Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄວາມຈະເລີນຂອງລາວໄປຊ້າ
ຈາກຄົົນພາກໄຕ້

Date:
ຄວາມຈະເລີນຂອງລາວໄປຊ້າ

ຂ້າພະເຈົ້າຢາກຂໍເຫລົາເລື່ອງເລັກໆນ້ອຍໆສູ້ທ່ານຟັງວ່າ:

1.ພໍ່ຕູ້ຂ້າພະເຈົ້າເປັນຄົນເມືອງໂພນທອງ ແຂວງຈຳປາສັກ ໃນເວລານັ້ນເພີ່່ນເປັນອ້າຍບ່າວນ້ອຍໃນບ້ານນອກ

ບໍ່ເຄີຍເຫັນລົດກົງວົວ ( ລົດບັນທຸກ)ຈົນໄດ້ພາກັນກັບໝູ່ເອົາເຂົ້າໃສ່ຕີບພ້ອມກັບປາແດກ ໄປນອນຖ້າເບີ່ງລົດຢູ່ໄຕ້ຮົມໄມ້ແຄມ

ທາງເພີ່ອຈາກເບີ່ງລົດຂົນສົ່ງສິນຄ້າຈາກອຸບົນມາປາກເຊ ,ພໍເພີ່ນໄດ້ຍີນສຽງລົດມາກໍພາກັນລຸກເບີ່ງລົດຈົນລົດແລ່ນໄປ

ສຸດສາຍຕາຈ່ືງເຊົາເບີ່ງ.

2.ນອກຈາກນັ້ນພວກເພີ່ນກໍພາກັນໂສເລ້ກັນວ່າເຮັດແນວໃດຫວະເຂົາຈື່ງເອົາປາເຂົ້າມາຢູ່ໃນກັບໄດ້ ( ກັບປາ)

ຄັນວ່າກວດໂຫລມີຝາປິດເປີດມັນກໍບໍ່ໜ້າງຶດດອກ

ອັນທີ່ຂ້າພະເຈົ້າເຫລົ່ານີ້ກໍບໍ່ມີຈຸດປະສົງຈະດູຖູກຄົນບ້ານພໍ່ຕົນເອງດອກ

ແມ່ນຢາກໃຫ້ພາກັນເຂົ້າໃຈວ່າຄວາມຈະເລີນຂອງປະເທດລາວໃນໄລຍະນັ້ນມັນຈະເລີນຮອດຂະໜາດໃດແລ້ວ

ແຕ່ໃນເວລາດຽວກັນນີ້ປະເທດເພືອນບ້ານເຮົາເຂົາມີຄວາມສາມາດເອົາປາເຂົ້າກະປ໊ອງໄດ້ແລ້ວ(ເປັນກັບປາ)

ແລະຍີ່ງໄປກວ່ານີ້ເຂົາມີນັກວີຊາການສ້ອມແປງເຄື່ອງບິນຢູ່ບ້ານເຂົາເອງໄດ້ແລ້ວ...

ຈັງຊັ້ນແລ້ວບາງຄົນເພີ່ນໄດ້ຢູ່ປະເທດທີ່ສັງຄົມສີວິໄລແລ້ວກໍແນມກັບມາເບີ່ງບ້ານຕົນເອງຄືວ່າລ້າຫລັງຫລືພັດທະນາຊ້າ

ທັງໆທີ່ໂຕຈິງການພັດທະນາຂອງບ້ານເຮົາມັນກໍກ້າວໄປເລື່ອຍໆຢູ່ຫັ້ນລະ.ບ້າງຄົນແຮ່ງຄັກເພີ່ນທຽບຄວາມຈະເລີນຂອງ

ອາເມລິກາໃສ່ກັບປະເທດຕົນພຸ້ນຕົວະ.ໂດຍບໍ່ຄິດວ່າຫວ່າງໂຕເອງປົບຈາກປະເທດນັ້ນຄົນຈຳນວນຫລວງຫລາຍເວລາເຈັບທ້ອງໜັກກໍຍັງແລ່ນເຂົ້າແຕ່ປ່າຫົວນາຢູ່

ອັນນີ້ແລ້ວຈະບັງຄັບໃຫ້ການພັດທະນາປະເທດໃຫ້ມັນໄວໄປທັນກັບປະເທດທີ່ຈະເລີນແລ້ວນັ້ນມັນກໍຕ້ອງ

ອາໃສໄລຍະເວລານຳອີກໃດທ່ານເອີຍ

ຂໍໂທດເດີແນວໃດກໍດີຖືວ່າການລົມກັນເລັກໆນ້ອຍໆກໍແລ້ວ

__________________
Anonymous

Date:

ຈາກຄົົນພາກໄຕ້ wrote:

 ຂໍໂທດຂ້າພະເຈົ້າລືມບອກວ່າເວລານັ້ນແມ່ນ 60 ປີຫັລງ

__________________

Senior Member

Status: Offline
Posts: 482
Date:

khon lao not to many and poor Education.

__________________
Anonymous

Date:

zack wrote:

khon lao not to many and poor Education.

 i don't think so you 're a well educated guy even you're living in Ame.. just look at the languege you use it.. it 's rubbish!

__________________

Senior Member

Status: Offline
Posts: 482
Date:

khon lao only 3million

__________________

Senior Member

Status: Offline
Posts: 482
Date:

they have to make more people

__________________
Anonymous

Date:

zack wrote:

khon lao not to many and poor Education.

 ຂ້ອຍຂໍຊື້ອີກແດ່ to many ຂອງເຈົ້າຂ້ອຍຊີໄຫ້ເຈົ້າລ້າໆ too many ຂອງຂ້ອຍ

__________________
Anonymous

Date:

ຍ້ອນທໍາມະຊາດ ໃຫ້ຄວາມສະດວກເກີນໄປ, ຄົນລາວເລີຍບໍ່ມີຄວາມທະເຍີທະຍານ.

ໃນເມື່ອຄົນບໍ່ມີຄວາມທະເຍີທະຍານ, ຫົວຄິດປະດິດສ້າງ ມັນກະບໍ່ມີ, ການສຶກສາມັນກະເລີຍຕໍ່າ

ໄປຕາມກັນ ຝ່ານເຈົ້ານາຍຜູ່ປົກຄອງ ໂດຍສະເພາະພັກ ພັດແຫ່ງດີເຈີ ເພາະຈະໄດ້ ສະດວກໃນການ

ປົກຄອງອີກ.

__________________
Anonymous

Date:

Anonymous wrote:
zack wrote:

khon lao not to many and poor Education.

 i don't think so you 're a well educated guy even you're living in Ame.. just look at the languege you use it.. it 's rubbish!

 It does't matter .it's more understandable than karaoke language. I like short and meaningfully comments 

__________________

Senior Member

Status: Offline
Posts: 482
Date:

only opinion folk

__________________
Anonymous

Date:

60 ປີຄືນຫລັງ ບ້ານເມືອງເຮົາບໍ່ໄດ້ລ້າຫລັງປານນັ້ນດອກ, ຂ້ອຍກໍ່ເປັນເດັກນ້ອຍບ້ານນອກຄືກັນ

ຖ້າທຽບໃສ່ເມືອງເກົ່າເມືອງໂພນທອງແລ້ວ ເມືອງຂ້ອຍຢູ່ຍິ່ງນອກກ່ວານັ້ນ ແຕ່ຂ້ອຍກໍ່ຍັງເຄີຍໄດ້

ຂີ່ລົດອີຊູູຊູ ເຄີຍຂີ່ລົດແສນສະບາຍຂຶ້ນໄປຊື້ເຊືອກຄວາຍຢູ່ປາກເຊ. ເລື່ອງຍົນຍານນັ້ນດົນໆຈຶ່ງເຫັນ

ແທ້ ຕ້ອງໄດ້ໄປເມືອງໂຂງຈຶ່ງເຫັນຈົນເຮລິຄັອບເຕີ ເຫັນຍົນວີເວີ ແຕ່ບໍ່ເຄີຍຂີ່ດອກ.

__________________

Senior Member

Status: Offline
Posts: 482
Date:

lao muk len pai forn lum wong, 55555

__________________
Anonymous

Date:

zack wrote:

lao muk len pai forn lum wong, 55555

 ແຟນເຈົ້າມັກຟ້ອນລໍາວົງສາມັກຄີຫລືຟ້ອນສ້ອນກຸ້ງຫລືຟ້ອນແນວໃດ? ຢູ່ໃສ?

__________________
Anonymous

Date:

ລົດກົງວົວ = convoi = ຂະບວນລົດບັນທຸກ

__________________

Senior Member

Status: Offline
Posts: 482
Date:

5555555555555

__________________
Anonymous

Date:

1953-1975 ມີການສ້າງຫຍັງແດ່ 

ທາງ 13 ເຫນືອ ກໍ່ສ້າງຮອດ ຫລວງພະບາງ ແຕ່ການເດີນທາງບໍ່ປອດໃພ

ທາງ 13 ໄຕ້ ມີແລວ້ ແຕ່ການເດີນທາງບໍ່ປອດໃພ

ສະຫນາມບິນມີຫລາຍບອ່ນ ຍົນແມ່ນພາຫະນະ ເດີນທາງສວ່ນຫລາຍ

ທົ່ວປະເທດ ມີ ຮຮ ມ ປາຍ (terminal) ຢູ່ 4 ບອ່ນ 

ຢູ່ວຽງຈັນ ມີ ຖນົນຫລວງພະບາງເລີ້ມປູຢາງປີ 1971-72

ມີການປະຕິວັດເກືອບທຸກປີ ບຸນທາດຫລວງ ລະເບີດແຕກ 

ປະເທດລາວ ຢູ່ໃນພາວະສົງຄາມ 

ເຂື່ອນນຳ້ງື່ມສ້າງແລວ້ ປີ 1971?? ໄດ້ຍິນວ່າ ເປັນແຜນຍຸດທະສາດ ?

ສວ່ນເຂື່ອນນຳ້ເທີນ ແມ່ນ ແຜນສອງ ແຕ່ ບໍ່ທັນໄດ້ສ້າງ ?

__________________
Anonymous

Date:

ຈາກຄົົນພາກໄຕ້ wrote:

ຂ້າພະເຈົ້າຢາກຂໍເຫລົາເລື່ອງເລັກໆນ້ອຍໆສູ້ທ່ານຟັງວ່າ:

1.ພໍ່ຕູ້ຂ້າພະເຈົ້າເປັນຄົນເມືອງໂພນທອງ ແຂວງຈຳປາສັກ ໃນເວລານັ້ນເພີ່່ນເປັນອ້າຍບ່າວນ້ອຍໃນບ້ານນອກ

ບໍ່ເຄີຍເຫັນລົດກົງວົວ ( ລົດບັນທຸກ)ຈົນໄດ້ພາກັນກັບໝູ່ເອົາເຂົ້າໃສ່ຕີບພ້ອມກັບປາແດກ ໄປນອນຖ້າເບີ່ງລົດຢູ່ໄຕ້ຮົມໄມ້ແຄມ

ທາງເພີ່ອຈາກເບີ່ງລົດຂົນສົ່ງສິນຄ້າຈາກອຸບົນມາປາກເຊ ,ພໍເພີ່ນໄດ້ຍີນສຽງລົດມາກໍພາກັນລຸກເບີ່ງລົດຈົນລົດແລ່ນໄປ

ສຸດສາຍຕາຈ່ືງເຊົາເບີ່ງ.

2.ນອກຈາກນັ້ນພວກເພີ່ນກໍພາກັນໂສເລ້ກັນວ່າເຮັດແນວໃດຫວະເຂົາຈື່ງເອົາປາເຂົ້າມາຢູ່ໃນກັບໄດ້ ( ກັບປາ)

ຄັນວ່າກວດໂຫລມີຝາປິດເປີດມັນກໍບໍ່ໜ້າງຶດດອກ

ອັນທີ່ຂ້າພະເຈົ້າເຫລົ່ານີ້ກໍບໍ່ມີຈຸດປະສົງຈະດູຖູກຄົນບ້ານພໍ່ຕົນເອງດອກ

ແມ່ນຢາກໃຫ້ພາກັນເຂົ້າໃຈວ່າຄວາມຈະເລີນຂອງປະເທດລາວໃນໄລຍະນັ້ນມັນຈະເລີນຮອດຂະໜາດໃດແລ້ວ

ແຕ່ໃນເວລາດຽວກັນນີ້ປະເທດເພືອນບ້ານເຮົາເຂົາມີຄວາມສາມາດເອົາປາເຂົ້າກະປ໊ອງໄດ້ແລ້ວ(ເປັນກັບປາ)

ແລະຍີ່ງໄປກວ່ານີ້ເຂົາມີນັກວີຊາການສ້ອມແປງເຄື່ອງບິນຢູ່ບ້ານເຂົາເອງໄດ້ແລ້ວ...

ຈັງຊັ້ນແລ້ວບາງຄົນເພີ່ນໄດ້ຢູ່ປະເທດທີ່ສັງຄົມສີວິໄລແລ້ວກໍແນມກັບມາເບີ່ງບ້ານຕົນເອງຄືວ່າລ້າຫລັງຫລືພັດທະນາຊ້າ

ທັງໆທີ່ໂຕຈິງການພັດທະນາຂອງບ້ານເຮົາມັນກໍກ້າວໄປເລື່ອຍໆຢູ່ຫັ້ນລະ.ບ້າງຄົນແຮ່ງຄັກເພີ່ນທຽບຄວາມຈະເລີນຂອງ

ອາເມລິກາໃສ່ກັບປະເທດຕົນພຸ້ນຕົວະ.ໂດຍບໍ່ຄິດວ່າຫວ່າງໂຕເອງປົບຈາກປະເທດນັ້ນຄົນຈຳນວນຫລວງຫລາຍເວລາເຈັບທ້ອງໜັກກໍຍັງແລ່ນເຂົ້າແຕ່ປ່າຫົວນາຢູ່

ອັນນີ້ແລ້ວຈະບັງຄັບໃຫ້ການພັດທະນາປະເທດໃຫ້ມັນໄວໄປທັນກັບປະເທດທີ່ຈະເລີນແລ້ວນັ້ນມັນກໍຕ້ອງ

ອາໃສໄລຍະເວລານຳອີກໃດທ່ານເອີຍ

ຂໍໂທດເດີແນວໃດກໍດີຖືວ່າການລົມກັນເລັກໆນ້ອຍໆກໍແລ້ວ

 ບັກ​ອັນ​ນີ້ ມຶງ​ເອົ​າ​ເລື່ອງ​ມາ​ແຕ່​ໃສ ມາ​ເວົ້າ

ມຶງ​ເວົ້າ​ໂພດ​ໄປ ຈົນ​ເຖິງ​ຂັ້ນ​ຫໍ່​ເຂົ້​າ​ເອົາ​ນ້ຳ​ໄປ​ປ​ປ​ລໍ​ຖ້າ​າເບິ່ງລົດ​ດ​ດ​ດ​ດ

ບັນ​ທຸກ ກູ​ກໍ່​ລາວ​ໃຕ້ ມຶງ​ຕ້ອງ​ປ່ຽນ​ນາມ​ປາ​ກ​ກາ​ໃໝ່​ສາ

__________________
Anonymous

Date:

ເລື່ອງລົດຕອນຍັງນ້ອຍກະເຄີຍແລ່ນ ແຂວນລົດຂະບວນ ຂົນສົ່ງເຂົ້າທີປະຊາຊົນ ເອົາເຂົ້າເສັຍພາສີໃຫ້ລັດ ຖ້າລົດຂະບວນມານອກຈາກ ໄປແລ່ນແຂວນດົມຄວັນຂິ້ຝຸ່ນແລ້ວໄດ້ ແລ່ນໄປເບິ່ງໄກ້ໆກະຍັງດີໃຈແລ້ວ ,ແລະຍາມປາງບຸນພາກັນໄປງຶດປາກເລີ້ ທີມີສຽງດັງອອກ ທັງເດັກນ້ອຍທັງຜູ້ເຖົ້າ ກະລົມກັນງຶດງໍ້ ເລື່ອງສຽງມັນໄປໄດ້ແນວໄດ (ໄດ້ຍິນເຂົາເວົ້າຕລົກກັນ ຫລືອາດແມ່ນຄວາມຈິງ ວ່າ:ຫ້າມຢຽບສາຍໄຟເດີ ຈັກຫນ້ອຍປາກເລີ້ບໍດັ່ງ) ແລະອີກໆຫລາຍໆກໍລະນີ ສະໄຫມປົດປ່ອຍໃຫມ໋ໆອ້າຍນ້ອງເຂົ້າມາ ຍັງເອົາປາໄປປ່ອນລ້ຽງໃສ່ໃນຫົວສ້ວມ ແລະບາງຄົນກະໄປຕັກນ້ຳໃນຫົວສ້ວມມາດື່ມ ຍ້ອນເຊື່ອວ່າເປັນນຳສ້າງນ້ອຍ,​ ພວກຊາວລາວອົບພະຍົບ ໃນຕ່າງແດນ ບາງຄົນກະເອົານ້ຳຢາລ້າງຖ້ວຍໄປສະຜົມ ຊື້ອາຫານຫມາ ມາກິນກະມີ ຫລາຍໆກໍລະນີ ພວກລາວສູງ ທີ່ເດີນທາງເຂົ້າສະຫະລັດໃຊ້ເຕົາແກັສ ໃຊ້ຕູ້ເຢັນບໍເປັນ ໃຊ້ ອາຍຮ້ອນບໍເປັນ ຈົນຕາຍກະມີຫລາຍໆ ຍ້ອນຫິວອາຫານ ບາງຄົນຂຶ້ນຍົນກະຍັງໄດ້ ຖືຫວດຫມໍ້ຫນຶ້ງ ໄປນຳຍ້ອນຢ້ານບໍມີເຂົ້າຫນຽວກິນ ບາງຄົນກະຖືແຫ ຖືມອງເດີນທາງອອກຈາກສູນອົບພະຍົບກະມີ (ຈົນໄດ້ເປີດສອນ ວິທີການດຳລົງຊີວິດໃນສະຫະລັດແລະສາເຫດທີ່ເປີດ ສູນອົບພະຍົບໃນຟີລິບປິ່ນກະຍ້ອນ ຄົນລາວມີປັນຫາເລືອງການດຳລົງຊີວິດໃນສະຫະລັດ) ລວມທັງຜູ້ຂ້າເອງ ເດິນທາງເຂົ້າສະຫະລັດໃຫມ່ໆຍັງໃຊ້ຫ້ອງນ້ຳບໍເປັນ ໃຊ້ນ້ຳອຸ່ນ ນຳເຢັນບໍເປັນ ສັງເກດງ່າຍໆເດີນບິນຕ່າງໆໃນສະຫະລັດ ລະບົບຫ້ອງນ້ຳຊິແຕກຕ່າງກັນ ບາງບ່ອນກົດປຸ່ມ ບາງບ່ອນ ບໍໄດ້ກົດ  ເລື່ອງຄົນລາວໂງ່ເລືອງເຕັກໂນໂລຊີ ເຖົ້າລາວນອກ ບາງຄົນກະໃຊ້ໂທລະສັບໂທເມືອລາວຍັງບໍເປັນ ຂັບລົດໄປການ ໄດ້ແຕ່ເດີນທາງໄປບ່ອນອື່ນບໍ່ໄດ້ ບາງເຖົ້າລົດຕາຍກາງທາງກະບໍຮູ້ ຮອດຊິບອກຊື່ ຖະຫນົນ ໃຫ້ຜູ້ໄປຮັບເອົາຊ້ຳ ເວົ້າເລືອງໂງ່ເລື່ອງສະຫລາດ ມັນບໍແມ່ນເຮົາຊິເອົາມາເປັນປະເດັນ ດູຖຸູກກັນ ເລື່ອງໄດທີ່ເຮົາຮູ້ກະສະແດງວ່າເຮົາສະຫລາດ ເລື່ອງທີ່ເຮົາບໍຮູ້ກະສະແດງວ່າເຮົາໂງ່ ສະນັ້ນ ຄົນເຮົາບໍແມ່ນຊິຮູ້ຫມົດທຸກໆຢ່າງ.

__________________
Anonymous

Date:

Anonymous wrote:

ເລື່ອງລົດຕອນຍັງນ້ອຍກະເຄີຍແລ່ນ...

 ຖ້າເຂົ້າໃຈບໍ່ຜິດ ທ່ານທີ່ຕັ້ງບົດສົນທະນານີ້ຂຶ້ນມາເພື່ອຢາກບອກຊາວໂລກວ່າ

ປະເທດລາວໃນສະໃໝເປັນເມືອງຂຶ້ນຂອງຝຣັ່ງແລະພາຍໃຕ້ການປົກຄອງຂອງ

ຣັຖບານສຸວັນນະພູມາທຸກຍາກລ້າຫລັງຫລາຍ ປະຊາຊົນເມືອງໂພນທອງທີ່ຫ່າງ

ຈາກຕົວເມືອງພຽງແຕ່ 20 ກ່ວາກິໂລແມັດຍັງບໍ່ເຄີຍເຫັນຣົຖແລະເຄື່ອງໃຊ້ທີ່ທັນ

ສະໃໝ.

60 ປີກ່ອນ ຫລືໃນປີ 1950 ຂ້ອຍຍັງບໍ່ທັນເກີດດອກ ແຕ່ແນ່ໃຈວ່າໃນເວລານັ້ນ

ປະເທດຂະເມນ ປະເທດວຽດນາມບໍ່ໄດ້ຈະເລີນລື່ນລາວຫລາຍປານໃດ. ສ່ວນປະ

ເທດໄທນັ້ນບໍ່ຮູ້ເດີເພາະຄົນສະໃໝນັ້ນມັກໄປຊື້ເຄື່ອງຂາຍຄໍາຢູ່ໄຊງ່ອນ ຢູ່ພະນົມ

ເປັນ.

__________________
ລາວບ້ານນອກ

 ໃນອິນໂດຈີນທີ່ເປັນເມືອງຂື້ນຂອງຝຣັ່ງເສດ

ລາວແມ່ນປະເທດຫຼ້າຫຼັງທີ່ສຸດ  ປານລູກເມັຽນ້ອຍ

ຫວຽດນາມເປັນລູກຮັກລູກແພງຂອງຝຣັ່ງ

ຮອງລົງມາກະແມ່ນຂະເໝນ

ເພາະປະເທດເຂົາຕິດທະແລ  ໄປມາສະດວກ

ຄົນຫວຽດ ຄົນຂະເໝນກໍ່ດຸໝັ່ນ ສະຫຼາດກວ່າຄົນລາວ

ຝຣັ່ງສ້າງສາເມືອງໄຊງ່ອນ  ຈົນໄດ້ຊື່ວ່າເມືອງປາຣີຕະເວັນອອກ

ຄົນລາວເຮົາເປັນຄົນເຕື້ອມຫຼັງຍາວ  

ເວົ້າຫຍັງນຳກະມີແຕ່ຍິ້ມ  ບໍ່ຕອບໂຕ້ຫຼືພໍປຶກສາໄດ້

ອີກຢ່າງ  ກ່ອນຝຣັ່ງມາ  ລາວເຮົາເປັນເມືອງຂື້ນຂອງໄທຍ

ປະຊາກອນຖືກຕ້ອນໄປສ້າງສາເມືອງໄທຍຢ່າງຫຼວງຫຼາຍ

ຄົນລາວທີ່ພໍມີຄວາມຮູ້ຫຼືຢູ່ໃນເມືອງສະໄໝນັ້ນກໍຖືກໄທຍຄວບຄຸມໃຫ້ຢູ່ໃກ້ ໆ

ຣະຍະທີ່ຝຣັ່ງມາລາວໃໝ່ ໆ  ຍັງບໍ່ຖືກຍຶດຄອງ

ຄົນລາວມີຈຳນວນບໍ່ໜ້ອຍຮູ້ໂຕແລະຢ້ານຝຣັ່ງຕາມຄຳໂຄສະນາຂອງໄທຍ ກະພາກັນປົບໜີໄປໄທຍ

ປະຊາກອນລາວຈຶ່ງເຫຼືອໜ້ອຍອີຫຼີ  ທີ່ເຫຼືອສ່ວນຫຼາຍກໍເປັນຄົນບໍ່ຄ່ອຍມີຄຸນນະພາບ

ຝຣັ່ງຈຶ່ງບໍ່ຄ່ອຍຫົວຊາສ້າງສາປະເທດລາວ

ຄວາມຈະເຣີນ  ຫວຽດ ຂະເໝນຈຶ່ງຈະເຣີນກວ່າລາວຫຼາຍ

ສະໄໝນັ້ນຄົນຫວຽດຈະຕິດຕາມຝຣັ່ງ  ເປັນລຼກນ້ອງຕິດສ້ອຍຫ້ອຍຕາມຕະຫຼອດ

ຄົນຫວຽດມາລາວສະໄໝນັ້ນຈຶ່ງມີຫຼາຍ

ພໍ່ຂອງທ່ານໄກສອນກະແມ່ນຄົນຫວຽດນາຍແປພາສາໃຫ້ຝຣັ່ງ

ເຖິງວ່າປະເທດລາວຈະຖືກຫຼົງລືມ  ຝຣັ່ງບໍ່ຄ່ອຍສ້າງສາໃຫ້

ແຕ່ດ້ວຍປະຊາກອນໜ້ອຍ  ລາວເຮົາຈຶ່ງພໍຢູ່ພໍກິນ

ບ້ານເມືອງທີ່ຕິດຊາຍແດນໄທຍ  ກໍ່ມີຄວາມຈະເຣີນກວ່າເມືອງຟາກຝັ່ງໄທຍທຸກເມືອງທີ່ຕິດກັນ

ຈົນລາວປະກາດອິດສະຣະພາບຫຼຸດພົ້ນຈາກຝຣັ່ງ

ເມືອງລາວກໍ່ມາມີສົງຄາມກາງເມືອງອີກຕະຫຼອດ

ຊິເຮັດຫຍັງ  ພັດທະນາຫຍັງກະບໍ່ພໍເປັນຊີ້ນເປັນຕ່ອນ

ຣະຍະຊາວກວ່າປີທີ່ລາວເປັນເອກກະຣາດ  ລາວປ່ຽນຜູ້ນຳຫຼາຍຊຸດຫຼາຍພວກ

ຈັກໜ່ອຍກະປະຕິວັດຍຶດອຳນາດ  ຈັກໜ່ອຍກະນັ້ນກະນີ້ບໍ່ເຄີຍຢູ່ເປັນສຸກ

ຕອນປີ75  ທີ່ພວກແນວລາວເຂົ້າມາຄອງເມືອງ

ປະເທດລາວຈະເຣີນຢ່າງທີ່ເຫັນຕອນນັ້ນ  ກໍ່ນັບວ່າເກັ່ງຫຼາຍແລ້ວ

ຫຼັງຈາກທີ່ ປປຊລ ປົກຄອງລາວປີ70 80 90  ແມ່ນຍຸກວິວັດທະນາການແບບກ້າວກະໂດດຂອງໂລກ

ເສເຖະກິດໂລກດີທີ່ສຸດ  ວັດຕະກັມໃໝ່ໆຖືກຄົ້ນພົບຢ່າງຫຼວງຫຼາຍ

ຍຸກໂລກາພິວັດ  ລາວໃໝ່ຈຶ່ງໄດ້ປຽບກວ່າລາວເກົ່າຢ່າງມະຫາສານ

ແຕ່ຖ້າປຽບທຽບກັບປະເທດອື່ນແລ້ວ  ລາວເຮົາກໍ່ຍັງກ້າວໜ້າໄດ້ຊ້າກວ່າໝູ່ຢູ່ດີ

ຫວຽດນາມເປີດປະເທດຫຼັງລາວຫຼາຍປີ  

ກ່ອນປີ90 ເຂັມຍິບຜ້າຫວຽດນາມຍັງຊື້ຈາກລາວ(ສິນຄ້າໄທຍ)

ຫວຽດນາມທຸກຍາກຢ່າງແຮງ  ຂອງອຸປໂພກ  ບໍຣິໂພກຂາດແຄນຢ່າງໜັກ

ສິນຄ້າໄທຍທີ່ຂົນຜ່ານລາວໂດຍພໍ່ຄ້າລາວ  ຂົນໄປທໍ່ໃດກະບໍ່ພໍຂາຍ

ພວກຫວຽດບໍ່ມີເງິນຊື້  ມີແຕ່ຄຳເປັນກິໂລ ໆ ເອົາມາແລກປ່ຽນສິນຄ້າ

ມະຫາເສດຖີລາວເກີດໃໝ່ກໍ່ຕອນນີ້ແຫຼະ (ດາວເຮືອງ, ພົງສະຫວັນ ແລະ...........)

ພໍມາເຖິງຕອນນີ້  ເປັນແນວໃດ  ພວກຫວຽດຈະເຣີນແບບກ້າວກະໂດດອີຫຼີ

ຍ້ອນຫຍັງຫວຽດຈຶ່ງໄປໄດ້ໄວແທ້ ຈົນເປັນຕາງຶດ

ຍ້ອນຄວາມດຸໝັ່ນ  ຍ້ອນວິໄສທັດທີ່ກວ້າງໄກ

ແລະຄວາມສະຫຼາດຂອງຄົນຫວຽດນາມນັ້ນເອງທີ່ລາວເຮົາບໍ່ມີຄືເຂົາ

__________________
Anonymous

Date:

ໄປຊ້າແດ່ກໍດີລະ ແຕ່ຢ່າໃຫ້ສະດຸດ ຫລືຢຸດສະຫງັກ 

ການຂະຫຍາຍຕົວຂະຫນາດ 8-10% ຖືວ່າສູງຫລາຍແລວ້ ຫວຽດນາມແລະຂະເຫມນຍັງຂະຫຍາຍໄດ້ນອ້ຍກວ່າ 

ລາວເຮົາຂະຫຍາຍໄດ້ຍອ້ນ ອຸດສາຫະກຳ ໄຟຟ້າ ແລະບໍ່ແຮ່ ທີ່ນຳລາຍໄດ້ຫລາຍເຂົ້າປະເທດ

ສຳຫລັບ ປຊຊ ລາວນັ້ນ ຄົງສືບຕໍ່ດຳເນີນຊີວິດໄປກັບການ ກສກ ຕລອດໄປ ແຕ່ອີກບໍ່ດົນ ເມືອ ຫົນທາງ ໄຟຟ້າ ນ້ຳປະປາ ຊົນລະປະທານ ສະດວກ  ປະເທດກໍຈະກ້າວໄວຂຶ້ນໄປອີກ 

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard