Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເມື່ອບໍ່ມີງານໃຫຍ່...ຄົນຂໍທານ ກໍ່ຫຼັງໄຫຼເຂົ້າສູ່ວຽງຈັນ !!!
Anonymous

Date:
ເມື່ອບໍ່ມີງານໃຫຍ່...ຄົນຂໍທານ ກໍ່ຫຼັງໄຫຼເຂົ້າສູ່ວຽງຈັນ !!!


ບັນຫາຄົນຂໍທານຈະແກ້ໄຂແນວໃດ ?

 


 
Giver+man.jpg
       ປັດຈຸບັນ, ສະພາບຄົນຂໍທານຢູ່ໃນຕົວເມືອງເຫັນວ່າມີລັກສະນະເພີ່ມຂຶ້ນຫລາຍ, ເຊິ່ງບັນ ຫາດັ່ງກ່າວພວມ ກໍ່ໃຫ້ເກີດພາບພົດທີ່ບໍ່ ຈົບງາມຕໍ່ສາຍຕາຂອງນັກທ່ອງ ທ່ຽວ ແລະ ຄົນໃນ ສັງຄົມ ໂດຍຄົນຂໍທານທີ່ພົບ ສ່ວນຫລາຍ ແມ່ນມີທັງຄົນພິການ, ໃບ້ບ້າເສຍຈິດ ແລະ ຜູ້ທີ່ ມີສຸຂະພາບແຂງແຮງ. ສຳລັບຈຳພວກຮ່າງກາຍສົມບູນແຂງແຮງນີ້ ຖືວ່າເຮັ່ງຮ້າຍຫລາຍ ມີການ ເຄື່ອນໄຫວໄປເປັນກຸ່ມປະມານ 3-5 ຄົນ, ທັງຜູ້ຊາຍ, ຜູ້ຍິງ ແລະ ເດັກນ້ອຍຍ່າງເລາະ ຂໍທານ ຕາມເຮືອນປະຊາຊົນ,ສ່ວນຢູ່ຕາມຮ້ານອາຫານຕ່າງໆພວກຂໍທານເລົ່ານັ້ນຈະໃຫ້ເດັກນ້ອຍເຂົ້າ ໄປຂໍເງິນນຳ ແຂກໃ ລັກສະນະຢືນຂໍແບບຊູຊີຈົນກວ່າແຂກໃຫ້ເງິນຈຶ່ງໜີໄປ.
      ຈາກສະພາບດັ່ງກ່າວ,ມີບາງ ຮ້ານອາຫານໃນນະຄອນຫລວງວຽງຈັນເຫັນວ່າເປັນການກະ ທຳທີ່ສ້າງພາບພົດ ບໍ່ຈົບງາມ ແລະ ໄດ້ເປັນເຈົ້າການໃນການສະກັດກັ້ນກຸ່ມຄົນຂໍທານດັ່ງກ່າວ ໃນຫລາຍແບບ ເປັນຕົ້ນ:ບໍ່ໃຫ້ຄົນຂໍທານ ເຂົ້າໄປພາຍໃນຮ້ານ ຫລື ບາງແຫ່ງເຈົ້າຂອງຮ້ານຫ້າມ ບໍ່ໃຫ້ລູກຄ້າທີ່ມາກິນອາຫານເອົາເງິນໃຫ້ຄົນຂໍທານ ເຊັ່ນຕົວ ຢ່າງ ຮ້ານຂາຍໝີ່ກ່ຽວແຫ່ງໜຶ່ງ ຢູ່ບ້ານຫາຍໂສກ ເມືອງຈັນທະບູລີ ຈົນເຖິງຂັ້ນຂຽນປ້າຍຕິດໃສ່ຝາພາຍໃນຮ້ານວ່າ (ຫ້າມລູກຄ້າເອົາເງິນໃຫ້ຄົນຂໍທານເດັດຂາດ).

    ແນວໃດກໍຕາມເພື່ອໃຫ້ບັນຫາດັ່ງກ່າວຫລຸດລົງທຸກພາກສ່ວນໃນສັງຄົມຄວນເປັນເຈົ້າການຮ່ວມກັນນການ ສະກັດກັ້ນບັນ ຫາຄົນ ຂໍທານ, ຢຸດຕິການໃຫ້ເງິນ ແກ່ຂໍທານຜູ້ທີ່ຮ່າງກາຍສົມບູນແຂງແຮງ, ນອກຈາກນີ້ ອຳນາດ ການປົກຄອງທ້ອງຖິ່ນກໍຕ້ອງໄດ້ ສຶກສາອົບ ຮົມຄອບຄົວ ແລະ ບຸກຄົນ ທີ່ຖືກເຈົ້າໜ້າທີ່ສົ່ງກັບຄືນທ້ອງຖິ່ນຍ້ອນ ເຂົ້າມາຂໍທານຢູ່ໃນຕົວເມືອງໃຫ້ຢຸດການ ກະທຳດັ່ງ ກ່າວ ແລະ ສ່ວນຜູ້ທີ່ພິການ ຫລື ໃບ້ບ້າເສຍຈິດພາກສ່ວນກ່ຽວ ຂ້ອງກໍຕ້ອງໄດ້ມີການກຳນົດ, ຈັດສັນສະຖານທີ່ອັນເໝາະ ສົມໃຫ້ພວກເຂົາເພື່ອບໍ່ໃຫ້ຄົນເຫລົ່ານັ້ນໄດ້ກັບມາເລາະ ຂໍທານ ແລະ ເປັນ ບັນຫາໃຫ້ສັງຄົມອີກ.


__________________
Anonymous

Date:
RE: ເມື່ອບໍ່ມີງານໃຫຍ່...ຄົນຂໍທານ ກໍ່ຫຼັງໄຫຼເຂົ້າສູ່ວຽງຈັນ !!!


Who are these beggars? Are they even Lao? If the Lao police don't do their tough job, more and more people will become professional beggars and will take over Vientiane like they have done in India, or in Phnom Penh, Saigon, Bangkok, etc. It's very embarrassing and disgusting. Don't use the excuse that we are buddhist we should be sensitive to poor people, blah, blah, blah. Laos is the only few countries that are not yet invaded by beggars.



__________________
Anonymous

Date:

Anonymous wrote:

Who are these beggars? Are they even Lao? If the Lao police don't do their tough job, more and more people will become professional beggars and will take over Vientiane like they have done in India, or in Phnom Penh, Saigon, Bangkok, etc. It's very embarrassing and disgusting. Don't use the excuse that we are buddhist we should be sensitive to poor people, blah, blah, blah. Laos is the only few countries that are not yet invaded by beggars.


 I like your perspective on this issue. Thank you!



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard