Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຢາກຖາມເລຶອງປະຫວັດສາດລາວໂດຍສັງເຂບ(ໂດຍຫຍໍ້)
Anonymous

Date:
ຢາກຖາມເລຶອງປະຫວັດສາດລາວໂດຍສັງເຂບ(ໂດຍຫຍໍ້)

ຢາກຖາມເລຶອງປະຫວັດສາດລາວໂດຍສັງເຂບ(ໂດຍຫຍໍ້) ດັງນີ້:

1.ອານາຈັກບູຮານ: ລາວເລີ່ມຮູ້ຈັກຄຳວ່າຄົນລາວປະມານປີໃດ? ມີພຣະມາຫາກະສັດ(ເຈົ້າຊີວິດ)ປີໃດ? ສະຖາປະນາຫຼຶມີປະເທດປີໃດ? ຢູ່ໃສ່?

2. ເປັນຫຍັງອານາຈັກລ້ານຊ້າງຈຶ່ງພັງທະລາຍ? ໃນບັນປ່າຍຊີວິດຂອງພຣະມາຫາກະສັດຟ້າງູມເປັນແນວໃດ?

3. ລາວເປັນເມຶອງຂຶ້ນສະຫຍາມຈັກປີ?ແຕ່ປີໃດ ຫາປີໃດ?

4. ລາວເປັນເມຶອງຂຶ້ນຝະຣັງຈັກປີ?ແຕ່ປີໃດ ຫາປີໃດ?

ຂອບໃຈລວ້ງໜ້າສຳລັບຄຳຕອບ

__________________

Senior Member

Status: Offline
Posts: 268
Date:
RE: ຢາກຖາມເລຶອງປະຫວັດສາດລາວໂດຍສັງເຂບ(ໂດຍຫຍໍ້)

ອັນນີ້ບໍ່ຫຍໍ້ແລ້ວເດີ ແຕ່ປື້ມຂະນ້ອຍຢູ່ຫ້ອງການ ຖ້າປື້ມຢູ່ນິຊິຕອບໃຫ້ ຖ້າຊິຕອບເລີຍຢ້ານປີມັນຜິດ...

__________________
Anonymous

Date:

Anonymous wrote:

ຢາກຖາມເລຶອງປະຫວັດສາດລາວໂດຍສັງເຂບ(ໂດຍຫຍໍ້) ດັງນີ້:

1.ອານາຈັກບູຮານ: ລາວເລີ່ມຮູ້ຈັກຄຳວ່າຄົນລາວປະມານປີໃດ? ມີພຣະມາຫາກະສັດ(ເຈົ້າຊີວິດ)ປີໃດ? ສະຖາປະນາຫຼຶມີປະເທດປີໃດ? ຢູ່ໃສ່?

2. ເປັນຫຍັງອານາຈັກລ້ານຊ້າງຈຶ່ງພັງທະລາຍ? ໃນບັນປ່າຍຊີວິດຂອງພຣະມາຫາກະສັດຟ້າງູມເປັນແນວໃດ?

3. ລາວເປັນເມຶອງຂຶ້ນສະຫຍາມຈັກປີ?ແຕ່ປີໃດ ຫາປີໃດ?

4. ລາວເປັນເມຶອງຂຶ້ນຝະຣັງຈັກປີ?ແຕ່ປີໃດ ຫາປີໃດ?

ຂອບໃຈລວ້ງໜ້າສຳລັບຄຳຕອບ

 ເຈົ້າຮູ້ຈັກອ່ານແລະພິມພາສາລາວໄດ້ສ່ຳນີ້ ຢ່າງຕ່ຳສຸດເຈົ້າຕ້ອງມີການສຶກສາບໍ່ຫຼຸດຈົບ ມ.ຕົ້ນ. 

ຄຳຖາມທຸກຄຳຖາມທີ່ເຈົ້າຖາມມານີ້ ແມ່ນພວກເຮົາໄດ້ຮຽນແລະຮັບຮູ້ມາແຕ່ຕອນຈົບປະຖົມ

ພຸ້ນແລ້ວ. ຖ້າວ່າເຈົ້າບໍ່ມີເຈດຕະນາຫາຄຳຕອບແນວອື່ນ ຂ້ອຍຄິດວ່າເຈົ້າຈະບໍ່ຕັ້ງຄຳຖາມເຫຼົ່າ

ນີ້ອອກມາຖາມດອກ. ຖ້າວ່າເຈົ້າບໍ່ຮູ້ອິຫຼີ ຂ້ອຍຂໍແນະນຳໃຫ້ໄປຖາມພໍ່ຕູ້  Google ເດີ້ ເພາະຕູ້

ນີ້ຮູ້ໝົດກ່ຽວກັບພົງສາວະດານໂລກ.

__________________
Anonymous

Date:

ຂ້ອຍຟັງຈາກຢູທູບ ຖ້າເຈົ້າສົນໃຈກໍ່ເຂົ້າໄປເບິ່ງໄປຟັງແລ້ວ.

__________________
Anonymous

Date:

Anonymous wrote:

ຢາກຖາມເລຶອງປະຫວັດສາດລາວໂດຍສັງເຂບ(ໂດຍຫຍໍ້) ດັງນີ້:

1.ອານາຈັກບູຮານ: ລາວເລີ່ມຮູ້ຈັກຄຳວ່າຄົນລາວປະມານປີໃດ? ມີພຣະມາຫາກະສັດ(ເຈົ້າຊີວິດ)ປີໃດ? ສະຖາປະນາຫຼຶມີປະເທດປີໃດ? ຢູ່ໃສ່?

2. ເປັນຫຍັງອານາຈັກລ້ານຊ້າງຈຶ່ງພັງທະລາຍ? ໃນບັນປ່າຍຊີວິດຂອງພຣະມາຫາກະສັດຟ້າງູມເປັນແນວໃດ?

3. ລາວເປັນເມຶອງຂຶ້ນສະຫຍາມຈັກປີ?ແຕ່ປີໃດ ຫາປີໃດ?

4. ລາວເປັນເມຶອງຂຶ້ນຝະຣັງຈັກປີ?ແຕ່ປີໃດ ຫາປີໃດ?

ຂອບໃຈລວ້ງໜ້າສຳລັບຄຳຕອບ

ເປັນຫຍັງຈຶ່ງຖາມແນວນີ້ ຄຳຖາມຕັ້ງຂຶ້ນບັກຫລາຍໆແລ້ວຊິໃຫ້ຕອບສັ້ນໆໄດ້ແນວໃດ ສົງໄສຕອນເປັນນັກຮຽນມັກຂາດໂຮງຮຽນໃດຫັ້ນເນາະ? ຄຳຕອບມີຢູ່ໃນຫລັກສູດຮຽນຊັ້ນມັດທະຍົມພູ້ນ ຢາກຮູ້ລະອຽດໃຫ້ກັບໄປເບິ່ງຄືນເດີ!

ເຖິງຢ່າງໃດກໍ່ດີ, ເມື່ອເບິ່ງຄຳຖາມຄືນອີກເທື່ອນຶ່ງ ຍັງສົງໃສຢູ່ວ່າຜູ້ຖາມມີຈຸດປະສົງຫຍັງແທ້ "ລອງຊ່ວຍກັນຄຶດເບິ່ງ ເປັນຫຍັງປະເທດຊາດບ້ານເມືອງຂອງເຮົາໃນອາດີດຈຶ່ງມີແຕ່ເລື່ອງຫນ້າເສົ້າແທ້? ສ່ວນຕົວຂ້າພະເຈົ້າແລ້ວ ເຫັນວ່າເມືອງລາວເຮົາປົກຄອງກັນເອງບໍ່ໄດ້ດອກ ຫລືທ່ານຄິດແນວໃດ ຂ້າພະເຈົ້າເວົ້າແນວນີ້ກໍ່ອາດຈະມີຫລາຍຄົນຄ້ານ ແຕ່ຄວາມຈິງແລ້ວລອງເບິ່ງຄືນປະຫວັດສາດແມ້ ຂ້າພະເຈົ້າເຊື່ອວ່າ ເຖິງປະເທດເຮົາຊິບໍ່ມີປັດໃຈຈາກຂ້າງນອກເຂົ້າມາລົບກວນ ເຊັນໄທສະຫຍາມ ຫລື ຟະລັ່ງເຂົ້າມາຮຸກຮານ ປະເທດເຮົາກໍ່ຄືຊິບໍ່ມີຄວາມສາມັກຄີເປັນນຳ້ນຶ່ງໃຈດຽວກັນ ຍ້ອນນິໄສໃນຕົວຂອງຄົນວລາວເຮົານີ້ເອງ ເພາະຄົນລາວເຮົາມັກເປັນຄົນເຫັນແກ່ຕົວ ບໍ່ມີນຳໃຈເພື່ອຄົນອື່ນ ຢ້ານລື່ນຢ້ານເຫລືອກັນ ມັກອິດສາບັງບຽດກັນ ເຫັນຄົນໄທອື່ນດີກ່ອນຄົນຂອງຕົນເອງເຫັນຂີ້ດີກ່ວາໄສ້ວ່າຊັ້ນເຖາະ ເວົ້າໄປຫລາຍຍິ່ງຍາວ ແລະ ສິ່ງສຳຄັນທີ່ສຸດແມ່ນຄົນລາວພວກເຮົາບໍ່ຍອມຮັບຄວາມເປັນຈິງ ເຫັນບໍ່ພວກລາວນອກທີ່ເພິ່ນພ່າຍແພ້ຫນີອອກນອກປະເທດໄປ ເບິ່ງແມ້ ຈົນຮອດດຽວນີ້ເພິ່ນກໍ່ຍັງຝັນຄ້າງ ຫວັງຈະກັບມາປົກຄອງຄືນອີກເທື່ອນຶ່ງ ທັ້ງໆທີ່ມັນເປັນໄປບໍ່ໄດ້ອີກແລ້ວ ທ່ານເອີຍຫລຽວຫລັງເບິ່ງແມ ເມື່ອອານາຈັກລາວເສັຍຕົວໃຫ້ໄທ ຄົນລາວທີ່ຖືກກວດຕ້ອນໄປເປັນຂ້າທາດຢູ່ອີ່ສານແລະອີກຫລາຍຈັງຫວັດໃນໄທ ພວກເພິ່ນເຫລົ່ານັ້ນສາມາດກັບຄືນມາປົກຄອງລາວໄດ້ອີກບໍ່  ຊຶ່ງມັນກໍບໍ່ແຕກຕ່າງຫຍັງກັບພວກທ່ານໃນປະຈຸບັນ ຍັງຫວັງວ່າຊິກັບມາທັ້ງທີ່ມັນເປັນໄປບໍ່ໄດ້ ສ່ວນຜູ້ທີ່ຊະນະກໍ່ອວດອ້າງ ວ່າແຕ່ໂຕເກັ່ງໂຕດີບໍ່ຍອມຟັງໃຜ  (ສົງໄສເມົາຄ້າງຢູ່) ເຂົ້າກະຕ່າຍໍໂຕຢູ່ຕະຫລອດ "ສະຫລາດສ່ອງໄສ-ຮູ້ນຳພາຮອບດ້ານ" ຈົນຄົນຊິເບື່ອຟັງແລ້ວຫນ້າຈະຊອກສັບໃຫມ່ປ່ຽນແທນແດ່.

ທັງຫມົດນີ້ເປັນສິ່ງທີ່ພວກເຮົາຄວນຈະຄິດນຳກັນ ອານາຄົດຢາກໃຫ້ເມືອງລາວເປັນແນວໃດ ຄົນລຸ້ນໃຫມ່ພວກເຮົາຈະເຮັດແນວໃດ ຊິເດີນຕາມຮອຍຕີນບັນພະບູລຸດແບບເສຍປຽບຕະຫລອດນີ້ບໍ່? ທ່ານໃດເຄີຍເດີນທາງໄປຫັ້ນໆນີ້ໆຈະຮູ້ດີວ່າເປັນແນວໃດ ຂ້າພະເຈົ້າໄປເຫັນຄົນລາວແທ້ໆຢູ່ເອີລົບ ຫລື ອາເມລິກາ ພວກເພິ່ນບາງຄົນມັກເວົ້າແຕ່ພາສາໄທ ເຫັນເຮົາແທນທີ່ຊິເວົາພາສາລາວນຳຍັງດັນໄປເວົ້າເປັນຄວາມໄທນຳເຮົາຢູ່ ມັນຫມາຍຄວາມວ່າແນວໃດ!!! 

__________________

Guru

Status: Offline
Posts: 695
Date:

ຖາມຫລາຍໂພດນອ້ງ ຢາກຕອບຢູ່ ແຕ່ນອ້ງຮູ້ຄຳຕອບແລ້ວເປັນຫຍັງຈື່ງຖາມ
ຄຳຕອບມີໃນປື້ມປະຫວັດສາດຂອງລາວແຕ່ມັດທະຍົມຕົ້ນ ຄັນລືມແລ້ວຫາເປີດໃໝ່ເດີ
ຄັນບໍມີໃຜຕອບມື້ໃໝ່ຊິຕອບໃຫ້

__________________

 187557797.jpg

 ຂ້ອຍເຫັນວ່າເຈົ້ານິເວົ້າເກີນໄປຫຼາຍພ່ສົມຄວນເເລ້ວກຽ່ວກັບລາວນອກມັກເວົ້າພາສາໄທຫຼໍີອັງກິດໃນເວລາທີ່ລົມຄົນລາວນຳກັນ.
ມັນບໍ່ເເມ່ນເເຕ່ພຽງເເຕ່ຄົນລາວນອກທີ່ເປັນເເບບນັ້ນເດີ້ເພາະຂ້ອຍເອງເຄີຍພໍ້ຜູ້ຍິງຄົນນໍິງຊໍີ່ນົກມາຈາກສປປລຢູ່ນີ້ໄດ້
໕ປີສາວນີ້ບໍ່ຍອມເວົ້າພາສາລາວນຳຂ້ອຍຈັກເທໍີ່ອໃນເວລາໃດທີ່ຂ້ອຍພົບພ່້ມັນ. ຄັນຊີ່ເວົ້າເເລ້ວຂ້ອຍພີ້ເເຫຼວຄວນມັກ
ຢາກລົມເເຕ່ພາສາອັງກິດນຳມັນນະເພາະຂ້ອຍເເຮງມາໃຫ້ຍຢູ່ພີ້. ເຫັດໃຫ້ເປັນຕາຢາກຫົວຂະໜ້າດ! biggrinbiggrinbiggrinbiggrin

__________________
Anonymous

Date:

ໂດຍສັງເຂບ:

ຊາດລາວເປັນຊາດຫນຶ່ງທີ່ມີປະຫວັດແຫ່ງການກຳເນີດ,ຄົງຕົວແລະຂະຫຍາຍຕົວໃນພາກພື້ນນີ້. 
ບັນພະບູລຸດ ແລະ ປະຊາຊົນລາວຜູ້ຮັກຊາດໄດ້ຕໍ່ສູ້ປົກປັກຮັກສາ ແລະ ສ້າງສາສືບທອດກັນມາ
ຫລາຍເຊັ່ນຄົນ.ສະຕະວັດທີ 14 ເຈົ້າຟ້າງຸ່ມ ເປັນກະສັດຜູ້ທຳອິດ  ທີ່ໄດ້ທ້ອນໂຮມບັນດາ ເມືອງ
ລາວບູຮານໃຫ້ກາຍເປັນອານາຈັກເອກະພາບຄັ້ງທຳອິດເອີ້ນວ່າ:ອານາຈັກລ້ານຊ້າງ ຊຶ່ງມີອານາ
ເຂດອັນກວ້າງໄກແລະມີແມ່ ນ້ຳຂອງໄຫລຜ່ານທາງກາງ. 
ນະຄອນຫລວງພະບາງເປັນເມືອງເອກຂອງອານາ ຈັກລ້ານຊ້າງເຊິ່ງໄດ້ປະອະລິຍະທຳໄວ້ມາເຖິງ
ປະຈຸບັນ ແລະ ໄດ້ກາຍເປັນເມືອງມໍລະດົກໂລກ ແຫ່ງທຳອິດຂອງສປປລາວ.ກາງສະຕະວັດ ທີ
16 ເຈົ້າໄຊຍະເສດຖາທິລາດ ໄດ້ມາຕັ້ງວຽງຈັນເປັນນະຄອນຫລວງແທນນະຄອນຫລວງພະບາງ,
ພ້ອມກັນນັ້ນກໍໄດ້ມີການສ້າງສາພັດທະນາຢ່າງຮຸ່ງເຮືອງເຫລືອງເຫລື້ອມເຊັ່ນ: ດ້ານເສດຖະກິດ,

ວັດທະນະທຳ ແລະ ການ ປ້ອງກັນຊາດ ສາມາດຕີຕ້ານການຮຸກຮານຂອງສັກດີນາ ຕ່າງດ້າວທີ່ຮຸກຮານຫລາຍຄັ້ງ.
ໃນສະຕະວັດທີ 17 ພາຍໃຕ້ລາຊະການຂອງເຈົ້າສຸລິຍະວົງສາ ດ້ານເສດຖະກິດ, ວັດທະນະທຳ ແລະ ການຕ່າງປະເທດໄດ້ພົ້ນ
ເດັ່ນ.ທ່ານວັນວຸດສະຕົບຊາວໂຮນລັງຄົນຜູ້ທຳ ອິດໄດ້ເຂົ້າມາຕິດຕໍ່ຄ້າຂາຍເປັນໂອກ າດໃຫ້ລາວເປີດປະຕູສູ່ໂລກ ພາຍນອກ.ສະ
ຕະວັດທີ 18ເປັນໄລຍະແຫ່ງການເຊື່ອມໂຊມ, ອານາຈັກລ້ານຊ້າງ ຖືກແຕກແຍກຄວາມ ສາມັກຄີແບ່ງ ອອກເປັນສາມອານາ 
ຈັກ: ວຽງຈັນ, ຫລວງພະບາງ ແລະຈຳປາສັກ, ອັນເປັນຊ່ອງຫວ່າງເຮັດໃຫ້ສັກດີນາ ຕ່າງດ້າວສວຍ ໃຊ້ຄວາມອ່ອນແອຂອງສັກ
ດີນາລາວ ເຂົ້າມາຢຶດຄອງລາວ ແຕ່ເຈົ້າອະນຸວົງ ເປັນບັນພະບູລຸດຜູ້ຮັກຊາດໄດ້ນຳພາປະ ຊາຊົນລຸກຂຶ້ນຕໍ່ສູ້ເພື່ອຄວາມເປັນເອ 
ກະລາດຂອງຊາດລາວໃນປີ 1827-28. ຕັ້ງແຕ່ນັ້ນມາ ອານາຈັກລ້ານຊ້າງທີ່ມີອານາເຂດອັນກວ້າງຂວາງ ແລະ ມີຄວາມເຂັ້ມ 
ແຂງໃນເມື່ອກ່ອນກໍຖືກອ່ອນແອ ແລະ ດິນແດນກໍຖືກ ຮັດແຄບເຂົ້າ. ເຖິງວ່າການຕໍ່ສູ້ພາຍໃຕ້ການນຳພາຂອງ ເຈົ້າອານຸ ເພື່ອ
ກອບກູ້ເອກະລາດບໍ່ໄດ້ຮັບ ໄຊຊະນະກໍ່ຕາມ ແຕ່ກໍມີຄວາມຫມາຍ ອັນເລິກເຊິ່ງ ແລະ ເປັນມໍລະດົກແຫ່ງນ້ຳໃຈຮັກຊາດ  ເດັດ 
ຂາດບໍ່ຍອມຈຳນົນຂອງປະຊາຊົນ ລາວບັນດາເຜົ່າ.

ຍ້ອນປະເທດລາວເປັນປະເທດມີທີ່ຕັ້ງ ຍຸດທະສາດ ເປັນທາງຜ່ານ, ມີຊັບພະຍາກອນອັນອຸດົມຮັ່ງມີ, ບໍ່ພຽງແຕ່ສັກດີນາປະເທດ
ໃກ້ຄຽງທີ່ຫວັງຢຶດຄອງແຕ່ບັນດາອິດທິກຳລັງປະເທດຕາເວັນຕົກກໍມີຄວາມສົນໃຈຕໍ່ດິນແດນ ແຫ່ງນີ້.ຮອດ ສະຕະວັດທີ 19 ລັດ ທິລ່າເມືອງຂຶ້ນຝຣັ່ງບົນເສັ້ນທາງການແບ່ງປັນຕະຫລາດໂລກຝຣັ່ງ ໄດ້ເຂົ້າມາຢຶດຄອງເອົາລາວ ໃນປີ 1893 ຈາກນັ້ນ  ຈຶ່ງເຮັດ
ໃຫ້ການແບ່ງປັນຊາຍແດນຂອງລາວ ແລະສ້າງຕັ້ງລັດຖະບານປະສົມລະຫວ່າງ ກຳລັງ ຮັກຊາດ ແລະ ພວກຈັກກະພັດນິຍົມ 3
ຄັ້ງຄື:1957, 1962 ແລະ 1973.ການປະຕິວັດຊາດ ປະຊາທິປະໄຕ ຕໍ່ຕ້ານຈັກກະພັດຜູ້ຮຸກຮານ  ເປັນເວລາ 30 ປີ, ຮອດປີ 
1975 ພັກປະຊາຊົນປະຕິວັດລາວ ໄດ້ວາງຍຸດທະສາດ 3 ບາດຄ້ອນ,   ຍຶດອຳນາດແບບບົວບໍ່ໃຫ້ຊ້ຳ ນ້ຳບໍ່ໃຫ້ຂຸ່ນ,ມາດຢຶດອຳ
ນາດໄດ້ທົ່ວປະເທດ, ກ້າວຂຶ້ນຍາດເອົາໄຊຊະນະຢ່າງສົມ ບູນ ດ້ວຍການລົບລ້າງແອກຄອບຄອງ ຂອງພວກລ່າເມືອງຂຶ້ນ ແລະ
ສັກດີນາ, ສະຖາປະນາ ສາທາລະນະລັດ ປະຊາ ທິປະໄຕປະຊາຊົນລາວຂຶ້ນໃນ ວັນທີ 2 ທັນວາ 1975.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard