢາກຫົວ:

ດາລີນ ຄາສະປາ = ດາລີນ ຄາວຽກ ກຳລັງສະບວກເອົາປາຢູ່

                   = ດາລີນ ລົງສະປາ ມີຕົມເລິກ ບືນຂື້ນບໍ່ໄດ້ ເລີຍຄາຢູ່ຫັ້ນ

ໂອໂຕເຊີວິສ໌ ຂພຈ ວ່າຜິດ ການຂຽນທີ່ຖືກຕ້ອງ ແລະ ໄປຄູ່ກັບພາສາຂອງເພີ່ນ Service

ຄວນຈະແມ່ນ ໂອໂຕເຊີວິສ ໝາຍຄວາມວ່າບໍ່ມີໝາຍກະຣັນ, ຖ້າໃສ່ກະຣັນຈະອອກສຽງເປັນ ເຊີວີ  ສ໌

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard