Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທ່ານຄິດວ່າ ຄົນຂໍທ່ານ ເປັນປັນຫາຂອງສັງຄົມບໍ່
Anonymous

Date:
ທ່ານຄິດວ່າ ຄົນຂໍທ່ານ ເປັນປັນຫາຂອງສັງຄົມບໍ່

ບັນຫາຄົນຂໍທານຈະແກ້ໄຂແນວໃດ ?

Giver+man.jpg
       ປັດຈຸບັນ, ສະພາບຄົນຂໍທານຢູ່ໃນຕົວເມືອງເຫັນວ່າມີລັກສະນະເພີ່ມຂຶ້ນຫລາຍ, ເຊິ່ງບັນ ຫາດັ່ງກ່າວພວມ ກໍ່ໃຫ້ເກີດພາບພົດທີ່ບໍ່ ຈົບງາມຕໍ່ສາຍຕາຂອງນັກທ່ອງ ທ່ຽວ ແລະ ຄົນໃນ ສັງຄົມ ໂດຍຄົນຂໍທານທີ່ພົບ ສ່ວນຫລາຍ ແມ່ນມີທັງຄົນພິການ, ໃບ້ບ້າເສຍຈິດ ແລະ ຜູ້ທີ່ ມີສຸຂະພາບແຂງແຮງ. ສຳລັບຈຳພວກຮ່າງກາຍສົມບູນແຂງແຮງນີ້ ຖືວ່າເຮັ່ງຮ້າຍຫລາຍ ມີການ ເຄື່ອນໄຫວໄປເປັນກຸ່ມປະມານ 3-5 ຄົນ, ທັງຜູ້ຊາຍ, ຜູ້ຍິງ ແລະ ເດັກນ້ອຍຍ່າງເລາະ ຂໍທານ ຕາມເຮືອນປະຊາຊົນ,ສ່ວນຢູ່ຕາມຮ້ານອາຫານຕ່າງໆພວກຂໍທານເລົ່ານັ້ນຈະໃຫ້ເດັກນ້ອຍເຂົ້າ ໄປຂໍເງິນນຳ ແຂກໃ ລັກສະນະຢືນຂໍແບບຊູຊີຈົນກວ່າແຂກໃຫ້ເງິນຈຶ່ງໜີໄປ.
      ຈາກສະພາບດັ່ງກ່າວ,ມີບາງ ຮ້ານອາຫານໃນນະຄອນຫລວງວຽງຈັນເຫັນວ່າເປັນການກະ ທຳທີ່ສ້າງພາບພົດ ບໍ່ຈົບງາມ ແລະ ໄດ້ເປັນເຈົ້າການໃນການສະກັດກັ້ນກຸ່ມຄົນຂໍທານດັ່ງກ່າວ ໃນຫລາຍແບບ ເປັນຕົ້ນ:ບໍ່ໃຫ້ຄົນຂໍທານ ເຂົ້າໄປພາຍໃນຮ້ານ ຫລື ບາງແຫ່ງເຈົ້າຂອງຮ້ານຫ້າມ ບໍ່ໃຫ້ລູກຄ້າທີ່ມາກິນອາຫານເອົາເງິນໃຫ້ຄົນຂໍທານ ເຊັ່ນຕົວ ຢ່າງ ຮ້ານຂາຍໝີ່ກ່ຽວແຫ່ງໜຶ່ງ ຢູ່ບ້ານຫາຍໂສກ ເມືອງຈັນທະບູລີ ຈົນເຖິງຂັ້ນຂຽນປ້າຍຕິດໃສ່ຝາພາຍໃນຮ້ານວ່າ (ຫ້າມລູກຄ້າເອົາເງິນໃຫ້ຄົນຂໍທານເດັດຂາດ).

    ແນວໃດກໍຕາມເພື່ອໃຫ້ບັນຫາດັ່ງກ່າວຫລຸດລົງທຸກພາກສ່ວນໃນສັງຄົມຄວນເປັນເຈົ້າການຮ່ວມກັນນການ ສະກັດກັ້ນບັນ ຫາຄົນ ຂໍທານ, ຢຸດຕິການໃຫ້ເງິນ ແກ່ຂໍທານຜູ້ທີ່ຮ່າງກາຍສົມບູນແຂງແຮງ, ນອກຈາກນີ້ ອຳນາດ ການປົກຄອງທ້ອງຖິ່ນກໍຕ້ອງໄດ້ ສຶກສາອົບ ຮົມຄອບຄົວ ແລະ ບຸກຄົນ ທີ່ຖືກເຈົ້າໜ້າທີ່ສົ່ງກັບຄືນທ້ອງຖິ່ນຍ້ອນ ເຂົ້າມາຂໍທານຢູ່ໃນຕົວເມືອງໃຫ້ຢຸດການ ກະທຳດັ່ງ ກ່າວ ແລະ ສ່ວນຜູ້ທີ່ພິການ ຫລື ໃບ້ບ້າເສຍຈິດພາກສ່ວນກ່ຽວ ຂ້ອງກໍຕ້ອງໄດ້ມີການກຳນົດ, ຈັດສັນສະຖານທີ່ອັນເໝາະ ສົມໃຫ້ພວກເຂົາເພື່ອບໍ່ໃຫ້ຄົນເຫລົ່ານັ້ນໄດ້ກັບມາເລາະ ຂໍທານ ແລະ ເປັນ ບັນຫາໃຫ້ສັງຄົມອີກ.

__________________
Anonymous

Date:
RE: ທ່ານຄິດວ່າ ຄົນຂໍທ່ານ ເປັນປັນຫາຂອງສັງຄົມບໍ່

ເປັນຍອ້ນສັງຄົມບໍ່ສົມດູນກັນເວົ້າງ່າຍໆວ່າ ທາງການ ສປປ ລາວ ໄດ້ຕັດອອກຄຳຂັວນທີ່ວ່າ

ສັນຕິພາບ ເອກກະຣາດ ເປັນກາງ ເອກກະພາບ ແລະ ວັຖະນາຖາວອນ (ເປັນກາງ ເອກກະພາບ)

ໄປໃສລະ ຍ້ອນວ່າພັກລັດບໍ່ເພື່ອແຜ່ປະຊາຊົນ ເຈົ້າໜ້າທີ່ພັກລດັບາງກູຸ່ມຮັ່ງມີເປັນດີ ບາງກຸ່ມ

ທຸກຍາກພຽງແຕ່ໄດ້ຮັບເງີນລາຍເດືອນເທົ່ານັ້ນ ລູກເຈົ້າຫລານນາຍພາກັນຂ້າມຂອງໄປໄຊ້ຈ່າຍ

ເງີນຟູມເຟື່ອຍຢູ່ໄທພູ້ນ ລູກຜູ່ທຸກໄປຫາເກັບກີນຕາມກະຖັງຂີ້ເຫື້ຍອ ຢູ່ໃສລະ ເອກກະພາບ ?

__________________
Anonymous

Date:

ໃຫ້ໃຊ້ວິທີຂໍແບບມີກຽດສະງ່າງາມຄືກັນກັບພໍ່.

__________________
Anonymous

Date:

ຈັບມັນໄປເຮັດການ ໃຫ້ມັນກວດ ຖະໜົນ ຫລືລ້າງສວາມ.

__________________

Guru

Status: Offline
Posts: 695
Date:

ມັນຕອ້ງຄອ່ຍເປັນຄອ່ຍໄປ ໂດຍສະເພາະການພັດທະນາ ເສດຖະກິດສັງຄົມ
ເຮັດແນວໃດໃຫ້ປຊ ບັນດາເຜົ່າມີຢູມີກິນ
ລັດຕອ້ງຈົກເງີນພັດທະນາຫລາຍໂຄງການໃຫ້ປຊ ມີສ່ວນຮ່ວມ
ລັດຕອ້ງຫາທີ່ທຳກີນໃຫ້ປຊ ໃຫ້ ປຊ ມີອາຊີບ ໂດຍສະເພາະເງືອນໄຂການປູກຝັ່ງລຽ້ງສັດອື່ນໆ

__________________

 187557797.jpg

ຄົນ​ຈົນ

Date:
RE: ທ່ານຄິດວ່າ ຄົນຂໍທານ ເປັນປັນຫາຂອງສັງຄົມບໍ່

​ຂ​ພ​ຈ ຄິດ​ວ່າ​ມັນ​ເປັນ​ບັນ​ຫາ​ ຂອງ ສັງ​ຄົມ ແນ່ນອນ ຂໍ​ທານ​ຢູ່​ລາວ ມີ 2 ປະ​ເພດ

1.ແບບບໍ່​ມີ​ກຽດ ຍ່າງ​ແບ​ມື ຂໍ​ຕາມ​ຕະຫຼາດ ຮ້ານ​ຄ້າ ຖ​ນົນ​ຫົນ​ທາງ...

2. ແບບ​ມີ​ກຽດ ເຮັດ​ໃບ​ສະ​ເໜີ ຂໍ​ແຜ່​ປັດ​ໃຈ ນຳ​ບໍ​ລິ​ສັດ ສຳ​ນັກ​ງານ ອົງ​ການ...

ຫຼື​ຄິດ​ວ່​າ​ແນວ​ໃດ?

__________________
Anonymous

Date:
RE: ທ່ານຄິດວ່າ ຄົນຂໍທ່ານ ເປັນປັນຫາຂອງສັງຄົມບໍ່

ມັນເປັນເລື່ອງທຳມະດາ ຂອງສັງຄົມ ມີຢູ່ທົວໂລກ

ຢູ່ອິນເດຍ ມີເປັນລ້ານ.

__________________
Anonymous

Date:

ມັນເປັນບັນຫາແນ່ນອນ, ຖ້າຫາກແມ່ນພວກແຝ່ງຕົວຫຼຶຊວຍໂອກາດມາເລາະຂໍທານແລ້ວສ້າງຄວາມບໍ່ເພີ່ງປະຖາຫນາໃຫ້ສັງຄົມ  ຍົກຕົວຢ່າງ:  ນີ້ມັນເກີດຂຶ້ນຈີ່ງມີຈີ່ງຫວ່າງເດຶອນກອ່ນໃນນະຄອນຫຼວງຈັນ

ມີຜູ້ຊາຍສອງຄົນຈ່ອຍຜອ່ມອາຍູປະມານ 35-45ປີຜ່າຍຖົງຍ່າງຂໍທານແຕ່ລະເຮຶອນຕາມທາງ, ມີເຮຶອນໜຶ່ງໃຫ້ສາວຄົນຊວ່ຍຂາຍເຄຶອ່ງເອົາເງີນໄປໃຫ້ປະມານ 2000ກີບບາດຄົນຂໍທານ 2 ຄົນນັ້ນໄປວິດແລ້ວປະມານ 2-3ຊົ່ວໂມງນາງສາວຜູ້ຊວຍຂາຍເຄຶ່ອງກໍ່ປ້ວງມີແຕ່ຈແລ່ນອອກທາງລົດຈົນເຈົ້າຂອງຮ້ານຮອ້ງຄົນຂ້າງເຮຶອນມາຊວ່ຍຈັບໄວ້ຫຼັງຈາກນັ້ນຈຶ່ງໄປຫາໝໍໝໍຈີ່ງຮູ້ວ່າມີຜີ່ມານຳຄົນຂໍທານສອງຄົນນັ້ນ(ມາແຕ່ໃຕ້)ມາຊີ່ງຢູ່ນຳລາວຢາກແຕ່ງງານກັບລາວ,ຖ້າຢາກໃຫ້ີດີຕອ້ງຍອ້ມແຕ່ງງານກັບຜີ່ໂດຍເຮັດພິທີແລະມີຫອ້ງນອນຜີ່ໃນເຮຶອນຂອງູ້ຜູ້ສາວນັ້ນດວ້ຍໂດຍທຸກໆວັນສີນນອ້ຍໃຫ່ຍຕອ້ງໃຫ້ສາວນັ້ນເຂົ້າໄປນອນໃນຫອ້ງເທົ່າທຸກວັນນີ້ .ຈາກການບອກເລົ່າຂອງສາວນັ້ນ:

ວ່າເວລານອນລັບແລ້ວໃນຄວາມຝັນຈະມີຊາຍຮູບງາມທຳມະດາມາເຂົ້າໃນຝັນມານອນນຳຢູ່ແນວນັ້ນທຸກໆວັນສີນ ເລີຍ. ເຊີ່ງມັນສ້າງຄວາມທຸກທໍລະມານແກ່ນາງຢ່າງມະຫັນທີມີຜົວເປັນຜີ່ທີບໍມີຕົນຕົວ

ແຕ່ກໍ່ບໍ່ກ້າປະຕິເສດ ເພາະຢ້ານຕາຍ

ນີ້ເປັນເລຶ່ອງຈີ່ງໃຫ້ລະວັງຖ້າເຫັນຄົນຂໍທານສອງຄົນເປັນຜູ້ຊາຍຈອ້ຍຜອ່ມອາຍູປະມານ 35-45ປີຢ່າໃຫ້ລູກສາວຫຼຶຄົນຮັກຂອງທ່ານນຳເອົາເງີນຫຼຶສີ່ງຂອງໄປໃຫ້ຊາຍສອງຄົນນີ້ເຫັນໜ້າເດັດຂາດຜູ້ຕໍ່ໄປອາດຈະເປັນລູກສາວຫຼຶຄົນຮັກຂອງທ່ານກໍ່ເປັນໃດ ບໍຂໍໃຫ້ເຊຶ້ອ ແຕ່ ຂໍຝາກ ເປັນອຸທາຫອນ

__________________
Anonymous

Date:

Anonymous wrote:

 ເອົາໄປເລົ່າສູ່ເດັກນ້ອຍອະນຸບານຟັງເດີ້ ສະໄໝນີ້ບໍ່ມີໃຜມີສັດທາມນການ

ຟັງເລື່ອງແບບນີ້ອີກແລ້ວ, ດີບໍ່ດີເດັກນ້ອຍອະນຸບານຈະຫົວຂັວນຜູ້ເລົ່າກໍ

ເປັນໄດ້.

__________________
Anonymous

Date:

Anonymous wrote:

ບັນຫາຄົນຂໍທານຈະແກ້ໄຂແນວໃດ ?

Giver+man.jpg
       ປັດຈຸບັນ, ສະພາບຄົນຂໍທານຢູ່ໃນຕົວເມືອງເຫັນວ່າມີລັກສະນະເພີ່ມຂຶ້ນຫລາຍ, ເຊິ່ງບັນ ຫາດັ່ງກ່າວພວມ ກໍ່ໃຫ້ເກີດພາບພົດທີ່ບໍ່ ຈົບງາມຕໍ່ສາຍຕາຂອງນັກທ່ອງ ທ່ຽວ ແລະ ຄົນໃນ ສັງຄົມ ໂດຍຄົນຂໍທານທີ່ພົບ ສ່ວນຫລາຍ ແມ່ນມີທັງຄົນພິການ, ໃບ້ບ້າເສຍຈິດ ແລະ ຜູ້ທີ່ ມີສຸຂະພາບແຂງແຮງ. ສຳລັບຈຳພວກຮ່າງກາຍສົມບູນແຂງແຮງນີ້ ຖືວ່າເຮັ່ງຮ້າຍຫລາຍ ມີການ ເຄື່ອນໄຫວໄປເປັນກຸ່ມປະມານ 3-5 ຄົນ, ທັງຜູ້ຊາຍ, ຜູ້ຍິງ ແລະ ເດັກນ້ອຍຍ່າງເລາະ ຂໍທານ ຕາມເຮືອນປະຊາຊົນ,ສ່ວນຢູ່ຕາມຮ້ານອາຫານຕ່າງໆພວກຂໍທານເລົ່ານັ້ນຈະໃຫ້ເດັກນ້ອຍເຂົ້າ ໄປຂໍເງິນນຳ ແຂກໃ ລັກສະນະຢືນຂໍແບບຊູຊີຈົນກວ່າແຂກໃຫ້ເງິນຈຶ່ງໜີໄປ.
      ຈາກສະພາບດັ່ງກ່າວ,ມີບາງ ຮ້ານອາຫານໃນນະຄອນຫລວງວຽງຈັນເຫັນວ່າເປັນການກະ ທຳທີ່ສ້າງພາບພົດ ບໍ່ຈົບງາມ ແລະ ໄດ້ເປັນເຈົ້າການໃນການສະກັດກັ້ນກຸ່ມຄົນຂໍທານດັ່ງກ່າວ ໃນຫລາຍແບບ ເປັນຕົ້ນ:ບໍ່ໃຫ້ຄົນຂໍທານ ເຂົ້າໄປພາຍໃນຮ້ານ ຫລື ບາງແຫ່ງເຈົ້າຂອງຮ້ານຫ້າມ ບໍ່ໃຫ້ລູກຄ້າທີ່ມາກິນອາຫານເອົາເງິນໃຫ້ຄົນຂໍທານ ເຊັ່ນຕົວ ຢ່າງ ຮ້ານຂາຍໝີ່ກ່ຽວແຫ່ງໜຶ່ງ ຢູ່ບ້ານຫາຍໂສກ ເມືອງຈັນທະບູລີ ຈົນເຖິງຂັ້ນຂຽນປ້າຍຕິດໃສ່ຝາພາຍໃນຮ້ານວ່າ (ຫ້າມລູກຄ້າເອົາເງິນໃຫ້ຄົນຂໍທານເດັດຂາດ).

    ແນວໃດກໍຕາມເພື່ອໃຫ້ບັນຫາດັ່ງກ່າວຫລຸດລົງທຸກພາກສ່ວນໃນສັງຄົມຄວນເປັນເຈົ້າການຮ່ວມກັນນການ ສະກັດກັ້ນບັນ ຫາຄົນ ຂໍທານ, ຢຸດຕິການໃຫ້ເງິນ ແກ່ຂໍທານຜູ້ທີ່ຮ່າງກາຍສົມບູນແຂງແຮງ, ນອກຈາກນີ້ ອຳນາດ ການປົກຄອງທ້ອງຖິ່ນກໍຕ້ອງໄດ້ ສຶກສາອົບ ຮົມຄອບຄົວ ແລະ ບຸກຄົນ ທີ່ຖືກເຈົ້າໜ້າທີ່ສົ່ງກັບຄືນທ້ອງຖິ່ນຍ້ອນ ເຂົ້າມາຂໍທານຢູ່ໃນຕົວເມືອງໃຫ້ຢຸດການ ກະທຳດັ່ງ ກ່າວ ແລະ ສ່ວນຜູ້ທີ່ພິການ ຫລື ໃບ້ບ້າເສຍຈິດພາກສ່ວນກ່ຽວ ຂ້ອງກໍຕ້ອງໄດ້ມີການກຳນົດ, ຈັດສັນສະຖານທີ່ອັນເໝາະ ສົມໃຫ້ພວກເຂົາເພື່ອບໍ່ໃຫ້ຄົນເຫລົ່ານັ້ນໄດ້ກັບມາເລາະ ຂໍທານ ແລະ ເປັນ ບັນຫາໃຫ້ສັງຄົມອີກ.

It's a problem of mentality of the people, like self-esteem. I can understand severely handicapped people who beg. But for people who are physically fit to work?  Don't tell me you can't find work to survive in Laos. There are thousands of illegal immigrants who came as tourists in Laos and then who stay and make money.

In hardest times, some people will end up begging to avoid starvation, while others will do anything to survive, except begging.  Some lazy people will beg to avoid working even if there are jobs available.  Thailand is more developed and richer than Cambodia but you can see a lot of beggars in Bangkok but those beggars are Cambodians. If the Lao police will not be strict enough with the problems of beggars Laos will be flooded by beggars of all sorts (blind, without limbs, etc.. that inspire pity) not only from Laos, but mostly from Cambodia and Vietnam. These guys know where they can make money without working. In India there are communities of beggars protected by their own king and queen. Currently, Laos has enough jobs available, even though not so well paying, if you would like to have money to survive and avoid begging.

__________________
Anonymous

Date:

ສມັຍປົດປ່ອຍໄໝ່ເພິ່ນຖືວ່າພວກນີ້ເປັນໄພສັງຄົມ,ຢ້ານປະຕິການມາຊື້ຈ້າງຈອບອອຍເຄື່ອນໄຫວສ້າງແນວບໍ່ດີ.

ດຽວນີ້ເພິ່ນຢຽບສະພາບການໄວ້ອົງຕີນໄດ້ສົມບູນແລ້ວຈຶ່ງບໍ່ເປັນເລື່ອງສຳຄັນເທົ່າໃດ.

ເພິ່ນຈະເອົາພວກນີ້ໄປເຊື່ອງເມື່ອມີງານສຳຄັນທີ່ມີແຂກບ້ານແຂກເມືອງມາເທົ່ານັ້ນເພາະເພິ່ນອາຍຄວາມ

ເວົ້າເພິ່ນທີ່ອ້າງຄຸຍໂມ້ຕໍ່ຕ່າງປະເທດວ່າເພິ່ນກຳຈັດຄວາມທຸກຍາກໄດ້ແລ້ວນັ້ນເອງ.

__________________

Senior Member

Status: Offline
Posts: 482
Date:

no,better then still.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard