Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເອົາປືນສັ້ນຍິ່ງຄູ່ຊື່ໆແຕ່ໂຊເຟີລົດໂດຍສານມັນຕາຍ
ຈາກລເືອດຄົນໄຕ້

Date:
ເອົາປືນສັ້ນຍິ່ງຄູ່ຊື່ໆແຕ່ໂຊເຟີລົດໂດຍສານມັນຕາຍ

ໃນອາດີດຜ່ານມາຢູ່ທາງພາກໄຕ້ໄດ້ເກີດມີຄວາມບໍ່ຍຸດຕິທຳເກີດຂື້ນແຕ່ປະຊາຊົນກໍບໍມີບ່ອນໄປຟ້ອງເພາະຖ້າຟ້ອງຮ້ອງຄະດີແລ້ວເຂົາຮູ່ແລ້ວວ່າແນວໃດກໍບໍ່ຊະນະເພີ່ນດອກ

ຄືໃນມື້້ໜີື່ງທ່ານສະເດັດ...ທີ່ເປັນຄົນຍີ່ງໃຫຍ່ກວ່າໝູ່ໃນພາກໄຕ້ຂອງລາວ

ໄດ້ຂັບລົດໄປຕາມທາງໃຫຍ່ທີ່ເປັນທາງດິນແດງ  ເພີ່ນເອງໄດ້ບີບແກ່ລົດຢ່າງສະນັນ ເພື່ອຂໍທາງແຊງຈະໄປກ່ອນ

ແຕ່ໂຊເຊີລົດໂດຍສານຄັນນັ້ນກໍບໍ່ໄດ້ປ່ອຍທາງໃຫ້ເຫດຜົນທີ່ຄົນໂສເລ້ກັນກໍຄືວ່າ

ບາງເທື່ອໂຊເຟີອາດຈະບໍ່ໄດ້ຍິນແທ້,ຫລືບໍ່ກໍອາດຈະໄດ້ຍິນຢູ່ແຕ່ຄິດວ່າອາດຈະແມ່ນລົດໂດຍສານຢາກແຊງເອົາລູກຄ້າກັນ

ແຕ່ສີ່ງທີ່ແນ່ນອນຄິດວ່າໂຊເຟີລົດໂດຍສານນັ້ນບໍ່ຮູ່ວ່າລົດສະເດັດເຈົ້າ..ຕ້ອງການໄປກ່ອນ.

ແຕ່ແນວໃດກໍດີເມື່ອເພີ່ນແຊງໄດ້ແລ້ວເພີ່ນກໍຈົກປືນສັ້ນຍິງໃສ່ໂຊເຟີລົດໂດຍສານນັ້ນຈົນເຖິງແກ່ຄວາມຕາຍ

ທ່ານສະເດັດເຈົ້າ..ເພີ່ນກໍລົງມາເບີ່ງ , ແລ້ວເພີ່ນກໍເວົ້າວ່າ ກູກະຍິງຄູ່ມັນຊື່ໆບໍ່ຄິດວ່າລູກປືນຊີຖືກມັນຈົນຕາຍ

ເອົາຄັນຊັ້ນເອົາເງີນນີ້ໄປເຮັດນຳມັນແລະກິນທານນຳມັນເດີ.

ຄວາມຢ້ານຂອງປະຊາຊົນໃນເວລານັ້ນບໍ່ມີໃຜກ້າອອກຄຳຄິດຄຳເຫັນແນວໃດເລີຍ

ອັນນີ້ແລ້ວມັນຊີ້ໃຫ້ເຫັນວ່າໃນລະບອບເກົ່າບາງຄັ້ງປະຊາຊົນກໍບໍ່ໄດ້ຮັບປະຊາທີປະໄຕເທົ່າທີ່ຄວນເໝືອນກັນ

__________________
Anonymous

Date:
RE: ເອົາປືນສັ້ນຍິ່ງຄູ່ຊື່ໆແຕ່ໂຊເຟີລົດໂດຍສານມັນຕາຍ

ນີ້ຄືກະທຸຂອງຄົນບໍ່ສົມປະກອບ ພິການທາງສະໝອງ!

ຢ່າຖືສາເດີ!

__________________
Anonymous

Date:

Anonymous wrote:

ນີ້ຄືກະທຸຂອງຄົນບໍ່ສົມປະກອບ ພິການທາງສະໝອງ!

ຢ່າຖືສາເດີ!

ເຈົ້າຫັ້ນລະບໍ່ມີມາລະຍາດ ເວົ້າໃຫ້ຄົນອື່ນໂລເລ

__________________
Anonymous

Date:

ວ່າແຕ່ສົມນັ້ນ ແມ່ນໃຜລະ ເວົ້າລະຍ້ານຫຍັງບໍ

__________________
Anonymous

Date:

Anonymous wrote:

ວ່າແຕ່ສົມນັ້ນ ແມ່ນໃຜລະ ເວົ້າລະຍ້ານຫຍັງບໍ

 ກະບັງວ່າຄົນພິການທາງສະໝອງ!

__________________
Anonymous

Date:

ຂອບໃຈທີ່ເອົາມາເລົ່າໃຫ້ຟັງ

ສັນດານພວກຍາດໝາມາເກີດ  ຈະຢູ່ລະບອບໃດກໍ່ຄືກັນເໝິດ

ໃຫຍ່ຄັບຟ້າຈົນຫຼຽວບໍ່ເຫັນຫົວຄົນອື່ນ

ບັກບຸນອູ້ມຕອນນີ້ມັນຕາຍຫຼືຍັງ  

ໃນອະດີດເຄີຍໄດ້ຍິນຄົນເຂົາເລົ່າໃຫ້ຟັງເລື້ອຍໆ ເຖິງອຳນາດປ່າເຖື່ອນທີ່ມັນໃຊ້ກັບຄົນອື່ນ

ຜົນກັມທີ່ມັນກໍ່ໄວ້  ຂໍໃຫ້ມັນຕົກນາຣົກ500ຊາດພູ້ນເດີ  ສາທຸ

__________________
Anonymous

Date:

ໄດ້ຍິນວ່າເຈົ້າບຸນອູ້ມ ສ້າງວິຣະກັມໄວ້ຫລາຍໆ ຢາກນອນນຳລູກສາວໄຜກະຮ້ອງເອົາມາໂລດ ຢາກໄດ້ດິນຕອນໄດໄປຊີ້ເອົາໂລດ ແຕ່ມາສັງເກດເບິ່ງ ເຈົ້ານາຍລາວຍຸກນີ້ກະຄືກັນ ພາກັນັຮັ່ງມີຊັບສິນເງິນຄຳ ເຮືອນຫລັງໃຫຍ່ ດິນຕອນຫຍ້າ ມີຢ່າງຫລວງຫລາຍ ຖ້າຜູ້ໄດໂກງບ້ານກິນເມືອງ ສໍ້ໂກງ ເອົາປຽບປະເທດຊາດເອົາປຽບປະຊາຊົນ ເຖິງຊີຢູ່ລະບອບໄດ ກະສົມຄວນສາບແຊ່ງ ປ້ອຍດ່າ ບໍ່ສົ່ງເສິມ ມັນຈັ່ງແຟ ບໍ່ແມ່ນປາກບອກເຮັດເພື່ອປະເທດຊາດ ບາດແລ້ວພັກໂກງກິນ ມັນກະບໍຖືກຕ້ອງແມ່ນບໍ?$

__________________
Anonymous

Date:

ທີ່ຈິງລາວກະບໍ່ໄດ້ເປັນຮ້າຍດັ່ງທີ່ເຮົາໄດ້ຍິນດອກ, ມັນເປັນພຽງການໃສ່ຮ້າຍ ປ້າຍສີເພື່ອເອົາຊະນະກັນຊຶ່ໆດອກ

ຂ້ອຍເຄີຍເຫັນລາວຢູ່ເທືອ່ນຶ່ງ ຕອນລາວລົງໄປຢາມປະຊາຊົນໃນເຂດ ເມືອງເຊລໍາເພົາ. ບໍ່ເຫັນວ່າລາວຊິເປັນຮ້າຍ

ຫຽັງ. ເພາະເຮົາຮັບຟັງຂໍ້ມູນພຽງຂ້າງດຽວ ເຮົາກະເລີຍຮູ້ແຕ່ຂ້າງດຽວ, ຖ້າເຮົາເປັນຄົນສະຫຼາດພໍ ເຮົາກໍຄວນມີ ພິຈາ

ລະນະຍານ ໃນການຮັບເອົາຂໍ້ມູນຂ່າວສານ ແລ້ວມາສົມທຽບກັນເບິ່ງ ກັບສິ່ງທີ່ເຮົາເຫັນ. ທ່ານນາຍ ພົນທັງຫຼາຍຜູ່ທີ່

ເຄີຍປະນາມຜູ່ອື່ນວ່າຂາຍຊາດ ແລ້ວປະກາດຕົນເອງ ວ່າເປັນຄົນຮັກຊາດ ໃນປະຈຸບັນ ເຂົາກໍປະຕິບັດຕົນບໍ່ແຕກຕ່າງຫຽັງ

ກັບຄາວກ່ອນດອກ. ເຮົາຢູ່ໃນໂລກປະຈຸບັນ ຖ້າຄິດຈະແກ້ໄຂ ກໍຄວນຈະແກ້ໄຂໃນປະຈຸບັນ ສ່ວນອະດີດກໍຄວນເປັນບົດຮຽນ.

__________________
Anonymous

Date:

ຂ້ອຍເຄີຍໄດ້ຍິນແຕ່ນາມມະຍົດຝາຕີນໃຫຍ່ ແຕ່ບໍ່ເຄີຍເຫັນເພິ່ນຈັກເທື່ອ ເຫັນແຕ່ຮູບທີ່ແຂວນຢູ່ຝາເຮືອນ

ຈຶ່ງບໍ່ຮູ້ວ່າເພິ່ນໂຫດຮ້າຍປ່າເຖື່ອນເໝືອນຂ່າວເປົ່າປິວຫລືບໍ່.

ສະເດັດເຈົ້າບຸນອູ້ມ ນະຈໍາປາສັກ ກັບສະເດັດເຈົ້າຄໍາໄຕ ສີພັນດອນ ມີທັມມະຈະຣິຍາຕ່າງກັນແນວໃດ?

__________________
Anonymous

Date:

Anonymous wrote:

ທີ່ຈິງລາວກະບໍ່ໄດ້ເປັນຮ້າຍດັ່ງທີ່ເຮົາໄດ້ຍິນດອກ, ມັນເປັນພຽງການໃສ່ຮ້າຍ ປ້າຍສີເພື່ອເອົາຊະນະກັນຊຶ່ໆດອກ

ຂ້ອຍເຄີຍເຫັນລາວຢູ່ເທືອ່ນຶ່ງ ຕອນລາວລົງໄປຢາມປະຊາຊົນໃນເຂດ ເມືອງເຊລໍາເພົາ. ບໍ່ເຫັນວ່າລາວຊິເປັນຮ້າຍ

ຫຽັງ. ເພາະເຮົາຮັບຟັງຂໍ້ມູນພຽງຂ້າງດຽວ ເຮົາກະເລີຍຮູ້ແຕ່ຂ້າງດຽວ, ຖ້າເຮົາເປັນຄົນສະຫຼາດພໍ ເຮົາກໍຄວນມີ ພິຈາ

ລະນະຍານ ໃນການຮັບເອົາຂໍ້ມູນຂ່າວສານ ແລ້ວມາສົມທຽບກັນເບິ່ງ ກັບສິ່ງທີ່ເຮົາເຫັນ. ທ່ານນາຍ ພົນທັງຫຼາຍຜູ່ທີ່

ເຄີຍປະນາມຜູ່ອື່ນວ່າຂາຍຊາດ ແລ້ວປະກາດຕົນເອງ ວ່າເປັນຄົນຮັກຊາດ ໃນປະຈຸບັນ ເຂົາກໍປະຕິບັດຕົນບໍ່ແຕກຕ່າງຫຽັງ

ກັບຄາວກ່ອນດອກ. ເຮົາຢູ່ໃນໂລກປະຈຸບັນ ຖ້າຄິດຈະແກ້ໄຂ ກໍຄວນຈະແກ້ໄຂໃນປະຈຸບັນ ສ່ວນອະດີດກໍຄວນເປັນບົດຮຽນ.

 Haha you were the lucky one (of many).

His brother(don't know what is the number of.... and forgot his name) was the captain and commander for meuang Champhone of Savannakhet province.

His soldiers punished me for fon lamvong in front line of him.

So think about that the basic small things.

my$.02

__________________
Anonymous

Date:

Anonymous wrote:

ນີ້ຄືກະທຸຂອງຄົນບໍ່ສົມປະກອບ ພິການທາງສະໝອງ!

ຢ່າຖືສາເດີ!

 ທ່ານຢ່າປະຫມາດກະທູ້ຂອງເພີ່ນ ສິ່ງທີ່ເພີ່ນຍົກມາຄືຄວາມເປັນຈິງທີ່ສຸດຂອງສັງຄົມ. ຄົນເຮົາເວລາມີອຳນາດ ມັກຈະໃຊ້ອຳນາດຢ່າງອຳເພີໃຈ ແລະ ຂາດຄຸນນະທຳ. ມັນເປັນຄະຕິເຕືອນໃຈໃຫ້ທຸກຄົນທີ່ມີອຳນາດ ແລະ ໃຊ້ອຳນາດ ຈົ່ງຢ່າໄດ້ເອົາເປັນແບບຢ່າງ ຈົ່ງໃຊ້ຄຸນນະທຳໃນການປົກຄອງປະເທດ

 ບໍ່ວ່າລະບອບເກົ່າລະບອບໃໝ່ມັນກໍຕາຍຫ່າຄືກັນ ຜູ້ທີ່ມີອຳນາດມັກໃຊ້ອະນາດ

ເປັນອາວຸດເພື່ອຂົ່ມຂູ່ປະຊາຊົນ. ພໍ່ໄດ້ນາຍພົນ ລູກຊາຍເປັນຈອມພົນໂລດ ເຫັນ

ມາແລ້ວທັງສອງລະບອບນີ້ລະ ດີບໍ່ດີຜູ້ເປັນເມຍນາຍພົນກໍເປັນຈອມພົນໄປກັບ

ບູກຊາຍນຳກັນເລີຍ ຜູ້ຂ້າລະຍອມປະເພນີແບບນີ້.

__________________
Anonymous

Date:

ເບັງອຳນາດ ຄິດວ່າຍຸກນີ້ກະບໍໄດ້ຕ່ຳຕ້ອຍນ້ອຍ ຫນ້າລະບອບເກົ່າປານໄດດອກ  ແຕ່ກີ້ຜຸຍກະຕ່າຍ ບຸນອຸ້ມ ຍຸກນີ້ຍຸກ ມີອຳນາດມີຕຳແຫນ່ງສູງ ຊິຮັ່ງມີກັນເປັນແຖວ ຄັນລຸກຜູ້ໃຫຍ່ກະ ເບັ່ງອຳນາດ ຄືກັນຫ້ານລະ ເລືອງໂຈມຕີຫ້ານນະ ເປັນພຽງຮູບການຮັກສາ ອຳນາດຊືໆ ຍຸກໄດສະໄຫມໄດກະຄ້າຍໆຄືກັນ ນົກເຄົ້າທ້ວງຕາແມ່

__________________
Anonymous

Date:

ການໃຊ້ອຳນາດບໍ່ໄດ້ມີແຕ່ຕອນລະບອບເກົ່າດອກ ລະບອບນີ້ກໍມີຄືກັນ

ໄດ້ຍິນຂ່າວວ່າມີດອນນຶ່ງທາງຫລີ່ຜີນັ້ນກໍບໍ່ມີຄົນສາມາດເຂົ້າໄປໃກ້ໄດ້ຄືກັນ

ເພາະມີເຈົ້າຂອງຫວງຫ້າມ ແລະອີກອີກດອນນຶ່ງຢູ່ໜ້າເຄື່ອນນ້ຳງຶ່ມກໍເປັນ

ຄືກັນ, ມີຫລາຍຄົນແລ້ວທີ່ແຈບບັກຍອດຍ້ອນຝືນເຂົ້າໄປຫາຢູ່ຫາກິນຢູ່ໃນສອງດອນນີ້.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard